แสดงบทความที่มีป้ายกำกับ capacity แสดงบทความทั้งหมด
แสดงบทความที่มีป้ายกำกับ capacity แสดงบทความทั้งหมด

วันศุกร์ที่ 1 พฤษภาคม พ.ศ. 2563

ການສ້າງຂີດຄວາມສາມາດໃຫ້ກັບພະນັກງານ ທ່າມກາງສະຖານະການໂຄວິດ-19.



...ຍັງບໍ່ຢຸດ ບໍ່ເຊົາເທືອ ກັບສະຖານະການຂອງການແພ່ລະບາດຂອງໂຄໂລນ່າໄວຣັສ...ເຖີງແມ້ວ່າການແພ່ລະບາດເກີດຂຶ້ນຢູ່ເລື້ອຍໆ ຊີວິດຂອງເຮົາກໍ່ຕ້ອງດຳເນີນໄປກັນຕໍ່ໄປ...

...ການພັດທະນາຄົນໃນອົງກອນ ກໍ່ຍັງຕ້ອງພັດທະນາຕໍ່ໄປ ບໍ່ສາມາດຢຸດ ເພື່ອລໍຖ້າໃຫ້ສະຖານະການດີຂຶ້ນ ກວ່າຈະດີຂຶ້ນກໍ່ຄົງໃຊ້ເວລາອີກດົນ ຖ້າບໍ່ເຮັດຫຍັງເລີຍ ກໍ່ຄົງຈະເຮັດໃຫ້ອົງກອນພົບກັບບັນຫາອື່ນໆ ຕາມມາອີກຫຼາຍເລື່ອງ...

วันศุกร์ที่ 28 กุมภาพันธ์ พ.ศ. 2563

CMF-SEE Model

ການສ້າງຂະບວນການຮຽນຮູ້ດ້ວຍ CMF-SEE Model
CMF-SEE ແມ່ນ ການຈັດຂະບວນການຮຽນຮູ້ ໃຫ້ແທດເໝາະກັບການຮຽນຮູ້ທີ່ບໍ່ຢຸດນິ່ງ ແນໃສ່ການສ້າງບັນຍາກາດ ແລະ ການໃຊ້ວິທີການທີ່ແທດເໝາະກັບແຕ່ລະບຸກຄົນ.

CMF-SEE ແມ່ນຕົວຫຍໍ້ ມາຈາກ Coaching, Mentoring, Facilitation, Sympathy, Empathy, Embrace.

CMF ແມ່ນເປັນວິທີການສ້າງຂະບວນການຮຽນຮູ້...SEE ແມ່ນການສ້າງບັນຍາກາດ...

Coaching ແມ່ນການໂຄ້ຊ...ການໂຄ້ຊ ແມ່ນ ການຕັ້ງຄຳຖາມ ເພື່ອໃຫ້ຜູ້ຖືກໂຄ້ຊໄດ້ເຫັນທ່າແຮງຂອງຕົວເອງໃນການແກ້ໄຂບັນຫາ ຫຼື ຄິດຄົ້ນເລື່ອງໃດເລື່ອງໜຶ່ງ ແລະ ສາມາດກຳນົດການປະຕິບັດທີ່ຊັດເຈນໃນການລົງມືແກ້ໄຂບັນຫານັ້ນ...ເວົ້າງ່າຍໆ ແມ່ນ ຜູ້ເປັນໂຄ້ຊ ຖາມຜູ້ຖືກໂຄ້ຊ ເພື່ອໃຫ້ຜູ້ຖືກໂຄ້ຊເຫັນສະຖານະການ ຜົນກະທົບ ຄວາມກ່ຽວຂ້ອງກັບຜູ້ຖືກໂຄ້ຊ...ທ່າແຮງຂອງຜູ້ຖືກໂຄ້ຊທີ່ຈະຮັບມືກັບສະຖານະການນັ້ນ ແລະ ຈະເລີ່ມລົງມືປະຕິບັດຕົວຈິງແນວໃດ ຢາມໃດ...

วันเสาร์ที่ 14 กันยายน พ.ศ. 2562

ຍ້ອນຫຍັງຈຶງຕ້ອງນຳໃຊ້ "ການໂຄ້ຊ"...


...ເວົ້າຮອດ ການໂຄ້ຊແລ້ວ ບໍ່ແມ່ນເລື່ອງໃໝ່ຫຍັງດອກໃນປະເທດລາວເຮົາ ຫຼືແມ້ແຕ່ໃນປະເທດຕ່າງໆ ເທີງໂລກໜ່ວຍນ້ອຍໆ ນີ້ (ໜ່ວຍນ້ອຍຍ້ອນບໍ່ມີແນວຂວາງກັ້ນລະເດີ້ ເທັກໂນໂລຍີການສື່ສານ ເຮັດໃຫ້ໂລກໜ່ວຍນີ້ນ້ອຍລົງທຸກມື້)...

