แสดงบทความที่มีป้ายกำกับ effective mentor แสดงบทความทั้งหมด
แสดงบทความที่มีป้ายกำกับ effective mentor แสดงบทความทั้งหมด

วันศุกร์ที่ 28 กุมภาพันธ์ พ.ศ. 2563

CMF-SEE Model

ການສ້າງຂະບວນການຮຽນຮູ້ດ້ວຍ CMF-SEE Model
CMF-SEE ແມ່ນ ການຈັດຂະບວນການຮຽນຮູ້ ໃຫ້ແທດເໝາະກັບການຮຽນຮູ້ທີ່ບໍ່ຢຸດນິ່ງ ແນໃສ່ການສ້າງບັນຍາກາດ ແລະ ການໃຊ້ວິທີການທີ່ແທດເໝາະກັບແຕ່ລະບຸກຄົນ.

CMF-SEE ແມ່ນຕົວຫຍໍ້ ມາຈາກ Coaching, Mentoring, Facilitation, Sympathy, Empathy, Embrace.

CMF ແມ່ນເປັນວິທີການສ້າງຂະບວນການຮຽນຮູ້...SEE ແມ່ນການສ້າງບັນຍາກາດ...

Coaching ແມ່ນການໂຄ້ຊ...ການໂຄ້ຊ ແມ່ນ ການຕັ້ງຄຳຖາມ ເພື່ອໃຫ້ຜູ້ຖືກໂຄ້ຊໄດ້ເຫັນທ່າແຮງຂອງຕົວເອງໃນການແກ້ໄຂບັນຫາ ຫຼື ຄິດຄົ້ນເລື່ອງໃດເລື່ອງໜຶ່ງ ແລະ ສາມາດກຳນົດການປະຕິບັດທີ່ຊັດເຈນໃນການລົງມືແກ້ໄຂບັນຫານັ້ນ...ເວົ້າງ່າຍໆ ແມ່ນ ຜູ້ເປັນໂຄ້ຊ ຖາມຜູ້ຖືກໂຄ້ຊ ເພື່ອໃຫ້ຜູ້ຖືກໂຄ້ຊເຫັນສະຖານະການ ຜົນກະທົບ ຄວາມກ່ຽວຂ້ອງກັບຜູ້ຖືກໂຄ້ຊ...ທ່າແຮງຂອງຜູ້ຖືກໂຄ້ຊທີ່ຈະຮັບມືກັບສະຖານະການນັ້ນ ແລະ ຈະເລີ່ມລົງມືປະຕິບັດຕົວຈິງແນວໃດ ຢາມໃດ...

วันอาทิตย์ที่ 15 กันยายน พ.ศ. 2562

ຄວາມແຕກຕ່າງລະຫວ່າງ "ການໂຄ້ຊ" ແລະ "ການໃຫ້ຄຳແນະນຳ"

...ການໂຄ້ຊ ແນໃສ່ການຕັ້ງຄຳຖາມ ແລະ ການໃຫ້ຄຳແນະນຳເດ້ ແມ່ນແນໃສ່ເລື່ອງຫຍັງ...

...ຕ້ອງສ້າງຄວາມເຂົ້າໃຈກ່ອນວ່າ ການໃຫ້ຄຳແນະນຳ ທີ່ພາສາອັງກິດໃຊ້ຄຳວ່າ Mentoring ເປັນການແປຄວາມໝາຍເພື່ອໃຊ້ໃນລາວເຮົາ ຍ້ອນວ່າລາວຍັງບໍ່ໄດ້ໃຫ້ຄວາມໝາຍຄຳນີ້ໄວ້ຊັດເຈນໃນມຸມການພັດທະນາຕົວເອງໂດຍວິທີການນີ້ ດັງນັ້ນ ຜູ້ຂຽນຈຶງຂໍໃຫ້ຄວາມໝາຍສະເພາະໃນບົດຄວາມນີ້ ວ່າ ເປັນການໃຫ້ຄຳແນະນຳ ແຕ່ວ່າບໍ່ແມ່ນໃຫ້ຄຳແນະນຳແບບທົ່ວໄປ ແຕ່ເປັນການໃຫ້ຄຳແນະນຳແບບມີຂະບວນການ ມີຄວາມເອົາໃຈໃສ່ ແລະ ມີເປົ້າໝາຍ...

