วันอาทิตย์ที่ 14 มิถุนายน พ.ศ. 2563

ການພັດທະນາຄວາມເປັນມືອາຊີບ ໃນການເປັນນັກຈັດຂະບວນການຮຽນຮູ້.


ຜູ້ເຂົ້າຮ່ວມວົງສົນທະນາ ວັນທີ່ 13 ມິຖຸນາ 2020

...ການສົນທະນາຈົບລົງພາຍໃນເວລາ 2 ຊົ່ວໂມງປາຍ ແຕ່ຂ້າພະເຈົ້າຄິດວ່າ ຜົນຈາກການສົນທະນາ ຄົງຈະບໍ່ໄດ້ຈົບລົງຕາມເວລານັ້ນ...ອີກບໍ່ດົນ ກໍ່ຈະເກີດນັກຈັດຂະບວນການຮຽນຮູ້ມືອາຊີບຈຳນວນໜຶ່ງ ທີ່ໄດ້ຄົ້ນພົບທ່າແຮງຂອງຕົວເອງ ແລະ ພັດທະນາຕົວເອງຢ່າງຕໍ່ເນື່ອງ ເພື່ອໃຫ້ເກີດຄຸນຄ່າ ແລະ ຄວາມສຸກ ຕາມທີ່ຕັ້ງໃຈກັນໄວ້...

...ຄຳວ່າ ນັກຈັດຂະບວນການຮຽນຮູ້ ຕາມມຸມມອງຂອງຂ້າພະເຈົ້າ ເຫັນວ່າ ຜູ້ໃດກໍ່ສາມາດເປັນໄດ້ ບໍ່ຈຳເປັນວ່າຕ້ອງມີບົດບາດໃດໜຶ່ງທີ່ຊັດເຈນ ຕົວຢ່າງ ບໍ່ຈຳເປັນວ່າຕ້ອງເປັນຄູຝຶກ (Trainer) ເປັນໂຄ້ຊ (Coach) ເປັນຜູ້ໃຫ້ຄຳແນະນຳ (Mentor) ເປັນຜູ້ອຳນວຍຄວາມສະດວກໃນການຮຽນຮູ້ (Facilitator) ທ່ານກໍ່ຍັງສາມາດຈັດຂະບວນການຮຽນຮູ້ໄດ້ ເວົ້າງ່າຍໆ ແມ່ນ ທ່ານມີເປົ້າໝາຍວ່າຈະພາຜູ້ຮຽນຮູ້ໄປບັນລຸເລື່ອງຫຍັງ ແລະທ່ານໄດ້ໃຊ້ວິທີການທີ່ທ່ານຄິດວ່າແທດເໝາະກັບສະຖານະການ ແລະສຸດທ້າຍຜູ້ຮຽນຮູ້ກໍ່ບັນລຸຕາມເປົ້າໝາຍຂອງຜູ້ຮຽນຮູ້ທີ່ໄດ້ຕັ້ງໄວ້ ໂດຍມີເຮົາເປັນຜູ້ນຳພາ ຈະໂດຍຮູ້ຕົວ ຫຼື ບໍ່ຮູ້ຕົວກໍ່ຕາມ...


...ນັກຈັດຂະບວນການຮຽນຮູ້ ຈະເປີດໂອກາດໃຫ້ກັບຜູ້ອື່ນສະເໝີ...ຄຳວ່າ ໂອກາດ ມີຄວາມໝາຍຫຼາຍຢ່າງ ບໍ່ວ່າຈະເປັນເລື່ອງເວລາ ເລື່ອງກິດຈະກຳ ເລື່ອງການໃຫ້ກຳລັງໃຈ ເລື່ອງການສົ່ງເສີມ ເລື່ອງການສະໜັບສະໜຸນ ເລື່ອງການຍອມຮັບ ທີ່ມີໃຫ້ກັບຜູ້ອື່ນ...ເຮົາຕ້ອງເຊື່ອວ່າ ຄົນທຸກຄົນຕ້ອງການພື້ນທີ່ໃນການສະແດງອອກທີ່ເໝາະສົມ ດັງນັ້ນ ການສ້າງພື້ນທີ່ ທີ່ຮ້ອງວ່າ ໂອກາດ ຈຶງເປັນສິ່ງທີ່ນັກຈັດຂະບວນການຮຽນຮູ້ ຕ້ອງໃຫ້ຄວາມສຳຄັນ ເປັນລຳດັບຕົ້້ນໆ...

