แสดงบทความที่มีป้ายกำกับ enabling effective environment แสดงบทความทั้งหมด
แสดงบทความที่มีป้ายกำกับ enabling effective environment แสดงบทความทั้งหมด

วันอาทิตย์ที่ 6 กันยายน พ.ศ. 2563

ພັດທະນາພະນັກງານທີ່ມີຢູ່ໃຫ້ເປັນມືອາຊີບ...

 


...ການພັດທະນາຄົນ ເປັນເລື່ອງທີ່ເວົ້າບໍ່ມີມື້ຈົບ ຍ້ອນວ່າ ສະຖານະການກໍ່ປ່ຽນແປງໄປຕະຫຼອດເວລາ ອົງກອນກໍ່ຕ້ອງການທັກສະທີ່ສາມາດຮັບມືກັບຄວາມປ່ຽນແປງນັ້ນໄດ້ ບໍ່ວ່າຈະເປັນການຍົກລະດັບທັກສະທີ່ມີຢູ່ແລ້ວ ໃຫ້ດີຂຶ້ນ ຫຼື ພັດທະນາທັກສະໃໝ່...ອົງກອນທີ່ຂ້າພະເຈົ້າກຳລັງເວົ້າເຖີງໃນບົດຄວາມນີ້ ກໍ່ຈະແນໃສ່ ອົງກອນທີ່ເຮັດວຽກດ້ານການພັດທະນາຊຸມຊົນ ທີ່ເນັ້ນໜັກໃນການຈັດຂະບວນການຮຽນຮູ້  ບໍ່ໄດ້ເຈາະຈົງລົງໄປວ່າເປັນອົງການສາກົນ ຫຼືວ່າ ອົງການຈັດຕັ້ງສັງຄົມ...

...ໂດຍປົກກະຕິ ການພັດທະນາພະນັກງານໃນອົງກອນ ເປັນເລື່ອງທີ່ຕ້ອງເຮັດທັ້ງລະບົບ ບໍ່ແມ່ນການເຮັດຢາມພົບພໍ້ບັນຫາວ່າຄົນເຮັດວຽກບໍ່ໄດ້...ເຊີ່ງກໍ່ເລີ່ມຕັ້ງແຕ່ການເບີ່ງເປົ້າໝາຍອົງກອນ, ພາບລັກອົງກອນ, ຖ້າຈະໃຫ້ບັນລຸເປົ້າໝາຍນັ້ນ ອົງກອນຕ້ອງເຮັດແນວໃດ...ພະນັກງານທີ່ຈະເຮັດເລື່ອງນັ້ນ ຕ້ອງມີຂີດຄວາມສາມາດເລື່ອງຫຍັງແດ່...ເຮົາຈະຊອກຫາຄົນທີ່ເຮົາຕ້ອງການໄດ້ຈາກບ່ອນໃດ...ເຮົາຈະມີວິທີການໃນການກັ່ນຕອງເອົາຄົນທີ່ເຮົາຕ້ອງການ ເຮົາຕ້ອງເຮັດແນວໃດ...ເຮົາຕ້ອງເລືອກແບບໃດ...ພໍໄດ້ຄົນມາແລ້ວ ເຮົາຈະໃຊ້ຄົນແນວໃດ...ເຮົາຈະພັດທະນາພະນັກງານໄດ້ແນວໃດ...ເຮົາຈະຮັກສາພະນັກງານທີ່ມີຄວາມຮູ້ ຄວາມສາມາດ ໃຫ້ຢູ່ກັບເຮົາໃຫ້ດົນທີ່ສຸດ ເຮົາຈະເຮັດແນວໃດ...ທີ່ວ່າມາຫັ້້ນ ກໍ່ເປັນແນວຄິດໃນການ ຊອກຄົນ-ໃຊ້ຄົນ-ພັດທະນາຄົນ-ຮັກສາຄົນ ໃນອົງກອນ ຖ້າສາມາດເຮັດໄດ້ແບບນີ້ ກໍ່ຖືວ່າ ອົງກອນມີແນວໂນ້ມຈະໄປຮອດເປົ້າໝາຍທີ່ໄດ້ຕັ້ງໄວ້...

วันอาทิตย์ที่ 14 มิถุนายน พ.ศ. 2563

ການພັດທະນາຄວາມເປັນມືອາຊີບ ໃນການເປັນນັກຈັດຂະບວນການຮຽນຮູ້.


ຜູ້ເຂົ້າຮ່ວມວົງສົນທະນາ ວັນທີ່ 13 ມິຖຸນາ 2020

...ການສົນທະນາຈົບລົງພາຍໃນເວລາ 2 ຊົ່ວໂມງປາຍ ແຕ່ຂ້າພະເຈົ້າຄິດວ່າ ຜົນຈາກການສົນທະນາ ຄົງຈະບໍ່ໄດ້ຈົບລົງຕາມເວລານັ້ນ...ອີກບໍ່ດົນ ກໍ່ຈະເກີດນັກຈັດຂະບວນການຮຽນຮູ້ມືອາຊີບຈຳນວນໜຶ່ງ ທີ່ໄດ້ຄົ້ນພົບທ່າແຮງຂອງຕົວເອງ ແລະ ພັດທະນາຕົວເອງຢ່າງຕໍ່ເນື່ອງ ເພື່ອໃຫ້ເກີດຄຸນຄ່າ ແລະ ຄວາມສຸກ ຕາມທີ່ຕັ້ງໃຈກັນໄວ້...

...ຄຳວ່າ ນັກຈັດຂະບວນການຮຽນຮູ້ ຕາມມຸມມອງຂອງຂ້າພະເຈົ້າ ເຫັນວ່າ ຜູ້ໃດກໍ່ສາມາດເປັນໄດ້ ບໍ່ຈຳເປັນວ່າຕ້ອງມີບົດບາດໃດໜຶ່ງທີ່ຊັດເຈນ ຕົວຢ່າງ ບໍ່ຈຳເປັນວ່າຕ້ອງເປັນຄູຝຶກ (Trainer) ເປັນໂຄ້ຊ (Coach) ເປັນຜູ້ໃຫ້ຄຳແນະນຳ (Mentor) ເປັນຜູ້ອຳນວຍຄວາມສະດວກໃນການຮຽນຮູ້ (Facilitator) ທ່ານກໍ່ຍັງສາມາດຈັດຂະບວນການຮຽນຮູ້ໄດ້ ເວົ້າງ່າຍໆ ແມ່ນ ທ່ານມີເປົ້າໝາຍວ່າຈະພາຜູ້ຮຽນຮູ້ໄປບັນລຸເລື່ອງຫຍັງ ແລະທ່ານໄດ້ໃຊ້ວິທີການທີ່ທ່ານຄິດວ່າແທດເໝາະກັບສະຖານະການ ແລະສຸດທ້າຍຜູ້ຮຽນຮູ້ກໍ່ບັນລຸຕາມເປົ້າໝາຍຂອງຜູ້ຮຽນຮູ້ທີ່ໄດ້ຕັ້ງໄວ້ ໂດຍມີເຮົາເປັນຜູ້ນຳພາ ຈະໂດຍຮູ້ຕົວ ຫຼື ບໍ່ຮູ້ຕົວກໍ່ຕາມ...

