วันจันทร์ที่ 30 กรกฎาคม พ.ศ. 2561

ທັກສະທີ່ຈຳເປັນສຳຫຼັບຜູ້ໃຫ້ຄຳແນະນຳທີ່ມີປະສິດທິຜົນ (Effective Mentor) ຕອນທີ່ 3 (ແຮງບັນດານໃຈ ກັບ ແຮງຈູງໃຈ)


...ການສົນທະນາຂອງລູກສິດ ກັບ ອາຈານ ກໍເກີດຂຶ້ນຢ່າງຕໍ່ເນື່ອງ...

...“ອາຈານ ແຮງບັນດານໃຈນີ່ ມັນແມ່ນຫຍັງ...ນ້ອງໄດ້ຍິນຢູ່ເລື່ອຍໆ ບາງເທືອກໍສັບສົນຢູ່ວ່າ ແຮງບັນດານໃຈກັບແຮງຈູງໃຈນີ້ ມັນອັນດຽວກັນບໍ່ ຫຼືແມ່ນແນວໃດ”...

... “ຖ້າເວົ້າຕາມຄວາມໝາຍແລ້ວ ມັນກໍແຕກຕ່າງກັນຢູ່...ແຮງບັນດານໃຈ ແມ່ນ ພະລັງຊະນິດໜຶ່ງທີ່ຢູ່ພາຍໃນຕົວຂອງເຮົາ ທີ່ເຮັດໃຫ້ເຮົາລຸກຂຶ້ນມາເຮັດເລື່ອງໃດເລື່ອງໜຶ່ງໃຫ້ເປັນຈິງຂຶ້ນມາໄດ້...ສ່ວນແຮງຈູງໃຈນັ້ນ ແມ່ນ ພະລັງພາຍນອກທີ່ມີຜົນຕໍ່ການຕັດສິນໃຈຂອງເຮົາ...ສະຫຼຸບວ່າ ແຮງບັນດານໃຈ ແມ່ນເລື່ອງທີ່ເກີດຂຶ້ນພາຍໃນຕົວເຮົາ...ສ່ວນແຮງຈູງໃຈ ເປັນເລື່ອງຂອງພາຍນອກມາກະຕຸ້ນເຮົາ”...

วันอาทิตย์ที่ 22 กรกฎาคม พ.ศ. 2561

ທັກສະທີ່ຈຳເປັນສຳຫຼັບຜູ້ໃຫ້ຄຳແນະນຳທີ່ມີປະສິດທິຜົນ (Effective Mentor) ຕອນທີ່ 2

ທັກສະທີ່ຈຳເປັນສຳລັບຜູ້ໃຫ້ຄຳແນະນຳທີ່ມີປະສິດທິຜົນ
...“ສະບາຍດີອາຈານ ບໍ່ໄດ້ພົບກັນດົນແລ້ວນໍ້”...ສຽງທັກທາຍຂອງລູກສິດ...“ນ້ອງຄາວຽກຫຼາຍແດ່ ຊ່ວງທີ່ຜ່ານມານ້ອງໄດ້ລົງຕິດຕາມວຽກຂັ້ນເມືອງ ແລະ ຂັ້ນບ້ານ ໄດ້ເອົາບົດຮຽນທີ່ໄດ້ແລກປ່ຽນກັບອາຈານໄປໃຊ້ໄດ້ຫຼາຍເລື່ອງເລີຍລ່ະເຈົ້າ...ນັບຕັ້ງແຕ່ການຟັງ ການບໍ່ຕັດສິນສິ່ງທີ່ເຫັນ ສິ່ງທີ່ໄດ້ຍິນ...ຊ່ວງທຳອິດລ່ະ ໝຸດໝັດຫຼາຍອາຈານເອີ້ຍ”...

...“ໂອ້...ກໍສະແດງວ່ານ້ອງໄດ້ບົດຮຽນທີ່ດິເດ້ນັ້ນ...ໜ້ອຍຄົນເດ້ທີ່ຈະໄດ້ທົດລອງສິ່ງທີ່ຕົວເອງໄດ້ຮຽນຮູ້ໄປ ແລະ ນຳມາບອກເລົ່າໃຫ້ຄົນອື່ນໄດ້ຟັງ...ຄັກຫຼາຍ”...

บทความที่มีผู้เข้าอ่านมากที่สุด