ການສື່ສານຢ່າງສັນຕິວິທີ (ການສື່ສານແບບບໍ່ມີຄວາມຮຸນແຮງ-ຜູ້ຂຽນ)
ເມື່ອເວົ້າເຖີງເລື່ອງນີ້ມີຄວາມຮູ້ສຶກວ່າ
ອາດຈະເປັນທີ່ຕ້ອງການຂອງຄົນລາວຫຼາຍຄົນທີ່ຢາກໃຫ້ບ້ານເມືອງຂອງເຮົາພັດທະນາສະງົບສຸກສັນຕິ
ໂດຍບໍ່ມີສີ່ງຂິດຂວາງ ມີຄວາມສາມັກຄີ ເປັນໜື່ງດຽວກັນ ເຊີ່ງເປັນລັກສະນະດັ້ງເດີມຂອງຄົນລາວມາກ່ອນ
ທີ່ມີຄວາມຮັກຕໍ່ກັນ ຍີ້ມໃຫ້ກັນ ທີ່ໃຜໆ ກໍ່ເອີ່ນວ່າ ປະເທດເຮົາເປັນປະເທດສະຫງົບກຳລັງພັດທະນາ.
ແລະ ສິ່ງດີໆ ເຫຼົ່ານີ້ໄດ້ຄ່ອຍໆ ລົບເລືອນໄປຈາກຫົວໃຈຂອງຄົນລາວບາງຄົນໄດ້ຢ່າງໃດ.
ດຣ.ມາແຊວ
ໂຣເຊນບອ໋ກ ເຊີ່ງເປັນຜູ້ຄິດຄົ້ນການສື່ສານຢ່າງສັນຕິ ຂຶ້ນມາ ເນື່ອງຈາກພົບວ່າການສື່ສານມີສ່ວນໃນການທຳໃຫ້ເກີດຄວາມຮຸນແຮງຂຶ້ນໄດ້ຢ່າງຫຼວງຫຼາຍ.
ດຣ.ມາແຊວ
ໂຣເຊນບອ໋ກ ເປັນຊາວຢິວ ແຕ່ເຕີບໃຫຍ່ໃນອາເມຣິກາ ແລະ ຕ້ອງປະເຊີນກັບການສຽດສີເຊື້ອຊາດ ແລະ
ຖືກທຳຮ້າຍມາຕັ້ງແຕ່ເດັກ. ດ້ວຍປະສົບການເຊັ່ນນີ້ ເຮັດໃຫ້ເຂົາຄ່ອຍໆ ຄິດເຖີງຄຳຖາມ 2 ຂໍ້ ຢູ່ສະເໝີວ່າ ຍ້ອນເຫດໃດ ມະນຸດເຮົາຈຶ່ງຖືກຕັດຂາດຈາກຄວາມມີເມດຕາ ເຊີ່ງເປັນທຳມະຊາດພື້ນຖານຂອງມະນຸດ
ແລ້ວຫັນໄປໃຊ້ຄວາມຮຸນແຮງກົດຂີ່ຜູ້ອື່ນ. ແຕ່ວ່າໃນຂະນະດຽວກັນ ຍ້ອນເຫດໃດ ມະນຸດບາງຄົນຈື່ງຍັງມີຄວາມກະລຸນາ
ແມ້ວ່າເຂົາຈະຢູ່ໃນສະຖານການທີ່ບໍ່ດີ ຮ້າຍແຮງພຽງໃດກໍ່ຕາມ. ເພື່ອຫາຄຳຕອບ ເຂົາຈື່ງຕັດສິນໃຈຮຽນດ້ານຈິດວິທະຍາຈົນຈົບປະລິນຍາເອກດ້ານຈິດວິທະຍາຄີນິກ
(ນັກຈິດຕະສາດບຳບັດ-ຜູ້ຂຽນ) ແຕ່ກໍ່ຄົ້ນພົບວ່າ ພື້ນຖານການຮັກສານັ້ນ ເບິ່ງວ່າຜູ້ປ່ວຍເປັນພະຍາດ
ໂດຍບໍ່ເຂົ້າເຖີງຄວາມກະລຸນາອັນເປັນພື້ນຖານຂອງມະນຸດ.
ດຣ.ມາແຊວ
ໂຣເຊນບ໋ອກ ພົບວ່າ ພາສາທີ່ເຮົາໃຊ້ນັ້ນເປັນປັດໃຈໜືື່ງ ທີ່ມີຄວາມສຳຄັນຫຼາຍ ເຂົາຈຶງພັດທະນາວິທີການສື່ສານທີ່ສາມາດໃຊ້ທັ້ງການເວົ້າແລະການຟັງຂຶ້ນມາ.
ເຊີ່ງວິທີການນີ້ ຊ່ວຍໃຫ້ເຮົາເຂົ້າໃຈກັນແລະກັນໄດ້ຢ່າງເລີກເຊີ້ງ ແລະ ເປີດໂອກາດໃຫ້ຄວາມກະລຸນາອັນເປັນທຳມະຊາດເດີມແທ້ຂອງມະນຸດໄດ້ເກີດຂຶ້ນມາ.
ດຣ.ມາແຊວ ໂຣເຊນບ໋ອກ ຮ້ອງວິທີການສື່ສານແບບນີ້ວ່າ ການສື່ສານໂດຍບໍ່ມີຄວາມຮຸນແຮງ (Non-violent communication) ເຊີ່ງຄຳວ່າ “ບໍ່ເຮັດໃຫ້ເກີດຄວາມຮຸນແຮງ” ນັ້ນ
ໄດ້ຣັບແນວຄວາມຄິດຈາກທ່ານມະຫາຕະມະຄານທີ ຜູ້ນຳດ້ານສັນຕິວິທີຂອງໂລກ.
