...ການສົນທະນາຂອງລູກສິດ ກັບ ອາຈານ ກໍເກີດຂຶ້ນຢ່າງຕໍ່ເນື່ອງ...
...“ອາຈານ ແຮງບັນດານໃຈນີ່
ມັນແມ່ນຫຍັງ...ນ້ອງໄດ້ຍິນຢູ່ເລື່ອຍໆ ບາງເທືອກໍສັບສົນຢູ່ວ່າ ແຮງບັນດານໃຈກັບແຮງຈູງໃຈນີ້
ມັນອັນດຽວກັນບໍ່ ຫຼືແມ່ນແນວໃດ”...
... “ຖ້າເວົ້າຕາມຄວາມໝາຍແລ້ວ
ມັນກໍແຕກຕ່າງກັນຢູ່...ແຮງບັນດານໃຈ ແມ່ນ ພະລັງຊະນິດໜຶ່ງທີ່ຢູ່ພາຍໃນຕົວຂອງເຮົາ
ທີ່ເຮັດໃຫ້ເຮົາລຸກຂຶ້ນມາເຮັດເລື່ອງໃດເລື່ອງໜຶ່ງໃຫ້ເປັນຈິງຂຶ້ນມາໄດ້...ສ່ວນແຮງຈູງໃຈນັ້ນ
ແມ່ນ ພະລັງພາຍນອກທີ່ມີຜົນຕໍ່ການຕັດສິນໃຈຂອງເຮົາ...ສະຫຼຸບວ່າ ແຮງບັນດານໃຈ ແມ່ນເລື່ອງທີ່ເກີດຂຶ້ນພາຍໃນຕົວເຮົາ...ສ່ວນແຮງຈູງໃຈ
ເປັນເລື່ອງຂອງພາຍນອກມາກະຕຸ້ນເຮົາ”...
... “ຍັງບໍ່ແຈ້ງປານໃດ໋ອາຈານ😕...ການທີ່ຄົນເຮົາຈະເຮັດຫຍັງຈັກເລື່ອງໜຶ່ງນີ້
ມັນຕ້ອງມີທັ້ງສອງແຮງບໍ່ແມ່ນຕີ້ ທັ້ງແຮງບັນດານໃຈ ແລະ ແຮງຈູງໃຈ...???”...
... “ຖ້າມີທັ້ງສອງແຮງນັ້ນ
ດີຄັກຫຼາຍເດ້...ຍ້ອນວ່າ ສາມາດໃຊ້ທັ້ງພະລັງພາຍໃນຕົວເອງ ແລະ ພະລັງພາຍນອກມາໃຊ້ໄດ້ເດ
ນັ້ນລ່ະ ຖືວ່າສຸດຍອດ...ແຮງບັນດານໃຈນີ້ ແມ່ນ ພະລັງພາຍໃນ
ເປັນເລື່ອງທີ່ຕົວເຮົາເອົງຄົ້ນພົບ ຮູ້ສຶກວ່າມີພະລັງ ແລະ ບໍ່ໄດ້ມີຫຍັງມາກະຕຸ້ນໃຫ້ເກີດຂຶ້ນ ແຮງແບບນີ້ຢູ່ດົນ
ມີພະລັງ...ສ່ວນແຮງຈູງໃຈ
ເປັນເລື່ອງທີ່ເຮົາເອົາສິ່ງອື່ນນອກຕົວເຮົາມາເປັນແຮງດຶງດູດໃຈໃຫ້ເຮັດເລື່ອງໃດເລື່ອງໜຶ່ງ
ແຮງນີ້ຢູ່ບໍ່ດົນ”...
... “ກໍຍັງແຍກບໍ່ຄ່ອຍອອກລ່ະອາຈານ...ມັນຄ້າຍໆ
ຄືກັນ ແຕ່ນ້ອງເລິ່ມເຫັນຄວາມແຕກຕ່າງແລ້ວ ວ່າ ແຮງບັນດານໃຈເຮັດເລື່ອງໃດເລື່ອງໜຶ່ງນີ້
ມັນຈະເຮັດໃຫ້ພຶດຕິກຳນັ້ນຢູ່ດົນ ແຕ່ຖ້າແຮງຈູງໃຈ ມັນຈະຢູ່ບໍ່ດົນ”...
