แสดงบทความที่มีป้ายกำกับ leadership แสดงบทความทั้งหมด
แสดงบทความที่มีป้ายกำกับ leadership แสดงบทความทั้งหมด

วันพุธที่ 30 พฤษภาคม พ.ศ. 2561

ເຮົາມາຊ່ວຍກັນກວດສຸຂະພາບອົງກອນຂອງເຮົາກັນເຖາະ...

...ຄິດໄປຄິດມາ ຕາຍລ່ະ😓 ປີນີ້ຍັງບໍ່ໄດ້ໄປກວດສຸຂະພາບເລີຍ ທັ້ງໆ ທີ່ຮູ້ວ່າ ການກວດສຸຂະພາບປະຈຳປີເປັນເລື່ອງທີ່ດີ ແລະ ອາຍຸປະມານສ່ຳເຮົານີ້ ກໍຖືວ່າຈຳເປັນສຸດໆ ແລ້ວ ຍ້ອນວ່າ ຄວາມເສື່ອມຂອງສັງຂານ ຄວາມເສື່ອມຂອງສະພາບຮ່າງກາຍທີ່ຖືກໃຊ້ງານມາຢ່າງດົນນານ ແລະ ໃຊ້ງານມາໜັກໜາ ມັນເລິ່ມສົ່ງຜົນໃຫ້ເຫັນເທືອລະນິດ ເທືອລະໜ້ອຍ ຖ້າບໍ່ມີການເບິ່ງແຍງຢ່າງຕໍ່ເນື່ອງ ອີກບໍ່ດົນກໍຄົງຈະຄືນໃຫ້ກັບທຳມະຊາດຂອງການເສື່ອມສະຫຼາຍ ແລະດັບໄປເປັນແນ່ແທ້...

...ຄົນເຮົານີ້ກໍແປກເນາະ ຖ້າບໍ່ມີຫຍັງທີ່ຜິດປົກກະຕິເກີດຂຶ້ນກັບຮ່າງກາຍ ກໍຄົງຈະບໍ່ໄດ້ຫັນມາໃຫ້ຄວາມສົນໃຈຢ່າງຈິງຈັງ ຜູ້ຂຽນກໍເປັນໜຶ່ງໃນຈຳນວນຫຼວງຫຼາຍທີ່ເປັນແບບນັ້ນ...😥

วันเสาร์ที่ 21 เมษายน พ.ศ. 2561

ເຈົ້າແມ່ນຄົນປະເພດ "ເວົ້າໄດ້" ຫຼື "ໄດ້ເວົ້າ"



..."ອາຈານ ຄົນທຸກມື້ນີ້ເວົ້າບໍ່ຄ່ອຍຄິດໜ້າ ຄິດຫຼັງເນາະ ເວົ້າໄວ ປາກໄວ ຄົນຟັງກໍຮູ້ສຶກບໍ່ຄ່ອຍດີໄປນຳ"...😒

..."ໂດຍ...ເຫັນດີນຳ...ທຳມະຊາດຂອງຄົນເຮົາປາກໄວກວ່າຄວາມຄິດ ຄິດແນວໃດ ກະເວົ້າແນວນັ້ນ ຍ້ອນຄົນທຸກມື້ນີ້ຢູ່ໃນສະພາບແວດລ້ອມທີ່ຕ້ອງຟ້າວ ຕ້ອງໄວ ຕ້ອງທັນໃຈ ອົດທົນບໍ່ໄດ້ ຢາກໄດ້ຫຍັງກໍຕ້ອງໄດ້ທັນທີ"...😌

..."ແມ່ນເດ້ເນາະອາຈານ...ຢາກຮູ້ເລື່ອງຫຍັງກະໄດ້ຮູ້ ຢາກເບິ່ງເລື່ອງຫຍັງກະໄດ້ເບິ່ງ ຢາກໄດ້ເຄື່ອງແນວໃດ ກະຊອກເອົານຳອິນເຕີເນັດ ແລ້ວກະສັ່ງໃຫ້ມາສົ່ງຢູ່ເຮືອນ...ຊີວິດມັນກະເລີຍງ່າຍ ສະບາຍ ໄດ້ຫຍັງກະໄດ້ມາແບບໄວໄວ ງ່າຍໆ...ເປັນຢູ່ເລື່ອຍໆ ກະເລີຍຄຸ້ນຊິນ ກາຍເປັນນິໄສໄປຈ້ອຍ...ຢາກລົມກັບໄຜກໍແຊດຫາ ພິມເອົາ ບໍ່ຕ້ອງໄດ້ເວົ້າຍາກ ຕິດແນວໃດກະພິມແນວນັ້ນ ສົ່ງມາໄວ ກະຕອບໄປໄວ...ພໍຍາມມາເວົ້າ ກະເວົ້າແບບແຊທຫາກັນ"...

