แสดงบทความที่มีป้ายกำกับ vocation แสดงบทความทั้งหมด
แสดงบทความที่มีป้ายกำกับ vocation แสดงบทความทั้งหมด

วันอาทิตย์ที่ 24 พฤษภาคม พ.ศ. 2563

ອິຄິໄກໃນການພັດທະນາອົງກອນ


...ອາຈານ ນ້ອງຖາມແດ່ ຫຼັກການ ອິຄິໄກ ທີ່ອາຈານເຄີຍເລົ່າໃຫ້ຟັງນີ່ ມັນເອົາໄປໃຊ້ກັບການພັດທະນາອົງກອນໄດ້ແນວໃດ?...ນ້ອງລ່ະຄິດວ່າ ມັນເປັນເລື່ອງຂອງການພັດທະນາຕົວເອງ ແຕ່ກໍ່ນ່າຈະເອົາມາໃຊ້ກັບການພັດທະນາອົງກອນໄດ້ຢູ່ໄດ໋...

...ຖ້າເບີ່ງການພັດທະນາອົງກອນຜ່ານວິທີການ ແລະ ເຄື່ອງມືຕ່າງໆ ແລ້ວ ອົງກອນ ກໍ່ຄ້າຍຄືກັບຄົນເຮົານີ້ລ່ະ ມີອົງປະກອບຕ່າງໆ ປະສົມປະສານກັນ ເຮັດໃຫ້ເກີດເປັນຮູບເປັນຮ່າງຂຶ້ນມາ...ອົງກອນກໍ່ມີຊີວິດ ທີ່ມີພະນັກງານທຸກຄົນຊ່ວຍກັນເຮັດໃຫ້ອົງກອນດຳລົງຢູ່ ສົມທຽບໄດ້ກັບອະໄວຍະວະຕ່າງໆ ໃນຮ່າງກາຍ...ການບໍລິຫານຈັດການ ກໍ່ສົມທຽບໄດ້ກັບເລືອດ ອາຫານ ອາກາດ ທີ່ຊ່ວຍໃຫ້ເກີດພະລັງງານໃນການມີຊີວິດຢູ່...ການຂັບເຄື່ອນອົງກອນ ກໍ່ສົມທຽບໄດ້ກັບແຮງບັນດານໃຈທີ່ເກີດຂຶ້ນຈາກພາຍໃນ ແລະ ແຮງຈູງໃຈທີ່ມາຈາກພາຍນອກ...ທຸກຢ່າງປະສົມປະສານກັນຢ່າງລົງຕົວ ກໍ່ຈະເຮັດໃຫ້ອົງກອນນັ້ນມີສຸຂະພາບດີ ຫຼີກໜີຈາກການເຈັບເປັນ...

วันอาทิตย์ที่ 10 พฤษภาคม พ.ศ. 2563

ຄຳຖາມເອົາໄວ້ຊອກຫາ "ຄຸນຄ່າຂອງການໃຊ້ຊີວິດ"... “ຊີວິດ 4 ແຈ”.

...ໃນຊ່ວງສະພາບການໂຄວິດ-19 ເຮັດໃຫ້ເຮົາໄດ້ຢູ່ກັບເຮືອນ ຢູ່ກັບຄອບຄົວ ແລະ ຢູ່ກັບຕົວເອງຫຼາຍຂຶ້ນ...ຫຼາຍຄົນກໍ່ໄດ້ເຫັນອາລົມ ຄວາມຮູ້ສຶກທີ່ເກີດຂຶ້ນກັບຕົວເອງໃນຫຼາຍໆ ຮູບແບບ...ນັບຕັ້ງແຕ່ມ່ວນທີ່ໄດ້ຢູ່ເຮືອນ ບໍ່ໄດ້ອອກໄປໄສ ໄດ້ເຮັດວຽກຢູ່ເຮືອນ ກໍ່ຄັກໄດ໋...ພໍຢູ່ດົນໆ ໄປ ກໍ່ເລີ່ມໝຸດໝັດ ອອກໄປໄສກໍ່ບໍ່ໄດ້...ອາລົມຄິດຮອດໝູ່ຄູ່ ເຄີຍດື່ມ ເຄີຍຕຳຈອກ...ອາລົມຄິດຮອດໝູ່ຄູ່ຢູ່ຫ້ອງການ...ອາລົມເຫງົາ ຍ້ອນໄດ້ພົບພໍ້ກັນແຕ່ທາງວີດິໂອ ທາງລາຍ ທາງວັອທແອັບ ບໍ່ຄືພົບພໍ້ຕົວເປັນໆ ໄດ໋...ອາລົມກັງວັນ ຄິດຍາກ ຖ້າກັບໄປໃຊ້ຊີວິດຄືເກົ່າ ຊີເປັນແນວໃດ...ຍ້ານຕິດເຊື້ອພະຍາດ...ຍ້ານຄົນອື່ນຖືເບົາໃນການປະຕິບັດຕົວໃຫ້ຫ່າງຈາກພະຍາດໂຄວິດ-19...ຍ້ານວ່າຕົວເອງຈະປັບຕົວບໍ່ໄດ້...ສາລະພັດອາລົມທີ່ເກີດຂຶ້ນ...ບາງຄົນກໍ່ຫາບ່ອນລົງໄດ້ ບາງຄົນກໍ່ຍັງຄ້າງຄາໃຈ ບາງຄົນກໍ່ຫາຄຳຕອບໄດ້...ກໍ່ເປັນເລື່ອງທຳມະດາຂອງມະນຸດທີ່ຈະຕ້ອງພົບພໍ້ກັບອາລົມຄວາມຮູ້ສຶກເຫຼົ່ານີ້...

...ມີອີກອາລົມໜຶ່ງທີ່ເກີດຂຶ້ນ ແມ່ນ ອາລົມແຫ່ງຄວາມສັບສົນ ວຸ່ນວາຍໃນຊີວິດຂອງຕົວເອງ ຈັກຈະໄປໃນທິດທາງໃດ...ບໍ່ແມ່ນຍ້ອນວ່າສະພາວະການໂຄວິດ-19 ພຽງເຫດຜົນດຽວດອກ ທີ່ເຮັດໃຫ້ຄົນເຮົາໄດ້ທົບທວນຕົວເອງ ມັນເກີດຂຶ້ນໄດ້ຕະຫຼອດເວລາ ເມື່ອມີສິ່ງທີ່ມາກະທົບກັບຈິດໃຈຂອງເຮົາເປັນໄລຍະ...ການຕັ້ງຄຳຖາມເພື່ອທົບທວນຕົວເອງ ກໍ່ເປັນວິທີການນຶງ ທີ່ຈະຊ່ວຍໃຫ້ເຮົາຮັບມືກັບຄວາມສັບສົນໃນການໃຊ້ຊີວິດຂອງເຮົາໄປໄດ້ ເພື່ອໃຫ້ເກີດຄວາມສົມດຸນໃນການໃຊ້ຊີວິດ ເຊີ່ງການໃຊ້ຊີວິດບໍ່ແມ່ນແຄ່ເລື່ອງເງີນເລື່ອງດຽວ ບໍ່ແມ່ນເລື່ອງຄວາມຮັກເລື່ອງດຽວ ບໍ່ແມ່ນເລື່ອງຄອບຄົວເລື່ອງດຽວ ບໍ່ແມ່ນເລື່ອງການເຮັດຕົວໃຫ້ເປັນປະໂຫຍດເລື່ອງດຽວ ການໃຊ້ຊີວິດເປັນຫຼາຍໆ ເລື່ອງມາປະສົມປະສານກັນ ຈົນເກີດເປັນຄຸນຄ່າຂອງການໃຊ້ຊີວິດຢ່າງມີຄວາມສຸກ ແລະ ເກີດປະໂຫຍດຕໍ່ສັງຄົມ...

วันจันทร์ที่ 3 มิถุนายน พ.ศ. 2562

“ອິຄິໄກ”...ກັບວົງສົນທະນາແລກປ່ຽນ...

...ມື້ນີ້ພໍໄດ້ມີເວລານັ່ງໆ ນອນໆ ພັກຜ່ອນ ອ່ານປື້ມ ຂຽນບົດຄວາມ ໂດຍສະເພາະແມ່ນອ່ານປື້ມນີ່ລ່ະ ຊື້ມາເກັບໄວ້ກໍຫຼາຍ ຕັ້ງໃຈສິອ່ານ ກໍຍັງບໍ່ໄດ້ອ່ານເທືອ ຈັ໊ກແມ່ນຍາກຫຍັງແທ້ເດ...😅

...ໄດ້ເລີກງາມຢາມດີ ຫຍິບປື້ມຫົວນຶງຂຶ້ນມາອ່ານ ເປັນປື້ມທີ່ອ່ານຈົບໄປເທືອໜຶ່ງແລ້ວ ແຕ່ພໍຫຍິບຂຶ້ນມາ ກໍມີຄວາມຢາກອ່ານເກີດຂຶ້ນທັນທີ...ປື້ມຫົວນີ້ມີຊື່ວ່າ ອິຄິໄກ...
 

วันศุกร์ที่ 20 เมษายน พ.ศ. 2561

5 ระดับ กับการพัฒนาตัวเองให้เป็นวิทยากร(มือ)อาชีพ...


เอารูปคนอื่นก็เกรงใจ ใช้รูปตัวเองก็แล้วกัน...


