...ມື້ນີ້ພໍໄດ້ມີເວລານັ່ງໆ ນອນໆ ພັກຜ່ອນ ອ່ານປື້ມ
ຂຽນບົດຄວາມ ໂດຍສະເພາະແມ່ນອ່ານປື້ມນີ່ລ່ະ ຊື້ມາເກັບໄວ້ກໍຫຼາຍ ຕັ້ງໃຈສິອ່ານ ກໍຍັງບໍ່ໄດ້ອ່ານເທືອ
ຈັ໊ກແມ່ນຍາກຫຍັງແທ້ເດ...😅
...ໄດ້ເລີກງາມຢາມດີ ຫຍິບປື້ມຫົວນຶງຂຶ້ນມາອ່ານ
ເປັນປື້ມທີ່ອ່ານຈົບໄປເທືອໜຶ່ງແລ້ວ ແຕ່ພໍຫຍິບຂຶ້ນມາ ກໍມີຄວາມຢາກອ່ານເກີດຂຶ້ນທັນທີ...ປື້ມຫົວນີ້ມີຊື່ວ່າ
“ອິຄິໄກ”...
...ພໍອ່ານແລ້ວ ກໍຢາກຂຽນກ່ຽວກັບເສົາຫຼັກ ຫຼື
ຫົວໃຈສຳຄັນ 5 ຢ່າງຂອງອິຄິໄກ ທີ່ປື້ມຫົວນີ້ໄດ້ອະທິບາຍໄວ້...
...ຫົວໃຈສຳຄັນທີ່ໜຶ່ງ ແມ່ນ ການເລີ່ມຕົ້ນຈາກສິ່ງເລັກໆ ນ້ອຍໆ...
...ຫົວໃຈສຳຄັນທີ່ສອງ ແມ່ນ ການປົດປ່ອຍຕົວເອງ...
...ຫົວໃຈສຳຄັນທີ່ສາມ ແມ່ນ ຄວາມແທດເໝາະ ແລະ ຄວາມຍືນຍົງ...
...ຫົວໃຈສຳຄັນທີ່ສີ່ ແມ່ນ ຄວາມສຸກກັບສິ່ງນ້ອຍໆ...
...ຫົວໃຈສຳຄັນທີ່ຫ້າ ແມ່ນ ການຢູ່ກັບປະຈຸບັນ...
...ຖ້າສິເວົ້າໄປແລ້ວ ໝາກຫົວໃຈເຫຼົ່ານີ້ ທີ່ໄດ້ວ່າມາ
ມັນກໍຢູ່ໃນການໃຊ້ຊີວິດປະຈຳວັນຂອງເຮົານີ້ເອງ ບໍ່ໄດ້ມີຫຍັງໃໝ່ ຫຼື
ແມ່ນແນວທີ່ຕ້ອງຕື່ນເຕ້ນກັບມັນດອກ...ສິ່ງທີ່ນ່າຕື່ນເຕ້ນ ແມ່ນ ເຮົາລືມໄປໄດ້ແນວໃດ
ວ່າສິ່ງເຫຼົ່ານີ້ເກີດຂຶ້ນກັບເຮົາຕະຫຼອດເວລາໃນການໃຊ້ຊີວິດປະຈຳວັນ...ບໍ່ໄດ້ມີຄວາມຈຳເປັນວ່າຈະຕ້ອງເກີດສິ່ງເຫຼົ່ານີ້ຕາມລຳດັບ
ຕາມບຸລິມະສິດ ບໍ່ແມ່ນວ່າມີອັນນີ້ ຈຶງມີອັນນັ້ນ...ບໍ່ໄດ້ຈຳເປັນວ່າຈະຕ້ອງເກີດຂຶ້ນທັ້ງໝົດພ້ອມກັນ...ບໍ່ໄດ້ຈຳເປັນວ່າມີຄົບໝົດ
ຈະເກີດຄວາມສົມບູນແບບ...
...ໃນໄລຍະນີ້ ຂ້າພະເຈົ້າມີແນວຄິດໃນການສ້າງຂະບວນການ ທີ່ຈະຊ່ວຍໃຫ້ຄົນເຮົາໄດ້ມີພື້ນທີ່ໃນການຮຽນຮູ້ຮ່ວມກັນ...ເລີ່ມຈາກເລື່ອງຫຍັງດີລ່ະ...ເລີ່ມຈາກຜູ້ໃດ...ເລີ່ມແນວໃດ...ຄຳຖາມກໍເກີດຂຶ້ນມາຢູ່ຕະຫຼອດເວລາ...
...ຂ້າພະເຈົ້າຄິດວ່າ ຕົວເອງກໍມີຄວາມຖະໜັດ ແລະ ຄວາມມັກໃນເລື່ອງການຈັດຂະບວນການຮຽນຮູ້
ການພັດທະນາຄົນ ພັດທະນາອົງກອນ ທີ່ອິງໃສ່ກັບການຮຽນຮູ້ເພື່ອໃຫ້ເກີດຄວາມປ່ຽນແປງທີ່ດີ
ມີປະໂຫຍດຕໍ່ຕົວເອງ ແລະ ສັງຄົມ
ກໍເລີຍຄິດເລື່ອງການເຊີນຊວນອ້າຍເອື້ອຍນ້ອງທີ່ເຄີຍເຮັດວຽກນຳກັນ
ເຄີຍຮ່ວມຂະບວນການພັດທະນາຊຸມຊົນນຳກັນ ໄດ້ມາຮ່ວມສົນທະນາແລກປ່ຽນບົດຮຽນແລະປະສົບການໃນເລື່ອງການຈັດຂະບວນການຮຽນຮູ້...
