ການສ້າງຂະບວນການຮຽນຮູ້ດ້ວຍ CMF-SEE Model |
CMF-SEE ແມ່ນ ການຈັດຂະບວນການຮຽນຮູ້
ໃຫ້ແທດເໝາະກັບການຮຽນຮູ້ທີ່ບໍ່ຢຸດນິ່ງ ແນໃສ່ການສ້າງບັນຍາກາດ ແລະ ການໃຊ້ວິທີການທີ່ແທດເໝາະກັບແຕ່ລະບຸກຄົນ.
CMF-SEE ແມ່ນຕົວຫຍໍ້ ມາຈາກ
Coaching, Mentoring, Facilitation, Sympathy, Empathy, Embrace.
CMF ແມ່ນເປັນວິທີການສ້າງຂະບວນການຮຽນຮູ້...SEE
ແມ່ນການສ້າງບັນຍາກາດ...
Coaching ແມ່ນການໂຄ້ຊ...ການໂຄ້ຊ
ແມ່ນ ການຕັ້ງຄຳຖາມ ເພື່ອໃຫ້ຜູ້ຖືກໂຄ້ຊໄດ້ເຫັນທ່າແຮງຂອງຕົວເອງໃນການແກ້ໄຂບັນຫາ ຫຼື
ຄິດຄົ້ນເລື່ອງໃດເລື່ອງໜຶ່ງ ແລະ ສາມາດກຳນົດການປະຕິບັດທີ່ຊັດເຈນໃນການລົງມືແກ້ໄຂບັນຫານັ້ນ...ເວົ້າງ່າຍໆ
ແມ່ນ ຜູ້ເປັນໂຄ້ຊ ຖາມຜູ້ຖືກໂຄ້ຊ ເພື່ອໃຫ້ຜູ້ຖືກໂຄ້ຊເຫັນສະຖານະການ ຜົນກະທົບ
ຄວາມກ່ຽວຂ້ອງກັບຜູ້ຖືກໂຄ້ຊ...ທ່າແຮງຂອງຜູ້ຖືກໂຄ້ຊທີ່ຈະຮັບມືກັບສະຖານະການນັ້ນ ແລະ
ຈະເລີ່ມລົງມືປະຕິບັດຕົວຈິງແນວໃດ ຢາມໃດ...
Mentoring ແມ່ນການໃຫ້ຄຳແນະນຳ...ເປັນຕົວແບບທີ່ດີ
ແລະ ໃຫ້ຄຳແນະນຳໄດ້ຖືກຕ້ອງຕາມຄວາມຕ້ອງການຂອງຜູ້ຮັບຄຳແນະນຳ...
Facilitation ແມ່ນການອຳນວຍຄວາມສະດວກໃນການຮຽນຮູ້
ບາງເທືອກໍ່ເອີ້ນວ່າ ການຈັດຂະບວນການຮຽນຮູ້...ເປັນການວາງແຜນການຈັດຂະບວນການໃຫ້ແທດເໝາະກັບຜູ້ຮຽນ
ອິງກັບຄວາມຈຳເປັນວ່າ ຕ້ອງການໃຫ້ເກີດຄວາມປ່ຽນແປງດ້ານໃດແດ່ ເປົ້າໝາຍທີ່ຕັ້ງໄວ້
ແມ່ນແນວໃດ ແລະ ເພື່ອຈະໄປໃຫ້ຮອດບ່ອນນັ້ນ ແມ່ນຕ້ອງໄປໂດຍວິທີໃດ...
Sympathy ຄວາມເຫັນອົກເຫັນໃຈ
ແມ່ນ ການຮັບຮູ້ອາລົມຄວາມຮູ້ສຶກຂອງຜູ້ອື່ນ, ເຂົ້າໃຈ ແລະ ສາມາດສະແດງອອກຢ່າງແທດເໝາະ
ໃຫ້ເຂົາເຈົ້າຮູ້ວ່າເຮົາຍັງຢູ່ຄຽງຂ້າງເຂົາເຈົ້າ.
Empathy ການເອົາໃຈໃສ່ ແມ່ນ
ຄວາມສາມາດເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ ດ້ວຍການເອົາຕົວເອງໄປໃສ່ໃນສະພາບຂອງຄົນອື່ນ
ຫຼື ການເອົາໃຈເຂົາ ມາໃສ່ໃຈເຮົາ.