ลงมือทำทันที... ไม่มีใครเก่งมาตั้งแต่เกิดครับ ทุกอย่างเริ่มต้นจากก้าวแรกเสมอ และผมก็เชื่อมาตลอดว่าทางไปสู่ความเป็นมืออาชีพนั้น “ไม่มีทางลัด”...😁



...เมื่อครั้งเริ่มต้นเป็นวิทยากรใหม่ๆ ผมต้องมานั่งสำรวจดูตัวเองก่อนว่าเรามีคุณสมบัติอะไรบ้าง พอที่จะเป็นวิทยากร (มืออาชีพ) แบบที่เขาๆ เป็นกัน... เราเป็นคนกล้าแสดงออก... เราเป็นคนมีลีลาในการพูดคุย... เราชอบพบปะกับผู้คน... เราเป็นผู้ฟังที่ดี... ท่าทีเราก็ดูดีตอนปรากฏตัว (ถึงเวลาชมตัวเอง???)... เรื่องเนื้อหาที่เกี่ยวข้อง ก็มีประสบการณ์มาบ้าง หาข้อมูลเพิ่มเติม พูดคุยแลกเปลี่ยน ปรึกษาหารือกับพี่ๆ ที่มีประสบการณ์มาก่อน เมื่อคิดว่ามีพร้อม ก็ลงมือทำทันทีล่ะครับ...
...เริ่มจากวางจังหวะการพัฒนาฝีมือของตัวเองก่อนครับ... ดูก่อนว่าเราจะไต่ไปถึงระดับไหน ผมใช้สูตร 5 ระดับ ในการพัฒนาตัวเองเพื่อเป็นวิทยากร...

วันพฤหัสบดีที่ 19 เมษายน พ.ศ. 2561

ไกลแค่ไหน ก็อยู่แค่เท้าเรา...


ต้องมีเป้าหมาย...“เป้าหมายมีไว้พุ่งชน” คำที่คุ้นเคยจากโฆษณาชิ้นหนึ่ง ที่ทำให้เรารู้สึกคึกคักเมื่อได้ยิน อีกทั้งดนตรีประกอบ ทั้งภาพที่ปรากฏ ยิ่งทำให้เรา “อิน” กับคำๆ นั้น... ผมก็เคยถามตัวเองอยู่บ่อยๆ เหมือนกันว่า “เป้าหมาย” ของเราคืออะไร เป้าหมายของชีวิตที่ส่งผลต่อการดำเนินชีวิตของเราเอง...
...เมื่อก่อน สมัยที่พลังทางความคิดยังไม่มากเท่าปัจจุบัน (ปัจจุบันก็มีเท่าที่มีนี่ล่ะครับ...) ได้ยินคำว่า ตั้งเป้าหมายชีวิต ผมรู้สึกว่ามันเป็นเรื่องไกลตัวจัง... ตอนเรียนประถม มองเห็นรุ่นพี่ที่เรียนมัธยม อยากเรียนบ้าง แต่ทำงัยได้ มันก็เป็นไปตามขั้นตอน อีกตั้งหลายปี เริ่มจินตนาการไปว่าถ้าตัวเองเรียนมัธยมจะเป็นอย่างไร เห็นภาพตัวเองแต่เครื่องแบบนักเรียนมัธยม เออ ดูดี ในจินตนาการ... พอเรียนมัธยม ก็เริ่มมองไปดูรุ่นพี่ที่เรียนมหาวิทยาลัย อยากๆๆ เราต้องทำให้ได้ ก็เริ่มจินตนาการอีกแล้วครับ อยากเป็นนู่นเป็นนี่ เราต้องเรียนคณะอะไรนะ? จินตนาการไปอีกล่ะครับ เออ... เห็นตัวเองเป็นนักศึกษามหาวิทยาลัย ดูดีอีกแล้วครับ... พอเรียนมหาวิทยาลัย ก็เริ่มจินตนาการอยากทำงานตามคณะที่ตัวเองเรียนมา ต้องเป็นนู่น เป็นนี่ให้ได้... เมื่อทำงาน ก็เริ่มมองเห็นบุคคลตัวอย่างที่โดดเด่น บอกตัวเองอีกว่า เราต้องเป็นแบบนั้นให้ได้...

วันพุธที่ 18 เมษายน พ.ศ. 2561

3 วิธีที่จะทำให้คุณ "ตัวเล็กลง และใจใหญ่ขึ้น"


ตัวเล็ก และ ใจใหญ่... ฮ่าๆๆๆ ทำยากแฮะ ตอนนี้ก็ตัวใหญ่จนลดลงไม่ได้แล้วครับ สงสัยต้องเปลี่ยนหัวเรื่องเป็น ตัวใหญ่ และ ใจใหญ่ กระมัง...

...คนเป็นวิทยากรกรนี่ ตกเป็นเป้าสายตาเลยนะครับ อารมณ์ของการอยู่ต่อหน้าผู้คน มันทำให้เรารู้สึกโดดเด่น ทำให้เรารู้สึกสำคัญ ทำให้เรารู้สึกว่าได้รับการยอมรับ ผู้คนพร้อมที่จะฟัง ครั้งเดียวยังไม่เท่าไหร่ครับ เมื่อผ่านเวทีมากๆ เข้า เริ่มมั่นใจมากขึ้น ส่วนมากก็จะได้รับคำชม “โอ คักน้อ (คักน้อ เป็นภาษาอีสานครับ ตีความได้ว่า สุดยอด เจ๋ง) อาจารย์.... อาจารย์พูดดีเนาะ ฟังแล้วสนุก... ทำยังงัยถึงจะเก่งแบบอาจารย์นี่... สุดยอดเลยอาจารย์...” และ อีกสารพัดคำชมเชย ซึ่งผมรับฟังและเคารพในอารมณ์ความรู้สึกของผู้เข้ารับการอบรมอย่างตั้งใจ เป็นสิ่งที่มีค่ามากมาย เพราะกลั่นออกมาจากอารมณ์ความรู้สึกที่เกิดขึ้นจริง แตกต่างกันไปตามการรับรู้ของแต่ละคน... ขอบคุณมากครับ... ฟังบ่อยๆ หัวใจพองโต มีพลังอย่างบอกไม่ถูก ตั้งใจทำหน้าที่ให้ดีที่สุด ตามความหมายของคำว่า “มืออาชีพ” ของผม “การสร้างคน”...

วันอังคารที่ 17 เมษายน พ.ศ. 2561

3 ต้นทุนที่วิทยากร(มือ)อาชีพต้องมี

สะสมต้นทุนวิทยากร(มือ)อาชีพ....ถ้าไม่นั่งย้อนมองดูพัฒนาการของตัวเอง เราไม่มีทางรู้ได้แน่นอนว่า ทุกสิ่งที่เป็นตัวเรานั้น มันไม่ได้มาฟรีๆ ทุกอย่างมีต้นทุนทั้งนั้นครับ...
...การจะเป็นมืออาชีพ เราก็ต้องตั้งเป้าซะก่อนว่า “มืออาชีพ” ในความหมายของเราคืออะไร...เป้าของผมคือ “สร้างคน” ขอแค่คนเดียวที่มีคุณภาพ ผมก็มองว่าผมบรรลุเป้าหมายแล้ว แต่ตราบใดที่ยังมีลมหายใจอยู่ เราก็ต้องสร้างไปเรื่อยๆ ครับ... มืออาชีพ ต้องสะสมต้นทุนอะไรบ้าง... หนึ่ง ต้นทุนความรู้ ความสามารถ ความคิด การมองโลก สิ่งเหล่านี้ต้องเกิดขึ้นอยู่ต่อเนื่อง (ผมเชื่อว่าความต่อเนื่องเป็นกลไกสำคัญที่จะก่อให้เกิดความสำเร็จในทุกเรื่อง) สอง การรักษาคำพูดก็เป็นเรื่องที่สำคัญ พูดจริง ทำจริง มีสติ และ ต้นทุนที่ สาม ก็คือ การใส่ใจกับผู้คนรอบข้าง การรับรู้อารมณ์ความรู้สึกของผู้คน (ยากหน่อย แต่ก็ต้องฝึก สะสมประสบการณ์)....
...ต้นทุนความรู้ มีเรื่องอะไรบ้าง... ตอบแบบกำปั้นทุบดินครับ ทุกเรื่องที่ผ่านเข้ามาในชีวิต เราเรียนและรู้ได้ เปิดใจกับสิ่งที่ผ่านเข้ามา ซักพักเราจะรู้ได้เองว่า อะไรที่ใช่ หรือ ไม่ใช่... การอ่านก็เป็นอีกช่องทางหนึ่ง ที่จะทำให้เราได้พัฒนาเรื่องความรู้ ผมเห็นว่าการอ่านไม่ได้ทำให้เราได้ความรู้เพียงอย่างเดียว เราได้สมาธิ เราได้คำศัพท์ใหม่ๆ เราได้คำถามจากการอ่าน เราได้มองโลกในมุมของผู้เขียน เราได้เปิดใจ เราได้ทักษะการสื่อสารผ่านตัวหนังสือ เราได้ฝึกจินตนาการ เห็นไหมล่ะครับ การอ่านสร้างสีสันให้กับชีวิตได้มากโข ผมตั้งเป้าอ่านหนังสือก่อนนอนทุกคืน จะกี่มากน้อยก็ตาม แต่ต้องได้อ่าน (บางเรื่องอ่านเพลินจนดึกก็มี) ลองดูนะครับ...
...ทักษะที่จำเป็นของการเป็นวิทยากร อย่างที่เราๆ ก็รู้กันว่า ต้องพูดเป็น ฟังเป็น พูดง่ายๆ คือสื่อสารเป็น แต่จริงๆ แล้วนี่ คนที่เป็นวิทยากร เขาดูตั้งแต่ปรากฏตัวแล้วครับ นั่นก็เป็นการสื่อสาร การแต่งกายถูกกาละเทศะ เอาเป็นว่าแต่งกายเรียบร้อย ถูกงาน ทรงผมเรียบร้อย ดูดี (สำหรับผม ไม่มีผม คงไม่มีปัญหา😇) ยิ้มแย้มแจ่มใส การยิ้มก็ต้องฝึกนะครับ ฝึกยิ้มให้กับตัวเองตอนตื่นนอน (แม้ว่ามันจะไม่โสภาเท่าไหร่ แต่ก็หน้าเรา) และ ก่อนนอน...ยิ้มแบบไหนผู้คนจะประทับใจ อันนี้ต้องลองเองครับ...
...การพูดจริง ทำจริง รักษาคำพูด เริ่มต้นจากการรักษาคำพูดกับตัวเอง ตั้งเป้าหมายชีวิตให้ชัด และทำไปเรื่อยๆ ถ้ามองดูเป้าหมายมันอยู่ไกลไป มันเป็นไปได้หรือเปล่าหว่า??? ก็กลับมาดูทีละก้าวน้อยๆ... ก้าวน้อยๆ นี่ล่ะครับ ที่มีความสำคัญมากมายต่อเป้าหมายที่ยิ่งใหญ่...
...การรับรู้อารมณ์ความรู้สึกของผู้คน ที่ผมบอกว่าต้องฝึก เริ่มต้นจากการฟังเขา ฟังแบบตั้งใจ ไม่ตัดสินด้วยตัวเรา และ เข้าใจเขา แรกๆ ก็อึดอัด งงๆ แต่เมื่อฟังมากๆ เข้า เราจะเริ่มรับอารมณ์ได้ น้ำเสียง กิริยาท่าทางของเขาที่แสดงออกมา ที่สำคัญคือการตอบสนองกับสิ่งที่เขาเล่าให้ฟัง การผงกศีรษะเล็กน้อย การยิ้มเพื่อเชื้อเชิญให้เขาพูด จากประสบการณ์ของผม การฟังทำให้ได้มิตรภาพที่ดีเสมอครับ...
....และมาถึงสิ่งที่สำคัญที่สุด ที่ทำให้ทั้งสามเรื่องที่กล่าวมานั้นมันสัมฤทธิ์ผล นั่นคือ การทำตัวให้เล็กครับ อ๊ะ...อ๊ะ... อย่าพูดถึงขนาดร่างกายนะครับ ผมกำลังพูดถึงการทำตัวเองให้เล็กเพื่อเปิดใจให้ใหญ่ “ตัวเล็ก แต่ ใจใหญ่”...
...ติดตามตอนต่อไปนะครับ...😊

