ການສື່ສານທີ່ມີປະສິດທິຜົນ |
...ຜູ້ຂຽນເຫັນສະໄລ້ແຜ່ນນີ້ແລ້ວເຫັນວ່າ
ມັນສາມາດອະທິບາຍຂະບວນການເຮັດວຽກໂຄງການ ຜ່ານການສື່ສານທີ່ມີປະສິດທິພາບ
ປະສິດທິຜົນໄດ້ດີ ມີທັ້ງຂະບວນການສື່ສານ ມີທັ້ງການປ່ຽນແປງຂອງພຶດຕິກຳ
ມີທັ້ງຮູບແບບການສ້າງການມີສ່ວນຮ່ວມ ລະດັບຄວາມເປັນເຈົ້າການ ວິທີການເຮັດໃຫ້ພຶດຕິກຳມີການປ່ຽນແປງໄປເປັນລຳດັບ
ແລະ ຮັກສາພຶດຕິກຳທີ່ດີນັ້ນໄວ້...
...ອົງປະກອບຂອງການສື່ສານກໍເປັນເລື່ອງທີ່ເຮົາໄດ້ຮຽນຮູ້ກັນຢູ່ເລື່ອຍໆ
ແລະ ກໍບໍ່ສາມາດປະຕິເສດໄດ້ວ່າ ການສື່ສານມີຄວາມສຳຄັນຫຼາຍ
ຍ້ອນເປັນສ່ວນໜຶ່ງຂອງການໃຊ້ຊີວິດຂອງເຮົາ...ທຸກເລື່ອງ ທຸກລົມຫາຍໃຈຂອງຄົນເຮົາ
ລ້ວນແຕ່ເປັນການສື່ສານທັ້ງສິ້ນ ບໍ່ວ່າຈະເປັນການປາກເວົ້າ ການຂຽນ
ການສະແດງອອກທາງຮ່າງກາຍ ສີໜ້າ ທ່າທາງ...ມີຄົນສື່ສານ ກໍມີເລື່ອງຈະສື່ສານ...ເມື່ອມີເລື່ອງຈະສື່ສານ
ກໍຈະມີວິທີການທີ່ຈະສື່ສານ...ແລະສື່ສານຫາຜູ້ໃດ ນັ່ນກໍຄືອຜູ້ຮັບ...ແລະ
ຈະຮູ້ໄດ້ແນວໃດວ່າການສື່ສານນັ້ນໄດ້ຜົນ ຫຼືວ່າເກີດການປ່ຽນແປງຫຍັງບໍ່
ກໍຕ້ອງມີການສະທ້ອນຄືນຫາຜູ້ຮັບ...ການສະທ້ອນຄືນກໍແມ່ນການສະແດງອອກ ຫຼືວ່າ
ເກີດພຶດຕິກຳຫຍັງຂຶ້ນແດ່ ຫຼັງຈາກທີ່ສື່ສານໄປແລ້ວ...
...ໃນການເຮັດວຽກພັດທະນາ
ບໍ່ວ່າຈະເປັນການພັດທະນາອົງກອນ ການພັດທະນາຊຸມຊົນ ກໍໃຊ້ຂະບວນການແບບດຽວກັນນີ້...ຍົກຕົວຢ່າງ ໂຄງການພັດທະນາຊົນນະບົດ
ທີ່ມີເປົ້າໝາຍໃດໜຶ່ງ...ໂຄງການກໍສົມທຽບໄດ້ກັບຜູ້ສົ່ງສານ...ຊຸມຊົນສົມທຽບໄດ້ກັບຜູ້ຮັບຂໍ້ມູນຂ່າວສານ...ເປົ້າໝາຍ
ຈຸດປະສົງ ເນື້ອໃນ ສິ່ງທີ່ຕ້ອງການໃຫ້ເກີດຂຶ້ນ ກໍສົມທຽບໄດ້ກັບ
ຂໍ້ມູນຂ່າວສານ...ກິດຈະກຳຕ່າງໆ ຂອງໂຄງການ ຕົວຢ່າງ ການສ້າງຂີດຄວາມສາມາດ,
ການຈັດກອງປະຊຸມແລກປ່ຽນ, ການປະຕິບັດຕົວຈິງ ເຫຼົ່ານີ້ ສົມທຽບໄດ້ກັບຊ່ອງທາງຂອງການສື່ສານ...