...ການໂຄ້ຊ ແລະ ການໃຫ້ຄຳແນະນຳ ສອງບົດບາດນີ້ກໍມີຄວາມແຕກຕ່າງກັນພໍສົມຄວນ ແຕ່ສິ່ງທີ່ຄືກັນ ແມ່ນ ເປັນຂະບວນການພົວພັນກັນແບບ ຕົວຕໍ່ຕົວ...ແຕ່ວ່າ ໃນການໃຫ້ຄຳແນະນຳ ຈະເປັນຜູ້ທີ່ອາວຸໂສ ຫຼື ມີປະສົບການ ທີ່ເຮັດວຽກໃນຂົງເຂດດຽວກັນ ເປັນຜູ້ແລກປ່ຽນປະສົບການ ແລະ ນຳພາໃຫ້ຜູ້ຮັບຄຳແນະນຳໄດ້ໝຸນໃຊ້ຄຳແນະນຳນັ້ນ...

...ການໃຫ້ຄຳແນະນຳນັ້ນ ຈະເປັນເລື່ອງການພັດທະນົາຕົວເອງທີ່ເປັນເລື່ອງສ່ວນຕົວ ຫຼື ເລື່ອງຄວາມກ້າໜ້າໃນອາຊີບ ທັ້ງໃນລະດັບອົງກອນ ຫຼື ລະດັບສ່ວນບຸກຄົນ...ໂດຍຜູ້ຮັບຄຳແນະນຳ ຈະມີຄວາມຊັດເຈນວ່າຕົວເອງຕ້ອງການຫຍັງ ຕ້ອງການປະສົບການເລື່ອງຫຍັງ ຕ້ອງການຄວາມສະເພາະດ້ານເລື່ອງຫຍັງ ເພື່ອນຳມາປັບປຸງຕົວເອງ...ໂດຍຂະບວນການ ຈະເນັ້ນການແລກປ່ຽນປະສົບການ ການໃຫ້ຄຳແນະນຳກົງໄປຫາເລື່ອງທີ່ຜູ້ຮັບຄຳແນະນຳສົນໃຈ ແລະ ຕ້ອງການເລີຍ...ອີກເລື່ອງໜຶ່ງ ຖ້າຈະໃຫ້ການແນະນຳໄດ້ຜົນດີ ແມ່ນຈະມີເລື່ອງສາຍສຳພັນທີ່ມີມາດົນ ແລະ ເປັນໄປໃນທາງບວກ...

วันเสาร์ที่ 14 กันยายน พ.ศ. 2562

ຍ້ອນຫຍັງຈຶງຕ້ອງນຳໃຊ້ "ການໂຄ້ຊ"...


...ເວົ້າຮອດ ການໂຄ້ຊແລ້ວ ບໍ່ແມ່ນເລື່ອງໃໝ່ຫຍັງດອກໃນປະເທດລາວເຮົາ ຫຼືແມ້ແຕ່ໃນປະເທດຕ່າງໆ ເທີງໂລກໜ່ວຍນ້ອຍໆ ນີ້ (ໜ່ວຍນ້ອຍຍ້ອນບໍ່ມີແນວຂວາງກັ້ນລະເດີ້ ເທັກໂນໂລຍີການສື່ສານ ເຮັດໃຫ້ໂລກໜ່ວຍນີ້ນ້ອຍລົງທຸກມື້)...