...ເລີ່ມຈາກເລື່ອງທີ່ຕົວເອງຖະໜັດ
ແລະ ມັກ...ເລີ່ມຈາກກຸ່ມຄົນຈຳນວນໜ້ອຍໆ ທີ່ມີຄວາມຄິດ ທັດສະນະຄະຕິ ມຸມມອງໃນເລື່ອງການຮຽນຮູ້ທີ່ຄ້າຍຄືກັນ...
...ບັນຍາກາດໃນການແລກປ່ຽນ
ກໍເປັນກັນເອງ ແຕ່ລະຄົນກໍນຳສະເໜີບົດຮຽນຂອງຕົວເອງ ບໍມີຜິດຜູ້ໃດ...ທຸກຄົນເປີດໃຈ ແລະ
ໂອບອຸ້ມເອົາຄວາມຮູ້ ຊຶມຊັບເອົາອາລົມ ຄວາມຮູ້ສຶກດີໆ ຈາກການແລກປ່ຽນ...ແຕ່ລະຄົນ ບໍ່ໄດ້ຕ້ອງການລາງວັນ
ບໍ່ໄດ້ຕ້ອງການຄຳຊົມເຊີຍ ແຕ່ຕ້ອງການໃຫ້ ໃຫ້ໂດຍບໍ່ໄດ້ຫວັງຜົນຕອບແທນຫຍັງ...ແຕ່ລະຄົນ
ຕ່າງກໍເຄົາລົບໃນປະສົບການຂອງຜູ້ອື່ນ ເຄົາລົບໃນການສະແດງອອກ
ເຄົາລົບໃນມຸມມອງທີ່ມີຄວາມແຕກຕ່າງ...ຂ້າພະເຈົ້າກໍສັງເກດເຫັນຮອຍຍິ້ມຂອງຄວາມພູມໃຈ
ຄວາມດີໃຈ ຄວາມສຸກ ຂອງແຕ່ລະຄົນທີ່ໄດ້ແລກປ່ຽນ ແລະ ຮຽນຮູ້ ໄດ້ຮູ້ຈັກເພື່ອນໃໝ່ ໄດ້ສ້າງເຄືອຂ່າຍຂອງຄົນ
ແລະ ຄວາມສຳພັນໃໝ່ໆ ຂຶ້ນມາ...
...ໃນຄວາມຮູ້ສຶກສ່ວນຕົວຂອງຂ້າພະເຈົ້າເອງ ກໍດີໃຈ
ທີ່ໄດ້ເຫັນອ້າຍເອື້ອຍນ້ອງມີຄວາມສຸກ ແມ້ວ່າ
ການເກີດຂຶ້ນຂອງວົງສົນທະນາແບບນີ້ບໍ່ແມ່ນເລື່ອງງ່າຍ ຍ້ອນວ່າ ແຕ່ລະຄົນກໍມີພາລະຂອງຄອບຄົວ ເວລາກໍກຳນົດໃນວັນເສົາ
ວັນພັກຜ່ອນຂອງຫຼາຍໆ ຄົນ ແຕ່ວ່າ ທຸກຄົນທີ່ເຂົ້າມາຮ່ວມກໍໄດ້ເສຍສະຫຼະເວລາສ່ວນໜຶ່ງເຂົ້າມາຮ່ວມ...ຄວາມສຸກທີ່ເກີດຂຶ້ນ
ຫຼືເວົ້າວ່າຄວາມອິ່ມໃຈຈາກການສົນທະນາແລກປ່ຽນ ກໍບໍ່ໄດ້ມີຫຼວງຫຼາຍໃຫຍ່ໂຕ ແຕ່ກໍເປັນຄວາມສຸກເລັກໆ
ເກີດຂຶ້ນແຄ່ຄາວດຽວ ຈາກນັ້ນ ກໍຫາຍໄປແລ້ວ...ຄວາມສຸກຫາຍໄປ ເຫຼືອແຄ່ຄວາມພຶງພໍໃຈ...
...ຈາກຄວາມເປັນມາ ແລະ ບັນຍາກາດຂອງວົງສົນທະນາທີ່ຂ້າພະເຈົ້າໄດ້ເລົ່າມາ ທ່ານຜູ້ອ່ານ ກໍຄົງຈະພໍຄິດພາບອອກວ່າ “ອິຄິໄກ” ທີ່ມີຫົວໃຈຫຼັກຫ້າເລື່ອງໄດ້ສອດແຊກ ເຊື່ອມສານ ໃນມຸມຂອງການຈັດເວທີສົນທະນາມີແນວໃດແດ່...
...ບໍ່ໄດ້ມີຄວາມສົມບູນແບບດອກ ມີແຄ່ວ່າ ເຮັດໃນສິ່ງທີ່ຖະໜັດ ມັກ ແລະ ຄົນໄດ້ປະໂຫຍດ ຄົນບໍ່ເດືອດຮ້ອນ...ເລີ່ມຈາກເລື່ອງນ້ອຍໆ ມີຄຸນຄ່າ ໃຫ້ໂດຍບໍ່ໄດ້ຫວັງຜົນຕອບແທນ ແລະ ຮັບເອົາຢ່າງເຫັນຄຸນຄ່າ...ເສບເອົາຄວາມສຸກເລັກໆ ນ້ອຍໆ (ຂໍຍ້ຳວ່າ ຄົນອື່ນບໍ່ເດືອດຮ້ອນ) ທີ່ເກີດຂຶ້ນໃນຕອນນັ້ນ...ຊີວິດເຮົາກໍມີຄຸນຄ່າ ແລະ ສະຫງົບສຸກແລ້ວ...ທ່ານວ່າແມ່ນບໍ່...💖
ไม่มีความคิดเห็น:
แสดงความคิดเห็น