เรื่องเล่าหลากรส ทั้งสุข ทั้งเศร้า คละเคล้ากันไป เพราะชีวิตคือการเรียนรู้....การเรียนรู้ทำให้ชีวิตมีรสชาติที่หลากหลาย..ไม่ชิม ไม่สัมผัส ไม่ลอง ไม่รู้...
แสดงบทความที่มีป้ายกำกับ relax แสดงบทความทั้งหมด
แสดงบทความที่มีป้ายกำกับ relax แสดงบทความทั้งหมด
วันจันทร์ที่ 8 ตุลาคม พ.ศ. 2561
Life style ແປວ່າຫຍັງ...ຊ່ວຍຂ້ອຍແປແດ່...
...ມີຄົນຖາມຂ້າພະເຈົ້າວ່າ ໄລຟສະຕາຍ (Life style) ຂອງອາຈານເປັນແນວໃດ...ຂ້າພະເຈົ້າກໍບໍ່ຮູ້ຈະຕອບວ່າແນວໃດ...ຜູ້ຖາມກໍເລີຍອະທິບາຍໃຫ້ຂ້າພະເຈົ້າຟັງວ່າ ໄລຟສະຕາຍ ແມ່ນ ການກິນ ການຢູ່ ຂອງອາຈານເອງຫັ້ນເດ ຢູ່ແບບໃດ ກິນແບບໃດ...ຂ້າພະເຈົ້າກໍເລີຍຕອບວ່າ ຢູ່ແບບເຈົ້າ ກິນກະກິນແບບດຽວກັນກັບເຈົ້າຫັ້ນລ່ະ...ຢາມຢາກກິນ ກໍກິນ ຢາມຢາກນອນ ກໍນອນ...ສະຫຼຸບວ່າ ຈະໄດ້ຄຳຕອບແນວໃດນໍ້ບາດເນ່ຍ...
...ຂ້າພະເຈົ້າຈະໃຊ້ຄຳໃນພາສາລາວວ່າ ຮູບແບບການໃຊ້ຊີວິດ ກໍແລ້ວກັນ ເພື່ອວ່າຂ້າພະເຈົ້າຈະສາມາດອະທິບາຍກັບຄົນອື່ນໄດ້ງ່າຍຂຶ້ນ...
...ໃຊ້ຊີວິດແບບງ່າຍໆ ສະບາຍ ສະບາຍ ເປັນຄຳທີ່ອະທິບາຍສະພາບຂອງຕົວເອງໄດ້ດີທີ່ສຸດ...
วันจันทร์ที่ 3 กันยายน พ.ศ. 2561
ສີ່ສະຫາຍໄຂບັນຫາຄວາມທຸກ...ໃຊ້ຊີວິດແບບມີຄວາມສຸກ ເຮັດໄດ້ແນວໃດ...?
![]() |
| By Techin2018 |
🌞...ແສງແດດຮັບອະລຸນອັນອ່ອນລະມຸນຂອງເຊົ້າວັນໜຶ່ງ
ສ່ອງຜ່ານຕົ້ນໄມ້ທີ່ຍືນລຽງກັນຢ່າງບໍ່ເປັນລະບຽບ ເຮັດໃຫ້ເຫັນເປັນເສັ້ນແສງທະລຸຜ່ານອອກມາເປັນເສັ້ນສາຍ
ກະທົບພື້ນຫຍ້າ ເປັນຈຸດສີຂາວ ສະຫຼັບກັບສີຂຽວໄປທົ່ວພື້ນທີ່ ເບິ່ງແລ້ວສະບາຍຕາ...🌳🌴🌲
...ສີ່ສະຫາຍ ຜູ້ທີ່ໃຊ້ຊີວິດມາເທິ່ງໂລກໃບນີ້ເກືອບຄ່ອນຊີວິດ
ຖ້ານັບອາຍຸຂອງທັ້ງສີ່ສະຫາຍລວມກັນເປັນປີ ກໍບໍ່ຕ່ຳກວ່າສາມຮ້ອຍປີ
ແຕ່ຖ້ານັບເປັນປະສົບການແລ້ວ ຄົງຕີຄ່າຫາລາຄາໄດ້ຍາກເຫຼືອຫຼາຍ...ທັ້ງສີ່ສະຫາຍກໍລົມກັນເປັນປົກກະຕິໃນທຸກເຊົ້າ
ບໍ່ວ່າຝົນຊີຕົກ ແດດຊີອອກ...ເລື່ອງທີ່ສົນທະນາກໍເປັນເລື່ອງທົ່ວໄປ ເລື່ອງຊີວິດ
ເລື່ອງການເມືອງ ເລື່ອງເສດຖະກິດ ເລື່ອງລູກເລື່ອງຫຼານ...😊😌😇😃
วันศุกร์ที่ 9 กุมภาพันธ์ พ.ศ. 2561
ພັກສາ ຖ້າເມື່ອຍ...ແຕ່ບໍ່ເມື່ອຍ ກໍພັກໄດ້...
...ບາງເທືອ ກະບໍ່ຈຳເປັນຕ້ອງເມື່ອຍ ຈຶງພັກ....
...ຖ້າຄິດວ່າຮອດຍາມ ກະພັກສາ ຢ່າລໍຖ້າໃຫ້ຮ່າງກາຍອ່ອນແຮງ ມັນຊີແກ້ໄຂຍາກ...