...ໃນມຸມການພັດທະນາຕົວເອງ ການໂຄ້ຊ ເປັນວິທີການໜຶ່ງທີ່ເຮັດໃຫ້ເຮົາໄດ້ເຫັນທ່າແຮງຂອງຕົວເອງໄດ້ຢ່າງເລິກເຊີ້ງ ແລະ ເຂົ້າໃຈຕົວເອງໄດ້ດີຫຼາຍຂຶ້ນ...ເມື່ອຮູ້ຈັກຕົວເອງດີແລ້ວ ກໍຮູ້ຈັກການຕັ້ງເປົ້າໝາຍຂອງຕົວເອງທີ່ຊັດເຈນ ເປັນໄປໄດ້ ແລະ ມີພະລັງ ມີແຮງດຶງດູດພໍ...ເມື່ອຮູ້ເປົ້າໝາຍດີ ກໍຊອກຮູ້ວ່າ ຈະໄປຮອດເປົ້າໝາຍ ຈະໄປໄດ້ແນວໃດ ເຮັດຢາມໃດ ເຮັດໜ້ອຍ ເຮັດຫຼາຍ ແລະ ຜົນທີ່ເກີດຂຶ້ນຈາກການເຮັດນັ້ນແມ່ນຫຍັງແດ່...ເມື່ອເຮັດຕົວຈິງໄປແລ້ວ ແມ່ນເປັນໄປຕາມທີ່ກຳນົດໄວ້ຫຼືບໍ່ ຖ້າບໍ່ແມ່ນ ຈະເຮັດແນວໃດຕໍ່ໄປ...

วันอาทิตย์ที่ 19 พฤษภาคม พ.ศ. 2562

ແລກປ່ຽນບົດຮຽນ ການຈັດຂະບວນການຮຽນຮູ້

Credit: Kaitock Sonedalinh 
...ກ່ອນອື່ນຕ້ອງຂໍຂອບໃຈບັນດາໝູ່ມິດ ທີ່ໄດ້ເຂົ້າມາຮ່ວມສົນທະນາແລກປ່ຽນບົດຮຽນການຈັດຂະບວນການຮຽນຮູ້ ອິງຕາມປະສົບການຂອງແຕ່ລະຄົນ ໃນວັນທີ່ 18 ພຶດສະພາທີ່ຜ່ານມາ...ຄວາມຮູ້ ແລະ ປະສົບການທີ່ໄດ້ໃນເທືອນີ້ ຄິດໄລ່ມູນຄ່າອອກມາເປັນຕົວເງີນຄົງຈະເກີນຄວາມສາມາດຂອງຂ້າພະເຈົ້າທີ່ຈະບອກວ່າມີມູນຄ່າເທົ່າໃດ ຍ້ອນວ່າແຕ່ລະຄົນກໍໄດ້ລົງທຶນມາຕະຫຼອດຊີວິດ...ແຕ່ສິ່ງທີ່ເຫັນໄດ້ຊັດເຈນກວ່າມູນຄ່າ ແມ່ນເລື່ອງຂອງ "ຄຸນຄ່າ" ທີ່ເກີດຈາກການກັ່ນຕອງ ແລະ ນຳສະເໜີຜ່ານການສົນທະນາ ເລົ່າເລື່ອງອອກມາໄດ້ຢ່າງມີຊີວິດຊີວາ ຂະໜາດທີ່ຜູ້ຟັງສາມາດຈິນຕະນາການ ແລະ ເຫັນພາບຢ່າງຊັດເຈນ ຕາມແຮງສະຕິປັນຍາຂອງແຕ່ລະຄົນ...ຂ້າພະເຈົ້າຈຶງຂໍນຳສະເໜີບົດຮຽນດີໆ ທີ່ໄດ້ຈາກການສົນທະນາ ຜ່ານຕົວອັກສອນໄວ້ເປັນບ່ອນອິງໃນການຈັດຂະບວນການຮຽນຮູ້ສຳລັບຜູ້ທີ່ສົນໃຈ...

วันศุกร์ที่ 10 พฤษภาคม พ.ศ. 2562

ຄວາມຄ້າຍຄືທີ່ແຕກຕ່າງ ຂອງບົດບາດພາຍໃຕ້ຄຳວ່າ ນັກຈັດຂະບວນການຮຽນຮູ້...Same Same But Different ວ່າຊັ້ນ...

By Techin2018

...ໃນບົດຄວາມຕອນທີ່ຜ່ານໆ ມາ ໄດ້ນຳສະເໜີບົດຮຽນຂອງການເປັນນັກຈັດຂະບວນການຮຽນຮູ້ໄວ້ໃນບົດບາດຕ່າງໆ ກັນ ກໍມີບົດບາດການເປັນຄູຝຶກ, ຜູ້ອຳນວຍຄວາມສະດວກໃນການຮຽນຮູ້, ໂຄ້ຊ ແລະ ຜູ້ໃຫ້ຄຳແນະນຳ...ມີຜູ້ອ່ານທີ່ສົນໃຈ ຕິດຕໍ່ມາສອບຖາມວ່າ ບົດບາດແຕ່ລະບົດບາດນີ້ ມີຄວາມແຕກຕ່າງກັນແນວໃດ ຍ້ອນວ່າ ໃນວົງການການຈັດຂະບວນການຮຽນຮູ້ໃນລາວເຮົານີ້ ຍັງມີການສົນທະນາເລື່ອງນີ້ກັນໃນວົງຈຳກັດຢູ່...ດັງນັ້ນ ຂ້າພະເຈົ້າ ກໍຈະນຳສະເໜີໃຫ້ຜູ້ອ່ານໄດ້ເຫັນຄວາມຄ້າຍຄື ແລະ ຄວາມແຕກຕ່າງ ເພື່ອວ່າ ຖ້າມີໂອກາດ ທ່ານກໍຈະໄດ້ເຮັດບົດບາດຂອງຕົວເອງໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ...

