วันพฤหัสบดีที่ 19 กันยายน พ.ศ. 2562

ການຕັ້ງຄຳຖາມໃນການໂຄ້ຊ...


...ການຕັ້ງຄຳຖາມໃນການໂຄ້ຊ ເປັນເລື່ອງງ່າຍທີ່ຜູ້ເປັນໂຄ້ຊຄົນໃດກໍສາມາດເຮັດໄດ້ ແຕ່ ຈະເຮັດໃຫ້ໄດ້ດີ ໝາຍຄວາມວ່າ ເລືອກໃຊ້ຄຳຖາມຖືກກັບເວລາ ອີງກັບອາລົມ ຄວາມຮູ້ສຶກ ບັນຍາກາດໃນການໂຄ້ຊ ເປັນເລື່ອງທີ່ຕ້ອງອາໄສການຝຶກຢ່າງຕໍ່ເນື່ອງ ເພື່ອຫຼໍ່ຫຼອມຜູ້ເປັນໂຄ້ຊ ໃຫ້ເປັນໂຄ້ຊທີ່ດີໄດ້...

...ຄຳຖາມທີ່ເກີດຂຶ້ນຢາມຜູ້ຂຽນຝຶກອົບຮົມເລື່ອງການຕັ້ງຄຳຖາມ ແມ່ນ “ຈະຖາມຫຍັງດີລ່ະ”...ເປັນຄຳຖາມສຸດຄລາສສິກ ທີ່ຜູ້ຂຽນຖືກຖາມມາຕະຫຼອດ...ແລະ ຄຳຕອບທີ່ຜູ້ຂຽນຖາມກັບຄືນ ແມ່ນ “ທ່ານຮູ້ລ່ະຍັງ ວ່າຈຸດປະສົງຂອງການຖາມ ແມ່ນຫຍັງ, ເຂົາໃຫ້ທ່ານເຮັດບົດບາດຫຍັງ ຈຶງໄດ້ໄປຕັ້ງຄຳຖາມຜູ້ອື່ນ?”...

...ຈຸດປະສົງຂອງການຕັ້ງຄຳຖາມ ແມ່ນ ການສ້າງບັນຍາກາດທີ່ດຶງດູດຄວາມສົນໃຈ...ກະຕຸ້ນໃຫ້ເກີດຄວາມຄິດໃໝ່ໆ...ສົ່ງເສີມໃຫ້ເກີດການທົບທວນຕົວເອງ ການສຳຫຼວດຊອກຫາຕົວເອງ...ສົ່ງເສີມໃຫ້ເກີດຄວາມມຸ້ງໝັ້ນໃນພັນທະ...ດັງນັ້ນ ການນຳໃຊ້ຄຳຖາມຈຶງຕ້ອງມີຄວາມຫຼາກຫຼາຍ ອີງກັບຈຸດປະສົງການນຳໃຊ້ຄຳຖາມທີ່ວ່າມາ...

...ປະເພດຂອງຄຳຖາມ ກໍມີຫຼາຍປະເພດ ທີ່ນຳໃຊ້ໃນການໂຄ້ຊ...

ຄຳຖາມປາຍເປີດ...ແມ່ນ ຄຳຖາມທົ່ວໄປ ທີ່ເປັນຄຳຖາມໃຫ້ຜູ້ຖືກໂຄ້ຊ ໄດ້ຕອບຄຳຖາມຢ່າງອິດສະຫຼະ...ຄຳຖາມທີ່ເຮົາລຶ້ງເຄີຍ ແມ່ນ ແມ່ນຫຍັງ, ອັນໃດ, ຍ້ອນຫຍັງ, ຢູ່ໄສ, ແນວໃດ, ຢາມໃດ...

ຄຳຖາມສືບຄົ້ນ...ແມ່ນ ຄຳຖາມທີ່ໃຊ້ຖາມໃນກໍລະນີທີ່ຄ້ອງການໃຫ້ຜູ້ຖືກໂຄ້ຊໄດ້ລົງລາຍລະອຽດ ເນື້ອໃນຈາກການສົນທະນາບໍ່ໄດ້ກ່າວເຖີງໄວ້ ຫຼື ຂ້າມຫົວຂໍ້ທີ່ສຳຄັນໄປ...ແຕ່ຢ່າໃຊ້ຫຼາຍເກີນຄວາມຈຳເປັນ ຍ້ອນຈະເຮັດໃຫ້ຜູ້ຖືກໂຄ້ຊຮູ້ສຶກອຶດອັດ ຄ້າຍຄືການສອບສວນຜູ້ຖືກກ່າວຫາ...ດັງນັ້ນ ການໃຊ້ພາສາຮ່າງກາຍ ການສະແດງອອກ ແລະ ນ້ຳສຽງທີ່ເວົ້າອອກມາ ຕ້ອງເປັນທຳມະຊາດ ເຮັດໃຫ້ຜູ້ຖືກໂຄ້ຊຮັບຮູ້ວ່າຜູ້ເປັນໂຄ້ຊກຳລັງສະໜັບສະໜຸນຢູ່...ຕົວຢ່າງຂ້າງລຸ່ມນີ້