... “ແຮງບັນດານໃຈຈະເປັນຕົວຊຸກຢູ້
ສ່ວນແຮງຈູງໃຈຈະເປັນຕົວດຶງດູດ...ແຮງບັນດານໃຈ
ສົ່ງແຮງຊຸກຍູ້ດ້ວຍຕົວເຮົາເອງ...ແຮງຈູງໃຈ ແມ່ນ ດຶງເຮົາ ດູດເຮົາ ຖ້າມັນເບິ່ດແຮງ ເຮົາກໍໝົດໄຟ...ວ່າຊັ້ນ”...
... “ສ່ຳພໍ😃 ອາຈານເວົ້າວ່າ
ຖ້າມີທັ້ງສອງແຮງກໍຈະດີຫຼາຍ ທັ້ງແຮງຊຸກຍູ້ແລະແຮງດຶງດູດ ຫຼືອາດຈະເວົ້າວ່າ
ແຮງໄລຍະສັ້ນ ແລະ ໄລຍະຍາວ ກະໄດ້ຫວາອາຈານ”...
... “ຮ່າຮ່າຮ່າ😁...ເຂົ້າໃຈໄວເນາະ...ຍົກຕົວຢ່າງໃກ້ຕົວນີ້ລ່ະ
ອາຈານພະຍາຍາມບໍ່ກິນເຂົ້າແລງ ກິນໝາກໄມ້ແທນ ຫຼືຖ້າໄດ້ກິນ ກໍຈະພະຍາຍາມກິນໃຫ້ໜ້ອຍ
ຍ້ອນວ່າ ອາຈານຢາກຢູ່ດົນໆ ເພື່ອເຮັດຕາມເປົ້າໝາຍຂອງການມີຊີວິດຢູ່
ໃຫ້ໄດ້ດົນທີ່ສຸດເທົ່າທີ່ຈະເຮັດໄດ້...ອາຈານເລິ່ມຈາກການຈິງຈັງກັບການກິນໜ້ອຍ ໂດຍສະເພາະຕອນແລງ
ຍ້ອນວ່າກິນແລ້ວບໍ່ໄດ້ໃຊ້ພະລັງງານ ເຮັດໃຫ້ຮ່າງກາຍສະສົມພະລັງງານໄວ້ເກີນຄວາມຈຳເປັນ
ສົ່ງຜົນບໍ່ດີຕໍ່ສຸຂະພາບໃນໄລຍະຍາວ
ອາຈານກໍເລີຍປັບປ່ຽນພຶດຕິກຳການກິນຂອງຕົວເອງມາເລື່ອຍໆ ຕໍ່ເນື່ອງມາຫຼາຍເດືອນແລ້ວ”...
... “ແຮງບັນດານໃຈຂອງອາຈານ
ແມ່ນ ການໄດ້ເຮັດຕາມເປົ້າໝາຍຊີວິດຂອງອາຈານທີ່ໄດ້ຕັ້ງໄວ້ໃຫ້ເຕັມທີ່ ໃຫ້ດົນທີ່ສຸດ
ແມ່ນບໍ່ອາຈານ”...
... “ແມ່ນແລ້ວ...ດັງນັ້ນ
ແຮງບັນດານໃຈນີ້ລ່ະ ເປັນຕົວຊຸກຍູ້ໃຫ້ຄົນເຮົາເກີດການປັບປ່ຽນພຶດຕິກຳທີ່ຕໍ່ເນື່ອງ
ສະໝ່ຳສະເໝີ”...