วันพฤหัสบดีที่ 2 พฤษภาคม พ.ศ. 2562

ບົດຮຽນການເປັນໂຄ້ຊ (Coach)

By Techin2018

...ຂ້າພະເຈົ້າຂໍໃຊ້ຄຳວ່າ ໂຄ້ຊ ໃນບົດຄວາມນີ້ ຍ້ອນວ່າໃນພາສາລາວເຮົາ ຍັງບໍ່ໄດ້ມີຄຳແປທີ່ໄດ້ກຳນົດໄວ້ຢ່າງຊັດເຈນ...ມີຫຼາຍທ່ານໄດ້ໃຫ້ຄຳແປ ການໂຄ້ຊ ວ່າ ການສອນວຽກແບບໃກ້ຊິດ ການສອນວຽກຕົວຈິງ ການຊີ້ແນະການເຮັດວຽກ...ສ່ວນຜູ້ທີ່ເປັນ ໂຄ້ຊ ກໍຈະແປວ່າ ຜູ້ສອນວຽກແບບໃກ້ຊິດ ຜູ້ສອນວຽກຕົວຈິງ ຜູ້ຊີ້ແນະການເຮັດວຽກ...ດັງນັ້ນ ຂ້າພະເຈົ້າຈຶງໃຊ້ຄຳວ່າ ໂຄ້ຊ ເປັນການຫຼີກລ່ຽງຄວາມສັບສົນ...

...ເພື່ອໃຫ້ເກີດຄວາມຊັດເຈນ ຂ້າພະເຈົ້າຈະຂໍອະທິບາຍຄວາມໝາຍ ການໂຄ້ຊ ກ່ອນ ໃຫ້ເຫັນພາບລວມກ່ອນ ວ່າ ການໂຄ້ຊ ນີ້ແມ່ນຫຍັງແທ້...ຈາກປະສົບການຂອງຂ້າພະເຈົ້າ ການໂຄ້ຊ ແມ່ນ ໂຄ້ຊ ໃຊ້ຂະບວນການເພື່ອກະຕຸ້ນ ຜູ້ຖືກໂຄ້ຊ ໄດ້ດຶງເອົາທ່າແຮງຂອງຕົວເອງອອກມາເພື່ອໝຸນໃຊ້ໃນເຫດການໃດໜຶ່ງ ໂດຍ ຜູ້ຖືກໂຄ້ຊ ເຫັນທ່າແຮງຂອງຕົວເອງ ຕັດສິນໃຈເອງ ແລະ ສ້າງຄວາມປ່ຽນແປງທີ່ດີໃຫ້ເກີດຂຶ້ນດ້ວຍຕົວເອງ...ເວົ້າໃຫ້ງ່າຍຂຶ້ນ ແມ່ນ ໂຄ້ຊ ຈະເປັນຜູ້ສ້າງຂະບວນການ ເປັນຜູ້ກະຕຸ້ນ ສ່ວນ ຜູ້ຖືກໂຄ້ຊ ຈະເປັນຜູ້ສຳຫຼວດ ຊອກຫາ ຕັດສິນໃຈ ແລະ ນຳພະລັງນັ້ນໄປສ້າງຄວາມປ່ຽນແປງຕໍ່ໄປ...

วันอังคารที่ 16 เมษายน พ.ศ. 2562

ບົດຮຽນການອອກແບບຂະບວນການຮຽນຮູ້

ການອອກແບບຂະບວນການຮຽນຮູ້ ກໍຄ້າຍຄືການອອກເດີນທາງທ່ອງທ່ຽວ...
ອອກໄປຊອກຫາແຮງບັນດານໃຈ...

...ການອອກແບບຂະບວນການຮຽນຮູ້ ຖືວ່າເປັນເລື່ອງທີ່ນັກຈັດຂະບວນການຮຽນຮູ້ຕ້ອງໃຫ້ຄວາມສຳຄັນ ຍ້ອນວ່າ ຂະບວນການທີ່ດີ ຈະນຳໄປຫາຜົນລັບທີ່ດີ ທີ່ຈະເກີດຂຶ້ນກັບຜູ້ຮຽນຮູ້...

