วันอาทิตย์ที่ 24 พฤษภาคม พ.ศ. 2563

ອິຄິໄກໃນການພັດທະນາອົງກອນ


...ອາຈານ ນ້ອງຖາມແດ່ ຫຼັກການ ອິຄິໄກ ທີ່ອາຈານເຄີຍເລົ່າໃຫ້ຟັງນີ່ ມັນເອົາໄປໃຊ້ກັບການພັດທະນາອົງກອນໄດ້ແນວໃດ?...ນ້ອງລ່ະຄິດວ່າ ມັນເປັນເລື່ອງຂອງການພັດທະນາຕົວເອງ ແຕ່ກໍ່ນ່າຈະເອົາມາໃຊ້ກັບການພັດທະນາອົງກອນໄດ້ຢູ່ໄດ໋...

...ຖ້າເບີ່ງການພັດທະນາອົງກອນຜ່ານວິທີການ ແລະ ເຄື່ອງມືຕ່າງໆ ແລ້ວ ອົງກອນ ກໍ່ຄ້າຍຄືກັບຄົນເຮົານີ້ລ່ະ ມີອົງປະກອບຕ່າງໆ ປະສົມປະສານກັນ ເຮັດໃຫ້ເກີດເປັນຮູບເປັນຮ່າງຂຶ້ນມາ...ອົງກອນກໍ່ມີຊີວິດ ທີ່ມີພະນັກງານທຸກຄົນຊ່ວຍກັນເຮັດໃຫ້ອົງກອນດຳລົງຢູ່ ສົມທຽບໄດ້ກັບອະໄວຍະວະຕ່າງໆ ໃນຮ່າງກາຍ...ການບໍລິຫານຈັດການ ກໍ່ສົມທຽບໄດ້ກັບເລືອດ ອາຫານ ອາກາດ ທີ່ຊ່ວຍໃຫ້ເກີດພະລັງງານໃນການມີຊີວິດຢູ່...ການຂັບເຄື່ອນອົງກອນ ກໍ່ສົມທຽບໄດ້ກັບແຮງບັນດານໃຈທີ່ເກີດຂຶ້ນຈາກພາຍໃນ ແລະ ແຮງຈູງໃຈທີ່ມາຈາກພາຍນອກ...ທຸກຢ່າງປະສົມປະສານກັນຢ່າງລົງຕົວ ກໍ່ຈະເຮັດໃຫ້ອົງກອນນັ້ນມີສຸຂະພາບດີ ຫຼີກໜີຈາກການເຈັບເປັນ...

...ໝາຍຄວາມວ່າ ອິຄິໄກ ກໍ່ສາມາດເອົາມາໃຊ້ກັບອົງກອນໄດ້ ແມ່ນບໍ່ອາຈານ ຍ້ອນວ່າ ສົມທຽບກັບຄົນແລ້ວ ອົງກອນກໍ່ຄ້າຍຄືກັນ...

...ຫຼັກຄິດ ອິຄິໄກ ເປັນປັດຊະຍາຊີວິດຂອງຄົນຍີ່ປຸ່ນ ທີ່ແນໃສ່ເລື່ອງ ການມີຊີວິດຢ່າງມີຄຸນຄ່າ ແລະ ມີຄວາມສຸກ...ເປັນປັດຊະຍາທີ່ໃຊ້ໃນການສ້າງຄວາມດຸ່ນດ່ຽງໃຫ້ກັບການດຳເນີນຊີວິດ...ອົງກອນກໍ່ຕ້ອງມີຫຼັກຄິດໃນເລື່ອງການມີຄຸນຄ່າ ແລະ ມີຄວາມສຸກໃນການເຮັດວຽກຄືກັນ ບໍ່ໄດ້ແຕກຕ່າງກັນ...ອິຄິໄກ ເວົ້າເລື່ອງເຫດຜົນຂອງການມີຊີວິດຢູ່ ດັງນັ້ນ ກໍ່ບໍ່ແປກດອກ ທີ່ອົງກອນຈະຕ້ອງຄິດເລື່ອງເຫດຜົນຂອງການເຮັດວຽກໃຫ້ຢູ່ໄດ້ດົນຢ່າງມີຄຸນຄ່າ...

...ເລີ່ມຕົ້ນຈາກບ່ອນໃດ ອາຈານ...