ດຣ.ມາແຊວ
ໂຣເຊນບ໋ອກ ໄດ້ກໍ່ຕັ້ງສູນການສື່ສານທີ່ບໍ່ມີຄວາມຮຸນແຮງ ທີ່ປະເທດສະຫະລັດອາເມຣິກາ
ເມື່ອປີ 1984. ປະຈຸບັນນີ້ ມີຜູ້ຜ່ານການອົບຮົມທີ່ໄດ້ຮັບຮອງຈາກສູນຢ່າງເປັນທາງການ
ຫຼາຍກວ່າ 180 ຄົນ ເຊີ່ງທຳງານໃນ 35 ປະເທດທົ່ວໂລກ.
ການສື່ສານແຫ່ງສັນຕິ
ຫຼື ພາສາແຫ່ງຄວາມກະລຸນາ ໃນການສື່ສານເຊັ່ນນີ້ ຜູ້ເວົ້າຈະຮັບຜິດຊອບຕໍ່ຄວາມຮູ້ສຶກຂອງຕົນເອງ
ໂດຍເຊື່ອມໂຍງຄວາມຮູ້ສຶກນັ້ນ ວ່າ ເກີດຈາກຄວາມຕ້ອງການໃດ ທີ່ໄດ້ຮັບການຕອບສະໜອງ ຫຼື
ບໍ່ໄດ້ຮັບການຕອບສະໜອງ. ຜູ້ເວົ້າຈະປ່ອຍວາງການຕັດສິນ ການວິພາກວິຈານຜູ້ອື່ນ ລວມທັ້ງພະຍາຍາມທຳຄວາມເຂົ້າໃຈອີກຝ່າຍໜື່ງດ້ວຍວ່າ
ເຂົາຮູ້ສຶກຢ່າງໃດ ແລະ ຕ້ອງການຫຍັງ.
ການສື່ສານເຊັ່ນນີ້
ກໍ່ໃຫ້ເກີດຄຸນລັກສະນະຂອງການສື່ສານທີ່ແທດເໜາະໄປດ້ວຍຄວາມເຂົ້າໃຈ ຄວາມເຫັນອົກເຫັນໃຈ
ຄວາມກະລຸນາ ຄວາມສຳພັນອັນດີ ແລະ ຄວາມຄິດສ້າງສັນ ທີ່ຈະຫາຫົນທາງແກ້ບັນຫາຮ່ວມກັນ.
ພື້ນຖານທີ່ສຳຄັນຂອງການສື່ສານຢ່າງສັນຕິ
ແມ່ນ ເບື້ອງຫຼັງການກະທຳ ພຶດຕິກຳຂອງມະນຸດນັ້ນ ລ້ວນເປັນໄປເພື່ອຕອບສະໜອງຄວາມຕ້ອງການບາງຢ່າງ
ເມື່ອເຮົາມີຄວາມເຂົ້າໃຈ ແລະ ຮັບຮູ້ຄວາມຕ້ອງການໃນສັນຕິທຸກລະດັບ ຕັ້ງແຕ່ລະດັບບຸກຄົນ
ຊຸມຊົນ ຈົນເຖີງລະດັບໂລກ. ທີ່ເປັນດັ່ງນີ້ ຍ້ອນວ່າ ໃນລະດັບເລິກແລ້ວ ມະນຸດເຮົາມີຄວາມຄ້າຍຄືຫຼາຍກວ່າຄວາມແຕກຕ່າງກັນ.
ທຸກຄົນຕ່າງມີຄວາມຕ້ອງການຄ້າຍໆ ກັນ ເຮັດໃຫ້ມີຄວາມເຂົ້າອົກເຂົ້າໃຈກັນຫຼາຍຂຶ້ນ
ເມື່ອເຮົາໃສ່ໃຈຄວາມຕ້ອງການ ໂດຍປ່ອຍວາງການຕັດສິນໃຈວິພາກວິຈານ ຫຼືຖິ້ມໂທດຜູ້ອື່ນ ຈະເຮັດໃຫ້ເຮົາລະວາງການເປັນສັດຕູ
ແລະ ເກີດຄວາມຄິດສ້າງສັນໃນການແກ້ປັນຫາ ແລະ ເມື່ອເປັນດັ່ງນີ້ ເຮັດໃຫ້ຄວາມຂັດແຢ້ງ ແລະ
ຄວາມເຂົ້າໃຈຜິດທັ້ງຫຼາຍ ຍ່ອມຫຼຸດຜ່ອນລົງໃນທີ່ສຸດ.
ການສື່ສານຈະສື່ສານຈາກໂລກພາຍນອກສູ່ໂລກພາຍໃນ
ຫຼື ໂລກພາຍໃນສູ່ໂລກພາຍນອກ ໂດຍຜ່ານປະສາດສຳຜັດທັ້ງ 5 ເຊັ່ນ ຫູ
ຄໍ ດັງ ລິ້ນ ກາຍ ແລະ ທີ່ສຳຄັນຄື “ໃຈ” ເຊັ່ນ ເມື່ອຕາເຮົາເຫັນດອກໄມ້ ເຮົາກໍຈະຈຳໄດ້
ໝາຍຮູ້ວ່ານີ່ຄືດອກໄມ້ ຫຼືດອກອີຫຍັງຕໍ່ມາມັກຈະມີຄວາມຣຮູ້ສຶກຕາມມາວ່າຮູ້ສຶກມັກ/ບໍ່ມັກ
ຈາກນັ້ນເຮົາກໍ່ອາດຈະຄິດປຸງແຕ່ງໄປຕ່າງໆ ນາໆ. ຍີ່ງໄປກວ່ານັ້ນ ເຮົາອາດຈະເກີດຢາກໄດ້ຂຶ້ນມາ
ແລ້ວກໍ່ຕ້ອງການຄອບຄອງມາເປັນຂອງເຮົາເອງ ເຊີ່ງເມື່ອດຳເນິນຫຼາຍເຖີງຂັ້ນນີ້ນັ້ນກໍ່ຄື “ກຳ” ໄດ້ເກີດຂຶ້ນມາແລ້ວ.
