แสดงบทความที่มีป้ายกำกับ competency แสดงบทความทั้งหมด
แสดงบทความที่มีป้ายกำกับ competency แสดงบทความทั้งหมด

วันอาทิตย์ที่ 6 กันยายน พ.ศ. 2563

ພັດທະນາພະນັກງານທີ່ມີຢູ່ໃຫ້ເປັນມືອາຊີບ...

 


...ການພັດທະນາຄົນ ເປັນເລື່ອງທີ່ເວົ້າບໍ່ມີມື້ຈົບ ຍ້ອນວ່າ ສະຖານະການກໍ່ປ່ຽນແປງໄປຕະຫຼອດເວລາ ອົງກອນກໍ່ຕ້ອງການທັກສະທີ່ສາມາດຮັບມືກັບຄວາມປ່ຽນແປງນັ້ນໄດ້ ບໍ່ວ່າຈະເປັນການຍົກລະດັບທັກສະທີ່ມີຢູ່ແລ້ວ ໃຫ້ດີຂຶ້ນ ຫຼື ພັດທະນາທັກສະໃໝ່...ອົງກອນທີ່ຂ້າພະເຈົ້າກຳລັງເວົ້າເຖີງໃນບົດຄວາມນີ້ ກໍ່ຈະແນໃສ່ ອົງກອນທີ່ເຮັດວຽກດ້ານການພັດທະນາຊຸມຊົນ ທີ່ເນັ້ນໜັກໃນການຈັດຂະບວນການຮຽນຮູ້  ບໍ່ໄດ້ເຈາະຈົງລົງໄປວ່າເປັນອົງການສາກົນ ຫຼືວ່າ ອົງການຈັດຕັ້ງສັງຄົມ...

...ໂດຍປົກກະຕິ ການພັດທະນາພະນັກງານໃນອົງກອນ ເປັນເລື່ອງທີ່ຕ້ອງເຮັດທັ້ງລະບົບ ບໍ່ແມ່ນການເຮັດຢາມພົບພໍ້ບັນຫາວ່າຄົນເຮັດວຽກບໍ່ໄດ້...ເຊີ່ງກໍ່ເລີ່ມຕັ້ງແຕ່ການເບີ່ງເປົ້າໝາຍອົງກອນ, ພາບລັກອົງກອນ, ຖ້າຈະໃຫ້ບັນລຸເປົ້າໝາຍນັ້ນ ອົງກອນຕ້ອງເຮັດແນວໃດ...ພະນັກງານທີ່ຈະເຮັດເລື່ອງນັ້ນ ຕ້ອງມີຂີດຄວາມສາມາດເລື່ອງຫຍັງແດ່...ເຮົາຈະຊອກຫາຄົນທີ່ເຮົາຕ້ອງການໄດ້ຈາກບ່ອນໃດ...ເຮົາຈະມີວິທີການໃນການກັ່ນຕອງເອົາຄົນທີ່ເຮົາຕ້ອງການ ເຮົາຕ້ອງເຮັດແນວໃດ...ເຮົາຕ້ອງເລືອກແບບໃດ...ພໍໄດ້ຄົນມາແລ້ວ ເຮົາຈະໃຊ້ຄົນແນວໃດ...ເຮົາຈະພັດທະນາພະນັກງານໄດ້ແນວໃດ...ເຮົາຈະຮັກສາພະນັກງານທີ່ມີຄວາມຮູ້ ຄວາມສາມາດ ໃຫ້ຢູ່ກັບເຮົາໃຫ້ດົນທີ່ສຸດ ເຮົາຈະເຮັດແນວໃດ...ທີ່ວ່າມາຫັ້້ນ ກໍ່ເປັນແນວຄິດໃນການ ຊອກຄົນ-ໃຊ້ຄົນ-ພັດທະນາຄົນ-ຮັກສາຄົນ ໃນອົງກອນ ຖ້າສາມາດເຮັດໄດ້ແບບນີ້ ກໍ່ຖືວ່າ ອົງກອນມີແນວໂນ້ມຈະໄປຮອດເປົ້າໝາຍທີ່ໄດ້ຕັ້ງໄວ້...