...ເລື່ອງທຳອິດ ຕອບຄຳຖາມໃຫ້ໄດ້ວ່າ ອົງກອນເຮັດຫຍັງໄດ້ດີ ແລະ ພະນັກງານມີຄວາມສຸກ ກັບການໄດ້ເຮັດສິ່ງນັ້ນ...ເຮັດແບບບໍ່ມີຄ່າຕອບແທນເປັນຕົວເງີນ ເປັນສິ່ງທີ່ພະນັກງານເຮັດແລ້ວເກີດຄວາມເບີກບານໃຈຂອງຕົວເອງ ເຮັດຈົນບໍ່ຢາກເຊົາເຮັດ...ເຂົາຮ້ອງວ່າ ເປັນຄວາມຫລົງໃຫຼໃນສິ່ງນັ້ນ...ນ້ອງພໍຍົກຕົວຢ່າງໄດ້ບໍ່...

...ກໍ່ນ່າຈະແມ່ນ ສິ່ງທີ່ທຸກຄົນເຮັດຫັ້ນ ບໍ່ແມ່ນມີຜູ້ໃດບັງຄັບເນາະອາຈານ...ອືມມມ...ພະນັກງານຈັດວົງສົນທະນາແລກປ່ຽນເພື່ອພັດທະນາຕົວເອງຢູ່ຕະຫຼອດ ໂດຍບໍ່ແມ່ນໜ້າວຽກທີ່ຮັບຜິດຊອບ ແຕ່ກໍ່ເຮັດຍ້ອນວ່າທຸກຄົນຕ້ອງການພັດທະນາຕົວເອງ ເອົາສິ່ງທີ່ຕົວເອງເຮັດໄດ້ ມີປະສົບການມາແລກປ່ຽນກັນ ແລະ ຊ່ວຍກັນໃຫ້ຄຳຄິດຄຳເຫັນໃນການພັດທະນາຕໍ່...ພໍໄປໄດ້ບໍ່ ອາຈານ...

...ໂດຍ ໄປໄດ້ດີເລີຍລ່ະ...ເລື່ອງທີ່ສອງນີ່ ແມ່ນວ່າ ພະນັກງານໃນອົງກອນໄດ້ເຮັດໃນສິ່ງທີ່ເຮັດແລ້ວມີຄວາມສຸກ ແລະ ສັງຄົມກໍ່ໄດ້ປະໂຫຍດນຳ...ພະນັກງານເຮັດແລ້ວມີຄວາມເບີກບານໃຈ ແລະ ໃນຂະນະດຽວກັນ ສັງຄົມກໍ່ໄດ້ປະໂຫຍດຈາກສິ່ງນັ້ນ ຕົວຢ່າງ ອົງກອນສະໜັບສະໜຸນໃຫ້ພະນັກງານເຮັດວຽກອາສາສະໝັກ, ການຊ່ວຍເຫຼືອຄົນອື່ນດ້ວຍການບໍລິຈາກສິ່ງຂອງ, ການສອນໜັງສືເດັກນ້ອຍໃນສູນຮັບລ້ຽງເດັກ...ເປັນການເຮັດແບບບໍ່ມີຄ່າຕອບແທນເປັນຕົວເງີນ...ເປັນພາລະກິດຂອງຊີວິດທີ່ມອບໃຫ້ກັບສັງຄົມ...

...ເລື່ອງທີ່ສາມ ແມ່ນ ພະນັກງານຂອງອົງກອນໄດ້ເຮັດໃນສິ່ງທີ່ຖະໜັດ ແລະ ມີລາຍໄດ້ ຫຼື ມີທຶນໃນການເຮັດກິດຈະກຳຕ່າງໆ ຢ່າງຕໍ່ເນື່ອງ...ເປັນເລື່ອງທີ່ອົງກອນຕ້ອງສ້າງເສີມ ແລະ ພັດທະນາທັກສະຂອງພະນັກງານໃຫ້ມີບາດກ້າວ ມີການປະເມີນຂີດຄວາມສາມາດຂອງພະນັກງານສະໝ່ຳສະເໝີ ສ້າງແຜນພັດທະນາບຸກຄະລາກອນ ແລະ ພາກັນເຮັດໄປຕາມແຜນທີ່ວາງໄວ້ ເຮັດແລ້ວກໍ່ຕິດຕາມກັນຢ່າງຕໍ່ເນື່ອງ ພັດທະນາຕໍ່ເນື່ອງ...

...ຖ້າເຮັດໄດ້ແບບອາຈານວ່ານີ່ ຄືຊີດີເນາະອາຈານ ຢາມເຮັດຕົວຈິງຫັ້ນນ່າ ບັນຫາຫຼາຍແທ້ ຫຼາຍວ່າ ໂດຍສະເພາະການພັດທະນາຄົນນີ່ລ່ະ...

