ຄວາມຮູ້ສຶກຈາກໃຈຂອງໂຄ້ຊ |
...ກວ່າຈະເປັນໂຄ້ຊໄດ້
ກໍເປັນເລື່ອງຍາກ ຕ້ອງສະສົມປະສົບການມາດົນນານ...ແຕ່ສິ່ງທີ່ຍາກກວ່າການເປັນໂຄ້ຊ ແມ່ນ
ການເປັນໂຄ້ຊທີ່ດີ, ມີຈັນຍາບັນ ແລະ
ຮັກສາມາດຕະຖານຂອງການເປັນໂຄ້ຊທີ່ດີໄວ້ຢ່າງສະໝ່ຳສະເໝີ...
...ການເປັນໂຄ້ຊທີ່ດີໄດ້ ຕ້ອງປະກອບໄປດ້ວຍທັກສະຫຼາຍໆ ຢ່າງ ປະກອບຮ່າງຂຶ້ນມາຢ່າງດຸນດ່ຽງ...ທັກສະທີ່ຈຳເປັນ ກໍນັບຕັ້ງແຕ່ ການຟັງຢ່າງຕັ້ງໃຈ, ການຕັ້ງຄຳຖາມ, ການກຳນົດເປົ້າໝາຍ, ການສະທ້ອນຄືນທີ່ມີປະສິດທິພາບ, ການສ້າງຄວາມໄວ້ວາງໃຈ, ການເອົາໃຈໃສ່ ແລະ ການໃຊ້ຄວາມຮູ້ສຶກພາຍໃນ...ທັກສະທີ່ວ່າມານີ້ ຕ້ອງອາໄສການຝຶກປະຕິບັດຢ່າງຕໍ່ເນື່ອງ ເພື່ອໃຫ້ໄດ້ເຫັນຜົນທີ່ເກີດຂຶ້ນ ແລະ ມີການປັບປຸງຢູ່ສະເໝີ ເພື່ອໃຫ້ທັກສະເຫຼົ່ານີ້ ເປັນເລື່ອງທຳມະດາທີ່ເກີດຂຶ້ນກັບຕົວຜູ້ເປັນໂຄ້ຊ...
...ການເປັນຜູ້ຟັງທີ່ດີ ເປັນຈຸດເລີ່ມຕົ້ນທຳອິດ ທີ່ຈະເຮັດໃຫ້ຜູ້ຖືກໂຄ້ຊຮູ້ສຶກສະບາຍໃຈ ແລະ ຮູ້ສຶກປອດໄພ...ການເປັນຜູ້ຟັງທີ່ດີ ຈະຕ້ອງຟັງແບບເປັນກາງ ບໍ່ເອົາຄວາມຮູ້ສຶກ ຫຼື ປະສົບການຂອງຕົວເອງເປັນຕົວຕັ້ງຕົ້ນ...ຟັງແບບບໍ່ຕັດສິນ ແມ່ນຟັງແລ້ວ ບໍ່ໃຫ້ເກີດຄຳຄິດເຫັນຂຶ້ນມາໃນຂະນະທີ່ຟັງຢູ່...ຟັງແບບເອົາໃຈໃສ່ກັບຜູ້ຟັງຕະຫຼອດ...ລັກສະນະແບບນີ້ຮ້ອງວ່າ ການຟັງຢ່າງຕັ້ງໃຈ...ເບີ່ງໂດຍຫຼັກການແລ້ວ ກໍບໍ່ແມ່ນເລື່ອງຍາກ ແຕ່ຕ້ອງໃຊ້ເວລາໃນການຝຶກຕົວເອງຢ່າງຕໍ່ເນື່ອງ......