ເຊີ່ງການຮູ້ເລື່ອງກົນໄກການເຮັດງານຂອງໂລກພາຍນອກ
ແລະ ໂລກພາຍໃນ ເພື່ອໃຫ້ທັນຕໍ່ຄວາມຄິດ ຄວາມຈຳ ຄວາມຮູ້ສຶກ ແລະຄວາມຕ້ອງການ ຫຼື ຄວາມຢາກຕ່າງໆ
ພາຍໃນໃຈຂອງເຮົາໃນການສື່ສານນັ້ນ ສີ່ງທີ່ສຳຄັນຫຼາຍທີ່ສຸດກໍ່ຄື ການເຂົ້າໃຈຕົວເອງ
ວ່າເມື່ອເຮົາສັງເກດເຫັນສິ່ງນີ້ແລ້ວເຮົາຮູ້ສຶກຢ່າງໃດ ເຮົາຕ້ອງການຫຍັງ ເຮົາຈະຂໍຮ້ອງໃຫ້ໃຜ
ເຮັດຫຍັງໃຫ້ເຮົາ ເພາະເບື້ອງຫລັງຄວາມຮູ້ສຶກຕ່າງໆ ຄື: ຄວາມຕ້ອງການທີ່ໄດ້ຮັບການຕອບສະໜອງ
ຫຼື ບໍ່ໄດ້ຮັບການຕອບສະໜອງນັ້ນເອງ.
ນອກຈາກນີ້
ຍັງມີສີ່ງທີ່ສຳຄັນອີກຢ່າງໜື່ງ ທີ່ຈະສາມາດທຳໃຫ້ການສື່ສານແບບບໍ່ມີຄວາມຮຸນແຮງເກີດຂຶ້ນໄດ້
ຄື ການຮູ້ເທົ່າທັນຕົວເອງ ເພາະບາງຄັ້ງເຮົາຮູ້ບໍ່ເທົ່າກັນ ຈະທຳໃຫ້ການຕອບສະໜອງຂອງເຮົາຮູ້ໄວເກີນໄປ
ເຊັ່ນ: ເວົ້າໄປໂດຍບໍ່ໄດ້ຄິດໃຫ້ຮອບຄອບ ເຮັດໃຫ້ຄຳເວົ້ານັ້ນໄປກະແທກຄວາມຮູ້ສຶກຂອງບຸກຄົນອື່ນ,
ຫາກເຂົາທົນບໍ່ໄດ້ ກໍ່ຈະທຳໃຫ້ການຂັດແຍ້ງເກີດຂຶ້ນໄດ້ງ່າຍ. ພາສາຂອງການສື່ສານຢ່າງສັນຕິ
ແບ່ງເປັນສອງສ່ວນ ຄືອການສື່ສານໃຫ້ຜູ້ອື່ນຮັບຮູ້ຢ່າງຈິງໃຈ ແລະ ການຟັງຜູ້ອື່ນດ້ວຍຄວາມເຂົ້າໃຈ
ທັ້ງສອງສ່ວນມີອົງປະກອບ 4 ຢ່າງ ຄື ການສັງເກດ ຄວາມຮູ້ສຶກ
ຄວາມຕ້ອງການ ແລະ ການຂໍຮ້ອງ ເຊີ່ງໃນການປະຕິບັດເຮົາຈະຮຽນຮູ້ການໄຈ້ແຍກອົງປະກອບທັ້ງ 4
ປະການ ໃຫ້ອອກຈາກການຕັດສິນ ການຕີຄວາມ ແລະຄຳສັ່ງ.
ເລີ່ມຕົ້ນດ້ວຍການສັງເກດ
ໃນການສື່ສານແບບບໍ່ມີຄວາມຮຸນແຮງນັ້ນ ການສັງເກດ ໝາຍເຖີງ ການເວົ້າເຖີງເຫດການໃດເຫດການໜື່ງ
ທີ່ເຮົາຕ້ອງການສື່ສານໃຫ້ຜູ້ອື່ນຮູ້ ໂດຍພະຍາຍາມບັນຍາຍສິ່ງທີ່ເກີດຂຶ້ນຢ່າງເປັນຮູບແບບ
ສະເພາະເຈາະຈົງ ແລະເປັນກາງ ຄືກັບການບັນທຶກເຫດການດ້ວກ້ອງວິດິໂອ ເຮົາຈະບັນຍາຍເຖີງສິ່ງທີ່ເຮົາເຫັນຢ່າງຕົງໄປຕົງມາ
ຫຼື ຖ້າໄດ້ຍີນດີເຮົາກໍ່ເວົ້າໄປຕາມນັ້ນ ໂດຍບໍ່ເສີມເຕິມແຕ່ງ. ຫົວໃຈຂອງການສັງເກດຄື:
ການແຍກແຍະຄໍາຕັດສິນ, ການປະເມີນ, ການຕີຄວາມ ຫຼື ອະຄະຕິຂອງເຮົາ ອອກຈາກສິ່ງທີ່ເກີດຂຶ້ນ.
