เรื่องเล่าหลากรส ทั้งสุข ทั้งเศร้า คละเคล้ากันไป เพราะชีวิตคือการเรียนรู้....การเรียนรู้ทำให้ชีวิตมีรสชาติที่หลากหลาย..ไม่ชิม ไม่สัมผัส ไม่ลอง ไม่รู้...
แสดงบทความที่มีป้ายกำกับ satisfy แสดงบทความทั้งหมด
แสดงบทความที่มีป้ายกำกับ satisfy แสดงบทความทั้งหมด
วันจันทร์ที่ 8 ตุลาคม พ.ศ. 2561
Life style ແປວ່າຫຍັງ...ຊ່ວຍຂ້ອຍແປແດ່...
...ມີຄົນຖາມຂ້າພະເຈົ້າວ່າ ໄລຟສະຕາຍ (Life style) ຂອງອາຈານເປັນແນວໃດ...ຂ້າພະເຈົ້າກໍບໍ່ຮູ້ຈະຕອບວ່າແນວໃດ...ຜູ້ຖາມກໍເລີຍອະທິບາຍໃຫ້ຂ້າພະເຈົ້າຟັງວ່າ ໄລຟສະຕາຍ ແມ່ນ ການກິນ ການຢູ່ ຂອງອາຈານເອງຫັ້ນເດ ຢູ່ແບບໃດ ກິນແບບໃດ...ຂ້າພະເຈົ້າກໍເລີຍຕອບວ່າ ຢູ່ແບບເຈົ້າ ກິນກະກິນແບບດຽວກັນກັບເຈົ້າຫັ້ນລ່ະ...ຢາມຢາກກິນ ກໍກິນ ຢາມຢາກນອນ ກໍນອນ...ສະຫຼຸບວ່າ ຈະໄດ້ຄຳຕອບແນວໃດນໍ້ບາດເນ່ຍ...
...ຂ້າພະເຈົ້າຈະໃຊ້ຄຳໃນພາສາລາວວ່າ ຮູບແບບການໃຊ້ຊີວິດ ກໍແລ້ວກັນ ເພື່ອວ່າຂ້າພະເຈົ້າຈະສາມາດອະທິບາຍກັບຄົນອື່ນໄດ້ງ່າຍຂຶ້ນ...
...ໃຊ້ຊີວິດແບບງ່າຍໆ ສະບາຍ ສະບາຍ ເປັນຄຳທີ່ອະທິບາຍສະພາບຂອງຕົວເອງໄດ້ດີທີ່ສຸດ...
วันจันทร์ที่ 12 กุมภาพันธ์ พ.ศ. 2561
ສູດສຳເລັດນ້ນມີຫຼາຍ ແຕ່ຈະສຳເລັດບໍ່ ນັ້ນແມ່ນອີກເລື່ອງນຶງ...ຕອນທີ່ 3
...ການທີ່ເຮົາຈະຕັ້ງເປົ້າໝາຍຊີວິດໃຫ້ໄດ້ດີ ໃຫ້ຊັດເຈນ ກໍຕ້ອງອາໄສຫຼັກຄິດຢູ່ຄືກັນ...
...ຂ້າພະເຈົ້າເຫັນວ່າ ຫຼັກຄິດນຶງທີ່ສາມາດນຳໃຊ້ໄດ້ດີ ແມ່ນຫຼັກຄິດທີ່ເອິ້ນວ່າ ອິຄິໄກ Ikigai ເປັນແນວຄິດຂອງຄົນຍີ່ປຸ່ນ ທີ່ມີແນວຄິດວ່າ "ເຫດຜົນຫຍັງທີ່ເຮັດໃຫ້ເຮົາມີຊີວິດຢູ່" ສິ່ງນີ້ເຮັດໃຫ້ເຮົາພຶງພໍໃຈໃນການມີຊີວິດຢູ່ ແລະ ເຮັດໃຫ້ເຮົາໄດ້ເຂົ້າໃຈຄວາມໝາຍຂອງຊີວິດ ໄດ້ຢ່າງເລິກເຊິ້ງ...
...ເລິ່ມຕົ້ນດ້ວຍການຊອກຫາ 4 ອົງປະກອບ ຕໍ່ໄປນີ້...
ໜຶ່ງ...ສິ່ງທີ່ຕົວເອງມັກ ສິ່ງທີ່ຕົວເອງຢາກເຮັດ ໂດຍທີ່ບໍ່ມີຜູ້ໃດມາບັງຄັບ...
ສອງ...ສິ່ງທີ່ຕົວເອງຖະໜັດ ມີທັກສະ ມີຄວາມຊຳນານ ເກີດຈາກການຮຽນຮູ້ ການຝຶກປະຕິບັດຕົວຈິງ...
ສາມ...ສິ່ງທີ່ເຮົາເຮັດແລ້ວສາມາດສ້າງລາຍໄດ້ໃຫ້ກັບເຮົາ...
ສີ່...ສິ່ງທີ່ໂລກນີ້ ສັງຄົມນີ້ຕ້ອງການ...