...ໃນມຸມການພັດທະນາຕົວເອງ ການໂຄ້ຊ ເປັນວິທີການໜຶ່ງທີ່ເຮັດໃຫ້ເຮົາໄດ້ເຫັນທ່າແຮງຂອງຕົວເອງໄດ້ຢ່າງເລິກເຊີ້ງ ແລະ ເຂົ້າໃຈຕົວເອງໄດ້ດີຫຼາຍຂຶ້ນ...ເມື່ອຮູ້ຈັກຕົວເອງດີແລ້ວ ກໍຮູ້ຈັກການຕັ້ງເປົ້າໝາຍຂອງຕົວເອງທີ່ຊັດເຈນ ເປັນໄປໄດ້ ແລະ ມີພະລັງ ມີແຮງດຶງດູດພໍ...ເມື່ອຮູ້ເປົ້າໝາຍດີ ກໍຊອກຮູ້ວ່າ ຈະໄປຮອດເປົ້າໝາຍ ຈະໄປໄດ້ແນວໃດ ເຮັດຢາມໃດ ເຮັດໜ້ອຍ ເຮັດຫຼາຍ ແລະ ຜົນທີ່ເກີດຂຶ້ນຈາກການເຮັດນັ້ນແມ່ນຫຍັງແດ່...ເມື່ອເຮັດຕົວຈິງໄປແລ້ວ ແມ່ນເປັນໄປຕາມທີ່ກຳນົດໄວ້ຫຼືບໍ່ ຖ້າບໍ່ແມ່ນ ຈະເຮັດແນວໃດຕໍ່ໄປ...

วันศุกร์ที่ 10 พฤษภาคม พ.ศ. 2562

ຄວາມຄ້າຍຄືທີ່ແຕກຕ່າງ ຂອງບົດບາດພາຍໃຕ້ຄຳວ່າ ນັກຈັດຂະບວນການຮຽນຮູ້...Same Same But Different ວ່າຊັ້ນ...

By Techin2018

...ໃນບົດຄວາມຕອນທີ່ຜ່ານໆ ມາ ໄດ້ນຳສະເໜີບົດຮຽນຂອງການເປັນນັກຈັດຂະບວນການຮຽນຮູ້ໄວ້ໃນບົດບາດຕ່າງໆ ກັນ ກໍມີບົດບາດການເປັນຄູຝຶກ, ຜູ້ອຳນວຍຄວາມສະດວກໃນການຮຽນຮູ້, ໂຄ້ຊ ແລະ ຜູ້ໃຫ້ຄຳແນະນຳ...ມີຜູ້ອ່ານທີ່ສົນໃຈ ຕິດຕໍ່ມາສອບຖາມວ່າ ບົດບາດແຕ່ລະບົດບາດນີ້ ມີຄວາມແຕກຕ່າງກັນແນວໃດ ຍ້ອນວ່າ ໃນວົງການການຈັດຂະບວນການຮຽນຮູ້ໃນລາວເຮົານີ້ ຍັງມີການສົນທະນາເລື່ອງນີ້ກັນໃນວົງຈຳກັດຢູ່...ດັງນັ້ນ ຂ້າພະເຈົ້າ ກໍຈະນຳສະເໜີໃຫ້ຜູ້ອ່ານໄດ້ເຫັນຄວາມຄ້າຍຄື ແລະ ຄວາມແຕກຕ່າງ ເພື່ອວ່າ ຖ້າມີໂອກາດ ທ່ານກໍຈະໄດ້ເຮັດບົດບາດຂອງຕົວເອງໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ...

วันอาทิตย์ที่ 5 พฤษภาคม พ.ศ. 2562

ບົດຮຽນການເປັນຜູ້ໃຫ້ຄຳແນະນຳ (Mentor)