ນອກຈາກກາສັງເກດໂລກພາຍນອກແລ້ວ ກໍ່ຕ້ອງສັງເກດໂລກພາຍໃນຄື: ພາຍໃນໃຈຂອງເຮົາມີອີຫຍັງເກີດຂຶ້ນແດ່ໃຫ້ສັງເກດນຳ.
ການສັງເກດສຳຄັນຫຼາຍ
ຍ້ອນວ່າໃນການສື່ສານທົ່ວໄປເຮົາມັກຈະລວມກັນລະຫວ່າງສີ່ງທີ່ເຮົາສັງເກດເຫັນ ກັບສິ່ງທີ່ເປັນຄວາມຄິດເຫັນ,
ອະຄະຕິຫຼືການຕັດສິນຄຳເວົ້າທີ່ເກີດຈາກສອງສ່ວນນີ້ລວມກັນ ອາດຈະເປັນສາເຫດສຳຄັນທີ່ທຳໃຫ້ເກີດຄວາມຂັດແຍ້ງຂະຫຍາຍຕົວກວ້າງຂຶ້ນ
ແລະ ກາຍເປັນຄວາມຮຸນແຮງໃນເວລາຕໍ່ມາ. ການບັນຍາຍສີ່ງທີ່ສັງເກດຢ່າງຕົງໄປຕົງມາລາວກັບກ້ອງວິດິໂອ
ບັນທຶກພາບ, ສຽງ ຈະເປັນຮາກຖານສຳຄັນໃນການປຽ່ນແປງຈິດຮັບຮູ້ຂອງຕົວເຮົາເອງ
ຄື ເຮັດໃຫ້ເຮົາຮູ້ເທົ່າທັນ ແລະ ປ່ອຍວາງການຕັດສິນວ່າ ສິ່ງທີ່ເກີດຂຶ້ນນັ້ນຖືກຜິດ ຊ່ວຍໃຫ້ເຮົາຮັບຜິດຊອບຕໍ່ປະຕິກິລິຍາຂອງເຮົາ
ແທນທີ່ຈະກ່າວຫາອີກຝ່າຍໜື່ງ, ອີກທັ້ງຊ່ວຍ ອີກຝ່າຍີນດີຮັບຟັງສີ່ງທີ່ເຮົາຕ້ອງການຈະສື່ສານ
ໂດຍບໍ່ຕ້ອງໂຕ້ຖຽງ.
ການສັງເກດໃນການສື່ສານແບບບໍ່ມີຄວາມຮຸນແຮງ
ແມ່ນ ການຮູ້ສຶກຕົວ ແລະ ການເທົ່າທັນຕົວເອງ, ເຫັນກໍໃຫ້ຮູ້ວ່າເຫັນ, ໄດ້ຍີນກໍໃຫ້ຮູ້ວ່າໄດ້ຍີນ
ແລ້ວຟ້າວປ່ອຍວາງຄຳຕັດສິນ, ຟ້າວເຊື່ອມໂຍງການສັງເກດມາທີ່ໃຈ ວ່າເກີດອະຫຍັງຂຶ້ນແດ່...ສັງເກດ...ສັງເກດ...ສັງເກດ...ໃຫ້ຊັດວ່າ...ເຫັນຫຍັງແດ່...ຄິດຫຍັງແດ່...ຮູ້ສືກຫຍັງແດ່
ຮູ້ສຶກແນວໃດ...ຕ້ອງການຫຍັງແດ່...ຈະຂໍຮ້ອງຫຍັງແດ່...ໃຫ້ຊັດເຈນໃນໃຈຊະກ່ອນ
ກ່ອນຈະໂຕ້ຕອບການສື່ສານຕໍ່ໄປ ນີ້ຄືການສັງເກດໂລກພາຍນອກແລະໂລກພາຍໃນໄປຢ່າງພ້ອມໆ ກັນ. ແທ້ຈິງແລ້ວ
ໂລກພາຍນອກກັບໂລກພາຍໃນບໍ່ແມ່ນສອງສິ່ງທີ່ແຍກຈາກກັນ ແຕ່ເປັນສິ່ງດຽວກັນ. ການປັບໂລກພາຍນອກເປັນສິ່ງທີ່ຢາກຫຼາຍ
ດັງນັ້ນ ການປັບໂລກພາຍໃນ ຈືື່ງເປັນສິ່ງທີ່ງ່າຍ ແລະ ສົມຄວນເຮັດຫຼາຍກວ່າ.