...ສິ່ງທີ່ນ່າສົນໃຈ
ແມ່ນ ການສະທ້ອນຄືນ...ການສະແດງອອກ ຫຼື ພຶດຕິກຳຂອງກຸ່ມເປົ້າໝາຍ ເປັນການສະທ້ອນຄືນທີ່ເຫັນເປັນຮູບປະທຳໄດ້...ຈາກປະສົບການຂອງຜູ້ຂຽນ
ພົບວ່າ ທີ່ຜ່ານມາຢາມເຮົາອອກແບບໂຄງການເຮົາຈະແນໃສ່ຜົນສຳເລັດປາຍທາງ
ຫຼືເວົ້າໃຫ້ງ່າຍຂຶ້ນກໍຄື ເວລາໂຄງການຈົບໄປແລ້ວ ຜົນທີ່ໄດ້ແມ່ນຫຍັງ ຢາກເຫັນຫຍັງ...ແລະ
ເຮົາກໍບໍ່ຄ່ອຍໃຫ້ຄວາມສຳຄັນກັບຄວາມປ່ຽນແປງທາງດ້ານພຶດຕິກຳປານໃດ໋ ທີ່ຕ້ອງຄ່ອຍເປັນຄ່ອຍໄປ
ບໍ່ແມ່ນການປ່ຽນແປງແບບບົ່ມໝາກມ່ວງ...ດັງນັ້ນ ຖ້າຈະໃຫ້ເຫັນຜົນຈາກການສື່ສານທີ່ແທ້ຈິງ
ກໍຕ້ອງໃຫ້ຄວາມສຳຄັນກັບຂະບວນການທີ່ເຮັດໃຫ້ເກີດການປ່ຽນແປງພຶດຕິກຳ ແລະ
ຕ້ອງມີການເກັບກຳຂໍ້ມູນຄວາມປ່ຽນແປງນັ້ນຢ່າງຕໍ່ເນື່ອງ...
...ພຶດຕິກຳທີ່ເກີດຂຶ້ນເປັນລຳດັບນັ້ນ
ກໍໄປກ່ຽວຂ້ອງໃນເລື່ອງການມີສ່ວນຮ່ວມໃນການພັດທະນາ...ໂຄງການພັດທະນາທຸກໂຄງການ
ແນໃສ່ການມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນ ແຕ່ວ່າຈະໜ້ອຍ ຈະຫຼາຍ ນັ່ນແມ່ນອີກເລື່ອງໜຶ່ງ...ຮູບແບບການມີສ່ວນຮ່ວມຂອງຄົນກໍມີລະດັບຄືກັນ
ຜູ້ຂຽນມອງວ່າ 3 ລະດັບນີ່ກຳລັງພໍດີ ແມ່ນ ລະດັບປະຖົມປະຖານ ແມ່ນ ການຮັບຮູ້, ການຟັງ.
ລະດັບທີ່ 2 ແມ່ນ ການເຂົ້າມາຮ່ວມຄິດ, ຮ່ວມເຮັດ, ຮ່ວມປະຕິບັດຕົວຈິງ,
ຮ່ວມແລກປ່ຽນຮຽນຮູ້. ລະດັບທີ່ 3 ແມ່ນ ລະດັບການມີສ່ວນຮ່ວມໃນການຕັດສິນໃຈ...