...ນັກຈັດຂະບວນການຮຽນຮູ້ ເຊື່ອວ່າ ຄົນເຮົາສາມາດປ່ຽນແປງຕົວເອງໄດ້ ຖ້າມີໂອກາດທີ່ແທດເໝາະ...ການປ່ຽນແປງຕົວເອງໄດ້ ມີປັດໄຈຢູ່ 2 ແຮງ ແມ່ນ ແຮງຈູງໃຈ ແລະ ແຮງບັນດານໃຈ...

...ແຮງຈູງໃຈ ແມ່ນ ການທີ່ເຮົາເອົາສິ່ງທີ່ຢູ່ພາຍນອກຕົວເຮົາ ເປັນແນວຍຶດເອົາ ເພື່ອໃຫ້ເກີດການປ່ຽນແປງ ຕົວຢ່າງ ເຮົາຕ້ອງການການມີຊື່ສຽງ ແລະ ໄດ້ຮັບການຍອມຮັບຈາກສັງຄົມ ວ່າເຮົາເປັນນັກຈັດຂະບວນການມືອາຊີບ ດັງນັ້ນ ເຮົາຕ້ອງຝຶກຕົວເອງ ພັດທະນາຕົວເອງຢູ່ສະເໝີ, ເຮົາຕ້ອງການຄວາມໝັ້ນຄົງທາງໜ້າທີ່ການງານ ເຮົາຈຶງຕ້ອງເຮັດວຽກໃຫ້ດີທີ່ສຸດ...

...ແຮງບັນດານໃຈ ແມ່ນ ພະລັງພາຍໃນຂອງແຕ່ລະຄົນ ທີ່ກະຕຸກຊຸກຍູ້ຕົວເອງ ໃຫ້ເຮັດສິ່ງໃດໜຶ່ງໄດ້ສຳເລັດ...ເລີ່ມຈາກຄວາມເຊື່ອໝັ້ນໃນຕົວເອງ ເຊື່ອໝັ້ນໃນຄວາມຮູ້ ແລະ ທັກສະທີ່ຕົວເອງມີ, ຄວາມເຊື່ອໝັ້ນໃນສິ່ງທີ່ຄິດ ແລະ ຢາມລົງມືປະຕິບັດ ກໍ່ຈະເຊື່ອວ່າ ສິ່ງທີ່ເຮັດໄປນັ້ນມີຄຸນຄ່າຕໍ່ຕົວເອງ ແລະ ຜູ້ອື່ນ ໃນຂະນະດຽວກັນ ຕົວເອງກໍ່ມີຄວາມສຸກ ແລະ ເຮັດໃຫ້ຜູ້ອື່ນມີຄວາມສຸກໄປນຳ...

...ດັງນັ້ນ ນັກຈັດຂະບວນການຮຽນຮູ້ ຕ້ອງສ້າງບັນຍາກາດທີ່ດີ ກະຕຸ້ນໃຫ້ຜູ້ຮຽນຮູ້ ໄດ້ເກີດຄວາມເຊື່ອໝັ້ນໃນຕົວເອງ ທີ່ຈະສ້າງຄວາມປ່ຽນແປງໃຫ້ເກີດຂຶ້ນ...ຕ້ອງສ້າງຄວາມເປັນໝູ່ມິດ ມີທ່າທີທີ່ເປັນມິດ, ບໍ່ຕຳໜິຕິຕຽນຜູ້ຮຽນຮູ້ ໃນສິ່ງທີ່ເຂົາເຈົ້າບໍ່ຮູ້ ຫຼືເຮັດບໍ່ໄດ້, ເປີດໂອກາດໃຫ້ເຂົາເຈົ້າໄດ້ສະແດງອອກທັ້ງຄວາມຄິດເຫັນ ແລະ ການປະຕິບັດ, ນັກຈັດຂະບວນການຮຽນຮູ້ຍອມຮັບເອົາຄວາມແຕກຕ່າງທາງດ້ານຄວາມຄິດ ຮູບແບບການຮຽນຮູ້ຂອງຜູ້ຮຽນຮູ້ ໃຫ້ພິຈາລະນາວ່າ ເປັນເລື່ອງທຳມະດາ ເປັນໄປຕາມທຳມະຊາດຂອງຄົນເຮົາທີ່ມີຄວາມແຕກຕ່າງກັນ...