วันพฤหัสบดีที่ 2 พฤษภาคม พ.ศ. 2562

ບົດຮຽນການເປັນໂຄ້ຊ (Coach)

By Techin2018

...ຂ້າພະເຈົ້າຂໍໃຊ້ຄຳວ່າ ໂຄ້ຊ ໃນບົດຄວາມນີ້ ຍ້ອນວ່າໃນພາສາລາວເຮົາ ຍັງບໍ່ໄດ້ມີຄຳແປທີ່ໄດ້ກຳນົດໄວ້ຢ່າງຊັດເຈນ...ມີຫຼາຍທ່ານໄດ້ໃຫ້ຄຳແປ ການໂຄ້ຊ ວ່າ ການສອນວຽກແບບໃກ້ຊິດ ການສອນວຽກຕົວຈິງ ການຊີ້ແນະການເຮັດວຽກ...ສ່ວນຜູ້ທີ່ເປັນ ໂຄ້ຊ ກໍຈະແປວ່າ ຜູ້ສອນວຽກແບບໃກ້ຊິດ ຜູ້ສອນວຽກຕົວຈິງ ຜູ້ຊີ້ແນະການເຮັດວຽກ...ດັງນັ້ນ ຂ້າພະເຈົ້າຈຶງໃຊ້ຄຳວ່າ ໂຄ້ຊ ເປັນການຫຼີກລ່ຽງຄວາມສັບສົນ...

...ເພື່ອໃຫ້ເກີດຄວາມຊັດເຈນ ຂ້າພະເຈົ້າຈະຂໍອະທິບາຍຄວາມໝາຍ ການໂຄ້ຊ ກ່ອນ ໃຫ້ເຫັນພາບລວມກ່ອນ ວ່າ ການໂຄ້ຊ ນີ້ແມ່ນຫຍັງແທ້...ຈາກປະສົບການຂອງຂ້າພະເຈົ້າ ການໂຄ້ຊ ແມ່ນ ໂຄ້ຊ ໃຊ້ຂະບວນການເພື່ອກະຕຸ້ນ ຜູ້ຖືກໂຄ້ຊ ໄດ້ດຶງເອົາທ່າແຮງຂອງຕົວເອງອອກມາເພື່ອໝຸນໃຊ້ໃນເຫດການໃດໜຶ່ງ ໂດຍ ຜູ້ຖືກໂຄ້ຊ ເຫັນທ່າແຮງຂອງຕົວເອງ ຕັດສິນໃຈເອງ ແລະ ສ້າງຄວາມປ່ຽນແປງທີ່ດີໃຫ້ເກີດຂຶ້ນດ້ວຍຕົວເອງ...ເວົ້າໃຫ້ງ່າຍຂຶ້ນ ແມ່ນ ໂຄ້ຊ ຈະເປັນຜູ້ສ້າງຂະບວນການ ເປັນຜູ້ກະຕຸ້ນ ສ່ວນ ຜູ້ຖືກໂຄ້ຊ ຈະເປັນຜູ້ສຳຫຼວດ ຊອກຫາ ຕັດສິນໃຈ ແລະ ນຳພະລັງນັ້ນໄປສ້າງຄວາມປ່ຽນແປງຕໍ່ໄປ...

วันศุกร์ที่ 18 พฤษภาคม พ.ศ. 2561

ເຮັດແນວໃດດີນໍ໊ ຈຶງຈະມີຄວາມໝັ້ນໃຈໃນຕົວເອງ...

😊
...ເລື່ອງຄວາມໝັ້ນໃຈໃນຕົວເອງນີ້ ເປັນເລື່ອງທີ່ລົມກັນບໍ່ຈົບເທືອ ຍ້ອນວ່າຄວາມໝັ້ນໃຈ ມັນບໍ່ໄດ້ນຳເຮົາໄປທຸກເລື່ອງ...ຢາມເວົ້າລ່ະໝັ້ນໃຈຢູ່ ແຕ່ຢາມເຮັດຈັ໊ກຄວາມໝັ້ນໃຈມັນເສຍໄປທາງໃດ໋ເບິ່ດ 😅 ມີໝູ່ຄູ່ ລູກສິດລູກຫາຖາມກັນມາເລື່ອຍໆ ກໍເລີຍໄດ້ໂອກາດດີ ຂຽນປະສົບການເລົ່າສູ່ກັນຢັງເລີຍເດີ້...