...ໂດຍ ກໍ່ເຫັນດີນຳ ຖ້າໝຸນໃຊ້ຫຼັກການຕ່າງໆ ໄປເຮັດແລ້ວ ມັນເກີດຜົນດີ ກໍ່ດີໄປ ແຕ່ຢ່າລືມວ່າ ການພັດທະນາອົງກອນ ມັນບໍ່ໄດ້ເກີດຄວາມສົມບູນແບບຈາກການເຮັດເທືອດຽວ ຫຼື ສອງເທືອ ບາງເທືອອາດຈະຕ້ອງເຮັດຢູ່ຕະຫຼອດເວລາ...ການພັດທະນາຄົນ ກໍ່ເປັນໝາກຫົວໃຈ ທີ່ເຮົາຕ້ອງສຸມໃສ່...ປັດຊະຍາ ອິຄິໄກ ກໍ່ມີແນວຄິດຢູ່ວ່າ ຖ້າຄົນເຮົາໄດ້ເຮັດໃນສິ່ງທີ່ຖະໜັດແລ້ວ ວຽກງານມັນກໍ່ເກີດຄຸນຄ່າຂຶ້ນມາ ຄຸນຄ່າໝາຍເຖີງປະໂຫຍດ ປະໂຫຍດທີ່ເກີດຂຶ້ນກັບຕົວເອງ ແລະ ເກີດຂຶ້ນກັບອົງກອນ ໝາຍຄວາມວ່າ ຖ້າພະນັກງານມີທັກສະໃນເລື່ອງນັ້ນຫຼາຍ ໂດດເດັ່ນ ມັນກໍ່ສ້າງຄວາມນ່າເຊື່ອຖືໃຫ້ກັບອົງກອນ ເຊີ່ງສົ່ງຜົນຕໍ່ພາບລັກ ແລະ  ເຮັດໃຫ້ຄົນອື່ນເກີດຄວາມເຊື່ອຖື...

...ອາຈານກຳລັງຈະບອກວ່າ ຕ້ອງສ້າງສະພາບແວດລ້ອມໃນການເຮັດວຽກໃນອົງກອນ ໃຫ້ພະນັກງານໄດ້ນຳໃຊ້ທ່າແຮງຢ່າງເຕັມທີ່ ແລະ ກ້າວຂ້າມບັນຫາໂດຍການຍອມຮັບຄວາມຈິງທີ່ວ່າ ການພັດທະນາຄົນຍ່ອມມີຄວາມຫຍຸ້ງຍາກເປັນທຳມະດາ...ຖ້າເຮົາສ້າງບັນຍາກາດໃນການເຮັດວຽກໃຫ້ດີ ຄົນກໍ່ຈະມີແຮງບັນດານໃຈໃນການພັດທະນາຕົວເອງເດ້ເນາະ ອາຈານ...

...ແມ່ນແລ້ວ ນັ້ນລ່ະ ຄືທາງເລືອກ...ເລື່ອງສຸດທ້າຍ ອົງກອນກໍ່ຕ້ອງທວນຄືນວ່າ ທັກສະຕ່າງໆ ພະນັກງານໃນອົງກອນ ມີເລື່ອງໃດແດ່ ທີ່ຕອບສະໜອງຄວາມຕ້ອງການ ແລະ ເກີດປະໂຫຍດກັບສັງຄົມ...ເວົ້້າງ່າຍໆ ແມ່ນ ສັງຄົມຕ້ອງການທັກສະແບບທີ່ອົງກອນມີ ອາດຈະມີຊຸມຊົນ ຫຼື ໜ່ວຍງານໃດໜຶ່ງນຳໄປໃຊ້ປະໂຫຍດໃນເລື່ອງໃດເລື່ອງໜຶ່ງ ຫຼື ຫຼາຍໆ ເລື່ອງກໍ່ເປັນໄປໄດ້...ຕົວຢ່າງ ສັງຄົມຕ້ອງການຜູ້ນຳທາງຄວາມຄິດ ແລະ ພະນັກງານໃນອົງການຂອງເຮົາກໍ່ມີທັກສະໃນການຄິດວິເຄາະ ມອງໂລກ ມອງສະຖານະການໃນມຸມຕ່າງໆ ເພື່ອໃຊ້ໃນການຈັດຂະບວນການຮຽນຮູ້ ເປັນການເປີດມຸມມອງໃຫ້ຄົນໃນສັງຄົມໄດ້ເບີ່ງກວ້າງ ມອງໄກ...ຫຼື ອົງກອນຂອງເຮົາມີພະນັກງານທີ່ມີທັກສະໃນການເຮັດກະສິກຳແບບພໍພຽງ ເຮັດມາດົນ ມີບົດຮຽນ ແລະ ປະສົບການຫຼາຍ ເຮົາກໍສາມາດເປັນຕົ້ນແບບໃຫ້ຄົນໃນສັງຄົມໄດ້ເຫັນວ່າ ເລື່ອງນີ້ກໍ່ເປັນໄປໄດ້...