...ນັກຈັດຂະບວນການຮຽນຮູ້ ເຊື່ອວ່າ ຄົນທຸກຄົນມີຄວາມສາມາດເຊື່ອງຊ່ອນຢູ່...ຄົນເຮົາເວລາຢາກຮຽນຮູ້ເລື່ອງໃດນຶງ ສະແດງວ່າເຂົາເຈົ້າມີທຶນຄວາມຕ້ອງການພັດທະນາຕົວເອງເປັນທີ່ຕັ້ງແລ້ວ ຫຼື ອາດຈະຮ້ອງວ່າ ຄວາມຕັ້ງໃຈ...ຄວາມຕັ້ງໃຈນັ້ນ ກໍ່ຖືວ່າເປັນທ່າແຮງອັນນຶງ ທີ່ເປັນພະລັງຊຸກຢູ້ໃຫ້ຄົນເຮົາໄດ້ພັດທະນາຕົວເອງ ໄດ້ປ່ຽນແປງຕົວເອງ...ທຸກຄົນບໍ່ໄດ້ເລີ່ມຕົ້ນຈາກການບໍ່ມີຫຍັງເລີຍ...ທ່າແຮງ ບໍ່ໄດ້ໝາຍເຖີງເລື່ອງຄວາມຮູ້ພຽງຢ່າງດຽວ ແຕ່ກ່ຽວຂ້ອງກັບຄວາມຄິດ ຄວາມເຊື່ອ ຄວາມຊຳນານໃນເລື່ອງໃດໜຶ່ງ ທີ່ບາງເທືອອາດຈະບໍ່ໄດ້ກ່ຽວຂ້ອງກັບເລື່ອງທີ່ຮຽນຮູ້ໂດຍກົງ ແຕ່ອາດຈະເປັນສິ່ງທີ່ເຮັດໃຫ້ການຮຽນຮູ້ເປັນໄປໄດ້ດີຂຶ້ນ...ດັງນັ້ນ ນັກຈັດຂະບວນການຮຽນຮູ້ ຕ້ອງກະຕຸ້ນໃຫ້ຜູ້ຮຽນຮູ້ໄດ້ຄົ້ນພົບຕົວເອງ ໄດ້ເຫັນທ່າແຮງຂອງຕົວເອງ ໂດຍການຕັ້ງຄຳຖາມ ການສ້າງກິດຈະກຳເພື່ອໃຫ້ໄດ້ນຳໃຊ້ຄວາມຄິດ ຫຼື ທັກສະໃດໜຶ່ງ ທີ່ເຮັດໃຫ້ເຫັນທ່າແຮງທີ່ມີ ແລະ ເອົາອອກມາໝຸນໃຊ້ຕໍ່ໄປໄດ້...

...ຄວາມເປັນມືອາຊີບ ເບີ່ງໄດ້ຈາກບ່ອນໃດ?...ຂ້າພະເຈົ້າມອງວ່າ ການເປັນມືອາຊີບ ຕ້ອງເກີດຈາກການຍອມຮັບຂອງຄົນ 2 ຝ່າຍ ແມ່ນ ຕົວຜູ້ກ່ຽວເອງ ແລະ ຜູ້ອື່ນ...

...ຕົວຜູ້ກ່ຽວເອງ ຕ້ອງຮູ້ຈັກຕົວເອງ ຕ້ອງຮູ້ຕົວເອງວ່າມີຄຸນນະສົມບັດທີ່ດີແນວໃດ ຈົນສາມາດເຮັດໃຫ້ຜູ້ອື່ນຍອມຮັບໄດ້...


...ການສຳຫຼວດຕົວເອງ ແລະ ຍອມຮັບຕົວເອງໃນເລື່ອງທຳອິດ ວ່າ ເປັນຄົນທີ່ມີຄວາມເຊື່ອຖືໄດ້ ແມ່ນ ເບີ່ງຈາກຄວາມຮູ້ທີ່ເຮົາມີ, ທັດສະນະຄະຕິທີ່ຖືກຕ້ອງ ແລະ ຄວາມຊຳນານໃນເລື່ອງການຈັດຂະບວນການຮຽນຮູ້ຂອງເຮົາ...

...ການສຳຫຼວດຕົວເອງ ແລະ ຍອມຮັບຕົວເອງ ວ່າ ເປັນຄົນທີ່ໄວ້ໃຈໄດ້ ແມ່ນ ເບີ່ງຈາກພຶດຕິກຳຂອງເຮົາວ່າເວົ້າແທ້ ທຳຈິງ, ຮັກສາຄຳເວົ້້າ, ເວົ້າໃນສິ່ງທີ່ຖືກຕ້ອງ ແລະ ສົມຄວນເວົ້້າ...