...ຂະບວນການຮຽນຮູ້ ແມ່ນເປັນຄ້າຍຄືເວທີກາງ ເປັນພື້ນທີ່ອິດສະຫຼະ ເປັນພື້ນທີ່ສາທາລະນະ ທີ່ຈະໃຫ້ທັ້ງຜູ້ຮຽນ ແລະ ຜູ້ສອນ ໄດ້ເກີດການແລກປ່ຽນ ຮຽນຮູ້ນຳກັນ...ດັງນັ້ນ ຈຶງຕ້ອງເຮັດໃຫ້ພື້ນທີ່ນີ້ ໄດ້ຕອບສະໜອງຄວາມຕ້ອງການ ແລະ ເອື້ອອຳນວຍໃຫ້ເກີດການແລກປ່ຽນ ຮຽນຮູ້ ໄດ້ຢ່າງແທ້ຈິງ...ມີການເຄົາລົບກັນແລະກັນ ໃຫ້ກຽດກັນ ສະໜັບສະໜຸນກັນ ແລະ ໂອບອຸ້ມເອົາອາລົມ ຄວາມຮູ້ສຶກ ແລະ ຄວາມປາດຖະໜາດີຕໍ່ກັນ ເຊິ່ງຈະສົ່ງຜົນໂດຍກົງກັບການຮຽນຮູ້ຂອງຜູ້ເຂົ້າຮ່ວມ...

วันอาทิตย์ที่ 2 กันยายน พ.ศ. 2561

ທັກສະທີ່ຈຳເປັນສຳຫຼັບຜູ້ໃຫ້ຄຳແນະນຳທີ່ມີປະສິດທິຜົນ (Effective Mentor) ຕອນທີ່ 4 (ຕອນຈົບ)

By Techin2018

...ການເປັນຜູ້ໃຫ້ຄຳແນະນຳທີ່ດີໄດ້ ຕ້ອງເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ ແລະຮູ້ວ່າຈະສື່ສານອອກມາແນວໃດຈຶງຈະແທດເໝາະ ເພື່ອໃຫ້ເຂົາເຈົ້າສາມາດຂ້າມຜ່ານຄວາມສັບສົນ ຄວາມສະຫຼັບຊັບຂ້ອນຕ່າງໆ ທີ່ເກີດຂຶ້ນກັບຕົວເຂົາເຈົ້າໄດ້ຢ່າງມີປະສິດທິຜົນ...😊

...ອາຈານ ນ້ອງໄດ້ໃຊ້ເວລາເກືອບສອງເດືອນ ໃນການລົງໃຫ້ຄຳແນະນຳກັບຄູ່ຮ່ວມງານ ນ້ອງໄດ້ຖອດຖອນບົດຮຽນຮ່ວມກັບຜູ້ຮັບຄຳແນະນຳ ກໍຖືວ່າໄດ້ບົດຮຽນຫຼາຍລ່ະອາຈານ ທັ້ງສິ່ງດີໆ ທັ້ງສິ່ງທີ່ນ້ອງຕ້ອງປັບປຸງຕົວເອງ...

.... “ໂດຍ...ອາຈານກໍເຊື່ອວ່ານ້ອງຈະໄດ້ປະສົບການໃໝ່ໆ ທີ່ຈະເຮັດໃຫ້ນ້ອງໄດ້ເຕີບໃຫຍ່ທາງຄວາມຄິດແລະຈິດວິນຍານຂອງນັກພັດທະນາໄວໜຸ່ມ ຄົນລຸ່ນໃໝ່...

วันพุธที่ 23 พฤษภาคม พ.ศ. 2561

ການປະເມີນວັດທະນະທຳອົງກອນ

ສິ່ງທີ່ຕ້ອງປະເມີນໃນເລື່ອງວັດທະນະທຳອົງກອນ

...ເນື້ອໃນຂ້າງລຸ່ມນີ້ ມາຈາກຕອນທີ່ເວົ້າເຖີງເລື່ອງນີ້..."ວັດທະນະທຳອົງກອນ"...

...ຍ້ອນຫຍັງຜູ້ຂຽນຈຶງໃຫ້ຄວາມສຳຄັນກັບເລື່ອງນີ້ຫຼາຍສຸດ ຍ້ອນວ່າ ວັດທະນະທຳອົງກອນ ເປັນຕົວເຊື່ອມສານຄວາມແຕກຕ່າງທາງດ້ານຄວາມຄິດ ວິຖີຊີວິດຂອງພະນັກງານທີ່ຫຼາກຫຼາຍໃນອົງກອນ ນອກຈາກນັ້ນ ຍັງເປັນພື້ນຖານໃນການກຳນົດຈັນຍາບັນຂອງການເຮັດວຽກຂອງອົງກອນ...ບໍ່ແມ່ນເລື່ອງງ່າຍ ແລະ ບໍ່ແມ່ນເລື່ອງຍາກ ທີ່ຈະສ້າງວັດທະນະທຳອົງກອນຂຶ້ນມາ ໂດຍການຮ່ວມແຮງຮ່ວມໃຈກັນຂອງຄົນໃນອົງກອນ...ຕ້ອງສ້າງບັນຍາກາດທີ່ເອື້ອອຳນວຍໃຫ້ພະນັກງານໄດ້ມີຄວາມກ້າວໜ້າໃນໜ້າທີ່ການງານ ເຕີບໃຫຍ່ທາງຄວາມຄິດ ທາງປັນຍາ ແລະ ວຸດທິພາວະ (Maturity) ຖ້າວັດທະນະທຳອົງກອນມີຄວາມຊັດເຈນ ພະນັກງານກໍຮູ້ທິດທາງວ່າຈະພັດທະນາຕົວເອງໄປທາງໃດ ແລະ ຈະພາກັນພັດທະນາອົງກອນໄປທາງໃດ...ຕົວຢ່າງວັດທະນະທຳອົງກອນ ເປັນອົງກອນທີ່ແນໃສ່ການຮຽນຮູ້ ແລະປ່ຽນແປງຈາກພາຍໃນ, ເປັນອົງກອນທີ່ສະໜັບສະໜຸນໃຫ້ພະນັກງານໄດ້ສະແດງຄຳຄິດຄຳເຫັນຢ່າງອິດສະຫຼະ, ເປັນອົງກອນທີ່ເຮັດວຽກແບບຄອບຄົວ ພີ່ນ້ອງ...”