ໃນຂັ້ນຕອນການຊອກຫາຕົວເອງ ຈາກການໃຊ້ອົງປະກອບນີ້ ຈະເຮັດໃຫ້ເຮົາໄດ້ສຳຫຼວດຕົວເອງ ຢ່າງຄ່ອຍເປັນໄປ...ແນະນຳວ່າຢ່າຟ້າວໃນຂັ້ນນີ້...ພໍຂຽນອອກມາໄດ້ ກໍທົບທວນເບິ່ງ ວ່າແມ່ນແທ້ບໍ່ ໂດຍປົກກະຕິຄົນເຮົາຈະຮູ້ຕົວເອງ ວ່າອັນໃດແທ້ ອັນໃດບໍ່ແມ່ນ...
ຂັ້ນຕອນຕໍ່ໄປ ຈະເລິ່ມເລິກເຊີ້ງຂຶ້ນອີກ...ຕອນນີ້ ຊອກຫາ 4 ອົງປະກອບກ່ອນເດີ້....
ສາມາດອ່ານເພິ່ມເຕີມ ໄດ້ຈາກນີ້ https://en.m.wikipedia.org/wiki/Ikigai
สมัครสมาชิก:
บทความ (Atom)
บทความที่มีผู้เข้าอ่านมากที่สุด
-
...ມີຫຼາຍເທືອທີ່ມີນ້ອງໆ ມາຖາມຜູ້ຂຽນວ່າ " ອາຈານ ເຮົາຊີຮູ້ໄດ້ແນວໃດ ວ່າເຮົາພັດທະນາຕົວເອງຮອດຂັ້ນໃດແລ້ວ...ທັ້ງໆ ທີ່ຕັ້ງຕົວວັດແທກ ແລະ ຄວ...
-
ສິ່ງທີ່ຕ້ອງປະເມີນໃນເລື່ອງວັດທະນະທຳອົງກອນ . ..ເນື້ອໃນຂ້າງລຸ່ມນີ້ ມາຈາກຕອນທີ່ເວົ້າເຖີງເລື່ອງນີ້... " ວັດທະນະທຳອົງກອນ"... ...
-
ທັກສະຂອງຜູ້ໃຫ້ຄຳແນະນຳທີ່ມີປະສິດທິຜົນ ... “ ອາຈານ ຫົວໜ້າໃຫ້ນ້ອງເປັນຜູ້ໃຫ້ຄຳແນະນຳກັບໂຄງການຂະໜາດນ້ອຍທີ່ຮັບທຶນຈາກໂຄງການ ແຕ່ນ້ອງຍັງບໍ່ໝັ້ນ...
-
ທັກສະທີ່ຈຳເປັນສຳລັບຜູ້ໃຫ້ຄຳແນະນຳທີ່ມີປະສິດທິຜົນ .. . “ ສະບາຍດີອາຈານ ບໍ່ໄດ້ພົບກັນດົນແລ້ວນໍ້ ” ...ສຽງທັກທາຍຂອງລູກສິດ... “ ນ້ອງຄາວຽກຫຼາຍແດ...
-
ການສື່ສານທີ່ມີປະສິດທິຜົນ ...ຜູ້ຂຽນເຫັນສະໄລ້ແຜ່ນນີ້ແລ້ວເຫັນວ່າ ມັນສາມາດອະທິບາຍຂະບວນການເຮັດວຽກໂຄງການ ຜ່ານການສື່ສານທີ່ມີປະສິດທິພາບ ປະສິ...
-
..."ອາຈານ ຄົນທຸກມື້ນີ້ເວົ້າບໍ່ຄ່ອຍຄິດໜ້າ ຄິດຫຼັງເນາະ ເວົ້າໄວ ປາກໄວ ຄົນຟັງກໍຮູ້ສຶກບໍ່ຄ່ອຍດີໄປນຳ"...😒 ..."ໂດຍ...ເຫັນດີນຳ...
-
ບົດສົນທະນາລະຫວ່າງລູກສິດກັບອາຈານ ໃນເວລາອາຫານທ່ຽງຂອງວັນໜຶ່ງ... ລູກສິດຖາມອາຈານ "ອາຈານ...ມີທາງລັດແດ່ບໍ່ ທີ່ຈະເຮັດໃຫ້ເຮົາປະສົບຄວາມສຳເລັດໃນ...
-
😍 ...ປັນຮັກ...ຮັກຫຼາຍແທ້ບໍ້...ຫຼາຍຈົນໄດ້ປັນໃຫ້ກັນນໍ້... ...ວັນນີ້ຜູ້ຂຽນແລະທີມງານຄຸນນະພາບ 😉 ໄດ້ມີໂອກາດໄປຍ່ຽມຢາມ "ສວນປັນຮັກ" ...
-
...ຄິດໄປຄິດມາ ຕາຍລ່ະ😓 ປີນີ້ຍັງບໍ່ໄດ້ໄປກວດສຸຂະພາບເລີຍ ທັ້ງໆ ທີ່ຮູ້ວ່າ ການກວດສຸຂະພາບປະຈຳປີເປັນເລື່ອງທີ່ດີ ແລະ ອາຍຸປະມານສ່ຳເຮົານີ້ ກໍຖືວ່າຈຳເ...
-
? ທ່ານເຄີຍຕັ້ງຄຳຖາມແບບນີ້ກັບຕົວເອງບໍ່ ຖ້າຄິດຢາກຈະພັດທະນາອົງກອນ ... 1. ...ການພັດທະນາອົງກອນ ຈຳເປັນ ຫຼື ບໍ່ຈຳເປັນ...? 2. ...ການພັດທະນາອ...