...ຄວາມສຳພັນຂອງພຶດຕິກຳກັບຮູບແບບການມີສ່ວນຮ່ວມ
ກໍນ່າສົນໃຈ...ຖ້າພຶດຕິກຳຂອງກຸ່ມເປົ້າໝາຍຢູ່ໃນລະດັບສົນໃຈ ແລະ ເຂົ້າໃຈ
ຮູບແບບຂອງການມີສ່ວນຮ່ວມ ກໍຈະຢູ່ໃນລະດັບທີ່ 1 ແມ່ນ ການຮັບຮູ້,
ການຟັງ...ຖ້າພຶດຕິກຳຂອງກຸ່ມເປົ້າໝາຍຢູ່ໃນລະດັບການເຮັດຕົວຈິງ, ການໄຈ້ແຍກ,
ການສັງລວມໄດ້ ຮູບແບບການມີສ່ວນຮ່ວມກໍຈະຍົກລະດັບຂຶ້ນມາເປັນລະດັບທີ່ 2 ແມ່ນ
ການຮ່ວມຄິດ, ຮ່ວມເຮັດ, ຮ່ວມແລກປ່ຽນ...ຖ້າພຶດຕິກຳກຸ່ມເປົ້າໝາຍສະແດງອອກມາວ່າສາມາດປະເມີນຜົນໄດ້
ຄິດຄົ້ນສິ່ງໃໝ່ໆ ໄດ້ ຮູບແບບການມີສ່ວນຮ່ວມ
ກໍຈະຢູ່ໃນລະດັບການຕັດສິນໃຈຮ່ວມ...ມີຄົນຖາມຜູ້ຂຽນຫຼາຍເທືອວ່າ “ອາຈານ ຍ້ອນຫຍັງກຸ່ມເປົ້າໝາຍໂຄງການບໍ່ປັບປ່ຽນພຶດຕິກຳຈັກເທືອ
ທັ້ງໆ ທີ່ໂຄງການກໍພະຍາຍາມຊ່ວຍເຫຼືອເຂົາເຈົ້າທຸກເລື່ອງ ທັ້ງຄວາມຮູ້ ທັ້ງກອງທຶນສະໜັບສະໜຸນ”...ຖ້າເບິ່ງໃນມຸມການປັບປ່ຽນພຶດຕິກຳ ກໍຄົງຈະຕອບໄດ້ວ່າ
ເຂົາເຈົ້າບໍ່ໄດ້ເກີດການປັບປ່ຽນພຶດຕິກຳໄປຕາມຂັ້ນຕອນ...ຖ້າຈະໃຫ້ພິຈາລະນາຢ່າງຮອບດ້ານ
ກໍຈະມີປັດໄຈອີກຫຼາຍເລື່ອງທີ່ສົ່ງຜົນຕໍ່ການປັບປ່ຽນພຶດຕິກຳຂອງຄົນ
ຜູ້ຂຽນຈະນຳສະເໜີໃນຕອນຕໍ່ໆ ໄປ...
...ເມື່ອພຶດຕິກຳຂອງກຸ່ມເປົ້າໝາຍປ່ຽນໄປ
ກໍຈະສົ່ງຜົນຕໍ່ຄວາມເປັນເຈົ້າການໄປພ້ອມໆ ກັນ...ຖ້າກຸ່ມເປົ້າໝາຍມີພຶດຕິກຳໃນລະດັບສົນໃຈ
ແລະ ເຂົ້າໃຈ ຄວາມຮູ້ສຶກເປັນເຈົ້າການກໍຈະໜ້ອຍ...ຖ້າກຸ່ມເປົ້າໝາຍສາມາດເຮັດໄດ້,
ໄຈ້ແຍກໄດ້, ສັງລວມໄດ້ ຄວາມເປັນເຈົ້າການຂອງເຂົາເຈົ້າກໍຈະເພິ່ມຂຶ້ນ...ແລະ
ຖ້າກຸ່ມເປົ້າໝາຍສາມາດປະເມີນຜົນໄດ້ ຄິດຄົ້ນສິ່ງໃໝ່ໆ ໄດ້ ກໍແນ່ນອນລ່ະວ່າ
ຄວາມເປັນເຈົ້າການຂອງເຂົາເຈົ້າຈະມີຫຼາຍທີ່ສຸດ...