วันเสาร์ที่ 19 พฤษภาคม พ.ศ. 2561

ການປະເມີນຄຸນນະພາບການບໍລິການຂອງອົງກອນ


ອົງປະກອບຂອງການໃຫ້ບໍລິການຂອງອົງກອນ

...ເວົ້າເຖີງເລື່ອງຄຸນນະພາບ ເຮົາກໍຕ້ອງຄິດເຖີງສິ່ງທີ່ດີໆ ທີ່ມີຢູ່ໃນການບໍລິການຂອງເຮົາ...ຄຸນນະພາບ ກໍໝາຍເຖີງ ສິ່ງດີໆ ທີ່ຢູ່ໃນສິນຄ້າ ໃນການບໍລິການ...ຖ້າວ່າຄົນມີຄຸນນະພາບ ກໍໝາຍເຖີງສິ່ງດີໆ ທີ່ມີຢູ່ໃນຄົນໆ ນັ້ນ...ຖ້າເວົ້າເລື່ອງອງົກອນມີຄຸນນະພາບ ກໍໝາຍເຖີງ ອົງກອນນັ້ນມີແນວດີໆ ຢູ່ໃນອົງກອນນັ້ນ...ດັງນັ້ນ ຖ້າຈະປະເມີນຄຸນນະພາບຂອງການບໍລິການຂອງອົງກອນ ກໍຈະໝາຍເຖີງ ສິ່ງດີໆ ໃນການບໍລິການຂອງອົງກອນນັ້ນໆ...

...ຈາກປະສົບການຂອງຜູ້ຂຽນໃນເລື່ອງການປະເມີນການບໍລິການຂອງອົງກອນ ເຮົາຈະເບິ່ງຢູ່ 3 ເລື່ອງ ແມ່ນ ຄວາມເຂົ້າໃຈຄວາມຄາດຫວັງຂອງຜູ້ຮັບບໍລິການ, ມາດຖານການບໍລິການຂອງອົງກອນ, ແລະ ການແກ້ໄຂບັນຫາການບໍລິການ...

วันศุกร์ที่ 18 พฤษภาคม พ.ศ. 2561

ເຮັດແນວໃດດີນໍ໊ ຈຶງຈະມີຄວາມໝັ້ນໃຈໃນຕົວເອງ...

😊
...ເລື່ອງຄວາມໝັ້ນໃຈໃນຕົວເອງນີ້ ເປັນເລື່ອງທີ່ລົມກັນບໍ່ຈົບເທືອ ຍ້ອນວ່າຄວາມໝັ້ນໃຈ ມັນບໍ່ໄດ້ນຳເຮົາໄປທຸກເລື່ອງ...ຢາມເວົ້າລ່ະໝັ້ນໃຈຢູ່ ແຕ່ຢາມເຮັດຈັ໊ກຄວາມໝັ້ນໃຈມັນເສຍໄປທາງໃດ໋ເບິ່ດ 😅 ມີໝູ່ຄູ່ ລູກສິດລູກຫາຖາມກັນມາເລື່ອຍໆ ກໍເລີຍໄດ້ໂອກາດດີ ຂຽນປະສົບການເລົ່າສູ່ກັນຢັງເລີຍເດີ້...

...ຄົນເຮົາຈະມີຄວາມໝັ້ນໃຈໃນຕົວເອງໄດ້ ຈາກປະສົບການຂອງຜູ້ຂຽນ ຈະຕ້ອງມີອົງປະກອບ 2 ເລື່ອງ ແມ່ນ ການເຫັນຄຸນຄ່າຂອງຕົວເອງ ແລະ ຂີດຄວາມສາມາດຂອງຕົວເອງ...

วันเสาร์ที่ 5 พฤษภาคม พ.ศ. 2561

ການປະເມີນລະບົບອົງກອນ 6 ດ້ານ...


...ຕາມທີ່ເຮົາໄດ້ຮັບຮູ້ມານຳກັນແລ້ວວ່າ ການປະເມີນຂີດຄວາມສາມາດຂອງອົງກອນ ມີສິ່ງທີ່ເຮົາຕ້ອງປະເມີນ 5 ເລື່ອງ ສາມາດອ່ານລາຍລະອຽດໄດ້ຈາກນີ້

...ຕອນນີ້ເຮົາຈະເຈາະຈິ້ມໄປເລື່ອງທຳອິດ ແມ່ນ ການປະເມີນລະບົບຂອງອົງກອນ ຈະມີ 6 ດ້ານທີ່ເຮົາຕ້ອງເອົາໃຈໃສ່...ຜູ້ຂຽນຈະນຳສະເໜີແນວຄຳຖາມໃນການປະເມີນ ເຊິ່ງຈະເປັນຈຸດເລິ່ມຕົ້ນທີ່ເຮົາຈະນຳໄປສ້າງຄວາມເຂົ້າໃຈຮ່ວມກັນກັບຜູ້ກ່ຽວຂ້ອງ ແລະ ພັດທະນາເຄື່ອງມືໃນຂັ້ນຕໍ່ໄປ...