...ການຟັງຢ່າງຕັ້ງໃຈ
ເປັນການຟັງເພື່ອຈະຮັບຮູ້ວ່າ ຜູ້ເວົ້າຕ້ອງການສື່ສານຫຍັງກັບເຮົາແທ້ໆ...ບໍ່ແມ່ນແຄ່ສຽງທີ່ເຮົາໄດ້ຍິນ
ແຕ່ກ່ຽວຂ້ອງກັບການຟັງເພື່ອເຂົ້າໃຈຄວາມໝາຍ ເຈາະຈິ້ມໄປເລີຍວ່າເປັນການຮັບຮູ້
ບໍ່ແມ່ນການໄດ້ຍິນຄຳເວົ້າ ແລະ ພະຍັກໜ້າງຶກໆ...
...ການຟັງຢ່າງຕັ້ງໃຈ
ເປັນທັກສະທີ່ທັ້ງຜູ້ເປັນໂຄ້ຊ ແລະ ຜູ້ຖືກໂຄ້ຊ ຈະຕ້ອງມີ...ທັ້ງສອງຝ່າຍກໍຕ້ອງຟັງກັນຢ່າງຕັ້ງໃຈ
ເພື່ອໃຫ້ເກີດການສື່ສານທີ່ເຂົ້າໃຈເຖີງຄວາມຕ້ອງການທີ່ແທ້ຈິງ ເຂົ້າເຖີງຄວາມຮູ້ສຶກ
ເຂົ້າເຖີງໃຈກັນທັ້ງສອງຝ່າຍ...
...ການຟັງຢ່າງຕັ້ງໃຈນີ້
ຕ້ອງອາໄສຄວາມອົດທົນຫຼາຍ ຍ້ອນວ່າ ຄົນເຮົາຕ້ອງອາໄສເວລາໃນການຮັບຂໍ້ມູນ ແລະ ຕີຄວາມໝາຍຂໍ້ມູນນັ້ນ
ຜ່ານຄວາມຄິດແລະຄວາມຮູ້ສຶກ ກ່ອນທີ່ຈະຄິດຄົ້ນຄຳເວົ້າອອກມາ...ດັງນັ້ນ ຜູ້ເປັນໂຄ້ຊຕ້ອງໃຈເຍັນ
ແລະ ເຂົ້າໃຈຜູ້ຖືກໂຄ້ຊຄືກັນ ເວລາທີ່ຜູ້ຖືກໂຄ້ຊ ຢູ່ງຽບໆ ກຳລັງໃຊ້ຄວາມຄິດ
ຜູ້ເປັນໂຄ້ຊກໍຢ່າຟ້າວສອດແຊກເຂົ້າໄປ...
...ການຟັງຢ່າງຕັ້ງໃຈ ມີຢູ່ 4 ລະດັບ[1] ໄດ້ແກ່...
ລະດັບທີ່
1 “ອໍ໋ ຂ້ອຍຮູ້ແລ້ວ” ...ລະດັບນີ້ ແມ່ນການຟັງຊືຊື ແລະ
ຕັດສິນ...ຟັງເພື່ອຍືນຍັນວ່າ ສິ່ງທີ່ເຄີຍຮູ້ມານັ້ນຖືກຕ້ອງແລ້ວ ແລະ ຕອບກັບຢ່າງໄວ...
ເຮົາຈະຍົກລະດັບການຟັງຈາກລະດັບທີ່ 1 ໄປຫາລະດັບຕໍ່ໄປໂດຍ “ສັງເກດຕົວເອງ”...ຖ້າເຮົາຮູ້ສຶກວ່າເຮົາເລີ່ມເວົ້າຫຼາຍເກີນໄປແລ້ວ
ເຮົາຕ້ອງຖາມຜູ້ຟັງວ່າ ເຂົາເຈົ້າຢາກຟັງເລື່ອງຫຍັງ...ຖ້າເຮົາຢູ່ໃນຖານະຂອງຜູ້ຟັງ ເຮົາຕ້ອງຢຸດການຮັບຂໍ້ມູນໃນລາຍລະອຽດ
ແລະ ກັບໄປເບີ່ງພາບລວມ ພາບໃຫຍ່ຂອງເລື່ອງນັ້ນ...