By Techin2018

...ໜ້າວຽກທີ່ສຳຄັນຂອງຜູ້ໃຫ້ຄຳແນະນຳ (Mentor) ກໍແມ່ນການຊ່ວຍໃຫ້ຜູ້ຮັບຄຳແນະນຳ (Mentee) ສາມາດເຮັດວຽກໄດ້ ຫຼື ສາມາດສ້າງຄວາມປ່ຽນແປງທີ່ດີໃນເລື່ອງໃດໜຶ່ງໃຫ້ບັນລຸຕາມເປົ້າໝາຍທີ່ໄດ້ກຳນົດໄວ້...ການຊ່ວຍເຮັດໄດ້ໂດຍການຖ່າຍທອດຄວາມຮູ້ ຖ່າຍທອດເຕັກນິກການເຮັດວຽກ ທັກສະການໃຊ້ຊີວິດໃນການເຮັດວຽກ ໃຫ້ຜູ້ຮັບຄຳແນະນຳ ອາດຈະເປັນພະນັກງານໃໝ່ ຫຼືຜູ້ທີ່ຈະຂຶ້ນໄປຕຳແໜ່ງໃໝ່ ຫຼື ຄົນທີ່ກຳລັງຈະເຮັດເລື່ອງໃໝ່ໆ ທີ່ຍັງບໍ່ເຄີຍເຮັດ ບໍ່ມີຄວາມຮູ້ ຄວາມສາມາດກ່ຽວກັບເລື່ອງນັ້ນມາກ່ອນ...ນອກຈາກນັ້ນ ເມື່ອຖ່າຍທອດແລ້ວ ຜູ້ໃຫ້ຄຳແນະນຳ (Mentor) ກໍຮ່ວມໃນການປະຕິບັດຕົວຈິງເປັນບາງໄລຍະຕາມເງື່ອນໄຂ...

วันอาทิตย์ที่ 2 กันยายน พ.ศ. 2561

ທັກສະທີ່ຈຳເປັນສຳຫຼັບຜູ້ໃຫ້ຄຳແນະນຳທີ່ມີປະສິດທິຜົນ (Effective Mentor) ຕອນທີ່ 4 (ຕອນຈົບ)

By Techin2018

...ການເປັນຜູ້ໃຫ້ຄຳແນະນຳທີ່ດີໄດ້ ຕ້ອງເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ ແລະຮູ້ວ່າຈະສື່ສານອອກມາແນວໃດຈຶງຈະແທດເໝາະ ເພື່ອໃຫ້ເຂົາເຈົ້າສາມາດຂ້າມຜ່ານຄວາມສັບສົນ ຄວາມສະຫຼັບຊັບຂ້ອນຕ່າງໆ ທີ່ເກີດຂຶ້ນກັບຕົວເຂົາເຈົ້າໄດ້ຢ່າງມີປະສິດທິຜົນ...😊

...ອາຈານ ນ້ອງໄດ້ໃຊ້ເວລາເກືອບສອງເດືອນ ໃນການລົງໃຫ້ຄຳແນະນຳກັບຄູ່ຮ່ວມງານ ນ້ອງໄດ້ຖອດຖອນບົດຮຽນຮ່ວມກັບຜູ້ຮັບຄຳແນະນຳ ກໍຖືວ່າໄດ້ບົດຮຽນຫຼາຍລ່ະອາຈານ ທັ້ງສິ່ງດີໆ ທັ້ງສິ່ງທີ່ນ້ອງຕ້ອງປັບປຸງຕົວເອງ...

.... “ໂດຍ...ອາຈານກໍເຊື່ອວ່ານ້ອງຈະໄດ້ປະສົບການໃໝ່ໆ ທີ່ຈະເຮັດໃຫ້ນ້ອງໄດ້ເຕີບໃຫຍ່ທາງຄວາມຄິດແລະຈິດວິນຍານຂອງນັກພັດທະນາໄວໜຸ່ມ ຄົນລຸ່ນໃໝ່...

วันจันทร์ที่ 30 กรกฎาคม พ.ศ. 2561

ທັກສະທີ່ຈຳເປັນສຳຫຼັບຜູ້ໃຫ້ຄຳແນະນຳທີ່ມີປະສິດທິຜົນ (Effective Mentor) ຕອນທີ່ 3 (ແຮງບັນດານໃຈ ກັບ ແຮງຈູງໃຈ)


...ການສົນທະນາຂອງລູກສິດ ກັບ ອາຈານ ກໍເກີດຂຶ້ນຢ່າງຕໍ່ເນື່ອງ...