...ຄົນເຮົາຈະມີຄວາມໝັ້ນໃຈໃນຕົວເອງໄດ້ ຈາກປະສົບການຂອງຜູ້ຂຽນ ຈະຕ້ອງມີອົງປະກອບ 2 ເລື່ອງ ແມ່ນ ການເຫັນຄຸນຄ່າຂອງຕົວເອງ ແລະ ຂີດຄວາມສາມາດຂອງຕົວເອງ...

วันอาทิตย์ที่ 8 เมษายน พ.ศ. 2561

ຂີດຄວາມສາມາດ 5 ລະດັບ...ເຈົ້າເດ ຢູ່ລະດັບໃດ໋...?


...ມີຫຼາຍເທືອທີ່ມີນ້ອງໆ ມາຖາມຜູ້ຂຽນວ່າ "ອາຈານ ເຮົາຊີຮູ້ໄດ້ແນວໃດ ວ່າເຮົາພັດທະນາຕົວເອງຮອດຂັ້ນໃດແລ້ວ...ທັ້ງໆ ທີ່ຕັ້ງຕົວວັດແທກ ແລະ ຄວາມປ່ຽນແປງໃນແຕ່ໄລຍະແລ້ວ ແຕ່ກໍຍັງບໍ່ຊັດເຈນເທືອ...?"

...ເປັນຄຳຖາມທີ່ດີ ຍ້ອນວ່າຄົນເຮົາຈະພັດທະນາຕົວເອງໃນເລື່ອງໃດເລື່ອງນຶງຕ້ອງມີເປົ້າໝາຍທີ່ຈະແຈ້ງ ຈຶງຈະສາມາດໄປໄດ້ຖືກທາງ ກຳນົດບາດກ້າວໄດ້ຊັດເຈນຂຶ້ນ ແລະຕິດຕາມຄວາມປ່ຽນແປງໄດ້ງ່າຍ...ຜູ້ຂຽນແບ່ງລະດັບຄວາມປ່ຽນແປງໃນດ້ານຂີດຄວາມສາມາດເປັນ 5 ລະດັບ...ລະດັບທີ່ຈະນຳສະເໜີນີ້ ເປັນແນວທາງທີ່ຈະຊ່ວຍໃຫ້ເຮົາໄດ້ເຫັນຄວາມປ່ຽນແປງຂອງເຮົາໄດ້ຈະແຈ້ງຂຶ້ນຕຶ່ມ...ລະດັບ 5 ລະດັບນີ້ ສາມາດໝູນໃຊ້ເພື່ອປະເມີນຫຼືວັດແທກຂີດຄວາມສາມາດໄດ້ຫຼາຍເລື່ອງ...ລອງມາເບິ່ງໄປພ້ອມກັນ...

ລະດັບທີ່ໜຶ່ງ ລະດັບພື້ນຖານ
ລະດັບທີ່ສອງ ລະດັບພັດທະນາ
ລະດັບທີ່ສາມ ລະດັບກ້າວໜ້າ
ລະດັບທີ່ສີ່ ລະດັບຊຳນານການ
ລະດັບທີ່ຫ້າ ລະດັບຊ່ຽວຊານ

ລະດັບທີ່ໜຶ່ງ ລະດັບພື້ນຖານ...ລະດັບທີ່ມີຄວາມຮູ້ ເຄີຍໄດ້ຍິນມາ ແຕ່ຍັງບໍ່ເຄີຍເຮັດ ສາມາດຕອບຄຳຖາມໄດ້ຕາມທີ່ໄດ້ຮູ້ມາ ຍັງບໍ່ສາມາດແປງຄວາມຮູ້ເປັນການປະຕິບັດໄດ້...