วันจันทร์ที่ 9 เมษายน พ.ศ. 2561

"ຫົວໜ້າ" ຄືສຳຄັນຄັກແທ້ກັບອົງກອນ...?


...ຂຶ້ນຊື່ວ່າ "ຫົວໜ້າ" ຜູ້ໃດກໍເກງໃຈ ແລະ ເຄົາລົບ ຍ້ອນວ່າມີບົດບາດໜ້າວຽກໃນການນຳພາ ແລະມີອຳນາດໃນການຕັດສິນໃຈ ດັງນັ້ນ ກໍເປັນເລື່ອງທຳມະດາທີ່ຜູ້ຢູ່ໃຕ້ບັງຄັບບັນຊາຈະຕ້ອງໃຫ້ຄວາມເກງໃຈ ແລະ ເຄົາລົບ...

...ໃນທາງກົງກັນຂ້າມ ຫົວໜ້າ ກໍຕ້ອງເຮັດຕົວໃຫ້ນ່າເຄົາລົບ ບັນຍາກາດຂອງການນຳພາ ແລະໄປນຳກັນຈຶງຈະມ່ວນ ແລະ ວຽກງານສຳເລັດ..."ຄົນສຳລານ ງານສຳເລັດ" (ຂໍຍືມຄຳເວົ້າອາຈານໂກວິດ ກຸນສຸວັນ ຈາກມູນນິທິພັດທະນາອີສານ NET Foundation ມາເວົ້າຕໍ່)...

...ສິ່ງທຳອິດທີ່ ຫົວໜ້າ ຕ້ອງມີ ແມ່ນ ຕ້ອງຮູ້ຕົວເອງວ່າເຈົ້າຂອງນ່ະເປັນ ຫົວໜ້າ ແລ້ວ ບໍ່ແມ່ນລູກນ້ອງແລ້ວ ບົດບາດປ່ຽນໄປແລ້ວ ໜ້າວຽກກໍປ່ຽນໄປແລ້ວ ຖ້າຊີເຮັດຕົວເອງຄືເກົ່າ ກະຊີບໍ່ແມ່ນແລ້ວ...

...ຄຳວ່າ "ຫົວໜ້າ" ປະກອບດ້ວຍສອງຄຳ ແມ່ນຄຳວ່າ "ຫົວ" ກັບຄຳວ່າ "ໜ້າ"...

..."ຫົວ" ມີໄວ້ເຮັດຫຍັງ...ມີໄວ້ໃຫ້ຜົມຢູ່ 😂 ນັ້ນກະແມ່ນ...ຄົນທີ່ເປັນ "ຫົວໜ້າ" ມີຫົວໄວ້ສຳລັບ "ຄິດ"...ຄິດໃຫ້ໄດ້ ຄິດໃຫ້ເປັນ ແລະ ຄິດໃຫ້ຖືກ ຄິດໃຫ້ສ້າງສັນ ໃຫ້ເກີດປະໂຫຍດ...ເຂົາໃຫ້ເປັນຫົວໜ້າແລ້ວ ຕ້ອງຮູ້ຈັກ ຄິດ...ການຄິດໄດ້  ຄິດເປັນ ຄິດຖືກ ເລິ່ມຕົ້ນຈາກການເປີດໃຈຕົວເອງໃຫ້ໄດ້ ການເປີດໃຈຕົວເອງໃຫ້ໄດ້ດີ ຕ້ອງເລິ່ມຈາກຮູ້ຈັກຕົວເອງ ແລະຖ້າຈະຮູ້ຈັກຕົວເອງໄດ້ດີ ກໍຕ້ອງຮູ້ຈັກຍອມຮັບຕົວເອງ ຈຸດດີ ຈຸດອ່ອນຂອງຕົວເອງກະຕ້ອງຮູ້ແລະຍອມຮັບ ຈະຍອມຮັບຕົວເອງໄດ້ດີ ກໍຕ້ອງເຂົ້າໃຈວ່າເຮົາມີຊີວິດຢູ່ເພື່ອຫຍັງ...ຊີວິດຄົນມັນສັ້ນໃດ໋...