ລະດັບທີ່
2 ຟັງຍ້ອນວ່າເປັນຂໍ້ມູນທີ່ແຕກຕ່າງຈາກທີ່ເຄີຍຮູ້ມາ...ຟັງເພື່ອກວດຄືນວ່າ
ຖືກ ຫຼື ຜິດ...ຟັງເພື່ອຖົກຖຽງ...
ເຮົາຈະຍົກລະດັບການຟັງຈາກລະດັບທີ່ 2 ໄປຫາລະດັບຕໍ່ໄປໂດຍ “ສັງເກດຕົວເອງ”...ເຮົາຕ້ອງຕັ້ງເປົ້າໝາຍໄວ້ວ່າ
ໃນການສົນທະນາເທືອໜຶ່ງ ເຮົາຈະໃຊ້ເວລາເວົ້າແຄ່ 10% ສ່ວນເວລາທີ່ເຫຼືອ
ເຮົາຈະຟັງ...ແລະ ຢ່າພະຍາຍາມຕັ້ງຄຳຖາມກັບສິ່ງທີ່ໄດ້ຍິນ ແລະ ລົດການຖາມຄູ່ສົນທະນາລົງ...ຖ້າເຮົາຄ່ອຍໆ
ຫຼຸດຜ່ອນຄວາມຢາກຮູ້ ຢາກເຫັນໃຫ້ໄດ້ຫຼາຍໆ ກໍຈະເຮັດໃຫ້ເຮົາໄດ້ຍິນ “ສຽງຂອງຄວາມຮູ້ສຶກ” ຫຼາຍຂຶ້ນໄປນຳ ນັ້ນຄືການຟັງລະດັບທີ່
3...
ລະດັບທີ່
3 ຟັງຄວາມຮູ້ສຶກ...ຟັງເພື່ອຢາກເຂົ້າໃຈ
ບໍ່ຢາກຕັດສິນ...ຟັງວ່າຜູ້ເວົ້າກຳລັງໃຫ້ຄຸນຄ່າກັບຫຍັງ ແລະ ໃຫ້ຄຸນຄ່າແນວໃດ...
ເຮົາຈະຝຶກການຟັງຄວາມຮູ້ສຶກໄດ້ແນວໃດແດ່...
1. ຕັ້ງໃຈ...ຢາມທີ່ໄດ້ຍິນຄຳເວົ້າ ແລະເກີດຄຳຖາມກັບຕົວເອງ, ເກີດຢາກເວົ້້າ,
ເກີດຢາກຕອບ ໃຫ້ເຮົາຮັບຮູ້ຕວາມຢາກນັ້ນໄວ້ ແຕ່ບໍ່ຕ້ອງຕອບ, ບອກຕົວເອງວ່າ “ຟັງກ່ອນ ເຂົາເຈົ້າຢາກບອກຫຍັງເຮົານໍ້”...ຢ່າໄປປະຕິເສດຄວາມຮູ້ສຶກ
ຢາກ ເຫຼົ່ານັ້ນ ແຕ່ໃຫ້ຮັບຮູ້ວ່າມັນເກີດຂຶ້ນມາແລ້ວ ພຽງແຄ່ “ຢ່າ”
ໄປເຮັດຕາມຄວາມຮູ້ສຶກນັ້ນ...ນີ່ລ່ະ ເຂົາຮ້ອງວ່າ “ຢູ່ກັບປະຈຸບັນ”...
2. ໃຈເຍັນ ແລະ ອົດທົນ...ເຮົາຕ້ອງຮຽນຮູ້ພະລັງຂອງການຢຸດ ແລະ ບໍ່ຟ້າວຟັ່ງ ໃຫ້ເວລາຄົນອື່ນໄດ້ຄິດ
ໄດ້ພິຈາລະນາ ໄດ້ຢູ່ກັບຕົວເອງແດ່ ແລະທ້າຍທີ່ສຸດ ເຮົາສິໄດ້ຮັບສິ່ງດີໆ ຂໍ້ມູນດີໆ ທີ່ເກີດຈາກການງຽບນັ້ນ...