ແຫຼ່ງຂໍ້ມູນ https://www.gotoknow.org/posts/268583
ຄວາມຮູ້ສຶກ
ແມ່ນ ຜົນທີ່ໄດ້ຮັບຈາກການໄດ້ຮັບການຕອບສະໜອງ ແລະ
ບໍ່ໄດ້ຮັບການຕອບສະໜອງຕໍ່ຄວາມຕ້ອງການ. ຄວາມສາມາດທີ່ເປັນຫົວໃຈສຳຄັນຂອງການສື່ສານແບບບໍ່ມີຄວາມຮຸນແຮງ
ແມ່ນ ການແຍກຄວາມຮູ້ສຶກ ອອກຈາກຄວາມຄິດ. ການຊອກຫາຄວາມຮູ້ສຶກ
ເຮັດໄດ້ໂດຍການບໍ່ປະເມີນ, ຕັດສິນຕົວເອງ ຫຼືຕີຄວາມຕັດສິນຜູ້ອື່ນ. ຢາມຕັດການຕີຄວາມອອກໄປ
ກໍຈະເຫຼືອແຄ່ຄວາມຮູ້ສຶກທີ່ແທ້ຈິງ. ນອກຈາກການຮັບຮູ້ຄວາມຮູ້ສຶກຂອງຜູ້ອື່ນແລ້ວ
ເຮົາກໍຕ້ອງຮັບຮູ້ຄວາມຮູ້ສຶກຂອງຕົວເອງນຳ. ຄຳເວົ້າຫຼືການກະທຳຂອງຜູ້ອື່ນ ບໍ່ແມ່ນສາຍເຫດທີ່ເຮັດໃຫ້ເກີດຄວາມຮູ້ສຶກ
ແຕ່ສາມາດກະຕຸ້ນໃຫ້ເກີດຄວາມຮູ້ສຶກ. ຄວາມຮູ້ສຶກເກີດຈາກຄວາມຕ້ອງການທີ່ໄດ້ຮັບ ຫຼື
ບໍ່ໄດ້ຮັບການຕອບສະໜອງຂອງຕົວເອງ ຈຶງເຮັດໃຫ້ຄົນເຮົາບໍ່ໄປໂທດຜູ້ອື່ນ
ບໍ່ໂຍນຄວາມຜິດໃຫ້ກັບຜູ້ອື່ນ ເຊິ່ງຈະເຮັດໃຫ້ຜູ້ອື່ນໃສ່ໃຈ, ສົນໃຈ, ຕັ້ງໃຈຮັບຟັງເຮົາ
ແລະ ໃຫ້ຄວາມຮ່ວມມືຫຼາຍຂຶ້ນກວ່າເກົ່າ.
ຄວາມຕ້ອງການ
ເປັນຄຸນຄ່າແລະຄວາມປາດຖະໜາທີ່ເລິກເຊິ້ງທີ່ສຸດຂອງມະນຸດ ແລະ ເຮັດໃຫ້ເກີດຄວາມຮູ້ສຶກ.
ຄົນເຮົາມີຄວາມຕ້ອງການທີ່ແຕກຕ່າງກັນ, ລະດັບຄວາມຕ້ອງການກໍແຕກຕ່າງກັນໄປຕາມເວລາ ແລະ
ໂອກາດ. ແຕ່ໃນຄວາມແຕກຕ່າງນີ້ ຈະມີສ່ວນທີ່ຮ່ວມກັນ ຄື ມີຄວາມຕ້ອງການຮ່ວມກັນ.
ຄວາມຕ້ອງການດ້ານວັດຖຸ
ແມ່ນຄວາມຕ້ອງການທີ່ຜິວເຜີນ ເປັນຄວາມຕ້ອງການພາຍນອກ
ບໍ່ແມ່ນຄວາມຕ້ອງການທີ່ໃຊ້ໃນການສື່ສານແບບບໍ່ມີຄວາມຮຸນແຮງ. ຄວາມຕ້ອງການແບບນີ້
ເຮົາຈະເບິ່ງວ່າເປັນວິທີການຕອບສະໜອງຄວາມຕ້ອງການ.
ຄວາມຕ້ອງການເປັນຫົວໃຈຫຼັກຂອງການສື່ສານແບບບໍ່ມີຄວາມຮຸນແຮງ
ຍ້ອນວ່າ ຖ້າເຮົາເຂົ້າໃຈຄວາມຕ້ອງການຂອງຜູ້ອື່ນ ແລະ ຂອງຕົວເອງຢ່າງຊັດເຈນ
ກໍຈະເຮັດໃຫ້ຄົນເຮົາບໍ່ຖິ້ມໂທດໃສ່ກັນ, ເກີດຄວາມເມດຕາຕໍ່ກັນ,
ຈຶງສາມາດສ້າງຄວາມສຳພັນທີ່ດີຕໍ່ກັນ.
ການຂໍຮ້ອງ
ເປັນການບອກອີກຝ່າຍໜຶ່ງໃຫ້ຮູ້ວິທີການທີ່ຈະຕອບສະໜອງຄວາມຕ້ອງການຂອງເຮົາ
ໂດຍບໍ່ຕ້ອງໄປຕຳໜິ ຫຼື ຖິ້ມໂທດ, ບັງຄັບໃຫ້ເຮັດຕາມຄຳຮ້ອງຂໍ,
ແຕ່ເປັນການບອກທາງເລືອກໃນການປະຕິບັດ ເຊິ່ງຖ້າບໍ່ມີການປະຕິບັດຕາມ
ຜູ້ຮ້ອງຂໍກໍສາມາດສອບຖາມເພື່ອສ້າງຄວາມເຂົ້າໃຈເຫດຜົນ ແລະ
ຄວາມຕ້ອງການຂອງຜູ້ຖືກຮ້ອງຂໍໄດ້, ແລະເປີດໃຈຍອມຮັບຖ້າມີການປະຕິເສດ,
ສາມາດສືບຕໍ່ການສົນທະນາ ເພື່ອຊອກຫາຄວາມຕ້ອງການຮ່ວມກັນຂອງທຸກພາກສ່ວນ.
ການຂໍຮ້ອງແຕກຕ່າງຈາກການອອກຄຳສັ່ງ.
ການອອກຄຳສັ່ງຈະເຮັດໃຫ້ອີກຝ່າຍໜຶ່ງຮູ້ສຶກຜິດ ຫຼືຖືກຕຳໜິຖ້າບໍ່ເຮັດຕາມຄຳສັ່ງ.
ການອອກຄຳສັ່ງຈະເປັນການບັງຄັບ ສ້າງເງື່ອນໄຂ
ຖ້າບໍ່ປະຕິບັດຕາມຈະເປັນການສ້າງບັນຍາກາດທີ່ເປັນຕາຍ້ານ.