...ເມື່ອເຂົ້າໃຈຕົວເອງແລ້ວ (ແບບບໍ່ລຳອຽງ) ການເຂົ້າໃຈຄົນອື່ນມັນກໍງ່າຍຂຶ້ນ...ຄົນອື່ນກະມີຄວາມຕ້ອງການຄືເຮົາ...ເຂົາຢາກໄດ້ ຢາກດີຄືເຮົາຢາກ...ເຂົາຢາກຮັ່ງ ຢາກມີ (ເຮົາກະຄືກັນ)...ເຂົາຢາກປະສົບຄວາມສຳເລັດໃນຊີວິດ (ເຮົາກະຄືກັນ)...ເຂົາຢາກມີຫົວໜ້າທີ່ດີ ທີ່ນ່ານັບຖື ທີ່ເຂົ້າໃຈເຂົາ (ເຮາກະຄືກັນ ຢາກມີທີມງານທີ່ເຂົ້າໃຈກັນ)...ໃນຖານະທີ່ເປັນ ຫົວໜ້າ ຕ້ອງຄິດສະເໝີວ່າ "ເຂົາກະຄົນຄືກັນກັບເຮົາ ມີຄວາມຮູ້ສຶກ ຄືກັນກັບເຮົາ"...

...ການທີ່ "ຫົວໜ້າ" ຈະຄິດ ແລ້ວຮູ້ສຶກ ແລ້ວເຂົ້າໃຈ ແລະ ສະແດງອອກໄດ້ຢ່າງເໝາະສມ ຕ້ອງມີ ສະຕິ ເລື່ອງແບບນີ້ຕ້ອງຝຶກເອງເດີ້ ຮູ້ແລ້ວກະເຮັດ ເປັນ "ຫົວໜ້າ" ແລ້ວໄດ໋...ຍາມພົບບັນຫາ ໃຫ້ຄິດໄປທາງໜ້າ ຢ່າຈົມກັບອະດີດ ແນວແກ້ໄຂບໍ່ໄດ້ ຢ່າໄປໂທດຄົນອື່ນ ໃຫ້ວາງເປົ້າໝາຍໃຫ້ແຈ້ງ ແລ້ວພາທີມງານໄປໃຫ້ໄດ້ ຖ້າມີຫຍັງຜິດພາດມາ ໃຫ້ຫາບົດຮຽນໃຫ້ພົບ ບໍ່ແມ່ນຫາຄົນຜິດ ຈາກນັ້ນພາທີມງານກ້າວຕໍ່ໄປ...ນີ່ລ່ະ ເຂົາເອິ້ນວ່າມີ "ຫົວ" ໄວ້ສຳລັບ "ຄິດ" ບໍ່ແມ່ນ ມີຫົວໄວ້ໃຫ້ຜົມຢູ່...

...ທີນີ້ເຮົາມາເບິ່ງເລື່ອງ "ໜ້າ" ມີຫຼາຍຄວາມໝາຍ...

...ໜ້າຕາ...ຫົວໜ້າເປັນໜ້າຕາຂອງອົງກອນ ເປັນຕາງໜ້າຂອງອົງກອນ ມີຄຳເວົ້າວ່າ ຫົວໜ້າເປັນແນວໃດ ທີມງານກໍຈະເປັນແນວນັ້ນ ວັດຖະນະທຳໃນອົງກອນ ກໍຈະເປັນໄປຕາມ ຫົວໜ້າ ຜູ້ນຳພາຫັ້ນລ່ະ...ການເປັນໜ້າຕາໃຫ້ກັບອົງກອນ ຕ້ອງມີວາດມີຊົງ ເຮັດໃຫ້ຄົນເກີດຄວາມປະທັບໃຈ...ວາດຊົງແນວໃດ໋ ກະເອົາວ່າ ຄນມອງເຫັນແລ້ວເຂົາເຈົ້າວ່າ "ຄື" ຫັ້ນລ່ະ...ຄົນທີ່ເປັນຜູ້ນຳຄົນ ຈະມີບຸກຄະລິກໂດດເດັ່ນ ມີຄວາມໝັ້ນໃຈ ມີຄວາມກ້າຫານ ຄວາມສຸຂຸມ ໃຈເຍັນ ໃຈດີ ເຫັນແລ້ວສະບາຍຕາ ໄດ້ຟັງແລ້ວສະບາຍຫູ...