... “ອາຈານ ສົມມຸດວ່າ ອາຈານຕຸ້ຍ
ອາຈານຕັ້ງເປົ້າໄວ້ວ່າ ອາຈານຢາກຈ່ອຍ ຢາກໃຫ້ຄົນເຫັນວ່າອາຈານ ດູດີ ມີລາສີ ສະຫງ່າງາມ
ອາຈານກໍເລີຍບໍ່ກິນເຂົ້າແລງ...ຮອດວັນໜຶ່ງ ອາຈານຈ່ອຍລົງ ຊ່ວງທຳອິດກໍມີຄົນທັກທ້ວງວ່າອາຈານຈ່ອຍລົງ
ອາຈານກໍດີໃຈ ພະຍາຍາມຮັກສາຄວາມຈ່ອຍຂອງຕົວເອງໄວ້...ແຕ່ຫຼັງຈາກຫຼາຍວັນຜ່ານໄປກໍບໍ່ມີຜູ້ໃດສົນໃຈອີກ,
ບໍ່ມີຜູ້ໃດເວົ້າເຖີງ, ອາຈານກໍເລີຍກັບມາກິນເຂົ້າແລງຄືເກົ່າ
ເຮັດໃຫ້ອາຈານຕຸ້ຍຄືນມາອີກ...ອັນນີ້ ຄືຊີແມ່ນແຮງຈູງໃຈຕີ້ເນາະ ອາຈານ....ຍ້ອນວ່າ
ອາຈານເອົາຄົນອື່ນເປັນຕົວຕັ້ງ😉”...
... “😅ຮ່າຮ່າຮ່າ...ເຈົ້ານີ່ກະເຂົ້າໃຈສົມທຽບເນາະ...ແມ່ນລ່ະ
ຕົວຢ່າງທີ່ເຈົ້າຍົກມາກໍເຫັນໄດ້ຊັດເຈນວ່າ ຄວາມຕ້ອງການຈ່ອຍລົງ
ບໍ່ແມ່ນຄວາມຕ້ອງການທີ່ແທ້ຈິງຂອງອາຈານ...ຄວາມຕ້ອງການທີ່ແທ້ຈິງ ແມ່ນ
ຢາກໃຫ້ຄົນອື່ນບອກອາຈານວ່າ ອາຈານຈ່ອຍລົງ ພໍຮອດຢາມບໍ່ມີຄົນເວົ້າ
ອາຈານກໍບໍ່ໄດ້ສົນໃຈອີກແລ້ວ ວ່າຈະຈ່ອຍຫຼືຕຸ້ຍ ແບບນີ້ລ່ະ ເຂົາຮ້ອງວ່າ ແຮງຈູງໃຈ
ມັນດຶງ ມັນດູດ ເອົາຄວາມສົນໃຈເຮົາ ແລະ ເຮັດໃຫ້ເຮົາປ່ຽນແປງພຶດຕິກຳ ພໍມັນເຊົາດຶງ
ເຊົາດູດ ເຮົາກໍບໍ່ໄດ້ສົນໃຈ ເຮົາກໍຢຸດພຶດຕິກຳນັ້ນໄປ”...
... “ອໍ້...ນ້ອງເຂົ້າໃຈລ່ະ
ອາຈານ...ສະແດງວ່າ ໃນການໃຫ້ຄຳແນະນຳນີ່
ເຮົາຕ້ອງສ້າງແຮງບັນດານໃຈໃຫ້ຜູ້ຮັບຄຳແນະນຳເດ້ເນາະອາຈານ”...
... “ເຮົາບໍ່ສາມາດສ້າງແຮງບັນດານໃຈໃຫ້ຜູ້ໃດໄດ້ດອກ...ຖ້າເຮົາສ້າງໃຫ້ເຂົາ
ແລະ ເຂົາເຮັດຕາມເຮົາ ສະແດງວ່າ ນັ້ນແມ່ນແຄ່ແຮງຈູງໃຈ ທີ່ເຂົາຢາກເຮັດຕາມເຮົາ...ສິ່ງທີ່ເຮົາເຮັດໄດ້
ໃນຖານະຜູ້ໃຫ້ຄຳແນະນຳ ແມ່ນ ການສ້າງສະພາບແວດລ້ອມທີ່ດີ
ທີ່ເອື້ອຕໍ່ການເກີດແຮງບັນດານໃຈຂອງຄົນ”...