“ຍ້ອນຫຍັງ ທ່ານຈຶງຄິດວ່າເລື່ອງນີ້ສຳຄັນ?”
“ເລື່ອງນີ້ມີຄວາມໝາຍສຳຄັນຕໍ່ທ່ານແນວໃດ?”
“ທ່ານມີທາງເລືອກໃດແດ່ ໃນການຈັດການກັບບັນຫານີ້?”
“ໃຫ້ທ່ານໄດ້ອະທິບາຍໃຫ້ສະເພາະເຈາະຈົງຕຶ່ມອີກແດ່ ໄດ້ຫຼືບໍ່?”
“ມີຜູ້ໃດກ່ຽວຂ້ອງແດ່? ແລະຜູ້ໃດແມ່ນຜູ້ຮັບຜົນປະໂຢດຫຼັກ?”
“ມີຫຍັງທີ່ທ່ານຕ້ອງການເນັ້ນໜັກເປັນພິເສດຫຼືບໍ່?”
“ມີທາງເລືອກອື່ນອີກຫຼືບໍ່ ທີ່ທ່ານຍັງບໍ່ໄດ້ພິຈາລະນາ?”
“ທ່ານເຮັດແນວໃດ ໃນການຈັດການກັບບັນຫານີ້ໄດ້ທັນເວລາ?”
“ທ່ານຄິດວ່າ ຜູ້ຢູ່ໃນເຫດການນີ້ຈະອະທິບາຍສິ່ງທີ່ເກີດຂຶ້ນວ່າແນວໃດ?”
“ແມ່ນຫຍັງທີ່ທ່ານໃຫ້ຄວາມເອົາໃຈໃສ່ທີ່ສຸດໃນເລື່ອງນີ້?”
“ແມ່ນຫຍັງທີ່ເປັນຄວາມກັງວົນຂອງເຈົ້າ?”

ຄຳຖາມປາຍປິດ...ແມ່ນ ຄຳຖາມທີ່ແນໃສ່ຄຳຕອບທີ່ບໍ່ຕ້ອງການອະທິບາຍຕຶ່ມ ຕອບແຄ່ວ່າ ແມ່ນ ຫຼື ບໍ່ແມ່ນ...ຄຳຖາມປະເພດນີ້ ບໍ່ຄ່ອຍນຳໃຊ້ໃນການໂຄ້ຊ ຍ້ອນວ່າ ຈະເຮັດໃຫ້ຜູ້ຖືກໂຄ້ຊຮູ້ສຶກບໍ່ມີທາງເລືອກ ບໍ່ໄດ້ຊອກຫາຄຳຕອບທີ່ສາມາດອະທິບາຍລວມທັ້ງ ເຮັດໃຫ້ເກີດຄວາມຮູ້ສຶກຖືກຕັດສິນຈາກຜູ້ຖາມ...

ຄຳຖາມສະທ້ອນຄືນ...ແມ່ນ ຄຳຖາມເພື່ອກວດຄືນການຮັບຮູ້ ແລະ ຄວາມເຂົ້າໃຈ...ເປັນການຖາມຜູ້ຖືກໂຄ້ຊກັບຄືນ ໃນເລື່ອງທີ່ຜູ້ຖືກໂຄ້ຊໄດ້ສື່ສານກັບຜູ້ເປັນໂຄ້ຊ ເພື່ອໃຫ້ຜູ້ຖືກໂຄ້ຊໄດ້ສຳຫຼວດ ກວດກາຄວາມຮູ້ ຄວາມເຂົ້າໃຈກ່ຽວກັບເລື່ອງທີ່ເລົ່າໃຫ້ຜູ້ເປັນໂຄ້ຊຟັງ...ນອກຈາກນັ້ນ ຜູ້ຖືກໂຄ້ຊ ກໍຈະໄດ້ທວນຄືນອາລົມ ຄວາມຮູ້ສຶກຕໍ່ເລື່ອງທີ່ເວົ້າມານຳ ເພື່ອສື່ສານກັບຜູ້ເປັນໂຄ້ຊໄດ້ຖືກຕ້ອງ ບໍ່ແມ່ນໃຫ້ຜູ້ເປັນໂຄ້ຊຕີຄວາມໝາຍເອົາເອງ...ຕົວຢ່າງຂ້າງລຸ່ມນີ້...