...ດ້ານທຳອິດ ແມ່ນ ລະບົບ ຈະກ່ຽວກັບຂະບວນການແລະຂັ້ນຕອນປະຕິບັດວຽກຂອງອົງກອນໃນແຕ່ລະວັນ ແລະ ຂະບວນການຕັດສິນໃຈທີ່ມີຢູ່...ເລື່ອງວຽກໂຄງການວ່າຈະເຮັດແນວໃດ ຜູ້ໃດຮັບຜິດຊອບ ມີສາຍການບັງຄັບບັນຊາແນວໃດ ການສື່ສານໃນທີມງານເຮັດແນວໃດ ກໍຈະປາກົດເຫັນໃນເລື່ອງລະບົບນີ້....ຄຳຖາມຫຼັກທີ່ເຮົາໃຊ້ປະເມີນເລື່ອງລະບົບ ແມ່ນມີດັງນີ້...

วันอังคารที่ 1 พฤษภาคม พ.ศ. 2561

3 ເລື່ອງທີ່ຕ້ອງ "ເອົາໃຈ-ໃສ່" ໃນການປະເມີນຂີດຄວາມສາມາດຂອງອົງກອນ

ກຽມຄົນ-ກຽມເຄື່ອງມືອ-ປະຕິບັດຕົວຈິງ

...ພໍເວົ້າຮອດເລື່ອງການປະເມີນຂີດຄວາມສາມາດຂອງອົງກອນແລ້ວ ຫຼາຍໆ ຄົນຄືຊີຄິດພໍ້ເລື່ອງສິ່ງທີ່ຕ້ອງປັບປຸງ ສິ່ງທີ່ບໍ່ດີທີ່ມີຢູ່ ແຕ່ໃນຄວາມເປັນຈິງແລ້ວ ຂີດຄວາມສາມາດຂອງອົງກອນມີທັ້ງທີ່ດີ ແລະ ທີ່ຕ້ອງປັບປຸງ...ດັງນັ້ນ ກ່ອນການເລິ່ມຕົ້ນບາດກ້າວທຳອິດ ຕ້ອງປັບປ່ຽນມຸມມອງຂອງເຮົາ ຂອງພະນັກງານ ຂອງຜູ້ທີ່ກ່ຽວຂ້ອງໃນອົງກອນວ່າ ເຮົາປະເມີນຂີດຄວາມສາມາດຂອງອົງກອນ ເພື່ອພັດທະນາອົງກອນຂອງເຮົາໃຫ້ດີຂຶ້ນຕຶ່ມ...ສິ່ງທີ່ດີ ສາມາດຜັນຂະຫຍາຍ ແລະ ຊ່ວຍປັບປຸງສິ່ງທີ່ຍັງບໍ່ດີໃຫ້ດີຂຶ້ນໄດ້ ຍ້ອນວ່າທຸກອົງປະກອບໃນການພັດທະນາອົງກອນມີຄວາມກ່ຽວຂ້ອງກັນເປັນຕ່ອງໂຊ່ນັ່ນເອງ ຄືຮູບພາບທາງລຸ່ມນີ້...

วันเสาร์ที่ 21 เมษายน พ.ศ. 2561

ຖ້າຄິດຈະພັດທະນາອົງກອນ ຂໍເຊີນເບິ່ງເລື່ອງນີ້ກ່ອນເດີ້...

ຖ້າອົງປະກອບຂອງອົງກອນມີຄວາມດຸນດ່ຽງ 
ກໍສາມາດຄາດການໄດ້ວ່າ ອົງກອນຈະມີຄວາມຍືນຍົງ

...ຂອງຝາກ ຂອງຕ້ອນ ສຳລັບຜູ້ທີ່ຮັບຜິດຊອບໃນການພັດທະນາອົງກອນ ທີ່ມີພາລະຮັບຜິດຊອບຢ່າງໃຫຍ່ຫຼວງທີ່ຈະນຳພາພີ່ນ້ອງໃນອົງກອນໄປໃຫ້ຮອດເປົ້າໝາຍທີ່ໄດ້ຕັ້ງໄວ້...ທີ່ຈິງເລື່ອງການພັດທະນາອົງກອນເປັນເລື່ອງຂອງທຸກຄົນ ເຊິ່ງແຕ່ລະຄົນກໍມີບົດບາດໜ້າວຽກທີ່ແຕກຕ່າງກັນໄປ ດັງນັ້ນ ຖ້າເຮົາໄດ້ເປັນຄົນຮັບຜິດຊອບເລື່ອງການພັດທະນາອົງກອນ ເຮົາຈຶງຕ້ອງທຳຄວາມເຂົ້າໃຈເລື່ອງນີ້ໃຫ້ຈະແຈ້ງ ພັດທະນາຫຍັງ, ພັດທະນາໂດຍຜູ້ໃດ ແລະ ພັດທະນາແບບໃດ...