วันอาทิตย์ที่ 24 พฤษภาคม พ.ศ. 2563

ອິຄິໄກໃນການພັດທະນາອົງກອນ


...ອາຈານ ນ້ອງຖາມແດ່ ຫຼັກການ ອິຄິໄກ ທີ່ອາຈານເຄີຍເລົ່າໃຫ້ຟັງນີ່ ມັນເອົາໄປໃຊ້ກັບການພັດທະນາອົງກອນໄດ້ແນວໃດ?...ນ້ອງລ່ະຄິດວ່າ ມັນເປັນເລື່ອງຂອງການພັດທະນາຕົວເອງ ແຕ່ກໍ່ນ່າຈະເອົາມາໃຊ້ກັບການພັດທະນາອົງກອນໄດ້ຢູ່ໄດ໋...

...ຖ້າເບີ່ງການພັດທະນາອົງກອນຜ່ານວິທີການ ແລະ ເຄື່ອງມືຕ່າງໆ ແລ້ວ ອົງກອນ ກໍ່ຄ້າຍຄືກັບຄົນເຮົານີ້ລ່ະ ມີອົງປະກອບຕ່າງໆ ປະສົມປະສານກັນ ເຮັດໃຫ້ເກີດເປັນຮູບເປັນຮ່າງຂຶ້ນມາ...ອົງກອນກໍ່ມີຊີວິດ ທີ່ມີພະນັກງານທຸກຄົນຊ່ວຍກັນເຮັດໃຫ້ອົງກອນດຳລົງຢູ່ ສົມທຽບໄດ້ກັບອະໄວຍະວະຕ່າງໆ ໃນຮ່າງກາຍ...ການບໍລິຫານຈັດການ ກໍ່ສົມທຽບໄດ້ກັບເລືອດ ອາຫານ ອາກາດ ທີ່ຊ່ວຍໃຫ້ເກີດພະລັງງານໃນການມີຊີວິດຢູ່...ການຂັບເຄື່ອນອົງກອນ ກໍ່ສົມທຽບໄດ້ກັບແຮງບັນດານໃຈທີ່ເກີດຂຶ້ນຈາກພາຍໃນ ແລະ ແຮງຈູງໃຈທີ່ມາຈາກພາຍນອກ...ທຸກຢ່າງປະສົມປະສານກັນຢ່າງລົງຕົວ ກໍ່ຈະເຮັດໃຫ້ອົງກອນນັ້ນມີສຸຂະພາບດີ ຫຼີກໜີຈາກການເຈັບເປັນ...

วันศุกร์ที่ 1 พฤษภาคม พ.ศ. 2563

ການສ້າງຂີດຄວາມສາມາດໃຫ້ກັບພະນັກງານ ທ່າມກາງສະຖານະການໂຄວິດ-19.



...ຍັງບໍ່ຢຸດ ບໍ່ເຊົາເທືອ ກັບສະຖານະການຂອງການແພ່ລະບາດຂອງໂຄໂລນ່າໄວຣັສ...ເຖີງແມ້ວ່າການແພ່ລະບາດເກີດຂຶ້ນຢູ່ເລື້ອຍໆ ຊີວິດຂອງເຮົາກໍ່ຕ້ອງດຳເນີນໄປກັນຕໍ່ໄປ...

...ການພັດທະນາຄົນໃນອົງກອນ ກໍ່ຍັງຕ້ອງພັດທະນາຕໍ່ໄປ ບໍ່ສາມາດຢຸດ ເພື່ອລໍຖ້າໃຫ້ສະຖານະການດີຂຶ້ນ ກວ່າຈະດີຂຶ້ນກໍ່ຄົງໃຊ້ເວລາອີກດົນ ຖ້າບໍ່ເຮັດຫຍັງເລີຍ ກໍ່ຄົງຈະເຮັດໃຫ້ອົງກອນພົບກັບບັນຫາອື່ນໆ ຕາມມາອີກຫຼາຍເລື່ອງ...

วันศุกร์ที่ 28 กุมภาพันธ์ พ.ศ. 2563

CMF-SEE Model

ການສ້າງຂະບວນການຮຽນຮູ້ດ້ວຍ CMF-SEE Model
CMF-SEE ແມ່ນ ການຈັດຂະບວນການຮຽນຮູ້ ໃຫ້ແທດເໝາະກັບການຮຽນຮູ້ທີ່ບໍ່ຢຸດນິ່ງ ແນໃສ່ການສ້າງບັນຍາກາດ ແລະ ການໃຊ້ວິທີການທີ່ແທດເໝາະກັບແຕ່ລະບຸກຄົນ.

CMF-SEE ແມ່ນຕົວຫຍໍ້ ມາຈາກ Coaching, Mentoring, Facilitation, Sympathy, Empathy, Embrace.

CMF ແມ່ນເປັນວິທີການສ້າງຂະບວນການຮຽນຮູ້...SEE ແມ່ນການສ້າງບັນຍາກາດ...

Coaching ແມ່ນການໂຄ້ຊ...ການໂຄ້ຊ ແມ່ນ ການຕັ້ງຄຳຖາມ ເພື່ອໃຫ້ຜູ້ຖືກໂຄ້ຊໄດ້ເຫັນທ່າແຮງຂອງຕົວເອງໃນການແກ້ໄຂບັນຫາ ຫຼື ຄິດຄົ້ນເລື່ອງໃດເລື່ອງໜຶ່ງ ແລະ ສາມາດກຳນົດການປະຕິບັດທີ່ຊັດເຈນໃນການລົງມືແກ້ໄຂບັນຫານັ້ນ...ເວົ້າງ່າຍໆ ແມ່ນ ຜູ້ເປັນໂຄ້ຊ ຖາມຜູ້ຖືກໂຄ້ຊ ເພື່ອໃຫ້ຜູ້ຖືກໂຄ້ຊເຫັນສະຖານະການ ຜົນກະທົບ ຄວາມກ່ຽວຂ້ອງກັບຜູ້ຖືກໂຄ້ຊ...ທ່າແຮງຂອງຜູ້ຖືກໂຄ້ຊທີ່ຈະຮັບມືກັບສະຖານະການນັ້ນ ແລະ ຈະເລີ່ມລົງມືປະຕິບັດຕົວຈິງແນວໃດ ຢາມໃດ...