...ໜ້າ (ນ່າ) ນັບຖື...ຫົວໜ້າຕ້ອງມີຄວາມຮູ້ ມີຄວາມສາມາດ ມີທັດສະນະຄະຕິທີ່ຖືກຕ້ອງໃນການເຮັດວຽກ ໃນການໃຊ້ຊີວິດ ໃນການນຳພາອົງກອນໄປຂ້າງໜ້າ...ຮູ້ຈັກເອົາໃຈເຂົາ ມາໃສ່ໃຈເຮົາ ເວົ້າໃຫ້ແຈ້ງກະຄື ໃຫ້ເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນແລະສະແດງອອກຢ່າງແທດເໝາະ ຖືກເວລາ ແລະຖືກສະຖານທີ່...ເລື່ອງແບບນີ້ກໍຕ້ອງຝຶກອີກຫັ້ນລ່ະ ເຈົ້າເປັນຫົວໜ້າລ່ະເດ້...

...ໜ້າ (ນ່າ) ຮັກ...ຫົວໜ້າທີ່ດີ ຈະຮູ້ຈັງຫວະວ່າ ຢາມໃດຈະຫຼິ້ນ ຢາມໃດຈະຈິງຈັງ ຍາມໃດຊີພາທີມງານມ່ວນ ຢາມໃດຈະພາທີມງານບຸກຕະລຸຍ ເຂົາຮ້ອງວ່າ ຮູ້ຈັກສ້າງບັນຍາກາດທີ່ດີໃນການເຮັດວຽກ...ແຮ່ງເປັນຫົວໜ້າຕຳແໜ່ງໃຫຍ່ໂຕ ເຮົາກໍຢ່າໄປໃຫຍ່ນຳຕຳແໜ່ງ ເຮັດຕົວໃຫ້ນ້ອຍເຂົ້າໄວ້ ເຮັດໃຫ້ຄົນເຂົ້າຫາໄດ້ງ່າຍ ປຶກສາຫາລືໄດ້ ບໍ່ຖືຕົວເອງ...ແບບນີ້ລະ ເຂົາຮ້ອງວ່າ ນ່າຮັກ...

...ປັດໄຈທີ່ຈະພາອົງກອນໄປສູ່ຄວາມສຳເລັດ ແມ່ນມີຫຼາຍເລື່ອງ ບໍ່ແມ່ນແຄ່ເລື່ອງ ຫົວໜ້າ...ອົງກອນຈະປະສົບຄວາມສຳເລັດໄດ້ ຕ້ອງມີລະບົບທີ່ດີ, ມີຊື່ສຽງ, ມີຄວາມສຳພັນທີ່ດີກັບຄູ່ຮ່ວມງານ, ແລະຄຸນນະພາບວຽກງານທີ່ໄດ້ຮັບການຍອມຮັບ...ແຕ່ ຫົວໜ້າ ນີ່ລ່ະ ເປັນຄົນສຳຄັນ ທີ່ຈະນຳພາໃຫ້ອົງປະກອບຕ່າງໆ ປະສົມປະສານ ດຸນດ່ຽງ ແລະ ຂັບເຄື່ອນໄປໄດ້ ເກີດຂຶ້ນຈິງໄດ້ ດັງນັ້ນ ຫົວໜ້າທີ່ດີຈຶງຕ້ອງພິຈາລະນາຕົວເອງຢ່າງສະໝ່ຳສະເໝີວ່າ ເຮົາເຮັດບົດບາດ ໜ້າວຽກໄດ້ຄັກແລ້ວບໍ້ ເຮົາຍັງເປັນ "ຫົວ" ແລະ "ໜ້າ" ໄດ້ດີຢູ່ບໍ້ ຕ້ອງປັບປຸງຫຍັງແດ່...ຖ້າບໍ່ໄຫວ ເຮັດບໍ່ໄດ້ ກໍຄວນພິຈາລະນາຕົວເອງ...

บทความที่มีผู้เข้าอ่านมากที่สุด