... “ໂອ້...ເຮັດຍາກຂະໜາດເລີຍ
ອາຈານ...ແຄ່ສ້າງແຮງຈູງໃຈນີ້ ນ້ອງຄິດວ່າຍາກແລ້ວ
ອັນນີ້ຈະສ້າງບັນຍາກາດໃຫ້ຄົນເກີດແຮງບັນດານໃຈ ແຮ່ງຍາກເຂົ້າໄປອີກເດ້ນີ່”...
... “ການທີ່ຄົນເຮົາຈະຟັງຜູ້ໃດ
ຈະເຊື່ອຜູ້ໃດ ມີເຫດຜົນຫຼາຍຢ່າງ ແລະ ມີຄວາມຮູ້ສຶກຫຼາຍຢ່າງ...ເລື່ອງເຫດຜົນທີ່ເຮັດໃຫ້ຄົນຜູ້ໜຶ່ງ
ເຊື່ອໝັ້ນຄົນອີກຜູ້ໜຶ່ງ ກໍຈະເປັນເລື່ອງຄວາມຮູ້ຄວາມສາມາດ ການເວົ້າແທ້ທຳຈິງ
ຄວາມໃກ້ຊິດ ສະໜິດສະໜົມ
ທີ່ວ່າມານີ້ກໍພໍຈະເຮັດໃຫ້ຄົນເຊື່ອໝັ້ນຄົນໄດ້...ສ່ວນອີກເລື່ອງໜຶ່ງ ກໍຈະແມ່ນຄວາມຮູ້ສຶກ
ສິ່ງນີ້ລ່ະ ເປັນສິ່ງທີ່ທຳມະຊາດໄດ້ມອບໃຫ້ສິ່ງມີຊີວິດທີ່ຖືກເອີ້ນວ່າມະນຸດ ມາຕັ້ງແຕ່ສະໄໝມີມະນຸດຄັ້ງທຳອິດພູ້ນລ່ະ...ແຕ່ສະໄໝກ່ອນນັ້ນ
ມະນຸດນີ້ບໍ່ໄດ້ມີຈຳນວນຫຼວງຫຼາຍ ບໍ່ໄດ້ສະຫຼັບຊັບຊ້ອນຄືທຸກມື້ນີ້ ກໍເລີຍໃຊ້ຄວາມຮູ້ສຶກສື່ສານກັນໄດ້...ທຸກມື້ນີ້ກໍຍາກຫຼາຍ
ການໃຊ້ຄວາມຮູ້ສຶກໃນການສື່ສານຖືກປິດກັ້ນດ້ວຍຕຳແໜ່ງ ໜ້າທີ່ ວຽກງານ ຖານະຮັ່ງມີ
ຖານະທຸກຈົນ ແລະອີກຫຼາຍໆ ເລື່ອງ...ແຕ່ໃນຖານະທີ່ເຮົາເປັນຜູ້ໃຫ້ຄຳແນະນຳ
ເຮົາຕ້ອງສາມາດສ້າງຄວາມຮູ້ສຶກທີ່ດີໃຫ້ກັບຄົນທີ່ໄດ້ພົບເຮົາ ບໍ່ວ່າໃນສະຖານະໃດກໍຕາມ
ບໍ່ວ່າທຸກຈົນ ບໍ່ວ່າຮັ່ງມີ”...
... “ອາຈານກຳລັງຈະບອກນ້ອງວ່າ
ເຮົາຕ້ອງເຮົດຕົວເອງໃຫ້ນ່າເຊື່ອຖື ແມ່ນບໍ່ອາຈານ
ເຮົາຈຶງຈະສາມາດສ້າງສະພາບແວດລ້ອມໃຫ້ຄົນເກີດແຮງບັນດານໃຈໄດ້”...