...ນ້ອງເຂົ້າໃຈແລ້ວວ່າ ປັດຊະຍານີ້ ກໍ່ສາມາດນຳມາໝຸນໃຊ້ ໃນການທວນຄືນສິ່ງທີ່ອົງກອນເປັນຢູ່ເນາະ ອາຈານ...ການໄດ້ຮູ້ຕົວເອງ ເຫັນຄວາມຈິງຂອງອົງກອນຕົວເອງ ກໍ່ຈະເປັນແນວທາງໃນການເຮັດໃຫ້ອົງກອນໄດ້ວິເຄາະ ໄຈ້ແຍກ ອົງປະກອບຕ່າງໆ ອອກມາໄດ້ງ່າຍຂຶ້ນ...ນ້ອງວ່າ ໃຊ້ວິທີນີ້ ຈະງ່າຍກວ່າໃຊ້ SWOT ນ່ະ ອາຈານ...ໃຊ້ SWOT ມັນເປັນແຂັງໆ ບໍ່ຄ່ອຍມີຄວາມອ່ອນຕົວປານໃດ ແຕ່ໃຊ້ ອິຄິໄກ ມາເປັນຕົວນຳພາວິເຄາະ ເຮັດໃຫ້ນ້ອງຮູ້ສຶກວ່າ ເຫັນພະລັງ ເຫັນຄວາມອ່ອນໂຍນໃນການວິເຄາະ ເປີດກວ້າງໃຫ້ສຳຜັດຄວາມຮູ້ສຶກຂອງພະນັກງານຫຼາຍຂຶ້ນ...

...ສິ່ງສຳຄັນທີ່ສຸດ ແມ່ນ ພະນັກງານຈະຕ້ອງຮັບຮູ້ວ່າ ອົງກອນເປັນພື້ນທີ່ໃຫ້ເຮົາໄດ້ໃຊ້ພະລັງຊີວິດໃນການພັດທະນາຕົວເອງ ແລະ ພັດທະນາອົງກອນໄປພ້ອມໆ ກັນ ຖ້າພະນັກງານບໍ່ຮັບຮູ້ ບໍ່ເຫັນຄວາມສຳຄັນ ຫຼືວ່າ ຮູ້ຢູ່ ແຕ່ບໍ່ເຮັດກັນຈິງຈັງ ມັນກໍ່ຈະເຮັດໃຫ້ທັ້ງພະນັກງານ ແລະ ອົງກອນນັ້ນເສຍໂອກາດໃນການພັດທະນາຕົວເອງ ແລະ ເຮັດໃຫ້ຄົນທີ່ເຮົາເຮັດວຽກນຳ ເສຍໂອກາດໄປນຳອີກ...ດັງນັ້ນ ການສ້າງບັນຍາກາດໃນການເຮັດວຽກ ຈຶງເປັນເລື່ອງຂອງທຸກຄົນ...ການເອົາໃຈໃສ່ກັນ ການເຂົ້າໃຈຄົນອື່ນ ແລະ ການຊ້ວນຊູເອົາຄວາມຮູ້ສຶກ ເອົາຂໍ້ຜິດພາດ ແລະ ໃຫ້ກຳລັງໃຈກັນ ແມ່ນສິ່ງທີ່ຈະສາມາດຊ່ວຍສ້າງບັນຍາກາດທີ່ດີໃນການເຮັດວຽກໃຫ້ເກີດຂຶ້ນຢູ່ສະເໝີ...

         ...ໂດຍ ອາຈານ...

1 ความคิดเห็น:

  1. ໄດ້ຄວາມຮູ້ຫຼາຍຢ່າງທີ່ຟັງ ຈາກ ການອະທິບາຍ ແລະ ປະສົບການຈິງຂອງທ່ານ,
    ຂພຈ ຂໍຊົມເຊີຍ. ຕໍ່ໄປຈະພະຍາຍາມຕິດຕາມບົດຮຽນ ຈາກ ທ່ານ ໃຫ້ຫຼາຍຂື້ນ

    ຂອບໃຈຫຼາຍໆ
    ອິນທອນ

    ตอบลบ

บทความที่มีผู้เข้าอ่านมากที่สุด