ການຂໍຮ້ອງຈະໃຊ້ພາສາທີ່ເປັນຮູບປະທຳ,
ໃຊ້ພາສາທາງບວກ, ເຂົ້າໃຈງ່າຍ, ຊັດເຈນ, ບໍ່ຄຸມເຄືອ, ສະເພາະເຈາະຈົງ ແລະ
ສາມາດປະຕິບັດຕົວຈິງໄດ້.
ຂະບວນການສື່ສານແບບບໍ່ມີຄວາມຮຸນແຮງ
ປະກອບໄປດ້ວຍ ການສະແດງຄວາມເຫັນໃຈ ໂດຍການໃຫ້ຄວາມເຄົາລົບ, ໃສ່ໃຈ, ຮັບຟັງໂດຍບໍ່ຕັດສິນ,
ພິຈາລະນາຄວາມຮູ້ສຶກ ແລະ ຄວາມຕ້ອງການໃນປະຈຸບັນ, ແລະ ສະທ້ອນກັບຄືນເພື່ອທົບທວນຕົວເອງ
ແລະ ຄູ່ສົນທະນາວ່າເຂົ້າໃຈກົງກັນຫຼືບໍ່, ການສະແດງຄວາມເຫັນໃຈແລະເຂົ້າໃຈຕົວເອງ.
ສົມທຽບການແກ້ໄຂບັນຫາຄວາມຂັດແຍ້ງ
ກັບ ການສື່ສານແບບບໍ່ມີຄວາມຮຸນແຮງ
ການແກ້ໄຂບັນຫາຄວາມຂັດແຍ້ງ.
|
ການສື່ສານແບບບໍ່ມີຄວາມຮຸນແຮງ.
|
ເປົ້າໝາຍຫຼັກ
ແມ່ນ ແກ້ໄຂຂໍ້ຂັດແຍ້ງ.
ຍິນຍອມ.
ຫາຈຸດຮ່ວມ.
ໂນ້ມນ້າວ,
ເຮັດໃຫ້ເຊື່ອ.
ແກ້ບັນຫາ.
ເຫັນດີທີ່ຈະເຫັນແຕກຕ່າງກັນ.
|
ເປົ້າໝາຍຫຼັກ
ແມ່ນ ຄວາມສຳພັນ.
ຕອບສະໜອງຄວາມຕ້ອງການຂອງທຸກຝ່າຍ.
ເຂົ້າໃຈທຸກຄົນຢ່າງແທ້ຈິງ.
ເຮັດໃຫ້ເກີດຄວາມສຳພັນ.
ເກື້ອກູນຢ່າງເຕັມໃຈ.
|
ເນັ້ນໜັກການໃຊ້ເຫດຜົນ.
ສະແດງເຫດຜົນຂອງຕົວເອງ ແລະ
ເຂົ້າໃຈເຫດຜົນຂອງອີກຝ່າຍໜຶ່ງ.
|
ເນັ້ນໜັກຄວາມສຳພັນ.
ສະແດງຄວາມຮູ້ສຶກ ແລະ
ຄວາມຕ້ອງການຂອງຕົວເອງ, ເຂົ້າໃຈຄວາມຮູ້ສຶກ ແລະ ຄວາມຕ້ອງການຂອງອີກຝ່າຍໜຶ່ງ.
|
ຂັ້ນຕອນ
1.ສັງເກດ
ອາດລວມໄປເຖີງການຕີຄວາມ, ການວິເຄາະແຮງຈູງໃຈ ຫຼື ເປົ້າໝາຍ, ແລະ
ພິຈາລະນາເຫດການໂດຍລວມ.
|
ຂັ້ນຕອນ
1.ສັງເກດ ບອກພຶດຕິກຳ ຫຼື
ເຫດການທີ່ເຫັນຈິງຢ່າງສະເພາະເຈາະຈົງ, ບໍ່ລວມເອົາການປະເມີນ, ການຕີຄວາມ, ການວິເຄາະ
ຫຼື ການພິຈາລະນາເຫດການໂດຍລວມ.
|
2.ຄວາມຮູ້ສຶກ ອາດລວມເອົາຄວາມຄິດ
ຫຼື ການສື່ສານທີ່ເຊື່ອງຊ່ອນຄວາມໝາຍວ່າ ອີກຝ່າຍໜຶ່ງໄດ້ເຮັດຫຍັງກັບເຂົາໄວ້.
|
2.ຄວາມຮູ້ສຶກ
ແນໃສ່ການຮັບຮູ້ ແລະ ສື່ສານເຖີງຄວາມຮູ້ສຶກ ຫຼື
ພາວະອາລົມທີ່ເກີດຂຶ້ນໃນຂະນະນັ້ນເປັນສຳຄັນ.
|
3.ຄວາມຕ້ອງການ
ເປັນການໃຊ້ວິທີການຕ່າງໆ ເພື່ອໃຫ້ຄວາມຕ້ອງການໄດ້ຮັບການຕອບສະໜອງ. ການໃຊ້ຄວາມພະຍາຍຍາມກັບການຊອກຫາຄວາມຕ້ອງການໃນສ່ວນເລິກທີ່ມະນຸດທຸກຄົນມີຮ່ວມກັນອາດຈະບໍ່ຈຳເປັນ.
|
3.ຄວາມຕ້ອງການ
ສິ່ງສຳຄັນທີ່ສຸດ ແມ່ນ ການຊອກຫາ ຮັບຮູ້ ແລະ
ສື່ສານຄວາມຕ້ອງການໃນສ່ວນເລິກທີ່ມະນຸດທຸກຄົນມີຮ່ວມກັນ.
|
4.ຂໍຮ້ອງ.
ອາດເປັນແນວທາງກວ້າງໆ
ເປັນນາມມະທຳ ບໍ່ສະເພາະເຈາະຈົງກໍໄດ້.