วันจันทร์ที่ 30 กันยายน พ.ศ. 2562

ການສ້າງຄວາມໄວ້ວາງໃຈໃນການໂຄ້ຊ...


...ການສ້າງຄວາມໄວ້ວາງໃຈ ຖືເປັນພື້ນຖານທີ່ສຳຄັນຂອງທຸກເລື່ອງໃນຊີວິດປະຈຳວັນຂອງຄົນເຮົາ. ໃນການໂຄ້ຊກໍຄືກັນ ແມ່ນ ຕ້ອງມີບັນຍາກາດຂອງຄວາມໄວ້ວາງໃຈກັນເກີດຂຶ້ນ ເພື່ອສ້າງການຮັບຮູ້, ການຮຽນຮູ້ ແລະ ການປ່ຽນແປງທີ່ດີໃຫ້ເກີດຂຶ້ນ.

...ຈາກບົດຮຽນຂອງຜູ້ຂຽນ ພົບວ່າ ການສ້າງຄວາມໄວ້ວາງໃຈ ສາມາດແບ່ງອອກໄດ້ 2 ສ່ວນ ແມ່ນ...

ສ່ວນທີ່ 1 ຕົວຜູ້ເປັນໂຄ້ຊເອງ...
ຜູ້ເປັນໂຄ້ຊ ຈະຕ້ອງເປັນຄົນທີ່ມີຄວາມຮູ້ຄວາມສາມາດ...ຄວາມຮູ້ທີ່ເກີດຈາກການອ່ານ, ການໄດ້ຍິນ, ການໄດ້ຟັງ, ການໄດ້ສຳພັດ...ຄວາມຮູ້ທີ່ເກີດຈາກການປະຕິບັດ...ຖືວ່າເປັນຕົ້ນທຶນທາງຄວາມຮູ້ທີ່ຜູ້ເປັນໂຄ້ຊຈະຕ້ອງມີ ແລະ ສ້າງນິໄສໃຫ້ຕົວເອງໃນການຮຽນຮູ້ຢູ່ຕະຫຼອດຊີວິດ...ຮຽນຮູ້ແບບໃດກໍໄດ້ ຂຶ້ນຢູ່ກັບຄວາມຖະໜັດຂອງແຕ່ລະຄົນ ແຕ່ຂໍໃຫ້ເກັບກຳຂໍ້ຄິດທີ່ໄດ້ຈາກການຮຽນຮູ້ນັ້ນຢ່າງຕໍ່ເນື່ອງ ສະໝ່ຳສະເໝີ...ຖ້າເຮົາສາມາດເຮັດໃຫ້ເປັນນິໄສແລ້ວ ຜົນທີ່ເກີດຂຶ້ນຕາມມາ ຈະເຮັດໃຫ້ເຮົາເປັນຄົນທີ່ຮູ້ກວ້າງ, ເປີດຮັບຄວາມຮູ້ໃໝ່, ເປີດຮັບບົດຮຽນທີ່ມີຄວາມແຕກຕ່າງ ແລະ ຫຼາກຫຼາຍ...ເມື່ອເຮົາເປັນຄົນທີ່ສະແດງອອກເຖີງການເປີດຮັບ ແລະ ຍອມຮັບແລ້ວ ກໍຈະສົ່ງຜົນໄປເຖີງທ່າທີ ຫຼື ພຶດຕິກຳຂອງເຮົາໃນການຮັບຮູ້ສິ່ງທີ່ແຕກຕ່າງຈາກທີ່ຕົວເອງມີຢູ່...ຕົວຢ່າງພຶດຕິກຳ ເຊັ່ນ ການຍິ້ມແຍ້ມແຈ່ມໃສ, ການບໍ່ເວົ້າຕັດຜູ້ອື່ນ, ການຟັງຢ່າງຕັ້ງໃຈ, ການບໍ່ຕຳໜິຕິຕຽນຜູ້ອື່ນ, ອ່ອນນ້ອມຖ່ອມຕົວ...

วันเสาร์ที่ 21 กันยายน พ.ศ. 2562

ການສະທ້ອນຄືນໃນການໂຄ້ຊ...


...ການສະທ້ອນຄືນທີ່ມີປະສິດທິພາບໃນການໂຄ້ຊ ແມ່ນ ຢູ່ບົນພື້ນຖານການສັງເກດ ແລະ ບໍ່ຕັດສິນ...ຜູ້ເປັນໂຄ້ຊຕ້ອງໃຫ້ການສະທ້ອນຄືນທີ່ຊັດເຈນ, ສະເພາະເຈາະຈົງກ່ຽວກັບພຶດຕິກຳຂອງຜູ້ຖືກໂຄ້ຊ ແລະ ຜົນທີ່ເກີດຂຶ້ນຈາກພຶດຕິກຳນັ້ນ...

...ໃນກໍລະນີທີ່ຜູ້ເປັນໂຄ້ຊຕ້ອງໄດ້ໃຫ້ການສະທ້ອນຄືນໃນເລື່ອງທີ່ບໍ່ດີ ຜູ້ເປັນໂຄ້ຊຕ້ອງພິຈາລະນາເລື່ອງຕໍ່ໄປນີ້...

ໃຫ້ການສະທ້ອນຄືນເລື່ອງທີ່ດີກ່ອນ...ໂດຍປົກກະຕິ ຄົນເຮົາຈະບໍ່ຍອມຮັບການສະທ້ອນຄືນທີ່ບໍ່ດີ ຍ້ອນວ່າເປັນທຳມະຊາດຂອງຄົນທີ່ຈະບໍ່ຍອມຮັບເອົາເລື່ອງບໍ່ດີໃສ່ຕົວເອງ...ແລະອີກເຫດຜົນໜຶ່ງ ແມ່ນ ໂດຍທຳມະຊາດຂອງຄົນ ເມື່ອຮັບເອົາການສະທ້ອນຄືນທີ່ດີແລ້ວ ກໍຈະສາມາດຮັບເອົາການສະທ້ອນຄືນທີ່ບໍ່ດີໄດ້ ຄ້າຍຄືກັບຄວາມສົມດຸນລະຫວ່າງແນວດີກັບບໍ່ດີນັ້ນເອງ...