...ສຳລັບຂ້າພະເຈົ້າ ການພັກຜ່ອນບໍ່ແມ່ນແຄ່ການຜ່ອນຄາຍ ແຕ່ເປັນການເຕີມພະລັງໃຫ້ກັບຮ່າງກາຍ ຈິດໃຈ ສົ່ງຜົນໃຫ້ເຮົາມີພະລັງຊີວິດເພິ່ມຂຶ້ນ...
...ດັງນັ້ນ ການພັກທີ່ດີ ຄວນພັກມື້ລະຫຼາຍເທືອ ເທືອລະນິດ ເທືອລະໜ້ອຍ ເພື່ອໃຫ້ມີສຸຂະພາບກາຍ ແລະ ສຸຂະພາບໃຈ ທີ່ດີຂຶ້ນ...
...ຮູ້ແລ້ວ...ດີ...
...ຮູ້ແລ້ວເຮັດ...ດີຫຼາຍ...
...ຮູ້ແລ້ວເຮັດໃຫ້ຕໍ່ເນື່ອງ...ແມ່ນດີທີ່ສຸດ...
...ວ່າຊັ້ນ...😁
สมัครสมาชิก:
บทความ (Atom)
บทความที่มีผู้เข้าอ่านมากที่สุด
-
...ມີຫຼາຍເທືອທີ່ມີນ້ອງໆ ມາຖາມຜູ້ຂຽນວ່າ " ອາຈານ ເຮົາຊີຮູ້ໄດ້ແນວໃດ ວ່າເຮົາພັດທະນາຕົວເອງຮອດຂັ້ນໃດແລ້ວ...ທັ້ງໆ ທີ່ຕັ້ງຕົວວັດແທກ ແລະ ຄວ...
-
ສິ່ງທີ່ຕ້ອງປະເມີນໃນເລື່ອງວັດທະນະທຳອົງກອນ . ..ເນື້ອໃນຂ້າງລຸ່ມນີ້ ມາຈາກຕອນທີ່ເວົ້າເຖີງເລື່ອງນີ້... " ວັດທະນະທຳອົງກອນ"... ...
-
ທັກສະຂອງຜູ້ໃຫ້ຄຳແນະນຳທີ່ມີປະສິດທິຜົນ ... “ ອາຈານ ຫົວໜ້າໃຫ້ນ້ອງເປັນຜູ້ໃຫ້ຄຳແນະນຳກັບໂຄງການຂະໜາດນ້ອຍທີ່ຮັບທຶນຈາກໂຄງການ ແຕ່ນ້ອງຍັງບໍ່ໝັ້ນ...
-
ທັກສະທີ່ຈຳເປັນສຳລັບຜູ້ໃຫ້ຄຳແນະນຳທີ່ມີປະສິດທິຜົນ .. . “ ສະບາຍດີອາຈານ ບໍ່ໄດ້ພົບກັນດົນແລ້ວນໍ້ ” ...ສຽງທັກທາຍຂອງລູກສິດ... “ ນ້ອງຄາວຽກຫຼາຍແດ...
-
ການສື່ສານທີ່ມີປະສິດທິຜົນ ...ຜູ້ຂຽນເຫັນສະໄລ້ແຜ່ນນີ້ແລ້ວເຫັນວ່າ ມັນສາມາດອະທິບາຍຂະບວນການເຮັດວຽກໂຄງການ ຜ່ານການສື່ສານທີ່ມີປະສິດທິພາບ ປະສິ...
-
..."ອາຈານ ຄົນທຸກມື້ນີ້ເວົ້າບໍ່ຄ່ອຍຄິດໜ້າ ຄິດຫຼັງເນາະ ເວົ້າໄວ ປາກໄວ ຄົນຟັງກໍຮູ້ສຶກບໍ່ຄ່ອຍດີໄປນຳ"...😒 ..."ໂດຍ...ເຫັນດີນຳ...
-
ບົດສົນທະນາລະຫວ່າງລູກສິດກັບອາຈານ ໃນເວລາອາຫານທ່ຽງຂອງວັນໜຶ່ງ... ລູກສິດຖາມອາຈານ "ອາຈານ...ມີທາງລັດແດ່ບໍ່ ທີ່ຈະເຮັດໃຫ້ເຮົາປະສົບຄວາມສຳເລັດໃນ...
-
😍 ...ປັນຮັກ...ຮັກຫຼາຍແທ້ບໍ້...ຫຼາຍຈົນໄດ້ປັນໃຫ້ກັນນໍ້... ...ວັນນີ້ຜູ້ຂຽນແລະທີມງານຄຸນນະພາບ 😉 ໄດ້ມີໂອກາດໄປຍ່ຽມຢາມ "ສວນປັນຮັກ" ...
-
...ຄິດໄປຄິດມາ ຕາຍລ່ະ😓 ປີນີ້ຍັງບໍ່ໄດ້ໄປກວດສຸຂະພາບເລີຍ ທັ້ງໆ ທີ່ຮູ້ວ່າ ການກວດສຸຂະພາບປະຈຳປີເປັນເລື່ອງທີ່ດີ ແລະ ອາຍຸປະມານສ່ຳເຮົານີ້ ກໍຖືວ່າຈຳເ...
-
? ທ່ານເຄີຍຕັ້ງຄຳຖາມແບບນີ້ກັບຕົວເອງບໍ່ ຖ້າຄິດຢາກຈະພັດທະນາອົງກອນ ... 1. ...ການພັດທະນາອົງກອນ ຈຳເປັນ ຫຼື ບໍ່ຈຳເປັນ...? 2. ...ການພັດທະນາອ...