วันอาทิตย์ที่ 8 เมษายน พ.ศ. 2561

3 ສິ່ງທີ່ທ່ານຈະໄດ້ຈາກສວນປັນຮັກ...

😍 ...ປັນຮັກ...ຮັກຫຼາຍແທ້ບໍ້...ຫຼາຍຈົນໄດ້ປັນໃຫ້ກັນນໍ້...


...ວັນນີ້ຜູ້ຂຽນແລະທີມງານຄຸນນະພາບ 😉 ໄດ້ມີໂອກາດໄປຍ່ຽມຢາມ "ສວນປັນຮັກ" ທີ່ເມືອງສັງທອງ ນະຄອນຫຼວງວຽງຈັນ...ຫຼັງຈາກທີ່ຜູ້ຂຽນໄດ້ສັນຍາກັບເຈົ້າຂອງສະຖານທີ່ວ່າຈະຫາໂອກາດໄປຍ່ຽມຢາມ ກໍນັບເວລາໄດ້ເປັນປີພູ່ນລະ ແລະ ໃນທີ່ສຸດກໍໄດ້ເຮັດຕາມສັນຍາທີ່ບອກໄວ້...

...ການເດີນທາງໄປ "ສວນປັນຮັກ" ບໍ່ຫຍຸ້ງຍາກ ຖ້າທ່ານອອກຈາກນະຄອນຫຼວງ ທ່ານກໍມຸ່ງໜ້າໄປທາງເມືອງສັງທອງໄດ້ເລີຍ ໄປເລື້ອຍໆ ຈົນຮອດບ້ານຫິນລາດ ທ່ານກໍລ້ຽວຂວາຂ້າງວັດບ້ານຫິນລາດ ແລະ ໄປຕາມທາງເລື້ອຍໆ ປະມານຫຼັກໜຶ່ງ ກໍຈະຮອດເປົ້າໝາຍ "ສວນປັນຮັກ"...

..."ສວນປັນຮັກ" ຕິດກັບຕີນພູ...ອາກາດດີຫຼາຍ...ວັນທີ່ໄປນັ້ນເປັນຊ່ວງໜ້າຮ້ອນ ແຕ່ກໍມີລົມເລື້ອຍໆ...ຖ້າເປັນໜ້າໜາວ ຄົງຈະອາກາດດີຫຼາຍ ເໝາະກັບການກາງເຕັ້ນ ນອນຮັບລົມໜາວ...
...ພື້ນທີ່ເຕັມໄປດ້ວຍພືດພັນຕ່າງໆ ປູກທຸກຢ່າງທີ່ກິນ ກິນທຸກຢ່າງທີ່ປູກ ລ້ຽງເປັດ ໄກ່ ໝູ ສາມາດເປັນບ່ອນໃຫ້ສຶກສາດູງານໄດ້ ຮັບຮອງວ່າບໍ່ຜິດຫວັງ...

ບໍລິເວນດ້ານໜ້າທາງເຂົ້າ ຈະເຫັນອາຄານຫຼັງໜຶ່ງທີ່ໂດດເດັ່ນ ນັ່ນແມ່ນບ້ານທີ່ເຮັດຈາກດິນ ໂດຍຝີມືເຈົ້າຂອງສວນ ຖ້າທ່ານສົນໃຈ ເຈົ້າຂອງສວນເພິ່ນກໍຍິນດີໃຫ້ຄວາມຮູ້...

...ກ່ອນການຍ່າງເລາະເບິ່ງສວນ ເຮົາກໍຖ່າຍຮູບກັນກ່ອນ ເພື່ອຍືນຍັນວ່າມາຮອດ "ສວນປັນຮັກ" ແທ້...
...ທີມງານເທືອນີ້ ປະກອບດ້ວຍ ຜູ້ໃຫຍ່ໃຈດີ ແມ່ສຸພອນ, ນ້ອງນາງສົມພອນ, ນ້ອງລອລ່າກັບລູກຊາຍ, ແລະ ນ້ອງແນະ...ເບິ່ງຈາກຮູບກໍຈະເຫັນວ່າ ມີຄວາມສຸກກັນຫຼາຍ 😄

..."ສວນປັນຮັກ" ມີແນວຄິດທີ່ເລິກເຊີ້ງ ຈາກທີ່ໄດ້ລົມກັບເຈົ້າຂອງສວນ...ເພິ່ນບອກວ່າ ມາສວນແລ້ວ ຈະໄດ້ 3 ຮັກ...ຮັກທີ່ໜຶ່ງ ແມ່ນຮັກສະພາບແວດລ້ອມ ຮັກໂລກ ຍ້ອນວ່າຢູ່ສວນນີ້ ບໍ່ໃຊ້ສານເຄມີ ເນັ້ນກະສິກຳທຳມະຊາດ ເນັ້ນການຈັດລະບົບນິເວດແບບທຳມະຊາດ ໃຫ້ທຳມະຊາດຈັດການຕົວເອງ ຕົວຢ່າງ ເມື່ອມີແມງໄມ້ຫຼາຍ ມັນກໍກັດຕົ້ນໄມ້ ໃນຂະນະດຽວກັນ ໄກ່ທີ່ລ້ຽງໄວ້ກໍມາຈິກກິນແມງໄມ້ນັ້ນ...

...ຮັກທີ່ສອງ ແມ່ນຮັກສຸຂະພາບ ພືດຜັກຕ່າງໆ ຢູ່ນີ້ ໃຫ້ໝັ້ນໃຈໄດ້ເລີຍວ່າ ບໍ່ໄດ້ໃຊ້ສານເຄມີ ກິນໄດ້ຢ່າງສະບາຍໃຈ ຜູ້ຂຽນເອງກໍໄດ້ຮັບອານຶສົງຈາກຄວາມໃຈດີຂອງເຈົ້າຂອງສວນຢູ່ເລື້ອຍໆ...

...ຮັກທີ່ສາມ ແມ່ນຮັກເພື່ອນມະນຸດ ການແບ່ງປັນບົດຮຽນ ປະສົບການ ເພື່ອເປັນແນວທາງໃນການໃຊ້ຊີວິດ ການເປີດມຸມມອງໃຫ້ກວ້າງ ເຮັດໃຫ້ຄົນມີທາງເລືອກຫຼາກຫຼາຍຂຶ້ນ ໃນການຕັດສິນໃຈເຮັດເລື່ອງໃດເລື່ອງໜຶ່ງ...ໃນບ້ານດິນນີ້ ເປັນບ່ອນທີ່ທີມງານເຮົາໄດ້ນັ່ງລົມກັນ ແລກປ່ຽນປະສົບການນຳກັນກ່ອນທີ່ເຮົາຈະເດີນທາງກັບນະຄອນຫຼວງໃນວັນນັ້ນເລີຍ ເລື່ອງເລົ່າຈາກປະສົບການເຈົ້າຂອງສວນ ປະສົບການຂອງຜູ້ໄປຍ່ຽມຢາມ ໄຫຼອອກມາຄືນ້ຳຕົກກະບໍ່ປານ 😲 ຢ່າງໜ້ອຍກໍເຮັດໃຫ້ເຮົາໄດ້ເຫັນມຸມມອງທີ່ແຕກຕ່າງ ອັນໃດເອົາໄປໝຸນໃຊ້ໄດ້ກໍເອົາໄປ ນັ້ນລ່ະ ແມ່ນຈຸດປະສົງຂອງການແລກປ່ຽນຮຽນຮູ້ນຳກັນ...
...ພື້ນທີ່ບ່ອນນີ້ ໃຫ້ບໍລິການດ້ານສະຖານທີ່ສຳລັບກອງປະຊຸມ ແບບສະບາຍໆ ນັ່ງລົມກັນ ແຕ່ງກິນກັນເອງ ບັນຍາກາດດີຫຼາຍ ງຽບ ສະຫງົບ...