ໃຫ້ການສະທ້ອນຄືນພຶດຕິກຳທີ່ສະເພາະເຈາະຈົງ...ຫ້າມເດັດຂາດໃນການວິຈານຜູ້ຖືກໂຄ້ຊ ແຕ່ໃຫ້ລະບຸໃຫ້ຊັດເຈນວ່າພຶດຕິກຳໃດຂອງຜູ້ຖືກໂຄ້ຊທີ່ຕ້ອງໄດ້ຮັບການປັບປຸງ ແລະ ໃນສະຖານະການແບບໃດ...ຜູ້ເປັນໂຄ້ຊສາມາດສອບຖາມຜູ້ຖືກໂຄ້ຊກໍໄດ້ ວ່າ ມີຜູ້ອື່ນສະແດງປະຕິກິລິຍາຕໍ່ພຶດຕິກຳຂອງຜູ້ຖືກໂຄ້ຊແນວໃດ...

ແນໃສ່ໄປທີ່ອະນາຄົດ...ຜູ້ເປັນໂຄ້ຊຈະໃຫ້ການສະທ້ອນຄືນໃນສິ່ງທີ່ເກີດຂຶ້ນມາແລ້ວ ແລະ ໃນຂະນະດຽວກັນ ກໍຕ້ອງແນໃສ່ການຊອກຫາທາງເລືອກໃໝ່ໆ ໃນອະນາຄົດຄືກັນ...

ຫຼີກລ່ຽງການຕຳໜິ...ເມື່ອມີການຕຳໜິ ໂດຍທຳມະຊາດແລ້ວຜູ້ຖືກໂຄ້ຊທຸກຄົນຈະປົກປ້ອງຕົວເອງຈາກຂໍ້ຕຳໜິ...

วันพฤหัสบดีที่ 19 กันยายน พ.ศ. 2562

ການຕັ້ງຄຳຖາມໃນການໂຄ້ຊ...


...ການຕັ້ງຄຳຖາມໃນການໂຄ້ຊ ເປັນເລື່ອງງ່າຍທີ່ຜູ້ເປັນໂຄ້ຊຄົນໃດກໍສາມາດເຮັດໄດ້ ແຕ່ ຈະເຮັດໃຫ້ໄດ້ດີ ໝາຍຄວາມວ່າ ເລືອກໃຊ້ຄຳຖາມຖືກກັບເວລາ ອີງກັບອາລົມ ຄວາມຮູ້ສຶກ ບັນຍາກາດໃນການໂຄ້ຊ ເປັນເລື່ອງທີ່ຕ້ອງອາໄສການຝຶກຢ່າງຕໍ່ເນື່ອງ ເພື່ອຫຼໍ່ຫຼອມຜູ້ເປັນໂຄ້ຊ ໃຫ້ເປັນໂຄ້ຊທີ່ດີໄດ້...

...ຄຳຖາມທີ່ເກີດຂຶ້ນຢາມຜູ້ຂຽນຝຶກອົບຮົມເລື່ອງການຕັ້ງຄຳຖາມ ແມ່ນ ຈະຖາມຫຍັງດີລ່ະ...ເປັນຄຳຖາມສຸດຄລາສສິກ ທີ່ຜູ້ຂຽນຖືກຖາມມາຕະຫຼອດ...ແລະ ຄຳຕອບທີ່ຜູ້ຂຽນຖາມກັບຄືນ ແມ່ນ ທ່ານຮູ້ລ່ະຍັງ ວ່າຈຸດປະສົງຂອງການຖາມ ແມ່ນຫຍັງ, ເຂົາໃຫ້ທ່ານເຮັດບົດບາດຫຍັງ ຈຶງໄດ້ໄປຕັ້ງຄຳຖາມຜູ້ອື່ນ?...

...ຈຸດປະສົງຂອງການຕັ້ງຄຳຖາມ ແມ່ນ ການສ້າງບັນຍາກາດທີ່ດຶງດູດຄວາມສົນໃຈ...ກະຕຸ້ນໃຫ້ເກີດຄວາມຄິດໃໝ່ໆ...ສົ່ງເສີມໃຫ້ເກີດການທົບທວນຕົວເອງ ການສຳຫຼວດຊອກຫາຕົວເອງ...ສົ່ງເສີມໃຫ້ເກີດຄວາມມຸ້ງໝັ້ນໃນພັນທະ...ດັງນັ້ນ ການນຳໃຊ້ຄຳຖາມຈຶງຕ້ອງມີຄວາມຫຼາກຫຼາຍ ອີງກັບຈຸດປະສົງການນຳໃຊ້ຄຳຖາມທີ່ວ່າມາ...

วันจันทร์ที่ 16 กันยายน พ.ศ. 2562

ຫຼັກການພື້ນຖານຂອງການໂຄ້ຊ...

...ໂດຍປົກກະຕິແລ້ວ ຜູ້ເປັນໂຄ້ຊ ຈະຕ້ອງທຳຄວາມເຂົ້າໃຈວ່າ ການໂຄ້ຊທີ່ປະສົບຜົນສຳເລັດນັ້ນ ຈະມີອົງປະກອບຢູ່ 3 ເລື່ອງ ແມ່ນ ບົດບາດຂອງຜູ້ເປັນໂຄ້ຊ, ບົດບາດຂອງຜູ້ຖືກໂຄ້ຊ ແລະ ບັນຍາກາດຂອງການໂຄ້ຊ...


ອົງປະກອບຂອງການໂຄ້ຊທີ່ມີປະສິດທິຜົນ.

...ຫຼັກການນີ້ໄດ້ຮັບການພິສູດມາແລ້ວ ແລະ ມີການປັບປຸງມາດົນຫຼາຍປີ ຈົນໄດ້ອົງປະກອບທີ່ດຸນດ່ຽງອອກມາ 3 ສ່ວນສຳຄັນນີ້. ກ່ອນທີ່ຈະເລີ່ມຕົນຂະບວນການໂຄ້ຊ ຕ້ອງໝັ້ນໃຈວ່າ ຜູ້ເປັນໂຄ້ຊຕ້ອງເຂົ້າໃຈບົດບາດຂອງຕົວເອງຢ່າງເລິກເຊີ້ງ...ໃນຂະນະດຽວກັນ ຜູ້ຖືກໂຄ້ຊກໍຕ້ອງມີຈິດສຳນຶກວ່າ ຕົວເອງມີຄວາມຮັບຜິດຊອບຫຍັງແດ່ ໃນຂະບວນການໂຄ້ຊ...ແລະ ທີ່ສຳຄັນ ບັນຍາກາດແບບໃດທີ່ຈະເອື້ອອຳນວຍໃຫ້ການໂຄ້ຊ ເປັນໄປຢ່າງມີປະສິດທິພາບ

...ເຮົາມາເບີ່ງໄປພ້ອມກັນ ໃນແຕ່ລະອົງປະກອບທີ່ສຳຄັນນີ້...