...ເວົ້າເລື່ອງພັດທະນາອົງກອນແລ້ວ ກະເຈັບຫົວລັດໂລດ ຍັງບໍ່ຕ້ອງລົງມືເຮັດ ກະເອົາມືກຸມຫົວແລ້ວ ຍ້ອນວ່າ ມັນມີຫຼາຍເລື່ອງໃຫ້ໄດ້ຄິດນຳ ເຮັດນຳ ແກ້ໄຂປັບປຸງນຳຢູ່ຕະຫຼອດເວລາ...ແຕ່ວ່າການປ່ຽນແປງ ເປັນເລື່ອງທຳມະດາທີ່ເກີດຂຶ້ນ ຜູ້ທີ່ປັບຕົວໄດ້ທັນ ໄດ້ໄວ ກໍຈະຢູ່ຣອດ ເປັນກົດເກນຂອງທຳມະຊາດ...

วันพุธที่ 18 เมษายน พ.ศ. 2561

3 วิธีที่จะทำให้คุณ "ตัวเล็กลง และใจใหญ่ขึ้น"


ตัวเล็ก และ ใจใหญ่... ฮ่าๆๆๆ ทำยากแฮะ ตอนนี้ก็ตัวใหญ่จนลดลงไม่ได้แล้วครับ สงสัยต้องเปลี่ยนหัวเรื่องเป็น ตัวใหญ่ และ ใจใหญ่ กระมัง...

...คนเป็นวิทยากรกรนี่ ตกเป็นเป้าสายตาเลยนะครับ อารมณ์ของการอยู่ต่อหน้าผู้คน มันทำให้เรารู้สึกโดดเด่น ทำให้เรารู้สึกสำคัญ ทำให้เรารู้สึกว่าได้รับการยอมรับ ผู้คนพร้อมที่จะฟัง ครั้งเดียวยังไม่เท่าไหร่ครับ เมื่อผ่านเวทีมากๆ เข้า เริ่มมั่นใจมากขึ้น ส่วนมากก็จะได้รับคำชม “โอ คักน้อ (คักน้อ เป็นภาษาอีสานครับ ตีความได้ว่า สุดยอด เจ๋ง) อาจารย์.... อาจารย์พูดดีเนาะ ฟังแล้วสนุก... ทำยังงัยถึงจะเก่งแบบอาจารย์นี่... สุดยอดเลยอาจารย์...” และ อีกสารพัดคำชมเชย ซึ่งผมรับฟังและเคารพในอารมณ์ความรู้สึกของผู้เข้ารับการอบรมอย่างตั้งใจ เป็นสิ่งที่มีค่ามากมาย เพราะกลั่นออกมาจากอารมณ์ความรู้สึกที่เกิดขึ้นจริง แตกต่างกันไปตามการรับรู้ของแต่ละคน... ขอบคุณมากครับ... ฟังบ่อยๆ หัวใจพองโต มีพลังอย่างบอกไม่ถูก ตั้งใจทำหน้าที่ให้ดีที่สุด ตามความหมายของคำว่า “มืออาชีพ” ของผม “การสร้างคน”...

วันอาทิตย์ที่ 8 เมษายน พ.ศ. 2561

ຂີດຄວາມສາມາດ 5 ລະດັບ...ເຈົ້າເດ ຢູ່ລະດັບໃດ໋...?


...ມີຫຼາຍເທືອທີ່ມີນ້ອງໆ ມາຖາມຜູ້ຂຽນວ່າ "ອາຈານ ເຮົາຊີຮູ້ໄດ້ແນວໃດ ວ່າເຮົາພັດທະນາຕົວເອງຮອດຂັ້ນໃດແລ້ວ...ທັ້ງໆ ທີ່ຕັ້ງຕົວວັດແທກ ແລະ ຄວາມປ່ຽນແປງໃນແຕ່ໄລຍະແລ້ວ ແຕ່ກໍຍັງບໍ່ຊັດເຈນເທືອ...?"

...ເປັນຄຳຖາມທີ່ດີ ຍ້ອນວ່າຄົນເຮົາຈະພັດທະນາຕົວເອງໃນເລື່ອງໃດເລື່ອງນຶງຕ້ອງມີເປົ້າໝາຍທີ່ຈະແຈ້ງ ຈຶງຈະສາມາດໄປໄດ້ຖືກທາງ ກຳນົດບາດກ້າວໄດ້ຊັດເຈນຂຶ້ນ ແລະຕິດຕາມຄວາມປ່ຽນແປງໄດ້ງ່າຍ...ຜູ້ຂຽນແບ່ງລະດັບຄວາມປ່ຽນແປງໃນດ້ານຂີດຄວາມສາມາດເປັນ 5 ລະດັບ...ລະດັບທີ່ຈະນຳສະເໜີນີ້ ເປັນແນວທາງທີ່ຈະຊ່ວຍໃຫ້ເຮົາໄດ້ເຫັນຄວາມປ່ຽນແປງຂອງເຮົາໄດ້ຈະແຈ້ງຂຶ້ນຕຶ່ມ...ລະດັບ 5 ລະດັບນີ້ ສາມາດໝູນໃຊ້ເພື່ອປະເມີນຫຼືວັດແທກຂີດຄວາມສາມາດໄດ້ຫຼາຍເລື່ອງ...ລອງມາເບິ່ງໄປພ້ອມກັນ...