...ຄວາມທ້າທາຍຕໍ່ມາ
ແມ່ນ ການຮັກສາການປ່ຽນແປງພຶດຕິກຳທີ່ປ່ຽນແລ້ວ ເລິ່ມພັດທະນາໄປຕາມລຳດັບ ໃຫ້ຄົງຢູ່
ມີຄວາມຕໍ່ເນື່ອງ ມີບາດກ້າວ, ເຮົາຈະເຮັດໄດ້ແນວໃດແດ່...ຜູ້ຂຽນເບິ່ງສອງເລື່ອງ ແມ່ນ
ການສ້າງຂີດຄວາມສາມາດ ແລະ ການສ້າງສະພາບແວດລ້ອມທີ່ດີແລະແທດເໝາະໃນການເຮັດວຽກ...
...ການສ້າງຂີດຄວາມສາມາດ
ເຮັດໄດ້ 3 ຮູບແບບ ແມ່ນ ການຊ່ວຍທັນທີ, ການພັດທະນາໃນໄລຍະຍາວ ແລະ ການມີທີມສະໜັບສະໜຸນ...
...ການສ້າງສະພາບແວດລ້ອມທີ່ດີແລະແທດເໝາະໃນການເຮັດວຽກ
ສາມາດເຮັດໄດ້ 3 ຮູບແບບ ແມ່ນ ການສ້າງນະໂຍບາຍສະໜັບສະໜຸນ ຫຼື ອາດຈະເປັນເລື່ອງກົດໝາຍ
ຫຼຼື ປະກາດແຈ້ງການໃດໜຶ່ງ, ຮູບແບບທີ່ສອງ ແມ່ນ
ການໃຊ້ສື່ສາທາລະນະໃຫ້ຊ່ວຍປະຊາສຳພັນເພື່ອໃຫ້ກຸ່ມເປົ້າໝາຍມີຄວາມໂດດເດັ່ນຂຶ້ນມາ
ການໃຊ້ສັນຍະລັກທີ່ຊີ້ໄປຫາກຸ່ມເປົ້າໝາຍ, ແລະ ຮູບແບບທີ່ສາມ ແມ່ນ
ການເຊື່ອມໂຍງກຸ່ມເປົ້າໝາຍໄປຫາເຄືອຂ່າຍຕ່າງໆ...
...ຂະບວນການສະໜັບສະໜຸນນີ້
ແມ່ນມີຄວາມສຳຄັນທີ່ຈະຕ້ອງກຳນົດບາດກ້າວໃຫ້ຊັດເຈນ, ມີບາດກ້າວ ແລະ ເຮັດໃຫ້ຕໍ່ເນື່ອງ
ຈຶງຈະເຫັນຜົນ...
...ລອງພິຈາລະນາເບິ່ງເດີ້
ທ່ານຜູ້ອ່ານ ເປັນອີກໜຶ່ງປະສົບການຂອງຜູ້ຂຽນ...ຍິນດີຕ້ອນຮັບທຸກຄຳຄິດຄຳເຫັນເຈົ້າ...😄
ຜູ້ສະໜັບສະໜຸນ “ການເຮັດຄວາມດີ” ຢ່າງເປັນທາງການ...
ມູນນິທິພັດທະນາອີສານ, ແຂວງສຸລິນ, ປະເທດໄທ...http://www.netsurin.org/
ຂອບໃຈຫລາຍໆອາຈານ ເປັນປະໂຫຍດ ແລະ ເຂົ້າໃນງ່າຍຫລາຍ
ตอบลบຂ້າພະເຈົ້າເປັນຄົນທີ່ມີພາສາທາງສີໜ້າຫຼາຍທີ່ສຸດ ແລະ ຈະສະແດງອອກມາຫຼາຍທີ່ສຸດຜ່ານສີໜ້າ ເຮົາຈະເຮັດແນວໃດເພື່ອຫຼຸດຜ່ອນບັນຫາດັ່ງກ່າວ ແລະ ອີກຢ່າງຂ້າພະເຈົ້າເປັນຄົນທີ່ມີຄວາມຄິດ ແລະ ຄົ້ນຄິດຂ້ອນຂ້າງໄວ ຖ້າມີຄຳຖາມຈະຕອບທັນທີ ຫຼື ຖ້າບໍ່ຖືກຕ້ອງຈະຕອບທັນທີ ແບບນີ້
ตอบลบ