ຮູບແບບການໂຄ້ຊ...


...ຮູບແບບການໂຄ້ຊ ມີ 2 ຮູບແບບ ແມ່ນ ການໂຄ້ຊແບບເປັນທາງການ ແລະ ການໂຄ້ຊແບບບໍ່ເປັນທາງການ...ເຊີ່ງ ຜູ້ເປັນໂຄ້ຊ ແລະ ຜູ້ຖືກໂຄ້ຊ ຈະຕ້ອງຮັບຮູ້ຮ່ວມກັນວ່າ ມີຄວາມສຳຄັນແນວໃດ ແລະ ມີຄວາມເລັ່ງດ່ວນສ່ຳໃດ ຈຶງຕ້ອງໃຊ້ວິທີການໂຄ້ຊເຂົ້າມາຊ່ວຍ...

...ໃນການໂຄ້ຊແບບເປັນທາງການ ທັ້ງຜູ້ເປັນໂຄ້ຊ ແລະ ຜູ້ຖືກໂຄ້ຊ ຈະຕ້ອງຮັບຮູ້ ແລະ ມີຄວາມມຸ່ງໝັ້ນໃນພັນທະທີ່ມີຕໍ່ຂະບວນການໂຄ້ຊທີ່ເກີດຂຶ້ນ...ຕ້ອງມີການກຳນົດຕາຕະລາງໄວ້ ວ່າຈະໂຄ້ຊກັນຢາມໃດ ໂດຍຜູ້ເປັນໂຄ້ຊ ຈະຕ້ອງຟັງຢ່າງຕັ້ງໃຈ, ຖາມຄຳຖາມ, ແລະ ສະທ້ອນຄືນ, ໃນຂະນະທີ່ ຜູ້ຖືກໂຄ້ຊ ຈະເປັນຜູ້ເວົ້້າ ເປັນສ່ວນຫຼາຍ...

...ໃນການໂຄ້ຊແບບເປັນທາງການ ທັ້ງຜູ້ເປັນໂຄ້ຊ ແລະ ຜູ້ຖືກໂຄ້ຊ ຈະຮັບຮູ້ຮ່ວມກັນວ່າ ເປົ້າໝາຍຂອງການໂຄ້ຊເທືອນີ້ ແມ່ນເພື່ອການພັດທະນາຕົວເອງ ແລະ ຄວາມສຳເລັດທີ່ຈະເກີດຂຶ້ນ, ແລະມີຜູ້ເປັນໂຄ້ຊ ເຮັດໜ້າທີ່ໃນການສະໜັບສະໜຸນໃຫ້ຜູ້ຖືກໂຄ້ຊໄດ້ບັນລຸເປົ້າໝາຍ...ຖ້າເບິ່ງໄປແລ້ວ ການໂຄ້ຊແບບເປັນທາງການ ຈະແນໃສ່ເປົ້າໝາຍເປັນສຳຄັນ...

...ການໂຄ້ຊແບບບໍ່ເປັນທາງການ ສ່ວນຫຼາຍຈະເກີດຂຶ້ນໃນເວລາທີ່ຮ່ວມວຽກກັນໃນແຕ່ລະວັນ ແລະ ກໍບໍ່ມີຄວາມຈຳເປັນຫຍັງທີ່ຈະຕ້ອງບອກວ່າ ເຫດການທີ່ເກີດຂຶ້ນແມ່ນການໂຄ້ຊແບບບໍ່ເປັນທາງການ ປ່ອຍໃຫ້ເປັນໄປຕາມທຳມະຊາດເລີຍ...ການໂຄ້ຊແບບນີ້ ແນໃສ່ການປັບປຸງສະເພາະຈຸດ ແລະ ເປັນການສ້າງບັນຍາກາດໃຫ້ເກີດຄວາມໄວ້ວາງໃຈກັນ, ບັນຍາກາດຄວາມຮ່ວມມື, ການກະຕຸກຊຸກຍູ້ໃຫ້ເກີດການສົນທະນາກັນ ລະຫວ່າງ ຜູ້ເປັນໂຄ້ຊ ແລະ ຜູ້ຖືກໂຄ້ຊ...

...ຜູ້ເປັນໂຄ້ຊຫຼາຍຄົນ ກໍໃຊ້ການໂຄ້ຊທັ້ງແບບເປັນທາງການ ແລະ ບໍ່ເປັນທາງການ ຂຶ້ນຢູ່ກັບຄວາມຖະໜັດຂອງແຕ່ລະຄົນ, ຂຶ້ນກັບຄວາມຖະໜັດຂອງຜູ້ຖືກໂຄ້ຊ, ວັດທະນະທຳຂອງອົງກອນ, ແລະ ເປົ້າໝາຍທີ່ຕ້ອງການບັນລຸໃນຕອນນັ້ນ...

วันเสาร์ที่ 14 กันยายน พ.ศ. 2562

"ການຝຶກອົບຮົມ" ແລະ "ການໂຄ້ຊ" ແຕກຕ່າງກັນແນວໃດ???

ການຝຶກອົບຮົມ ແລະ ການໂຄ້ຊ
...ມື້ໜຶ່ງຫົວໜ້າພະແນກພັດທະນາບຸກຄະລາກອນ ໄດ້ຂໍຄຳປຶກສາກັບອຳນວຍການອົງການໜຶ່ງ ວ່າ...

... ທ່ານອຳນວຍການ ຕອນນີ້ອົງການຂອງເຮົາກຳລັງປະຕິບັດໂຄງການຂະໜາດໃຫຍ່ຢູ່ ແລະ ພະນັກງານເຮົາສ່ວນໜຶ່ງຍັງຂາດທັກສະ ແລະ ແນວຄວາມຄິດອັນສຳຄັນໃນການເຮັດວຽກກັບຊຸມຊົນເປົ້າໝາຍ ນ້ອງໄດ້ປະເມີນສະຖານະການແລ້ວ ນ້ອງຄິດວ່າ ເຮົາຕ້ອງຈັດອົບຮົມພະນັກງານ ເພື່ອໃຫ້ພະນັກງານສາມາດເຮັດວຽກໄດ້ ໃຫ້ບັນລຸເປົ້າໝາຍຂອງໂຄງການ ນ້ອງກະເລີຍມາປຶກສາທ່ານອຳນວຍການ ວ່າຈະດີຫຼືບໍ່...

... ຂໍເຫດຜົນທ່ານຫົວໜ້າພະແນກແດ່ ຍ້ອນຫຍັງຈຶງຕ້ອງອົບຮົມ? ອຳນວຍການຕັ້ງຄຳຖາມຄືນ...