ອາດຂໍໃຫ້ເຮັດໃນອານາຄົດ.
ອາດໃຊ້ຄຳຮ້ອງຂໍໃນທາງລົບ
ຕົວຢ່າງ “ຢ່າ” ຫຼື “ຫ້າມ”.
|
4.ຂໍຮ້ອງ.
ສະເພາະເຈາະຈົງ
ເປັນຮູບປະທຳ.
ເຮັດໄດ້ທັນທີ.
ໃຊ້ຄຳໃນທາງບວກ.
|
ການສື່ສານກ່ຽວກັບຕົວເຮົາໃຫ້ອີກຝ່າຍໜຶ່ງຮັບຮູ້.
ໃຊ້ຄຳວ່າ “ຂ້ອຍ” ເປັນການຮັບຜິດຊອບຕໍ່ຄວາມຮູ້ສຶກຂອງຕົວເອງ
ແຕ່ການລະບຸສາຍເຫດຂອງຄວາມຮູ້ສຶກທີ່ເກີດຂຶ້ນນັ້ນ ຈະລະບຸວ່າ ອີກຝ່າຍໜຶ່ງເປັນສາຍເຫດ.
|
ການສື່ສານກ່ຽວກັບຕົວເຮົາໃຫ້ອີກຝ່າຍໜຶ່ງຮັບຮູ້.
“ຂ້ອຍຮູ້ສຶກວ່າ
ຂ້ອຍມີຄວາມຕ້ອງການບາງຢ່າງໃນສ່ວນເລິກ”.
ເຊື່ອມໂຍງຄວາມຮູ້ສຶກເຂົ້າກັບຄວາມຕ້ອງການໃນສ່ວນເລິກຂອງຕົວເອງ, ເຮັດໃຫ້ເກີດຄວາມຮັບຜິດຊອບຕໍ່ຄວາມຮູ້ສຶກຂອງຕົວເອງ.
|
ການຮັບຟັງສິ່ງທີ່ອີກຝ່າຍໜຶ່ງຕ້ອງການສື່ສານໃຫ້ເຮົາໄດ້ຮັບຮູ້.
“ຟັງຢ່າງຕັ້ງໃຈ”.
ທວນຄວາມເວົ້າ
ສິ່ງທີ່ໄດ້ຍິນມາ ໂດຍລວມເຖີງຄວາມເຊື່ອ, ການຕີຄວາມ ແລະ ຄວາມຄິດເຫັນ.
|
ການຮັບຟັງສິ່ງທີ່ອີກຝ່າຍໜຶ່ງຕ້ອງການສື່ສານໃຫ້ເຮົາໄດ້ຮັບຮູ້.
“ຟັງຢ່າງເຂົ້າໃຈ” ໂດຍຢູ່ກັບຜູ້ເວົ້າຢ່າງເຕັມທີ່.
ພະຍາຍາມລະບຸຄວາມຕ້ອງການໃນສ່ວນເລິກ ແລະ ຖາມເພື່ອກວດສອບວ່າ ຖືກຕ້ອງ ຫຼື ບໍ່.
|
ຄວາມທ້າທາຍ
ອາດແກ້ບັນຫາທີ່ເກີດຂຶ້ນໃນຂະນະນັ້ນ
ຫຼື ບັນຫາໃນໄລຍະສັ້ນໄດ້
ແຕ່ອາດຈະບໍ່ສາມາດແກ້ໄຂບັນຫາທີ່ກ່ຽວຂ້ອງກັບຄວາມຕ້ອງການໃນສ່ວນເລິກໄດ້.
ປະເດັນອາດຈະບ່ຽງເບນໄປ
ຫຼື ຫຼົງປະເດັນ.
|
ຄວາມທ້າທາຍ
ໃນກໍລະນີ
ການເວົ້າເຖີງຄວາມຮູ້ສຶກ ແລະ ຄວາມຕ້ອງການໃນສ່ວນເລິກ ບໍ່ໄດ້ຮັບການຍອມຮັບ
ອາດຈະມີຄວາມຍາກລຳບາກໃນການສື່ສານຫຼາຍຂຶ້ນ.
|
ການສື່ສານແບບບໍ່ມີຄວາມຮຸນແຮງ
ແນໃສ່ການປັບປຸງ ແກ້ໄຂບັນຫາຄວາມສຳພັນ, ການຟັງຢ່າງເຂົ້າໃຈ, ໂດຍການແປຄວາມເວົ້າທີ່ຟັງແລ້ວອາດຈະຮູ້ສຶກບໍ່ດີ
ໃຫ້ເປັນດີ ໃຫ້ເປັນຄວາມຮູ້ສຶກຂອງຜູ້ເວົ້າ ເຊິ່ງຈະບໍ່ເຮັດໃຫ້ເກີດຄວາມຂັດແຍ້ງເກີດຂຶ້ນ
ຍ້ອນວ່າ ບໍ່ມີການຖິ້ມໂທດ, ບໍ່ມີການຊອກຫາຄວາມຜິດ ແລະ ບໍ່ຕັດສິນຜູ້ອື່ນ
ເຮັດໃຫ້ການສື່ສານເປີດກວ້າງຂຶ້ນໄດ້ ແລະ ສາມາດສົນທະນາຕໍ່ໄປໄດ້. ການສື່ສານແບບບໍ່ມີຄວາມຮຸນແຮງ
ຈຶງເປັນເຄື່ອງມືທີ່ເຮັດໃຫ້ເກີດຄວາມເຂົ້າໃຈເຊິ່ງກັນແລະກັນ.