...ປັນຮັກ ບໍ່ແມ່ນແຄ່ສວນຈະປັນໃຫ້ເຮົາ ແຕ່ພໍຄິດເບິ່ງຄັກໆ ແລ້ວ ຕົວເຮົາເອງຕ່າງຫາກ ທີ່ຈະເປັນຜູ້ປັນ...ປັນໃຫ້ກັບຕົວເອງ ປັນໃຫ້ກັບທຳມະຊາດ ແລະ ປັນໃຫ້ກັບເພື່ອນຮ່ວມໂລກ...


...ສຸດທ້າຍ ແຕ່ບໍ່ແມ່ນທ້າຍສຸດ ຂໍຂອບໃຈເຈົ້າຂອງສວນໃຈດີ ເອື້ອຍບຸດສະດີ ທີ່ໄດ້ເປີດພື້ນທີ່ຮຽນຮູ້ ທີ່ບໍ່ແມ່ນແຄ່ເລື່ອງເຕັກນິກວິຊາການ ແຕ່ເປັນພື້ນທີ່ຊີວິດ ສຳລັບຜູ້ທີ່ສົນໃຈແລກປ່ຽນ ຮຽນຮູ້ມຸມມອງໃໝ່ໆ...ວັນດຽວຄົງຈະບໍ່ພໍກັບການຮຽນຮູ້ ຍ້ອນຄົນເຮົາຮຽນຮູ້ຕະຫຼອດຊີວິດ ດັງນັ້ນ ຄົງຈະມີໂອກາດໄດ້ໄປຍ່ຽມຢາມອີກເມື່ອມີເງື່ອນໄຂ...

...ຜູ້ໃດສົນໃຈຂໍ້ມູນ "ສວນປັນຮັກ" ສາມາດຕິດຕໍ່ຜູ້ຂຽນທາງອີເມວເດີ້...ຂອບໃຈ 🙏




ຂີດຄວາມສາມາດ 5 ລະດັບ...ເຈົ້າເດ ຢູ່ລະດັບໃດ໋...?


...ມີຫຼາຍເທືອທີ່ມີນ້ອງໆ ມາຖາມຜູ້ຂຽນວ່າ "ອາຈານ ເຮົາຊີຮູ້ໄດ້ແນວໃດ ວ່າເຮົາພັດທະນາຕົວເອງຮອດຂັ້ນໃດແລ້ວ...ທັ້ງໆ ທີ່ຕັ້ງຕົວວັດແທກ ແລະ ຄວາມປ່ຽນແປງໃນແຕ່ໄລຍະແລ້ວ ແຕ່ກໍຍັງບໍ່ຊັດເຈນເທືອ...?"

...ເປັນຄຳຖາມທີ່ດີ ຍ້ອນວ່າຄົນເຮົາຈະພັດທະນາຕົວເອງໃນເລື່ອງໃດເລື່ອງນຶງຕ້ອງມີເປົ້າໝາຍທີ່ຈະແຈ້ງ ຈຶງຈະສາມາດໄປໄດ້ຖືກທາງ ກຳນົດບາດກ້າວໄດ້ຊັດເຈນຂຶ້ນ ແລະຕິດຕາມຄວາມປ່ຽນແປງໄດ້ງ່າຍ...ຜູ້ຂຽນແບ່ງລະດັບຄວາມປ່ຽນແປງໃນດ້ານຂີດຄວາມສາມາດເປັນ 5 ລະດັບ...ລະດັບທີ່ຈະນຳສະເໜີນີ້ ເປັນແນວທາງທີ່ຈະຊ່ວຍໃຫ້ເຮົາໄດ້ເຫັນຄວາມປ່ຽນແປງຂອງເຮົາໄດ້ຈະແຈ້ງຂຶ້ນຕຶ່ມ...ລະດັບ 5 ລະດັບນີ້ ສາມາດໝູນໃຊ້ເພື່ອປະເມີນຫຼືວັດແທກຂີດຄວາມສາມາດໄດ້ຫຼາຍເລື່ອງ...ລອງມາເບິ່ງໄປພ້ອມກັນ...

ລະດັບທີ່ໜຶ່ງ ລະດັບພື້ນຖານ
ລະດັບທີ່ສອງ ລະດັບພັດທະນາ
ລະດັບທີ່ສາມ ລະດັບກ້າວໜ້າ
ລະດັບທີ່ສີ່ ລະດັບຊຳນານການ
ລະດັບທີ່ຫ້າ ລະດັບຊ່ຽວຊານ

ລະດັບທີ່ໜຶ່ງ ລະດັບພື້ນຖານ...ລະດັບທີ່ມີຄວາມຮູ້ ເຄີຍໄດ້ຍິນມາ ແຕ່ຍັງບໍ່ເຄີຍເຮັດ ສາມາດຕອບຄຳຖາມໄດ້ຕາມທີ່ໄດ້ຮູ້ມາ ຍັງບໍ່ສາມາດແປງຄວາມຮູ້ເປັນການປະຕິບັດໄດ້...

ລະດັບທີ່ສອງ ລະດັບພັດທະນາ...ລະດັບນີ້ສາມາດນຳຄວາມຮູ້ທີ່ມີ ທີ່ໄດ້ມາ ນຳໄປປະຕິບັດຕົວຈິງ ເຮັດໄດ້ ແຕ່ຕ້ອງມີຜູ້ໃຫ້ຄຳແນະນຳຢ່າງໃກ້ຊິດ ຖ້າເກີດຂໍ້ຜິດພາດ ຈະຍັງບໍ່ສາມາດແກ້ໄຂໄດ້ເອງ...

ລະດັບທີ່ສາມ ລະດັບກ້າວໜ້າ...ລະດັບນີ້ສາມາດເຮັດໄດ້ ແກ້ໄຂບັນຫາເອງໄດ້ໃນບາງເລື່ອງ ຖ້າມີບັນຫາທີ່ແກ້ບໍ່ໄດ້ ກໍຈະຮູ້ວ່າຊີຂໍຄວາມຊ່ວຍເຫຼືອຈາກຜູ້ໃດ ຂໍຢາມໃດ ຕ້ອງການຄຳແນະນຳສະເພາະຢາມທີ່ຕ້ອງການເທົ່ານັ້ນ ສາມາດວິເຄາະ ແລະ ສັງລວມໄດ້...

ລະດັບທີ່ສີ່ ລະດັບຊຳນານການ...ລະດັບນີ້ສາມາດເຮັດເອງໄດ້ ອອກແບບຂະບວນການໄດ້ເອງ ໃຫ້ຄຳແນະນຳຄົນອື່ນໄດ້ ສາມາດປັບປ່ຽນ ດັດແກ້ຂະບວນການເພື່ອໃຫ້ແທດເໝາະກັບສະຖານະການຕ່າງໆ ໄດ້ ສາມາດວິເຄາະ ສັງລວມໄດ້ ແລະ ປະເມີນຜົນງານໄດ້...

ລະດັບທີ່ຫ້າ ລະດັບຊ່ຽວຊານ...ຖ້າເວົ້າເລື່ອງນີ້ ຖ້າເຮັດເລື່ອງນີ້ ຕ້ອງແມ່ນຜູ້ນີ້ ສາມາດເປັນຕົວແບບໄດ້ ໃນເລື່ອງຄວາມສາມາດ ໃນເລື່ອງພາບລັກ ເຮົາສາມາດເວົ້າໄດ້ວ່າ ມີຄວາມໂດດເດັ່ນທາງດ້ານຄວາມຮູ້ ຄວາມສາມາດ ແລະພາບລັກໃນເລື່ອງໃດເລື່ອງນຶງ ເປັນທີ່ຍອມຮັບວ່າ "ຄັກ" ໃນເລື່ອງນັ້ນໆ...

...ແລະແນ່ນອນລ່ະວ່າ ຂີດຄວາມສາມາດຂອງຄົນເຮົານັ້ນບໍ່ສາມາດແຍກອອກເປັນລະດັບທີ່ຊັດເຈນໄດ້ ແຕ່ລະດັບເຫຼົ່ານີ້ກໍເປັນເກນໃນການວັດແທກເບື້ອງທຳອິດເພື່ອໃຫ້ເຮົາສາມາດປະເມີນຂີດຄວາມສາມາດຂອງຕົວເອງໄດ້...