วันอาทิตย์ที่ 14 กรกฎาคม พ.ศ. 2562

ຄົນເຮົາມີວິທີການຮຽນຮູ້ທີ່ແຕກຕ່າງກັນ ຍ້ອນວ່າຄົນບໍ່ຄືກັນ...

...ຍ້ອນວ່າຄົນເຮົາບໍ່ຄືກັນ ເຮົາຈຶງຕ້ອງໃຫ້ຄວາມສົນໃຈກັບຄວາມແຕກຕ່າງ ແລະ ອອກແບບຂະບວນການຮຽນຮູ້ໃຫ້ມີຄວາມແທດເໝາະ...

...ເປັນໄປໄດ້ຍາກແທ້ ຖ້າເຮົາຈະເຮັດໃຫ້ຄົນສ່ວນຫຼາຍຄິດຄືກັນ ເຮັດຄືກັນ...

วันเสาร์ที่ 13 กรกฎาคม พ.ศ. 2562

ການສື່ສານຢ່າງສັນຕິວິທີ Non-violent Communication


ການສື່ສານຢ່າງສັນຕິວິທີ (ການສື່ສານແບບບໍ່ມີຄວາມຮຸນແຮງ-ຜູ້ຂຽນ)
ເມື່ອເວົ້າເຖີງເລື່ອງນີ້ມີຄວາມຮູ້ສຶກວ່າ ອາດຈະເປັນທີ່ຕ້ອງການຂອງຄົນລາວຫຼາຍຄົນທີ່ຢາກໃຫ້ບ້ານເມືອງຂອງເຮົາພັດທະນາສະງົບສຸກສັນຕິ ໂດຍບໍ່ມີສີ່ງຂິດຂວາງ ມີຄວາມສາມັກຄີ ເປັນໜື່ງດຽວກັນ ເຊີ່ງເປັນລັກສະນະດັ້ງເດີມຂອງຄົນລາວມາກ່ອນ ທີ່ມີຄວາມຮັກຕໍ່ກັນ ຍີ້ມໃຫ້ກັນ ທີ່ໃຜໆ ກໍ່ເອີ່ນວ່າ ປະເທດເຮົາເປັນປະເທດສະຫງົບກຳລັງພັດທະນາ. ແລະ ສິ່ງດີໆ ເຫຼົ່ານີ້ໄດ້ຄ່ອຍໆ ລົບເລືອນໄປຈາກຫົວໃຈຂອງຄົນລາວບາງຄົນໄດ້ຢ່າງໃດ.

ດຣ.ມາແຊວ ໂຣເຊນບອ໋ກ ເຊີ່ງເປັນຜູ້ຄິດຄົ້ນການສື່ສານຢ່າງສັນຕິ ຂຶ້ນມາ ເນື່ອງຈາກພົບວ່າການສື່ສານມີສ່ວນໃນການທຳໃຫ້ເກີດຄວາມຮຸນແຮງຂຶ້ນໄດ້ຢ່າງຫຼວງຫຼາຍ.

ດຣ.ມາແຊວ ໂຣເຊນບອ໋ກ ເປັນຊາວຢິວ ແຕ່ເຕີບໃຫຍ່ໃນອາເມຣິກາ ແລະ ຕ້ອງປະເຊີນກັບການສຽດສີເຊື້ອຊາດ ແລະ ຖືກທຳຮ້າຍມາຕັ້ງແຕ່ເດັກ. ດ້ວຍປະສົບການເຊັ່ນນີ້ ເຮັດໃຫ້ເຂົາຄ່ອຍໆ ຄິດເຖີງຄຳຖາມ 2 ຂໍ້ ຢູ່ສະເໝີວ່າ ຍ້ອນເຫດໃດ ມະນຸດເຮົາຈຶ່ງຖືກຕັດຂາດຈາກຄວາມມີເມດຕາ ເຊີ່ງເປັນທຳມະຊາດພື້ນຖານຂອງມະນຸດ ແລ້ວຫັນໄປໃຊ້ຄວາມຮຸນແຮງກົດຂີ່ຜູ້ອື່ນ. ແຕ່ວ່າໃນຂະນະດຽວກັນ ຍ້ອນເຫດໃດ ມະນຸດບາງຄົນຈື່ງຍັງມີຄວາມກະລຸນາ ແມ້ວ່າເຂົາຈະຢູ່ໃນສະຖານການທີ່ບໍ່ດີ ຮ້າຍແຮງພຽງໃດກໍ່ຕາມ. ເພື່ອຫາຄຳຕອບ ເຂົາຈື່ງຕັດສິນໃຈຮຽນດ້ານຈິດວິທະຍາຈົນຈົບປະລິນຍາເອກດ້ານຈິດວິທະຍາຄີນິກ (ນັກຈິດຕະສາດບຳບັດ-ຜູ້ຂຽນ) ແຕ່ກໍ່ຄົ້ນພົບວ່າ ພື້ນຖານການຮັກສານັ້ນ ເບິ່ງວ່າຜູ້ປ່ວຍເປັນພະຍາດ ໂດຍບໍ່ເຂົ້າເຖີງຄວາມກະລຸນາອັນເປັນພື້ນຖານຂອງມະນຸດ.

วันอาทิตย์ที่ 7 กรกฎาคม พ.ศ. 2562

ການຈັດຂະບວນການຮຽນຮູ້ແບບ 70:20:10

ການໝຸນໃຊ້ແນວຄິດ 70:20:10 ໃນການອອກແບບຂະບວນການຝຶກອົບຮົມ

...ຮູບແບບການຮຽນຮູ້ນີ້ຄິດຄົ້ນໂດຍ Morgan McCall ໃນປີ 1960...ຂ້າພະເຈົ້າຮູ້ຈັກຮູບແບບນີ້ຈາກການອ່ານປື້ມເລື່ອງການພັດທະນາຂີດຄວາມສາມາດຂອງບຸກຄະລາກອນ ກໍເຫັນວ່າມີຄວາມນ່າສົນໃຈ ແລະ ຄິດວ່າຈະເປັນປະໂຫຍດກັບນັກຈັດຂະບວນການຮຽນຮູ້ທັ້ງຫຼາຍໃນການນຳຮູບແບບນີ້ໄປໝູນໃຊ້...ທີ່ຈິງແລ້ວ ບໍ່ວ່າຮູບແບບໃດທີ່ວ່າຄັກໆ ກໍບໍ່ໄດ້ໝາຍເຖີງວ່າ ຈະແທດເໝາະກັບການໃຊ້ງານຂອງເຮົາສະເໝີໄປ ດັງນັ້ນ ຂໍໃຫ້ສຶກສາລາຍລະອຽດ ແລະ ວິເຄາະຢ່າງແທ້ຈິງ ໃຫ້ເຫັນຂໍ້ດີ ຂໍ້ດ້ອຍ ກ່ອນທີ່ຈະນຳມາໃຊ້...