... “ແມ່ນລ່ະ...ເຮົານີ້ລ່ະ...ເຮົາຈະສ້າງສະພາບແວດລ້ອມທີ່ດີໃຫ້ຄົນອື່ນ
ເຮົາຕ້ອງຮູ້ຈັກສ້າງໃຫ້ຕົວເອງຄືກັນ...ເວົ້າໃຫ້ຟັງງ່າຍ ກໍຄື ເຮົາເອງກໍຕ້ອງເປັນຄົນທີ່ຮູ້ຈັກແຮງບັນດານໃຈເປັນຢ່າງດີ...ເຮົາມີແຮງບັນດານໃຈແນວໃດແດ່
ເລື່ອງໃດແດ່...ເຮັດຕາມແຮງບັນດານໃຈຂອງຕົວເອງແລ້ວ ເກີດຫຍັງຂຶ້ນແດ່
ຮູ້ສຶກດີກັບຕົວເອງແນວໃດແດ່...ຕ້ອງສຳຫຼວດຕົວເອງກ່ອນເດີ້...ຈາກນັ້ນ
ກໍຖ່າຍທອດປະສົບການຂອງຕົວເອງໃຫ້ຄົນອື່ນຟັງ...ຈາກປະສົບການຂອງອາຈານ
ການຖ່າຍທອດໂດຍການເລົ່າເລື່ອງ ຈະໄດ້ຜົນດີ ແລະ ເຮັດໃຫ້ຜູ້ຟັງເຂົ້າໃຈໄດ້ງ່າຍຂຶ້ນ
ເຫັນຕົວຢ່າງຈິງ ແລະ ສາມາດແລກປ່ຽນຮຽນຮູ້ຈາກກັນແລະກັນໄດ້ດີ”...
... “ອາຈານ
ເຮົາສາມາດເອົາເລື່ອງຂອງຜູ້ອື່ນມາເວົ້້າໄດ້ບໍ່”...
... “ໄດ້ຄືກັນ...ເຮັດໃຫ້ເຮົາມີຫຼາຍຕົວຢ່າງເພິ່ມຂຶ້ນມາອີກ
ສິ່ງທີ່ສຳຄັນ ແມ່ນການຊີ້ໃຫ້ເຫັນວ່າ ຄົນທີ່ມີແຮງບັນດານໃຈນັ້ນເປັນແນວໃດ,
ຍ້ອນຫຍັງເຂົາເຈົ້າຈຶງເຮັດໄດ້ ແລະ ມີປະໂຫຍດຈາກການທີ່ມີແຮງບັນດານໃຈແນວໃດແດ່...ອາຈານໃຊ້ປະສົບການຕົວເອງສ່ວນໜຶ່ງ
ມາແລກປ່ຽນ ເລົ່າສູ່ກັນຟັງ...ອີກສ່ວນໜຶ່ງກໍໃຊ້ວິທີອ່ານຫຼາຍໆ ເຫັນຄຳຄົມ ຫຼື ເລື່ອງທີ່ເປັນຄະຕິເຕືອນໃຈໄດ້
ເປັນຂໍ້ຄິດທີ່ດີ ເຮົາກໍນຳມາແລກປ່ຽນກັບຜູ້ຮັບຄຳແນະນຳໄດ້”...
... “ເປັນອີກຄວາມທ້າທາຍໜຶ່ງເນາະອາຈານ...ນ້ອງຕ້ອງໄດ້ໄປທວນຄືນຕົວເອງຈັກໜ້ອຍແລ້ວລ່ະ
ວ່ານ້ອງມີແຮງບັນດານໃຈເລື່ອງໃດແດ່...ແລ້ວນ້ອງຈະໄດ້ມາແລກປ່ຽນກັັບອາຈານອີກເທືອ”...
... “ໂດຍ ດ້ວຍຄວາມຍິນດີ”...😊
ไม่มีความคิดเห็น:
แสดงความคิดเห็น