...ສົນໃຈລາຍລະອຽດເພິ່ມຕຶ່ມ ຫຼື ວິທີການນຳໄປໃຊ້ກັບວຽກງານ ການພັດທະນາຕົວເອງ ສາມາດຕັ້ງຄຳຖາມໃນຊ່ອງສະແດງຄຳເຫັນໄດ້ເລີຍ ຫຼືວ່າ ສົ່ງອີເມວສອບຖາມໄດ້ ຜູ້ຂຽນຍິນດີຕອບທຸກຄຳຖາມເຈົ້າ...😊

วันอังคารที่ 27 มีนาคม พ.ศ. 2561

Ikigai...สูตรสำเร็จนั้นมีมากมาย แต่จะสำเร็จหรือไม่ นั่นเป็นอีกเรื่องหนึ่ง...ตอนที่ ๗

...ทบทวนกันอีกครั้งครับ...การกำหนดเป้าหมายชีวิตมี ๔ ขั้นตอน...
การค้นหา "ความปรารถนาของชีวิต"
การค้นหา "วิชาชีพ"
การค้นหา "คุณค่างานของเราที่มีให้กับสังคมนี้ โลกใบนี้" และ...
การค้นหา "ภารกิจในการใช้ชีวิต"...

...ในการค้นหา "ภารกิจในการใช้ชีวิต" ให้เรานำเอาสิ่งที่เราได้พิจารณาแล้วว่า "โลกนี้ สังคมนี้ ต้องการอะไร" มาพิจารณาอย่างค่อยเป็นค่อยไปร่วมกับ "สิ่งที่เรารัก" เราก็จะได้ข้อสรุปออกมาครับ...

...และ เช่นเคยครับ ผู้เขียนขอยกตัวอย่างของผู้เขียนเองในการกำหนด "ภารกิจในการใช้ชีวิต"...ผู้เขียนเชื่อว่า "โลกนี้ สังคมนี้ ต้องการผู้ฟังที่ดี ต้องการคนมองโลกในแง่ดี ต้องการความสงบสุข ต้องการสันติภาพ ต้องการผู้นำทางความคิด"...ส่วนสิ่งที่ตัวเองรัก คือ "การเดินทางท่องเที่ยว รักการเขียนหนังสือ รักการอ่านหนังสือ ชอบขับรถ ชอบการสร้างคน สอนคน รักที่จะทำเรื่องเล็กๆ แต่มีพลัง..."

...เมื่อนำสองส่วนนี้มาพิจารณาแล้ว ผู้เขียนก็จะได้ "ภารกิจในการใช้ชีวิต" ว่า "การสื่อสารเรื่องราวต่างๆ ที่จะสร้างพลังชีวิตให้กับคนอื่น สร้างคนที่มีคุณภาพให้กับสังคม..."

...ในขั้นตอนต่อไป ก็คือการกำหนดเป้าหมายชีวิตของตัวเองครับ โดยแนวคิด Ikigai ปรัชญาหนึ่งในการใช้ชีวิตของคนญี่ปุ่น บอกไว้ว่า "สิ่งที่จะทำให้เราตื่นขึ้นมา และกระโดดออกจากเตียง ลุกขึ้นมาใช้ชีวิตอย่างเบิกบานใจ"...การกำหนดเป้าหมายชีวิตโดยปรัชญาแนวนี้ก็ไม่ได้มีอะไรซับซ้อนครับ...ผู้เขียนเองก็ได้กำหนดเป้าหมายตามแนวคิดนี้ไว้ว่า "ผู้เขียนจะเป็นนักเล่าเรื่องเพื่อสร้างพลังชีวิต และสร้างทางเลือกในการพัฒนาตัวเอง และพัฒนาสังคม..."

...คงจะไม่ยากเท่าไหร่นะครับ ในการค้นหาตัวเอง และ กำหนดเป้าหมายชีวิตของตัวเอง...ขอเพียงให้เราใช้เวลากับตัวเอง พิจารณาอย่างค่อยเป็นค่อยไป...บางคนอาจจะใช้เวลาหลายวัน หลายสัปดาห์ หลายเดือนก็เป็นไปได้ นั้นก็ถือว่าเป็นเรื่องธรรมดาครับ เพราะแต่ละคนก็ผ่านประสบการณ์มามากมาย แตกต่างกันไป...ค่อยๆ คิด ค่อยๆ พิจารณาครับ "ชีวิตเป็นของเราเอง ทำในสิ่งที่มีความสุข ไม่ทำให้ผู้อื่นทุกข์ เป็นประโยชน์ต่อสังคมตามแรงที่มี" ก็เอาล่ะครับ...

วันอังคารที่ 20 มีนาคม พ.ศ. 2561

Ikigai...สูตรสำเร็จนั้นมีมากมาย แต่จะสำเร็จหรือไม่ นั่นเป็นอีกเรื่องหนึ่ง...ตอนที่ ๖


...ตอนที่ ๖ นี้ จะนำเราสู่การพิจารณา "คุณค่างานของเราที่มีให้กับสังคมนี้ โลกใบนี้" ครับ...

...เริ่มจากการนำ "สิ่งที่เราทำแล้วเกิดรายได้" หรือพูดง่ายๆ คือ มีคนพร้อมที่จะจ่ายตังค์ให้เรานั่นเองครับ...นำมาพิจารณาคู่กับ "สิ่งที่โลก สิ่งที่สังคมนี้ต้องการ"...

...ตัวอย่างจากผู้เขียน (อย่าเพิ่งเบื่อกันนะครับ ยกตัวอย่างที่ตัวเองทำก็สะดวกดีครับ)..."สิ่งที่ทำแล้วเกิดรายได้" คือ การเป็นวิทยากร, การเป็นผู้อำนวยความสะดวกในกระบวนการเรียนรู้, การเป็นโค้ช, การเป็นที่ปรึกษาด้านการพัฒนาบุคลากรและองค์กร...ส่วน "สิ่งที่โลกนี้ สังคมนี้ต้องการ" ตามมุมมองของผู้เขียน เห็นว่า สังคมนี้ต้องการความสงบสุข ต้องการผู้ฟังที่ดี ต้องการคนมองโลกในแง่ดี ต้องการผู้นำทางความคิด...

...เมื่อพิจารณาจากสองส่วนนี้แล้ว ผู้เขียนก็จะได้ "คุณค่างานของเราที่มีให้กับสังคมนี้ โลกใบนี้" ว่า "ความสามารถในการเป็นที่ปรึกษา และเป็นทรัพยากรบุคคลด้านการพัฒนาตัวเองและองค์กร"...

...มาถึงตอนนี้ เราก็จะได้ ๓ องค์ประกอบที่สำคัญสำหรับการกำหนดเป้าหมายชีวิตของเราแล้วครับ...เหลืออีกหนึ่งองค์ประกอบ สามารถติดตามได้ในตอนต่อไปครับ...

<<<<<<<<<<<<<>>>>>>>>>>>>>>
ทวนคืนกันนิดนึงครับ ว่า "การกำหนดเป้าหมายชีวิตของเรา" มี ๔ ขั้นตอน ได้แก่...
การค้นหา "ความปรารถนาของชีวิต"
การค้นหา "วิชาชีพ"
การค้นหา "คุณค่างานของเราที่มีให้กับสังคมนี้ โลกใบนี้" และ...
การค้นหา "ภารกิจในการใช้ชีวิต"...

วันอาทิตย์ที่ 18 มีนาคม พ.ศ. 2561

Ikigai...สูตรสำเร็จนั้นมีมากมาย แต่จะสำเร็จหรือไม่ นั่นเป็นอีกเรื่องหนึ่ง...ตอนที่ ๔

...หลังจากที่เราได้ค้นหา ๔ องค์ประกอบแล้ว ถือว่าเราได้ผ่านขั้นตอน "การค้นหาตัวเอง" มาแล้วครับ ต่อไปเราจะเข้าสู่ขั้นตอนการกำหนดเป้าหมายชีวิตของเรากันครับ...เรามาดูกันว่าเราจะใช้ประโยชน์จากองค์ประกอบทั้ง ๔ นี้กันได้อย่างไร...

ขั้นที่ ๑ ให้เราดู "สิ่งที่เรารัก" คู่กับ "สิ่งที่เราถนัด" ครับ และสรุปออกมาให้ได้ใจความที่บ่งบอกถึง "ความปรารถนาของชีวิต" ผู้เขียนแปลจากคำว่า Passion ครับ จริงๆ คำนี้ถ้าแปลตรงตัว แปลได้ว่า ความหลงใหล ความหมายลึกซึ้งครับ ก็เลยใช้คำที่เข้าใจง่ายหน่อย...ความปรารถนาของชีวิต เป็นสิ่งที่ทำให้เราได้ใช้พลังชีวิตในด้านที่เรารัก และเราถนัด มาผสมผสานกัน ทำให้เราชัดเจนมากขึ้น...

...ขอยกตัวอย่างของผู้เขียน...ผู้เขียน "รัก" ในเรื่องการเดินทาง ท่องเที่ยว โดยเฉพาะไปเดินป่า ขึ้นเขา, รักการอ่านหนังสือ, รักการขับรถ, รักในการสร้างคน สอนคน, รักที่จะทำเรื่องเล็กๆ แต่มีพลัง...

...ผู้เขียน "ถนัด" เรื่องการฟังคน ฟังเพื่อเข้าใจอารมณ์ ความรู้สึก, ถนัดในเรื่องการวิเคราะห์บุคลิกภาพของคน, ถนัดในเรื่องการสนทนาเพื่อให้ข้อคิดกับคนอื่น และกระตุ้นให้คนได้ใช้พลังที่มีอยู่ในตัวเองให้เกิดประโยชน์ต่อตัวเองและผู้อื่น...

...เมื่อนำ ๒ องค์ประกอบนี้มีกำหนด "ความปรารถนาของชีวิต" ก็จะสรุปได้ว่า "การท่องเที่ยวหาประสบการณ์, นำมาถ่ายทอดเรื่องราวด้วยการเขียน, การเล่าเรื่อง, เพื่อให้กำลังใจผู้คน, เป็นที่ปรึกษาด้านชีวิต และการงาน..."...นี่คือ Passion ของผู้เขียนครับ...