วันพฤหัสบดีที่ 20 มิถุนายน พ.ศ. 2562

ລົມກັນເລື່ອງ “ແວວ” ຂອງນັກຈັດຂະບວນການຮຽນຮູ້...

...ທຸກຄົນທີ່ເຂົ້າມາຮ່ວມວົງສົນທະນາໃນເທືອນີ້ ຕ່າງກໍເຂົ້າມາຮ່ວມດ້ວຍທ່າທາງທີ່ກະຕືລືລົ້ນ ຍ້ອນຢາກຮູ້ວ່າ ເຈົ້າຂອງມີແວວບໍ່...

...ອາຈານ ນ້ອງມີແວວບໍ່...ອາຈານ ແວວແບບເອື້ອຍນີ່ ຄັກບໍ່...ອາຈານ ແວວມັນແມ່ນຫຍັງ...ອາຈານ ແວວ ກັບ ພອນສະຫວັນ ມັນແມ່ນອັນດຽວກັນບໍ່...ແລະ ອີກຫຼາຍໆ ຄຳຖາມ ແລະ ບົດສົນທະນາໃນວົງ ກໍໄດ້ເກີດຂຶ້ນ...


...ແມ້ວ່າ ຈະບໍ່ມີຄຳຕອບໃນຕອນຈົບການສົນທະນາ ແຕ່ທຸກຄົນຄົງຈະໄດ້ຄຳຕອບທີ່ເປັນຂອງຕົວເອງ ໃນມຸມມອງຂອງຕົວເອງ ນຳຕິດຕົວເມືອບ້ານ ໄປພ້ອມກັບຮອຍຍິ້ມ...

วันอาทิตย์ที่ 19 พฤษภาคม พ.ศ. 2562

ແລກປ່ຽນບົດຮຽນ ການຈັດຂະບວນການຮຽນຮູ້

Credit: Kaitock Sonedalinh 
...ກ່ອນອື່ນຕ້ອງຂໍຂອບໃຈບັນດາໝູ່ມິດ ທີ່ໄດ້ເຂົ້າມາຮ່ວມສົນທະນາແລກປ່ຽນບົດຮຽນການຈັດຂະບວນການຮຽນຮູ້ ອິງຕາມປະສົບການຂອງແຕ່ລະຄົນ ໃນວັນທີ່ 18 ພຶດສະພາທີ່ຜ່ານມາ...ຄວາມຮູ້ ແລະ ປະສົບການທີ່ໄດ້ໃນເທືອນີ້ ຄິດໄລ່ມູນຄ່າອອກມາເປັນຕົວເງີນຄົງຈະເກີນຄວາມສາມາດຂອງຂ້າພະເຈົ້າທີ່ຈະບອກວ່າມີມູນຄ່າເທົ່າໃດ ຍ້ອນວ່າແຕ່ລະຄົນກໍໄດ້ລົງທຶນມາຕະຫຼອດຊີວິດ...ແຕ່ສິ່ງທີ່ເຫັນໄດ້ຊັດເຈນກວ່າມູນຄ່າ ແມ່ນເລື່ອງຂອງ "ຄຸນຄ່າ" ທີ່ເກີດຈາກການກັ່ນຕອງ ແລະ ນຳສະເໜີຜ່ານການສົນທະນາ ເລົ່າເລື່ອງອອກມາໄດ້ຢ່າງມີຊີວິດຊີວາ ຂະໜາດທີ່ຜູ້ຟັງສາມາດຈິນຕະນາການ ແລະ ເຫັນພາບຢ່າງຊັດເຈນ ຕາມແຮງສະຕິປັນຍາຂອງແຕ່ລະຄົນ...ຂ້າພະເຈົ້າຈຶງຂໍນຳສະເໜີບົດຮຽນດີໆ ທີ່ໄດ້ຈາກການສົນທະນາ ຜ່ານຕົວອັກສອນໄວ້ເປັນບ່ອນອິງໃນການຈັດຂະບວນການຮຽນຮູ້ສຳລັບຜູ້ທີ່ສົນໃຈ...

วันศุกร์ที่ 10 พฤษภาคม พ.ศ. 2562

ຄວາມຄ້າຍຄືທີ່ແຕກຕ່າງ ຂອງບົດບາດພາຍໃຕ້ຄຳວ່າ ນັກຈັດຂະບວນການຮຽນຮູ້...Same Same But Different ວ່າຊັ້ນ...

By Techin2018

...ໃນບົດຄວາມຕອນທີ່ຜ່ານໆ ມາ ໄດ້ນຳສະເໜີບົດຮຽນຂອງການເປັນນັກຈັດຂະບວນການຮຽນຮູ້ໄວ້ໃນບົດບາດຕ່າງໆ ກັນ ກໍມີບົດບາດການເປັນຄູຝຶກ, ຜູ້ອຳນວຍຄວາມສະດວກໃນການຮຽນຮູ້, ໂຄ້ຊ ແລະ ຜູ້ໃຫ້ຄຳແນະນຳ...ມີຜູ້ອ່ານທີ່ສົນໃຈ ຕິດຕໍ່ມາສອບຖາມວ່າ ບົດບາດແຕ່ລະບົດບາດນີ້ ມີຄວາມແຕກຕ່າງກັນແນວໃດ ຍ້ອນວ່າ ໃນວົງການການຈັດຂະບວນການຮຽນຮູ້ໃນລາວເຮົານີ້ ຍັງມີການສົນທະນາເລື່ອງນີ້ກັນໃນວົງຈຳກັດຢູ່...ດັງນັ້ນ ຂ້າພະເຈົ້າ ກໍຈະນຳສະເໜີໃຫ້ຜູ້ອ່ານໄດ້ເຫັນຄວາມຄ້າຍຄື ແລະ ຄວາມແຕກຕ່າງ ເພື່ອວ່າ ຖ້າມີໂອກາດ ທ່ານກໍຈະໄດ້ເຮັດບົດບາດຂອງຕົວເອງໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ...