Embrace ການຊ້ວນຊູ ການຮັບເອົາ
ແມ່ນ ການເຂົ້າໃຈ ແລະ ຍອມຮັບຄວາມເປັນຈິງຂອງຜູ້ອື່ນ ໂດຍບໍ່ຕັດສິນ ບໍ່ບອກວ່ານັ້ນດີ
ນີ້ຖືກ ບໍ່ຖືກ ແຕ່ໃຫ້ຮັບຮູ້ວ່າ ນີ້ແມ່ນຕົວຕົນຂອງເຂົາ...
ຄວາມສຳພັນຂອງທຸກອົງປະກອບທີ່ວ່າມາ
ແມ່ນມີຫຼັກຄິດຢູ່ 3 ສ່ວນ ໄດ້ແກ່ ການກຳນົດເປົ້າໝາຍ, ການໃຊ້ວິທີການເພື່ອພາຜູ້ຮຽນຮູ້ໄປບັນລຸເປົ້າໝາຍ,
ແລະ ການສ້າງບັນຍາກາດທີ່ເອື້ອອຳນວຍໃຫ້ເກີດການຮຽນຮູ້ ແລະ ປ່ຽນແປງ...
ຫຼັກຄິດທີ່ 1
ການກຳນົດເປົ້າໝາຍ ແມ່ນ
ກ່ອນທີ່ຈະເດີນທາງໄປໄສກໍ່ຕາມ ເຮົາກໍ່ຕ້ອງກຳນົດເປົ້າໝາຍວ່າ ຈະໄປຮອດໄສ, ຈະໄປແບບໃດ, ໄປຮອດແລ້ວຈະເກີດຫຍັງຂຶ້ນ,
ຈະຮູ້ໄດ້ແນວໃດວ່າຮອດແລ້ວ. ຫຼັກຄິດນີ້ ແນໃສ່ ການອອກແບບຂະບວນການຮຽນຮູ້ ເນັ້ນການ Facilitation ວາງກັບດັກໄວ້ໃຫ້ຜູ້ຮຽນໄດ້ໄປພິຊິດເທືອລະບາດກ້າວ
ເທືອລະບ່ອນ ຈົນກວ່າຈະຮອດເປົ້າໝາຍ...
ຫຼັກຄິດທີ່ 2 ການໃຊ້ວິທີການໂຄ້ຊ
ແລະ ການໃຫ້ຄຳແນະນຳ ອິງກັບພື້ນຖານການຈັດຂະບວນການຮຽນຮູ້...ໃນຊ່ວງຂອງການຈັດຂະບວນການຮຽນຮູ້
ບາງຈັງຫວະກໍ່ຕ້ອງໃຫ້ຜູ້ຮຽນໄດ້ວິເຄາະສະຖານະການເອງ ໂດຍຜູ້ຈັດຂະບວນການຕ້ອງໃຊ້ວິທີໂຄ້ຊ
ຕັ້ງຄຳຖາມ ເພື່ອໃຫ້ເກີດການທົບທວນ ເພື່ອໃຫ້ຜູ້ຮຽນໄດ້ເຫັນທ່າແຮງຂອງຕົວເອງ...ບາງຊ່ວງ
ບາງຈັງຫວະ ກໍ່ຕ້ອງໃຫ້ຂໍ້ມູນ ໃຫ້ຄຳແນະນຳ ສາທິດໃຫ້ເບີ່ງ ເປັນຕົວແບບທີ່ດີ...ທັ້ງນີ້
ກໍ່ຕ້ອງອີງກັບເປົ້າໝາຍຂອງການຈັດຂະບວນການໃນເທືອນັ້ນ ແລະ ທັກສະໃນການອຳນວຍຄວາມສະດວກ
ໄດ້ແກ່ ການຕັ້ງຄຳຖາມ ການສັງເກດ ການຟັງ ການສະຫຼຸບ ການສະທ້ອນຄືນ ການນຳສະເໜີ...