ขั้นที่ ๒ เราจะนำเอา "สิ่งที่เราถนัด" กับ "สิ่งที่เราทำ แล้วเกิดรายได้เลี้ยงตัวเอง" มาพิจารณา เราก็จะได้ "วิชาชีพ (Profession)"...พูดง่ายๆ คือเครื่องมือทำมาหากินนั่นล่ะครับ...

ขั้นที่ ๓ นำเอา "สิ่งที่เราทำ แล้วเกิดรายได้เลี้ยงตัวเอง" กับ "สิ่งที่โลกต้องการ" มาพิจารณา เราก็จะได้ "คุณค่าของงานที่เราทำที่มีต่อสังคม (Vocation)"...

ขั้นที่ ๔ นำเอา "สิ่งที่โลกต้องการ" มาพิจารณากับ "สิ่งที่เรารัก" เราก็จะได้ "ภารกิจ (Mission)" คือได้ทำในสิ่งที่รัก และมีคุณค่าต่อโลกใบนี้...

...รายละเอียดในขั้นที่ ๒-๔ จะเล่าสู่กันฟังในตอนต่อไปครับ...


วันเสาร์ที่ 17 มีนาคม พ.ศ. 2561

Ikigai...สูตรสำเร็จนั้นมีมากมาย แต่จะสำเร็จหรือไม่ นั่นเป็นอีกเรื่องหนึ่ง...ตอนที่ ๓

...การที่เราจะตั้งเป้าหมายชีวิตให้ได้ดี ให้ได้ชัดเจน ให้ได้ดั่งใจเรา ก็ต้องมีการอาศัยหลักการ หลักคิดอยู่เหมือนกัน...

...ผู้เขียนเห็นว่า หลักคิดหนึ่งที่สามารถนำมาใช้ได้ดี เหมาะสม เป็นหลักคิดที่เรียกว่า อิคิไก Ikigai เป็นแนวคิดการดำเนินชีวิตของคนญี่ปุ่น ที่ว่า "เหตุผลที่จะทำให้คุณมีชีวิตอยู่" หรือ "สิ่งที่จะทำให้คุณตื่นและกระโดดออกมาจากเตียงนอนในตอนเช้า"...ถ้าพิจารณาแล้ว ก็คงเป็นความพึงพอใจในการมีชีวิตอยู่ และ ทำให้เราได้เข้าใจความหมายของชีวิตได้อย่างลึกซึ้งมากขึ้น...

...เริ่มต้นไม่ยากครับ หาองค์ประกอบ ๔ เรื่องนี้ให้พบ ขบคิด พิจารณาให้ชัดเจน...
องค์ประกอบที่ ๑ สิ่งที่เรารัก...อยากทำมาก ถึงมากที่สุด ไม่มีใครมาบังคับ ถ้าไม่ได้ทำจะรู้สึกว่าชีวิตขาดรสชาติ
องค์ประกอบที่ ๒ สิ่งที่เราถนัด...เป็นทักษะ เป็นความชำนาญ เกิดจากการเรียนรู้ การปฏิบัติจริง...
องค์ประกอบที่ ๓ สิ่งที่เราทำแล้วเกิดรายได้เลี้ยงตัวเอง...
องค์ประกอบที่ ๔ สิ่งที่โลกนี้ สังคมนี้ต้องการ...

...ดูๆ ไป องค์ประกอบเหล่านี้ก็เหมือนแนวคำถามที่เราใช้สำรวจตัวเอง สำรวจวิธีคิด สำรวจวิธีปฏิบัติของเราครับ...ในขั้นตอนนี้อย่ารีบนะครับ ค่อยๆ คิด พิจารณา...ผู้เขียนใช้วิธีเขียนออกมาเป็นข้อๆ ก่อน หลังจากนั้นก็มาพิจารณา ว่าใช่หรือไม่ใช่...โดยปกติแล้ว คนเราจะรู้ตัวเองดีครับ ว่าสิ่งใดที่เป็นตัวตนของตนเอง...

สามารถอ่านเพิ่มเติมได้ที่ https://en.wikipedia.org/wiki/Ikigai

วันพุธที่ 7 มีนาคม พ.ศ. 2561

ชีวิตยืนยาวและมีความสุข IKIGAI



...ความสุขเล็กๆ น้อยๆ เมื่อมีเวลาว่างครับ...ผู้เขียนชอบอ่านหนังสือได้ทุกแนวครับ แต่ที่ชื่นชอบก็จะเป็นแนวจิตวิทยา และ นิยายสืบสวน ลึกลับ ซับซ้อน ซ่อนเงื่อน ซึ่งมันทำให้เราได้ใช้สมองฝึกคิดตาม ไม่ว่าจะการคิดเชิงวิเคราะห์ การเชื่อมโยง การอนุมาน การสรุปความ และ การนำเสนอ แต่ตอนอ่านนี่ไม่ได้ตามดูความคิดนะครับ เดี๋ยวเสียอรรถรสของเรื่องราว...

...เช้านี้ตื่นมา เห็นหนังสือเล่มนึงวางอยู่ที่โต๊ะ ผู้เขียนสั่งซื้อมาจากร้านแห่งหนึ่งทางออนไลน์ เพราะสะดวกในการจัดการชีวิตตัวเองครับ...IKIGAI ออกเสียงว่า อิคิไก...ลองออกสำเนียงแบบญี่ปุ่นดูครับ...นั่นงัย สัมผัสกลิ่นไอของแดนซามูไรเข้าไปแล้ว...เกริ่นนำของหน้าปกเขียนไว้ว่า "ความลับของชาวญี่ปุ่น ในการมีชีวิตที่ยืนยาว และ มีความสุข"...น่าสนใจมั๊ยล่ะครับ...ความสุขหาไม่ยากครับ หาจากสิ่งรอบๆ ตัว และ สิ่งที่อยู่ภายในตัวของเรา ตรงนี้ ก็แล้วแต่จริตของแต่ละคนล่ะครับ ว่าท่านชอบความสุขจากปัจจัยภายใน หรือภายนอก...หรือว่าจะผสมปนเปกันไปทั้งภายในและภายนอก...ก็ว่ากันไป...

...เวลาผมเลือกหนังสือ ผมชอบที่จะเริ่มต้นจากสารบัญครับ เพื่อดูภาพรวมของเนื้อหา การวางโครงสร้างการเล่าเรื่องราว ความเชื่อมโยง...อย่างน้อยที่สุดจะได้ตอบสนองความอยากอ่านของตัวเองก่อนว่าจะเหมาะกับการใช้เวลาอ่านจริงหรือเปล่า...

...หนังสือเล่มนี้ มีหัวข้อหลายๆ หัวข้อที่สะดุดตา สะดุดใจผู้เขียนเป็นอย่างยิ่ง...ผู้เขียนแปลจากภาษาอังกฤษนะครับ ควรใช้วิจารณญาณอย่างที่สุดในการอ่านและตีความ ฮ่าๆๆๆ...ตัวอย่าง เช่น...

...ศิลปะของการมีชีวิตอย่างหนุ่มสาว ในขณะที่เริ่มสูงวัย...

...สิ่งเล็กๆ น้อยๆ ที่เราไม่ควรมองข้าม ในการมีชีวิตที่ยืนยาว และมีความสุข...

...จะใช้การทำงาน และ เวลาว่าง เพื่อการเติบโตได้อย่างไร...

...จะเผชิญกับความท้าทายของชีวิต โดยปราศจากความเครียดและความกังวลเรื่องอายุ ได้อย่างไร...

นี่แค่หัวข้อส่วนนึงนะครับ เนื้อหาในเล่ม คงจะเข้มข้นพอสมควร แต่แค่อ่านผ่านๆ กลับอ่านง่าย เข้าใจง่าย ไม่เครียด (ก็แหงล่ะ หนังสือเกี่ยวกับการลดความเครียดของชีวิต ถ้าอ่านแล้วเครียด ก็วางลงได้เลย...)...

...หนังสือเล่มนี้ จะเป็นเพื่อนผู้เขียนในช่วงพักผ่อน ล่องใต้ ไปรับลมทะเลซักสองสามวันครับ...

...ความสุขอยู่ที่เรานิยาม และ ทำสิ่งที่นิยามให้เป็นความจริงครับ...

วันอาทิตย์ที่ 4 มีนาคม พ.ศ. 2561

ສູດສຳເລັດນັ້ນມີຫຼາຍ ແຕ່ຈະສຳເລັດບໍ່ ນັ້ນແມ່ນອີກເລື່ອງໜຶ່ງ...ຕອນທີ່ 11

...C ຕົວສຸດທ້າຍ ແມ່ນ Continuity ໝາຍເຖີງ ຄວາມຕໍ່ເນື່ອງ...

...ຈາກມຸມມອງຂອງຜູ້ຂຽນ "ຄວາມຕໍ່ເນື່ອງ" ເປັນປັດໄຈສຳຄັນທີ່ຈະເຮັດໃຫ້ການເຮັດສິ່ງໃດກໍຕາມ ສາມາດບັນລຸຕາມເປົ້າໝາຍທີ່ຕັ້ງໄວ້ໄດ້...

...ຄວາມຕໍ່ເນື່ອງ ໝາຍເຖີງ ການສືບຕໍ່ ການເຮັດໄປຢ່າງບໍ່ຢຸດ...