ຜູ້ຖືກໂຄ້ຊ “ຂ້ອຍຮູ້ສຶກໝຸດໝັດກັບຕົວເອງຫຼາຍ ຕອນນີ້”
ຜູ້ເປັນໂຄ້ຊ “ໂດຍ ອາການໝຸດໝັດກັບຕົວເອງ ເປັນແນວໃດນໍ້?”
ຜູ້ຖືກໂຄ້ຊ “ພະນັກງານໃນພະແນກບໍລິຫານມັກຈະເຮັດໃຫ້ຂ້ອຍສັບສົນ”
ຜູ້ເປັນໂຄ້ຊ “ອາການສັບສົນຂອງເຈົ້າ ກ່ຽວຂ້ອງກັບ ອາການໝຸດໝັດຕົວເອງ ຫຼືບໍ່?”

ຄຳຖາມຊີ້ນຳ...ການໃຊ້ຄຳຖາມແບບນີ້ ຕ້ອງໃຊ້ດ້ວຍຄວາມລະມັດລະວັງແດ່ ຍ້ອນວ່າ ເຮັດໃຫ້ຜູ້ຖືກຖາມຮູ້ສຶກວ່າມີຄຳຕອບທີ່ຖືກຕ້ອງຢູ່ແລ້ວ ເຊີ່ງອາດຈະຂັດແຍ້ງກັບຫຼັກການໂຄ້ຊຢູ່...ແຕ່ໃນສະຖານະການທີ່ຜູ້ເປັນໂຄ້ຊຕ້ອງການໃຫ້ຜູ້ຖືກໂຄ້ຊໄດ້ຕັດສິນໃຈເລືອກຄຳຕອບທີ່ມີຢູ່ແລ້ວ ເປັນການຍ້ຳວ່າຜູ້ຖືກໂຄ້ຊຄິດຖືກແລ້ວ...ຫຼື ໃນກໍລະນີທີ່ເຮົາຕ້ອງນຳພາຜູ້ຖືກໂຄ້ຊໃຫ້ຄິດອີກໃນມຸມໜຶ່ງ...ດັງນັ້ນ ຕ້ອງໃຊ້ດ້ວຍຄວາມລະມັດລະວັງ ຕົວຢ່າງຂ້າງລຸ່ມນີ້...
“ຈະບໍ່ດີກວ່ານີ້ບໍ້ ຖ້າ...”, “ທ່ານຄິດບໍ່ວ່າ ເຮົາຄວນຈະເຮັດ...”

ຄຳຖາມສົມມຸດ...ເປັນຄຳຖາມທີ່ຖາມເພື່ອໃຫ້ຜູ້ຖືກໂຄ້ຊໄດ້ສະແດງຄຳຄິດເຫັນຕໍ່ເລື່ອງທີ່ສົມມຸດນັ້ນ ເຊີ່ງຄຳຖາມແບບນີ້ ຈະເຮັດໃຫ້ໄດ້ວິທີການໃໝ່ ຫຼາກຫຼາຍ ໃນການແກ້ໄຂບັນຫາ...ຕົວຢ່າງ ຖາມວ່າ “ທ່ານຈະເຮັດແນວໃດ ຖ້າ...?”, “ຈະມີຫຍັງເກີດຂຶ້ນ ຖ້າ...?”...

ຄຳຖາມທວນຄືນ...ເປັນຄຳຖາມທີ່ຜູ້ເປັນໂຄ້ຊຖາມເພື່ອທວນຄວາມເຂົ້າໃຈ ວ່າເຂົ້າໃຈຖືກຕາມທີ່ຜູ້ຖືກໂຄ້ຊສື່ສານອອກມາຫຼືບໍ່...