3. ຢ່າຕັດສິນ...ຈົງຟັງເພື່ອຮຽນຮູ້ ແທນທີ່ການຟັງເພື່ອຕັດສິນ...
ເຮົາຈະຍົກລະດັບການຟັງຈາກລະດັບທີ່ 3 ໄປຫາລະດັບຕໍ່ໄປໂດຍ “ສັງເກດຕົວເອງ” ...ສະແດງອອກເຖີງການເອົາໃຈໃສ່
ໃຫ້ຜູ້ເວົ້າໄດ້ຮູ້ວ່າ ເຮົາຢາກຟັງ ເຮົາມາຢູ່ນີ້ ເພື່ອຟັງເຂົາເຈົ້າ...
ລະດັບທີ່
4 ຟັງໂດຍບໍ່ຕັດສິນ...ຟັງໂດຍບໍ່ເອົາຕົວເອງເຂົ້າໄປກ່ຽວຂ້ອງ...ຟັງເພື່ອຫາຄວາມເປັນໄປໄດ້...ຟັງເພື່ອຫາພະລັງທີ່ນຳໄປສູ່ຄວາມປ່ຽນແປງໃໝ່ໃນອະນາຄົດ...ໃນຂະນະດຽວກັນ
ເພື່ອໃຫ້ຜູ້ຖືກໂຄ້ຊໄດ້ເຫັນພະລັງຂອງຕົວເອງ ລວມທັ້ງເຫັນວ່າ ຜູ້ເປັນໂຄ້ຊ ເອົາໃຈໃສ່
ແລະ ໃຫ້ຄວາມສົນໃຈ ຜູ້ເປັນໂຄ້ຊກໍສາມາດຕັ້ງຄຳຖາມໄດ້ ຕົວຢ່າງ “ທ່ານບອກຂ້າພະເຈົ້າແດ່ໄດ້ບໍ່
ວ່າ ທ່ານເຮັດແນວໃດ ຢາມທີ່ເກີດເຫດການນັ້ນຂຶ້ນມາ?”, “ນັ້ນເປັນມຸມມອງທີ່ໜ້າສົນໃຈຕໍ່ເຫດການທີ່ເກີດຂຶ້ນ
ແມ່ນຫຍັງເຮັດໃຫ້ທ່ານຄິດແນວນັ້ນ?”...
...ໃນການໂຄ້ຊ
ຜູ້ເປັນໂຄ້ຊຈະຕ້ອງເຂົ້າໃຈຂໍ້ມູນທີ່ຜູ້ຖືກໂຄ້ຊໄດ້ສື່ສານອອກມາ ລວມທັ້ງຄວາມຮູ້ຂອງຜູ້ຖືກໂຄ້ຊ
ເຮັດໃຫ້ຜູ້ເປັນໂຄ້ຊໄດ້ເຂົ້າໃຈສະຖານະການຂອງຜູ້ຖືກໂຄ້ຊໄດ້ຊັດເຈນ ແລະ ຊ່ວຍລະບຸບັນຫາທີ່ເກີດຂຶ້ນໄດ້ຖືກຕ້ອງ...
“We
have two ears and only one tongue in order that we may hear more and speak less”
Diogenes
Laertius, Greek philosopher
“ເຮົາມີສອງຫູ ແລະ ລິ້ນພຽງອັນດຽວ ດັງນັ້ນ ເຮົາຈຶງຕ້ອງຟັງ
ຫຼາຍກວ່າເວົ້າ” (ຜູ້ຂຽນ)
ไม่มีความคิดเห็น:
แสดงความคิดเห็น