...ເຮົາມາເບິ່ງກັນວ່າ 3C ຍາມເອົາມາເປັນແນວຄິດພື້ນຖານໃນການເຮັດກິດຈະກຳຫຍັງກໍຕາມ ບໍ່ວ່າຊີແມ່ນເລື່ອງຊີວິດ ເລື່ອງຄວາມຮັກ ເລື່ອງການງານ ເຮົາກໍຈະພົບວ່າ ທັ້ງສາມສ່ວນປະສົມປະສານຢ່າງລົງຕົວ...
ການມີ "ຄວາມຈະແຈ້ງ" ວ່າຈະເຮັດຫຍັງ ເພື່ອໃຫ້ບັນລຸຫຍັງ ກໍມີຄວາມສຳຄັນຫຼາຍ ເປັນການວາງຈຸດທີ່ເຮົາຈະຕ້ອງໄປໃຫ້ຮອດ...

ການວາງ "ບາດກ້າວທີ່ແທດເໝາະ" ກໍຈະເປັນການເຮັດໃຫ້ເຮົາຮູ້ວ່າຕ້ອງເຮັດຫຍັງ ເຮັດແນວໃດ ມີຄວາມຖີ່ ຄວາມຫ່າງຂອງການເຮັດໄລຍະສັ້ນ-ຍາວເທົ່າໃດ ເພື່ອໃຫ້ໄປຮອດເປົ້າໝາຍ ເພື່ອໃຫ້ບັນລຸເປົ້າໝາຍ...
ແລະ ເພື່ອໃຫ້ທຸກຢ່າງເປັນໄປຕາມທີ່ວາງແຜນໄວ້ ແມ່ນຕ້ອງມີ "ຄວາມຕໍ່ເນື່ອງ" ທີ່ຈະເປັນຕົວຂັບເຄື່ອນບາດກ້າວໃຫ້ເປັນໄປໄດ້ຈິງ...

...ຄວາມຕໍ່ເນື່ອງ ຕ້ອງອາໄສສິນລະປະໃນການບໍລິຫານຄືກັນ ຕົວຢ່າງ ຢາມເຮົາພົບພໍ້ບັນຫາ ເຮົາຈະແກ້ໄຂແນວໃດ, ຢາມເຮົາພົບກັບສິ່ງທີ່ບໍ່ຄາດໝາຍມາກ່ອນ ທັ້ງດີ ແລະ ບໍ່ດີ ເຮົາຈະຈັດການແນວໃດ...ເປັນຄວາມທ້າທາຍທີ່ສຸດ ເພື່ອບໍ່ໃຫ້ເກີດການຢຸດ...ແນວທາງໜຶ່ງທີ່ຜູ້ຂຽນມັກໃຊ້ຢາມພົບກັບຄວາມທ້າທາຍ ຜູ້ຂຽນຈະຖາມຕົວເອງວ່າ "ເປົ້າໝາຍຂອງເຮົາແມ່ນຫຍັງ, ເຮົາຕ້ອງການເຫັນຫຍັງເກີດຂຶ້ນ" ເຮົາກໍຈະບໍ່ຫຼົງທາງ ແລະ ກັບເຂົ້າຫາແນວທາງຂອງເຮົາໄດ້...

...ລອງເຮັດເບິ່ງເດີ້...ຂໍ້ຄິດງ່າຍໆ ມີຢູ່ຫຼາຍ ມັນຈະເກີດປະໂຫຍດກໍຕໍ່ເມື່ອເຮົາໄດ້ລົງມືປະຕິບັດແລ້ວເທົ່ານັ້ນ ແລະຈະເຫັນຄວາມປ່ຽນແປງໂດຍຕົວທ່ານເອງ ...

วันอังคารที่ 27 กุมภาพันธ์ พ.ศ. 2561

ສູດສຳເລັດນັ້ນມີຫຼາຍ ແຕ່ຈະສຳເລັດບໍ່ ນັ້ນແມ່ນອີກເລື່ອງໜຶ່ງ...ຕອນທີ່ 8

...ບົດສົນທະນາຂອງລູກສິດກັບອາຈານເລິ່ມຕົ້ນຂຶ້ນໃນຕອນເຊົ້າ ຂອງວັນໜຶ່ງ...

..."ອາຈານ...ນ້ອງໄດ້ກຳນົດເປົ້າໝາຍຊີວິດຂອງນ້ອງມາແລ້ວ ກວ່າຈະເຮັດໄດ້ ກໍໃຊ້ເວລາດົນພໍສົມຄວນ ກວ່າຈະຄິດຫາແນວທີ່ເຈົ້າຂອງຮັກ ກໍເບິ່ງແລ້ວເບິ່ງອີກ ຖາມຕົວເອງ ຖາມແລ້ວຖາມອີກ ວ່າແມ່ນແນວທີ່ເຈົ້າຂອງຮັກແທ້ບໍ່ ຈົນໄດ້ຄຳຕອບ....ບໍ່ແມ່ນເລື່ອງງ່າຍເນາະອາຈານ...."

...ອາຈານຍິ້ມ ແລະຕອບວ່າ "ບໍ່ງ່າຍ ແລະ ກໍບໍ່ຍາກດອກ...ສ່ວນຫຼາຍຍາກນຳຄິດຫັ້ນລ່ະ ແຕ່ພໍໄດ້ຄຳຕອບ ມັນກະງ່າຍແລ້ວ...ຕ້ອງປ່ຽນຄວາມຄິດອອກມາໃຫ້ເປັນແນວຈັບຕ້ອງໄດ້ ຄິດແລ້ວຂຽນອອກມາ ນັ້ນກໍເປັນວິທີໜຶ່ງ..."

..."ໂດຍອາຈານ...ທີນີ້ນ້ອງຈະໄປຈັ່ງໃດ໋ຕໍ່ໄປ..."

..."ຢ່າງທີ່ອາຈານບອກຫັ້ນເດ ປ່ຽນສິ່ງທີ່ຈັບບໍ່ໄດ້ ໃຫ້ຈັບຕ້ອງໄດ້...ລອງຂຽນແນວທີ່ຕົວເອງຈະເຮັດໃນແຕ່ລະມື້ອອກມາ ທີ່ເຮົາເຮັດແລ້ວມີພະລັງ ມີປະໂຫຍດກັບຄົນອື່ນ ແລະ ສັງຄົມ....ຮູ້ບໍ່ວ່າຍ້ອນຫຍັງ ເຮົາຈຶ່ງຕ້ອງຂຽນເປັນລາຍວັນ..."

..."ຍ້ອນວ່າ ເຮົາຕ້ອງເລິ່ມຕົ້ນຈາກສິ່ງນ້ອຍໆ ແຕ່ມີພະລັງ ແມ່ນບໍ່ອາຈານ...ຖຶງແມ້ວ່າເຮົາຈະຄິດເຮັດເລື່ອງໃຫຍ່ ຢາກເຫັນຄວາມປ່ຽນແປງໃຫຍ່ໆ ເຮົາກໍຕ້ອງເລິ່ມຕົ້ນຈາກສິ່ງນ້ອຍໆ ຢູ່ດີ...ນ້ອງມີເປົ້າໝາຍຊີວິດແລ້ວ ນ້ອງກໍຕ້ອງເລິ່ມເຮັດສິ່ງນ້ອຍ ສະສົມໄປເລື້ອຍໆ ເພື່ອໃຫ້ບັນລຸເປົ້າໝາຍ"...

..."ສະແດງວ່ານ້ອງຄົງຮູ້ແລ້ວເນາະ ວ່າຕ້ອງຂຽນສິ່ງທີ່ຕົວເອງຈະເຮັດອອກມາແນວໃດ..."

..."ຮູ້ແລ້ວອາຈານ...ສິ່ງທີ່ນ້ອງຈະເຮັດໃນແຕ່ລະວັນ ມັນຈະຕ້ອງສົ່ງຜົນໃຫ້ນ້ອງໄດ້ເຮັດຕາມເປົ້າໝາຍຊີວິດຂອງນ້ອງທີ່ຕັ້ງໄວ້ ຈະສຳເລັດຫຼືບໍ່ນັ້ນ ມັນແມ່ນອີກເລື່ອງໜຶ່ງເນາະອາຈານ...ນ້ອງຄິດວ່າ ເຮົາຕ້ອງລົງມືເຮັດ ມັນຈຶງຈະເກີດຜົນ..."

..."ອາຈານມີແນວຄິດ 3C ມາຝາກເດີ້...Clarity...Continuity...Consistency..."

..."ອາຈານກຳລັງຈະບອກນ້ອງວ່າ ຖ້າເຮັດໃຫ້ຄົບສາມຊີນີ້ແລ້ວ ຄວາມສຳເລັດກໍຈະເກີດຂຶ້ນໄດ້ແມ່ນບໍ່ອາຈານ..."

..."ແມ່ນແລ້ວ....ຖ້າຊັ້ນເຮົາມາເບິ່ງໄປນຳກັນເທືອລະຊີເນາະ...."

..."ໂດຍ...ອາຈານ..." 

วันพฤหัสบดีที่ 15 กุมภาพันธ์ พ.ศ. 2561

ສູດສຳເລັດນັ້ນມີຫຼາຍ ແຕ່ຈະສຳເລັດບໍ່ ນັ້ນແມ່ນອີກເລື່ອງໜຶ່ງ...ຕອນທີ່ 6

...ມື້ນີ້ເຮົາຈະມາສືບຕໍ່ເລື່ອງ "ຄຸນຄ່າຂອງວຽກເຮົາ ທີ່ໃຫ້ກັບສັງຄົມ ໃຫ້ກັບໂລກໃບນີ້"...

...ເລິ່ມຈາກການນຳເອົາ "ສິ່ງທີ່ເຮົາເຮັດແລ້ວເກີດລາຍໄດ້" ຫຼື ເວົ້າໃຫ້ເຂົ້າໃຈງ່າຍຂຶ້ນ ແມ່ນ ມີຄົນພ້ອມທີ່ຈະຈ່າຍຄ່າຈ້າງໃຫ້ເຮົານັ່ນເອງ ມາສົມທຽບກັບ "ສິ່ງທີ່ໂລກ ສັງຄົມ ຕ້ອງການ"...