...ອາຈານ ແຮງບັນດານໃຈນີ່ ມັນແມ່ນຫຍັງ...ນ້ອງໄດ້ຍິນຢູ່ເລື່ອຍໆ ບາງເທືອກໍສັບສົນຢູ່ວ່າ ແຮງບັນດານໃຈກັບແຮງຈູງໃຈນີ້ ມັນອັນດຽວກັນບໍ່ ຫຼືແມ່ນແນວໃດ...

... ຖ້າເວົ້າຕາມຄວາມໝາຍແລ້ວ ມັນກໍແຕກຕ່າງກັນຢູ່...ແຮງບັນດານໃຈ ແມ່ນ ພະລັງຊະນິດໜຶ່ງທີ່ຢູ່ພາຍໃນຕົວຂອງເຮົາ ທີ່ເຮັດໃຫ້ເຮົາລຸກຂຶ້ນມາເຮັດເລື່ອງໃດເລື່ອງໜຶ່ງໃຫ້ເປັນຈິງຂຶ້ນມາໄດ້...ສ່ວນແຮງຈູງໃຈນັ້ນ ແມ່ນ ພະລັງພາຍນອກທີ່ມີຜົນຕໍ່ການຕັດສິນໃຈຂອງເຮົາ...ສະຫຼຸບວ່າ ແຮງບັນດານໃຈ ແມ່ນເລື່ອງທີ່ເກີດຂຶ້ນພາຍໃນຕົວເຮົາ...ສ່ວນແຮງຈູງໃຈ ເປັນເລື່ອງຂອງພາຍນອກມາກະຕຸ້ນເຮົາ...

วันอาทิตย์ที่ 22 กรกฎาคม พ.ศ. 2561

ທັກສະທີ່ຈຳເປັນສຳຫຼັບຜູ້ໃຫ້ຄຳແນະນຳທີ່ມີປະສິດທິຜົນ (Effective Mentor) ຕອນທີ່ 2

ທັກສະທີ່ຈຳເປັນສຳລັບຜູ້ໃຫ້ຄຳແນະນຳທີ່ມີປະສິດທິຜົນ
...ສະບາຍດີອາຈານ ບໍ່ໄດ້ພົບກັນດົນແລ້ວນໍ້...ສຽງທັກທາຍຂອງລູກສິດ...ນ້ອງຄາວຽກຫຼາຍແດ່ ຊ່ວງທີ່ຜ່ານມານ້ອງໄດ້ລົງຕິດຕາມວຽກຂັ້ນເມືອງ ແລະ ຂັ້ນບ້ານ ໄດ້ເອົາບົດຮຽນທີ່ໄດ້ແລກປ່ຽນກັບອາຈານໄປໃຊ້ໄດ້ຫຼາຍເລື່ອງເລີຍລ່ະເຈົ້າ...ນັບຕັ້ງແຕ່ການຟັງ ການບໍ່ຕັດສິນສິ່ງທີ່ເຫັນ ສິ່ງທີ່ໄດ້ຍິນ...ຊ່ວງທຳອິດລ່ະ ໝຸດໝັດຫຼາຍອາຈານເອີ້ຍ...

...ໂອ້...ກໍສະແດງວ່ານ້ອງໄດ້ບົດຮຽນທີ່ດິເດ້ນັ້ນ...ໜ້ອຍຄົນເດ້ທີ່ຈະໄດ້ທົດລອງສິ່ງທີ່ຕົວເອງໄດ້ຮຽນຮູ້ໄປ ແລະ ນຳມາບອກເລົ່າໃຫ້ຄົນອື່ນໄດ້ຟັງ...ຄັກຫຼາຍ...