วันอาทิตย์ที่ 5 พฤษภาคม พ.ศ. 2562

ບົດຮຽນການເປັນຜູ້ໃຫ້ຄຳແນະນຳ (Mentor)

By Techin2018

...ໜ້າວຽກທີ່ສຳຄັນຂອງຜູ້ໃຫ້ຄຳແນະນຳ (Mentor) ກໍແມ່ນການຊ່ວຍໃຫ້ຜູ້ຮັບຄຳແນະນຳ (Mentee) ສາມາດເຮັດວຽກໄດ້ ຫຼື ສາມາດສ້າງຄວາມປ່ຽນແປງທີ່ດີໃນເລື່ອງໃດໜຶ່ງໃຫ້ບັນລຸຕາມເປົ້າໝາຍທີ່ໄດ້ກຳນົດໄວ້...ການຊ່ວຍເຮັດໄດ້ໂດຍການຖ່າຍທອດຄວາມຮູ້ ຖ່າຍທອດເຕັກນິກການເຮັດວຽກ ທັກສະການໃຊ້ຊີວິດໃນການເຮັດວຽກ ໃຫ້ຜູ້ຮັບຄຳແນະນຳ ອາດຈະເປັນພະນັກງານໃໝ່ ຫຼືຜູ້ທີ່ຈະຂຶ້ນໄປຕຳແໜ່ງໃໝ່ ຫຼື ຄົນທີ່ກຳລັງຈະເຮັດເລື່ອງໃໝ່ໆ ທີ່ຍັງບໍ່ເຄີຍເຮັດ ບໍ່ມີຄວາມຮູ້ ຄວາມສາມາດກ່ຽວກັບເລື່ອງນັ້ນມາກ່ອນ...ນອກຈາກນັ້ນ ເມື່ອຖ່າຍທອດແລ້ວ ຜູ້ໃຫ້ຄຳແນະນຳ (Mentor) ກໍຮ່ວມໃນການປະຕິບັດຕົວຈິງເປັນບາງໄລຍະຕາມເງື່ອນໄຂ...

วันพฤหัสบดีที่ 2 พฤษภาคม พ.ศ. 2562

ບົດຮຽນການເປັນໂຄ້ຊ (Coach)

By Techin2018

...ຂ້າພະເຈົ້າຂໍໃຊ້ຄຳວ່າ ໂຄ້ຊ ໃນບົດຄວາມນີ້ ຍ້ອນວ່າໃນພາສາລາວເຮົາ ຍັງບໍ່ໄດ້ມີຄຳແປທີ່ໄດ້ກຳນົດໄວ້ຢ່າງຊັດເຈນ...ມີຫຼາຍທ່ານໄດ້ໃຫ້ຄຳແປ ການໂຄ້ຊ ວ່າ ການສອນວຽກແບບໃກ້ຊິດ ການສອນວຽກຕົວຈິງ ການຊີ້ແນະການເຮັດວຽກ...ສ່ວນຜູ້ທີ່ເປັນ ໂຄ້ຊ ກໍຈະແປວ່າ ຜູ້ສອນວຽກແບບໃກ້ຊິດ ຜູ້ສອນວຽກຕົວຈິງ ຜູ້ຊີ້ແນະການເຮັດວຽກ...ດັງນັ້ນ ຂ້າພະເຈົ້າຈຶງໃຊ້ຄຳວ່າ ໂຄ້ຊ ເປັນການຫຼີກລ່ຽງຄວາມສັບສົນ...

...ເພື່ອໃຫ້ເກີດຄວາມຊັດເຈນ ຂ້າພະເຈົ້າຈະຂໍອະທິບາຍຄວາມໝາຍ ການໂຄ້ຊ ກ່ອນ ໃຫ້ເຫັນພາບລວມກ່ອນ ວ່າ ການໂຄ້ຊ ນີ້ແມ່ນຫຍັງແທ້...ຈາກປະສົບການຂອງຂ້າພະເຈົ້າ ການໂຄ້ຊ ແມ່ນ ໂຄ້ຊ ໃຊ້ຂະບວນການເພື່ອກະຕຸ້ນ ຜູ້ຖືກໂຄ້ຊ ໄດ້ດຶງເອົາທ່າແຮງຂອງຕົວເອງອອກມາເພື່ອໝຸນໃຊ້ໃນເຫດການໃດໜຶ່ງ ໂດຍ ຜູ້ຖືກໂຄ້ຊ ເຫັນທ່າແຮງຂອງຕົວເອງ ຕັດສິນໃຈເອງ ແລະ ສ້າງຄວາມປ່ຽນແປງທີ່ດີໃຫ້ເກີດຂຶ້ນດ້ວຍຕົວເອງ...ເວົ້າໃຫ້ງ່າຍຂຶ້ນ ແມ່ນ ໂຄ້ຊ ຈະເປັນຜູ້ສ້າງຂະບວນການ ເປັນຜູ້ກະຕຸ້ນ ສ່ວນ ຜູ້ຖືກໂຄ້ຊ ຈະເປັນຜູ້ສຳຫຼວດ ຊອກຫາ ຕັດສິນໃຈ ແລະ ນຳພະລັງນັ້ນໄປສ້າງຄວາມປ່ຽນແປງຕໍ່ໄປ...

วันศุกร์ที่ 26 เมษายน พ.ศ. 2562

ບົດຮຽນການເປັນຜູ້ອຳນວຍຄວາມສະດວກໃນການຮຽນຮູ້ (Facilitator)



...ການເປັນຜູ້ອຳນວຍຄວາມສະດວກໃນການຮຽນຮູ້ ຫຼື ທີ່ພາສາອັງກິດໃຊ້ຄຳວ່າ Facilitator ໃນວົງການການຈັດຂະບວນການຮຽນຮູ້ ກໍຈະຮູ້ວ່າບຸກຄົນນີ້ແມ່ນຜູ້ຈັດຂະບວນການໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນຮຽນຮູ້ຮ່ວມກັນ ແລະ ນຳພາໃຫ້ຜູ້ເຂົ້າຮ່ວມໄດ້ບັນລຸຈຸດປະສົງທີ່ໄດ້ຕັ້ງໄວ້...ການເປັນຜູ້ອຳນວຍຄວາມສະດວກໃນການຮຽນຮູ້ຖືວ່າແມ່ນມີຄວາມສຳຄັນຫຼາຍ ທີ່ຈະນຳພາຜູ້ເຂົ້າຮ່ວມໄປໃຫ້ຮອດຈຸດໝາຍປາຍທາງທີ່ວາງໄວ້...ບົດຮຽນທີ່ຈະເລົ່າສູ່ຟັງກໍເປັນສ່ວນໜຶ່ງຈາກປະສົບການຂອງຜູ້ຂຽນ ຖ້າຫາກທ່ານໃດມີບົດຮຽນ ແລະ ປະສົບການທີ່ແຕກຕ່າງ ກໍສາມາດນຳມາເຕີມເຕັມກັນໄດ້ ຜູ້ຂຽນກໍຍິນດີຕ້ອນຮັບດ້ວຍຄວາມເຕັມໃຈ...

บทความที่มีผู้เข้าอ่านมากที่สุด