...ຕົວຢ່າງຈາກຜູ້ຂຽນເອງ (ຢ່າຟ້າວເບື່ອເດີ້ ຍົກຕົວຢ່າງຂອງຕົວເອງມັນສະດວກດີ)..."ສິ່ງທີ່ເຮັດແລ້ວເກີດລາຍໄດ້" ແມ່ນ ການເປັນຄູຝຶກ, ການເປັນຜູ້ອຳນວຍຄວາມສະດວກໃນການຮຽນຮູ້, ການເປັນໂຄ້ຊ (coach), ການເປັນທີ່ປຶກສາດ້ານການພັດທະນາບຸກຄະລາກອນ ແລະ ອົງກອນ...ສ່ວນ "ສິ່ງທີ່ໂລກ ສັງຄົມຕ້ອງການ" ຕາມມຸມມອງຂອງຜູ້ຂຽນ ເຫັນວ່າ ສັງຄົມຕ້ອງການຜູ້ຟັງທີ່ດີ, ຕ້ອງການຄົນເບິ່ງໂລກໃນມຸມທີ່ດີໆ, ຕ້ອງການຄວາມສະຫງົບສຸກ ສັນຕິພາບ, ຕ້ອງການຜູ້ນຳທາງຄວາມຄິດ...

...ເມື່ອພິຈາລະນາຈາກສອງສ່ວນນີ້ແລ້ວ ຜູ້ຂຽນກໍຈະໄດ້ ຄຸນຄ່າຂອງວຽກເຮົາ ທີ່ໃຫ້ກັບສັງຄົມ ໃຫ້ກັບໂລກໃບນີ້ ແມ່ນ "ຄວາມສາມາດໃນການເປັນທີ່ປຶກສາ ແລະ ເປັນຊັບພະຍາກອນບຸກຄົນ ດ້ານການພັດທະນາຕົວເອງ ແລະ ອົງກອນ"...

...ມາຮອດຕອນນີ້ ເຮົາກໍຈະໄດ້ 3 ສ່ວນທີ່ສຳຄັນ ກ່ອນການກຳນົດເປົ້າໝາຍຊີວິດຂອງເຮົາແລ້ວ...ເຫຼືອອີກໜຶ່ງສ່ວນ ສາມາດຕິດຕາມໄດ້ຕອນຕໍ່ໄປ...
《《《《《《《《《《《《♡》》》》》》》》》》

ທວນຄວາມຄືນ "ການສັງລວມຄວາມເປັນຕົວຕົນຂອງເຮົາ" ມີ 4 ຂັ້ນຕອນ ແມ່ນ

  1. ການຊອກຫາ "ຄວາມປາດຖະໜາຂອງຊີວິດ"
  2. ການຊອກຫາ "ວິຊາຊີບ"
  3. ການຊອກຫາ "ຄຸນຄ່າຂອງວຽກເຮົາ ທີ່ໃຫ້ກັບສັງຄົມ ໃຫ້ກັບໂລກໃບນີ້" ແລະ
  4. ການຊອກຫາ "ພາລະກິດໃນການໃຊ້ຊີວິດ"

วันอังคารที่ 13 กุมภาพันธ์ พ.ศ. 2561

ສູດສຳເລັດນັ້ນມີຫຼາຍ ແຕ່ຈະສຳເລັດບໍ່ ນັ້ນແມ່ນອີກເລື່ອງໜຶ່ງ...ຕອນທີ່ 4

...ຫຼັງຈາກທີ່ເຮົາໄດ້ຊອກຫາອົງປະກອບທັ້ງ 4 ແລ້ວ ຖືໄດ້ວ່າເຮົາຜ່ານຂັ້ນ "ການຊອກຫາຕົວເອງ" ມາແລ້ວ. ຕໍ່ໄປເຮົາຈະເຂົ້າສູ່ຂັ້ນການ "ສັງລວມຄວາມເປັນຕົວຕົນຂອງເຮົາ"...ເຮົາມາເບິ່ງນຳກັນ ວ່າ ເຮົາຈະໃຊ້ປະໂຫຍດຈາກອົງປະກອບຕ່າງໆ ນັ້ນໄດ້ແນວໃດແດ່...

...ຂັ້ນທີ່ 1 ໃຫ້ເຮົາເບິ່ງ "ສິ່ງທີ່ເຮາຮັກ" ຄູ່ກັບ "ສິ່ງທີ່ເຮົາຖະໜັດ ເຮົາມີຄວາມຊຳນານ" ແລະສະຫຼຸບອອກມາໃຫ້ໄດ້ໃຈຄວາມທີ່ບອກເຖີງຕົວເອງ...ບອກເຖີງເລື່ອງ "ຄວາມປາດຖະໜາຂອງຊີວິດ". ພາສາອັງກິດ ໃຊ້ຄຳວ່າ Passion... ຄວາມປາດຖະໜາຂອງຊີວິດ ເປັນສິ່ງທີ່ເຮັດໃຫ້ເຮົາໄດ້ໃຊ້ພະລັງຂອງສິ່ງທີ່ເຮົາຮັກ ແລະ ສິ່ງທີ່ເຮົາຖະໜັດ ມາປະສົມປະສານກັນ ເຮັດໃຫ້ເຮົາໄດ້ເຫັນຕົວຕົນຈະແຈ້ງຂຶ້ນ...

ຕົວຢ່າງຈາກຜູ້ຂຽນ...ຜູ້ຂຽນ "ຮັກ" ໃນເລື່ອງການເດີນທາງ ທ່ອງທ່ຽວ ໂດຍສະເພາະໄປທ່ຽວນຳພູຜາ, ມັກການຂຽນໜັງສື, ມັກອ່ານໜັງສື, ມັກການຂັບລົດ, ມັກສ້າງຄົນ ສອນຄົນ, ມັກເຮັດເລື່ອງນ້ອຍໆ ແຕ່ມີພະລັງ...

ຜູ້ຂຽນ "ຖະໜັດ" ເລື່ອງການຟັງຄົນ ຟັງເພື່ອເຂົ້າໃຈຄົນ, ຖະໜັດເລື່ອງການເບິ່ງຄົນ ແລະ ສາມາດໄຈ້ແຍກໄດ້ ວ່າ ຜູ້ໃດມີບຸກຄະລິກ ລັກສະນະນິໄສແນວໃດ, ຖະໜັດການສອນຄົນແບບໃຫ້ເຂົາເຈົ້າຄິດເອງ...

ເມື່ອນຳ "ສິ່ງທີ່ຜູ້ຂຽນຮັກ" ແລະ "ສິ່ງທີ່ຜູ້ຂຽນຖະໜັດ" ມາລວມກັນ ກໍຈະໄດ້ "ຄວາມປາດຖະໜາຂອງຊີວິດ" ຫຼື Passion ...ສຳລັບຜູ້ຂຽນ ຄື "ການທ່ອງທ່ຽວຫາປະສົບການ, ນຳມາຖ່າຍທອດຜ່ານການຂຽນ, ການເລົ່າເລື່ອງ, ເພື່ອໃຫ້ກຳລັງໃຈຄົນ, ເປັນທີ່ປຶກສາດ້ານຊີວິດ ແລະ ວຽກງານ"...

...ຂັ້ນທີ່ 2 ເຮົາກໍນຳເອົາ "ສິ່ງທີ່ເຮົາຖະໜັດ" ກັບ "ສິ່ງທີ່ເຮັດແລ້ວສາມາດສ້າງລາຍໄດ້ໃຫ້ກັບເຮົາ" ມາພິຈາລະນາ ເພື່ອໃຫ້ເຮົາໄດ້ເຫັນ "ວິຊາຊີບ" ຂອງເຮົາ...ພາສາອັງກິດໃຊ້ຄຳວ່າ Profession...

...ຂັ້ນທີ່ 3 ໃຫ້ເຮົານຳເອົາ "ສິ່ງທີ່ເຮົາເຮັດແລ້ວສາມາດສ້າງລາຍໄດ້ໃຫ້ກັບເຮົາ" ມາລວມກັບ "ສິ່ງທີ່ໂລກຕ້ອງການ, ສັງຄົມໄດ້ຄຸນຄ່າ". ຂັ້ນນີ້ຈະເຮັດໃຫ້ເຮົາໄດ້ເຫັນ "ຄຸນຄ່າຂອງວຽກເຮົາທີ່ໃຫ້ກັບສັງຄົມ" ພາສາອັງກິດໃຊ້ຄຳວ່າ Vocation...

...ຂັ້ນທີ່ 4 ນຳເອົາ "ສິ່ງທີ່ໂລກຕ້ອງການ, ສັງຄົມໄດ້ຄຸນຄ່າ" ມາສັງລວມກັບ "ສິ່ງທີ່ເຮົາຮັກ" ເຮົາກໍຈະໄດ້ "ພາລະກິດ" ພາສາອງກິດໃຊ້ຄຳວ່າ Mission ຊຶ່ງໝາຍຄວາມໄດ້ວ່າ ເຮົາໄດ້ເຮັດໃນສິ່ງທີ່ຮັກ ແລະ ມີຄຸນຄ່າຕໍ່ສັງຄົມ...

...ລາຍລະອຽດຈະລົມສູ່ຟັງໃນຕອນຕໍ່ໄປເດີ້ເຈົ້າ...

บทความที่มีผู้เข้าอ่านมากที่สุด