...ການສຳຫຼວດຕົວເອງ ແລະ ຍອມຮັບຕົວເອງວ່າ ເປັນຄົນທີ່ເຂົ້າໃຈຄົນອື່ນ ໃກ້ຊິດ ຕິດແທກ ຫຼື ສາມາດເວົ້າໄດ້ວ່າ ຮ່ວມທຸກ ຮ່ວມສຸກ ກັບຄົນອື່ນໄດ້ບົນພື້ນຖານຄວາມຈິງໃຈ...

...ແລະ ສິ່ງທີ່ສຳຄັນທີ່ສຸດ ແມ່ນ ການສຳຫຼວດເບີ່ງ ຄວາມເປັນຕົວຕົນຂອງຕົວເອງ (Ego) ແມ່ນໝາຍຄວາມເຖີງ ຕ້ອງຮູ້ຕົວ ວ່າການຖືຕົວເອງເປັນໃຫຍ່ຢູ່ໃນລະດັບໃດ ຖ້າຖືຕົວເອງເປັນໃຫຍ່ເກີດພໍດີງາມ ກໍ່ຈະເຮັດໃຫ້ຄຸນຄ່າຂອງສາມເລື່ອງທີ່ວ່າມາກ່ອນນັ້ນຫຼຸດລົງ...ຂ້າພະເຈົ້າກຳລັງຊີບອກວ່າ ໃນການເປັນນັກຈັດຂະບວນການຮຽນຮູ້ ຕ້ອງບໍ່ຖືວ່າຕົວເອງຮູ້ທຸກເລື່ອງ ບໍ່ຖືຕົວເອງວ່າເປັນຄົນສະຫຼາດແລ້ວ ຫຼື ສະຫຼາດກວ່າຄົນອື່ນ...ມີຄົນເຄີຍເວົ້້າໄວ້ວ່າ ຖ້າເຮົາບອກຕົວເອງວ່າ ເຮົາສະຫຼາດທີ່ສຸດແລ້ວ ມື້ນັ້ນລ່ະສິເຮັດໃຫ້ເຮົາໂງ່ແບບບໍ່ເຄີຍເປັນມາກ່ອນ...

...ການຍອມຮັບຄວາມເປັນມືອາຊີບຈາກຜູ້ອື່ນ ເຂົາຈະເບີ່ງຈາກຫຍັງແດ່...

...ຜູ້ອື່ນຈະເບີ່ງວ່າ ເຮົາມີພາບລັກແນວໃດ ມີຄວາມຊັດເຈນໃນເປົ້າໝາຍຂອງການເປັນນັກຈັດຂະບວນການຮຽນຮູ້ແນວໃດ...

...ຜູ້ອື່ນຈະເບີ່ງວ່າ ເຮົາປະຕິບັດຕົວໃຫ້ດີ ມີຄຸນຄ່າ ແລະ ມີຄວາມສຸກກັບການເປັນນັກຈັດຂະບວນການຮຽນຮູ້ ໄດ້ສະໝ່ຳສະເໝີ ຫຼືບໍ່...

...ຜູ້ອື່ນຈະເບີ່ງວ່າ ເຮົາເຮັດໄດ້ຢ່າງຕໍ່ເນື່ອງ ຫຼືບໍ່ ເຮັດໄປເລື້ອຍໆ ແບບມີວາດມີຊົງ ຫຼືບໍ່...

...ເປັນ 3 ເລື່ອງ ທີ່ເຮົາຕ້ອງພິຈາລະນາ ໃນການສະສົມປະສົບການການເປັນມືອາຊີບໃຫ້ກັບຕົວເອງ...ທ້າຍທີ່ສຸດ ການເປັນມືອາຊີບ ບໍ່ແມ່ນການລໍຖ້າໃຫ້ຮອດອີກ 5 ປີ ຫຼື 10 ປີ ຈັ່ງເປັນໄດ້ ແຕ່ ເຮົາຕ້ອງເປັນຕັ້ງແຕ່ມື້ນີ້ ຕອນນີ້ ເປັນຕົ້ນໄປ...


1 ความคิดเห็น:

  1. ອ່ານ ແລ້ວ ຄິດພາບຈິດຕະນາການໄປພ້ອມກັບສຳນຽງສຽງປາກຂອງອາຈານ ລະມ່ວນໄປນຳ, ສຸດຍອດອາຈານ

    ตอบลบ

บทความที่มีผู้เข้าอ่านมากที่สุด