วันพุธที่ 13 มิถุนายน พ.ศ. 2561

ທັກສະທີ່ຈຳເປັນສຳຫຼັບຜູ້ໃຫ້ຄຳແນະນຳທີ່ມີປະສິດທິຜົນ (Effective Mentor) ຕອນທີ່ 1

ທັກສະຂອງຜູ້ໃຫ້ຄຳແນະນຳທີ່ມີປະສິດທິຜົນ

... ອາຈານ ຫົວໜ້າໃຫ້ນ້ອງເປັນຜູ້ໃຫ້ຄຳແນະນຳກັບໂຄງການຂະໜາດນ້ອຍທີ່ຮັບທຶນຈາກໂຄງການ ແຕ່ນ້ອງຍັງບໍ່ໝັ້ນໃຈວ່າຈະເຮັດໄດ້ບໍ່...ນ້ອງຕ້ອງຝຶກຕົວເອງແນວໃດແດ່ ຈຶງຈະເປັນຜູ້ໃຫ້ຄຳແນະນຳທີ່ດີໄດ້ ອາຈານ...

...ໂດຍ ມັນກໍບໍ່ໄດ້ຍາກດອກ ທັກສະທີ່ມີຢູ່ພື້ນຖານທັ້ງຫຼາຍຫັ້ນລ່ະ...ນັບຕັ້ງແຕ່ການຟັງ, ການສັງເກດ, ການກະຕຸກຊຸກຍູ້, ໃຫ້ກຳລັງໃຈ, ການຕັ້ງເປົ້າໝາຍ, ການໃຫ້ຄຳແນະນຳທີ່ເປັນຮູບປະທຳ ສາມາດເຮັດໄດ້...

... ມີຫຼາຍທັກສະເລີຍເນາະອາຈານ...ເລິ່ມຈາກທັກສະໃດ໋ດີນໍ້ນີ່...

... ເລິ່ມຈາກທັກສະຫຼັກກ່ອນກໍໄດ້ນະ...ທັກສະຫຼັກນີ່ ເປັນທັກສະທີ່ຈຳເປັນຕ້ອງມີ ຖືວ່າຂາດບໍ່ໄດ້ເດີ້...ເລິ່ມຕົ້ນຈາກການຟັງຢ່າງຕັ້ງໃຈ...ຟັງເພື່ອໃຫ້ເຂົ້າໃຈວ່າຜູ້ຮັບຄຳແນະນຳຕ້ອງການສື່ສານຫຍັງກັບເຮົາ...ຟັງແລ້ວຕ້ອງມີການຕອບສະໜອງນຳໄດ໋ ມີການສະແດງອອກໃຫ້ຜູ້ຮັບຄຳແນະນຳຮູ້ວ່າເຮົາກຳລັງຕັ້ງໃຈຟັງຢູ່ ເວົ້າໃຫ້ເຂົ້າໃຈແມ່ນຕ້ອງມີພາສາຮ່າງກາຍທີ່ແທດເໝາະ ເຮັດໃຫ້ຜູ້ຮັບຄຳແນະນຳເຫັນແລ້ວສະບາຍໃຈ ຢາກເວົ້າ ຢາກລົມໃຫ້ຟັງ...ແຕ່ຕ້ອງຈຳໄວ້ວ່າ ການໃຫ້ຄຳແນະນຳ ເປັນການສຳຫຼວດບັນຫາ ສາຍເຫດ ເປັນອັນດັບທຳອິດ ດັງນັ້ນ ຢ່າຟ້າວໃຊ້ປະສົບການຕົວເອງ ຫຼື ມຸມມອງຂອງຕົວເອງຕັດສິນບັນຫາ...ຕ້ອງເປັນຜູ້ຟັງທີ່ດີ ແລະ ຊ່ວຍໃຫ້ຜູ້ຮັບຄຳແນະນຳໄດ້ຊອກຫາບັນຫາ ສາຍເຫດ ຢ່າງຄ່ອຍເປັນຄ່ອຍໄປ...

บทความที่มีผู้เข้าอ่านมากที่สุด