ຫຼັກຄິດທີ່ 3 ການສ້າງບັນຍາກາດທີ່ເອື້ອອຳນວຍໃຫ້ເກີດການຮຽນຮູ້
ແລະ ການປ່ຽນແປງ...ການເອົາໃຈໃສ່ກັບອາລົມຄວາມຮູ້ສຶກຂອງຜູ້ຮຽນ
ແມ່ນໝາກຫົວໃຈສຳຄັນ ທີ່ຜູ້ຈັດຂະບວນການຮຽນຮູ້ຕ້ອງໃຫ້ຄວາມສຳຄັນ ຍົກຕົວຢ່າງ ຖ້າເຫັນວ່າຜູ້ຮຽນເລີ່ມຂາດຄວາມໝັ້ນໃຈ
ຜູ້ຈັດຂະບວນການກໍ່ອາດຈະໃຊ້ວິທີການໂຄ້ຊ ຕັ້ງຄຳຖາມ ເພື່ອໃຫ້ຜູ້ຮຽນໄດ້ເຫັນທາງເລືອກເພີ່ມຕຶ່ມຂຶ້ນມາ
ຫຼືໄດ້ເຫັນທ່າແຮງຂອງຕົວເອງ ໃນຂະນະດຽວກັນຜູ້ຈັດຂະບວນການກໍ່ອາດແລກປ່ຽນປະສົບການ ແລະ
ໃຫ້ຄຳແນະນຳ ເພື່ອໃຫ້ຜູ້ຮຽນໄດ້ເຫັນວ່າ ສິ່ງທີ່ເປັນບັນຫາກໍ່ຍັງມີຄົນເຄີຍແກ້ໄຂໄດ້
ເຮັດໄດ້ມາແລ້ວ...ການສ້າງບັນຍາກາດຈຶງເປັນເລື່ອງທີ່ຕ້ອງໄດ້ສຶກສາ ແລະ
ເຮັດໃຫ້ເຫັນເປັນຮູບປະທຳ...ຕ້ອງສ້າງພື້ນທີ່ໃຫ້ຜູ້ຮຽນໄດ້ທົດລອງ ໄດ້ສົນທະນາກັນ
ໄດ້ຫາຂໍ້ສະຫຼຸບຮ່ວມກັນ ສ້າງປະສົບການໃໝ່ຂຶ້ນມາ...ເມື່ອເກີດຂໍ້ຜິດພາດຂຶ້ນມາ
ກໍ່ຕ້ອງມີມຸມມອງບົດຮຽນໃນເລື່ອງການຮຽນຮູ້ ບໍ່ແມ່ນການໄປຊ້ຳຕຶ່ມຄວາມຜິດພາດຂອງຜູ້ຮຽນ...ນີ່ເປັນເຫດຜົນວ່າ
ຜູ້ຈັດຂະບວນການຮຽນຮູ້ຕ້ອງໃສ່ໃຈອາລົມຄວາມຮູ້ສຶກຂອງຜູ້ຮຽນ ແລະ ພະຍາຍາມຊ້ວນຊູ
ໃຫ້ກຳລັງໃຈບົນພື້ນຖານຄວາມເຂົ້າໃຈຜູ້ຮຽນຢ່າງແທ້ຈິງ ຜູ້ຮຽນກໍ່ອາດຈະເກີດແຮງບັນດານໃຈຂຶ້ນມາ...
ການໃຊ້ຮູບແບບນີ້ໃນການສ້າງຂະບວນການຮຽນຮູ້ ອາດຈະມີຄວາມສັບສົນແດ່ໃນຊ່ວງທຳອິດ ວ່າ ຕອນໃດຈະໃຊ້ການໂຄ້ຊ ຕອນໃດຈະໃຫ້ຄຳແນະນຳ ເຮົາຈະມາສົນທະນາໃນຕອນຕໍ່ໄປ...
ໂູຊ ແລະ ການຕິດຕາມແຕກຕ່າງກັນຫຼາຍ ແຕ່ຜ່ານມາພວກເຮົາໃຊ້ຫຼື ອະທິບາຍຄ້າຍໆກັນ
ตอบลบຕົວຢ່າງ: ລົງໄປໂຄຊິ່ງເຂົາແນ່ເດີ່ ຈະມີຄວາມໝາຍແມ່ນໄປຕິດຕາມ ແລະ ໃຫ້ຄຳແນະນຳ