ລະດັບທີ່ໜຶ່ງ ລະດັບພື້ນຖານ
ລະດັບທີ່ສອງ ລະດັບພັດທະນາ
ລະດັບທີ່ສາມ ລະດັບກ້າວໜ້າ
ລະດັບທີ່ສີ່ ລະດັບຊຳນານການ
ລະດັບທີ່ຫ້າ ລະດັບຊ່ຽວຊານ

ລະດັບທີ່ໜຶ່ງ ລະດັບພື້ນຖານ...ລະດັບທີ່ມີຄວາມຮູ້ ເຄີຍໄດ້ຍິນມາ ແຕ່ຍັງບໍ່ເຄີຍເຮັດ ສາມາດຕອບຄຳຖາມໄດ້ຕາມທີ່ໄດ້ຮູ້ມາ ຍັງບໍ່ສາມາດແປງຄວາມຮູ້ເປັນການປະຕິບັດໄດ້...

ລະດັບທີ່ສອງ ລະດັບພັດທະນາ...ລະດັບນີ້ສາມາດນຳຄວາມຮູ້ທີ່ມີ ທີ່ໄດ້ມາ ນຳໄປປະຕິບັດຕົວຈິງ ເຮັດໄດ້ ແຕ່ຕ້ອງມີຜູ້ໃຫ້ຄຳແນະນຳຢ່າງໃກ້ຊິດ ຖ້າເກີດຂໍ້ຜິດພາດ ຈະຍັງບໍ່ສາມາດແກ້ໄຂໄດ້ເອງ...

ລະດັບທີ່ສາມ ລະດັບກ້າວໜ້າ...ລະດັບນີ້ສາມາດເຮັດໄດ້ ແກ້ໄຂບັນຫາເອງໄດ້ໃນບາງເລື່ອງ ຖ້າມີບັນຫາທີ່ແກ້ບໍ່ໄດ້ ກໍຈະຮູ້ວ່າຊີຂໍຄວາມຊ່ວຍເຫຼືອຈາກຜູ້ໃດ ຂໍຢາມໃດ ຕ້ອງການຄຳແນະນຳສະເພາະຢາມທີ່ຕ້ອງການເທົ່ານັ້ນ ສາມາດວິເຄາະ ແລະ ສັງລວມໄດ້...

ລະດັບທີ່ສີ່ ລະດັບຊຳນານການ...ລະດັບນີ້ສາມາດເຮັດເອງໄດ້ ອອກແບບຂະບວນການໄດ້ເອງ ໃຫ້ຄຳແນະນຳຄົນອື່ນໄດ້ ສາມາດປັບປ່ຽນ ດັດແກ້ຂະບວນການເພື່ອໃຫ້ແທດເໝາະກັບສະຖານະການຕ່າງໆ ໄດ້ ສາມາດວິເຄາະ ສັງລວມໄດ້ ແລະ ປະເມີນຜົນງານໄດ້...

ລະດັບທີ່ຫ້າ ລະດັບຊ່ຽວຊານ...ຖ້າເວົ້າເລື່ອງນີ້ ຖ້າເຮັດເລື່ອງນີ້ ຕ້ອງແມ່ນຜູ້ນີ້ ສາມາດເປັນຕົວແບບໄດ້ ໃນເລື່ອງຄວາມສາມາດ ໃນເລື່ອງພາບລັກ ເຮົາສາມາດເວົ້າໄດ້ວ່າ ມີຄວາມໂດດເດັ່ນທາງດ້ານຄວາມຮູ້ ຄວາມສາມາດ ແລະພາບລັກໃນເລື່ອງໃດເລື່ອງນຶງ ເປັນທີ່ຍອມຮັບວ່າ "ຄັກ" ໃນເລື່ອງນັ້ນໆ...

...ແລະແນ່ນອນລ່ະວ່າ ຂີດຄວາມສາມາດຂອງຄົນເຮົານັ້ນບໍ່ສາມາດແຍກອອກເປັນລະດັບທີ່ຊັດເຈນໄດ້ ແຕ່ລະດັບເຫຼົ່ານີ້ກໍເປັນເກນໃນການວັດແທກເບື້ອງທຳອິດເພື່ອໃຫ້ເຮົາສາມາດປະເມີນຂີດຄວາມສາມາດຂອງຕົວເອງໄດ້...

...ສົນໃຈລາຍລະອຽດເພິ່ມຕຶ່ມ ຫຼື ວິທີການນຳໄປໃຊ້ກັບວຽກງານ ການພັດທະນາຕົວເອງ ສາມາດຕັ້ງຄຳຖາມໃນຊ່ອງສະແດງຄຳເຫັນໄດ້ເລີຍ ຫຼືວ່າ ສົ່ງອີເມວສອບຖາມໄດ້ ຜູ້ຂຽນຍິນດີຕອບທຸກຄຳຖາມເຈົ້າ...😊

บทความที่มีผู้เข้าอ่านมากที่สุด