...ສ່ວນຫຼາຍແລ້ວ ຜູ້ເປັນໂຄ້ຊມັກຈະຜິດພາດບ່ອນວ່າ ຢາມຕັ້ງຄຳຖາມ ມັກຈະຕັ້ງຄຳຖາມເພື່ອຊອກຄຳຕອບໃຫ້ຕົວເອງ ບໍ່ແມ່ນຄຳຕອບຂອງຜູ້ຖືກໂຄ້ຊ...ສັງເກດຈາກການໃຊ້ຄຳຖາມປາຍປິດຫຼາຍ ຍ້ອນວ່າ ການໃຊ້ຄຳຖາມປາຍປິດ ເປັນການຕັດສິນໄປແລ້ວ ບໍ່ວ່າຈະຕອບ ແມ່ນ ຫຼື ບໍ່ແມ່ນ ຜູ້ຕອບກໍຖືກບັງຄັບໃຫ້ຕອບແລ້ວ...ບາງເທືອກໍໃຊ້ຄຳຖາມແບບສືບຄົ້ນຫຼາຍເກີນໄປ ອາດຈະເຮັດໃຫ້ຜູ້ເປັນໂຄ້ຊໃຊ້ມຸມມອງຂອງຕົວເອງໄປຕັດສິນ ຫຼື ໃຫ້ຄຳແນະນຳແບບບໍ່ຮູ້ຕົວ...

...ຖ້າຜູ້ເປັນໂຄ້ຊ ພົບວ່າ ຢາມຖາມຄຳຖາມໄປແລ້ວ ຜົນທີ່ໄດ້ຮັບບໍ່ລາບລື່ນ ກໍຕ້ອງຍ້ອນກັບມາຖາມຕົວເອງວ່າ
1. ທ່ານຖາມຜິດວິທີ ຫຼືບໍ່?
2. ຄຳທີ່ເຮົາໃຊ້ນັ້ນ ເຮັດໃຫ້ຄົນຕີຄວາມຜິດ ຫຼືບໍ່?
3. ເຮົາໃຊ້ຄຳຖາມໄດ້ຖືກປະເພດ ຫຼືບໍ່?

...ການຝຶກຕົວເອງເພື່ອຕັ້ງຄຳຖາມໄດ້ຢ່າງມີປະສິດທິພາບ...

ກໍຕ້ອງເລີ່ມຕົ້ນຈາກຮູ້ຈັກຕົວເອງກ່ອນ ຮູ້ວ່າຕ້ອງພັດທະນາຕົວເອງໃນເລື່ອງການຕັ້ງຄຳຖາມໃນມຸມໃດ ຕົວຢ່າງ ບໍ່ມີຄວາມຮູ້ ບໍ່ມີທັກສະ, ມີຄວາມຮູ້ ແຕ່ຍັງບໍ່ມີທັກສະ, ມີຄວາມຮູ້ ແລະ ມີທັກສະມາແດ່ແລ້ວ, ບໍ່ມີຄວາມຮູ້ທາງທິດສະດີ ແຕ່ມີທັກສະ...

ຈາກນັ້ນ ກໍຕ້ອງຮູ້ຈັກຜູ້ຖືກໂຄ້ຊ ສິ່ງສຳຄັນທີ່ສຸດ ເຮົາຕ້ອງເຊື່ອໝັ້ນວ່າເຂົາເຈົ້າເຮັດໄດ້, ເຂົາເຈົ້າມີຄວາມຄິດ ມີທ່າແຮງທີ່ເຊື່ອງຊ່ອນຢູ່ ເຮົາມີໜ້າວຽກໃນການພາເຂົາເຈົ້າໃຫ້ຄົ້ນພົບສິ່ງເຫຼົ່ານັ້ນ...

ຕັ້ງເປົ້າໝາຍ ແລະ ວາງແຜນການຖາມ, ເຮົາຈະໃຊ້ເຄື່ອງມືໃດ ມີຂັ້ນຕອນແນວໃດ ມີຄຳຖາມຫຍັງທີ່ກ່ຽວຂ້ອງແດ່...

ເມື່ອໄດ້ແຜນ ໄດ້ແນວທາງແລ້ວ ກໍຝຶກການຖາມ,ຖາມເອງ ຕອບເອງ, ທ້າຍສຸດກໍສະຫຼຸບບົດຮຽນຂອງຕົວເອງ ວ່າມີຫຍັງທີ່ເຮັດໄດ້ດີ ຍ້ອນຫຍັງ, ມີຫຍັງທີ່ຕ້ອງປັບປຸງ...

ไม่มีความคิดเห็น:

แสดงความคิดเห็น

บทความที่มีผู้เข้าอ่านมากที่สุด