ລະດັບທີ່ສອງ ລະດັບພັດທະນາ...ລະດັບນີ້ສາມາດນຳຄວາມຮູ້ທີ່ມີ ທີ່ໄດ້ມາ ນຳໄປປະຕິບັດຕົວຈິງ ເຮັດໄດ້ ແຕ່ຕ້ອງມີຜູ້ໃຫ້ຄຳແນະນຳຢ່າງໃກ້ຊິດ ຖ້າເກີດຂໍ້ຜິດພາດ ຈະຍັງບໍ່ສາມາດແກ້ໄຂໄດ້ເອງ...

ລະດັບທີ່ສາມ ລະດັບກ້າວໜ້າ...ລະດັບນີ້ສາມາດເຮັດໄດ້ ແກ້ໄຂບັນຫາເອງໄດ້ໃນບາງເລື່ອງ ຖ້າມີບັນຫາທີ່ແກ້ບໍ່ໄດ້ ກໍຈະຮູ້ວ່າຊີຂໍຄວາມຊ່ວຍເຫຼືອຈາກຜູ້ໃດ ຂໍຢາມໃດ ຕ້ອງການຄຳແນະນຳສະເພາະຢາມທີ່ຕ້ອງການເທົ່ານັ້ນ ສາມາດວິເຄາະ ແລະ ສັງລວມໄດ້...

ລະດັບທີ່ສີ່ ລະດັບຊຳນານການ...ລະດັບນີ້ສາມາດເຮັດເອງໄດ້ ອອກແບບຂະບວນການໄດ້ເອງ ໃຫ້ຄຳແນະນຳຄົນອື່ນໄດ້ ສາມາດປັບປ່ຽນ ດັດແກ້ຂະບວນການເພື່ອໃຫ້ແທດເໝາະກັບສະຖານະການຕ່າງໆ ໄດ້ ສາມາດວິເຄາະ ສັງລວມໄດ້ ແລະ ປະເມີນຜົນງານໄດ້...

ລະດັບທີ່ຫ້າ ລະດັບຊ່ຽວຊານ...ຖ້າເວົ້າເລື່ອງນີ້ ຖ້າເຮັດເລື່ອງນີ້ ຕ້ອງແມ່ນຜູ້ນີ້ ສາມາດເປັນຕົວແບບໄດ້ ໃນເລື່ອງຄວາມສາມາດ ໃນເລື່ອງພາບລັກ ເຮົາສາມາດເວົ້າໄດ້ວ່າ ມີຄວາມໂດດເດັ່ນທາງດ້ານຄວາມຮູ້ ຄວາມສາມາດ ແລະພາບລັກໃນເລື່ອງໃດເລື່ອງນຶງ ເປັນທີ່ຍອມຮັບວ່າ "ຄັກ" ໃນເລື່ອງນັ້ນໆ...

...ແລະແນ່ນອນລ່ະວ່າ ຂີດຄວາມສາມາດຂອງຄົນເຮົານັ້ນບໍ່ສາມາດແຍກອອກເປັນລະດັບທີ່ຊັດເຈນໄດ້ ແຕ່ລະດັບເຫຼົ່ານີ້ກໍເປັນເກນໃນການວັດແທກເບື້ອງທຳອິດເພື່ອໃຫ້ເຮົາສາມາດປະເມີນຂີດຄວາມສາມາດຂອງຕົວເອງໄດ້...

...ສົນໃຈລາຍລະອຽດເພິ່ມຕຶ່ມ ຫຼື ວິທີການນຳໄປໃຊ້ກັບວຽກງານ ການພັດທະນາຕົວເອງ ສາມາດຕັ້ງຄຳຖາມໃນຊ່ອງສະແດງຄຳເຫັນໄດ້ເລີຍ ຫຼືວ່າ ສົ່ງອີເມວສອບຖາມໄດ້ ຜູ້ຂຽນຍິນດີຕອບທຸກຄຳຖາມເຈົ້າ...😊

บทความที่มีผู้เข้าอ่านมากที่สุด