ຕົວຢ່າງຂອງການສື່ສານແບບບໍ່ມີຄວາມຮຸນແຮງ
"ເວລາແມ່ເຫັນລູກສາວ ກັບບ້ານຫລັງທຽງຄືນແລ້ວໄດ້ກີ່ນເຫຼົ້າ ແມ່ກຸ້ມໃຈແລ້ວກໍເປັນຫ່ວງລູກຫຼາຍ..."
...ເພື່ອໃຫ້ເຫັນພາບຊັດເຈນຫຼາຍຍີ່ງຂຶ້ນ
ເຮົາມາເບີ່ງທີ່ຕົວຢ່າງກັນດີກວ່າ ເລີ່ມສື່ສານດ້ວຍອົງປະກອບ 4 ຢ່າງ...ເມື່ອເຮົາຈະສື່ສານແບບບໍ່ມີຄວາມຮຸນແຮງກັບຜູ້ອື່ນ
ເຮົາຈະແນໃສ່ຄວາມສົນໃຈຂອງເຮົາໄປທີ່ອົງປະກອບ 4 ຢ່າງ ແມ່ນ...
1. ເຮົາສັງເກດເຫັນວ່າເກິດຫຍັງຂຶ້ນແດ່.
2. ແລ້ວເຮົາຮູ້ສຶກຢ່າງໃດ.
3. ເຮົາມີຄວາມຕ້ອງການຢ່າງໃດ.
4. ແລ້ວເຮົາຈະຂໍຮ້ອງຫຍັງແດ່ຈາກອີກຝ່າຍໜື່ງ ເພື່ອເຕິມເຕັມຊີວິດຂອງເຮົາຍີ່ງຂຶ້ນ.
ຕົວຢ່າງຕໍ່ໄປນີ້
ສະແດງໃຫ້ເຫັນວ່າ ເມື່ອເຮົາລວມອົງປະກອບທັ້ງ 4 ເຂົ້າດ້ວຍກັນແລ້ວ ການສື່ສານແບບບໍ່ມີຄວາມຮຸນແຮງນັ້ນແຕກຕ່າງໄປຈາກການສື່ສານທີ່ເຮົາໃຊ້ກັນຢູ່ແນວໃດ...
ຕົວຢ່າງທີ່
1 ລູກນ້ອງຂອງເຈົ້າເອົາເອກະສານທີ່ມີຮອຍເປື້ອນກາເຟມາແຈກໃຫ້ໃນກອງປະຊຸມຄັ້ງສຳຄັນ.
ພາຍຫລັງການປະຊຸມ ເຈົ້າເວົ້າກັບລູກນ້ອງວ່າ "ເຈົ້າບໍ່ຮັບຜິດຊອບງານເອົາເສຍເລີຍ
ວັນຫລັງຢ່າເຮັດໃຫ້ຂ້ອຍຂາຍໜ້າເວລາປະຊຸມອີກ ເຂົ້າໃຈບໍ່". ທີນີ້ ເຮົາລອງສົມທຽບເບີ່ງກັບການໃຊ້ອົງປະກອບ
4 ຢ່າງ ຂອງການສື່ສານແບບບໍ່ມີຄວາມຮຸນແຮງ ການເວົ້າຈະເວົ້າວ່າ "ຕອນທີ່ເຈົ້າແຈກເອກະສານມີຮອຍເປື້ອນກາເຟ
(ສັງເກດ), ຂ້ອຍຮູ້ສຶກອາຍຫຼາຍ (ຄວາມຮູ້ສຶກ), ຍ້ອນຂ້ອຍຕ້ອງການໃຫ້ຜູ້ເຂົ້າຮ່ວມປະຊຸມຍອມຮັບ
ແລະ ເຫັນປະສິດທິພາບການທຳງານຂອງທີມເຮົາ (ຄວາມຕ້ອງການ), ໃນການຕຽມເອກະສານຄັ້ງຕໍ່ໄປ
ເມື່ອເຈົ້າຖ່າຍເອກະສານສຳເລັດແລ້ວ ເຈົ້າຊ່ວຍເອົາເອກະສານໃສ່ຊອງປາລະສະຕິກກັນນ້ຳເລີຍຈະໄດ້ບໍ່
(ຂໍຮ້ອງ) " ການເວົ້າແບບທຳອິດນັ້ນ ເປັນການຕຳໜິແລະໂຍນຄວາມຜິດໃຫ້ລູກນ້ອງ
ອີກທັ້ງບໍ່ໄດ້ບອກຊັດເຈນວ່າຕ້ອງການໃຫ້ລູກນ້ອງເຮັດຫຍັງ. ສ່ວນການເວົ້າແບບການສື່ສານແບບບໍ່ມີຄວາມຮຸນແຮງນັ້ນ
ຫົວໜ້າຈະອະທິບາຍໃຫ້ລູກນ້ອງເຂົ້າໃຈວ່າເກິດຫຍັງຂຶ້ນ ໂດຍບໍ່ຕັດສິນ ແລະ ບອກຊັດເຈນວ່າຂໍໃຫ້ລູກນ້ອງເຮັດຫຍັງແດ່
ເພື່ອຈະໄດ້ຕອບສະໜອງຄວາມຕ້ອງການຂອງຫົວໜ້າ.
ຕົວຢ່າງທີ່
2 ເຈົ້າເປັນແມ່ ແລະເຫັນວ່າລູກສາວຂອງຕົວເອງກັບບ້ານເດີກເກືອບທຸກວັນ
ແລະຍັງມີກິ່ນເຫຼົ້າ, ເຈົ້າຈຶ່ງເວົ້າກັບລູກສາວວ່າ "ມື້ອື່ນນີ້ບໍ່ຕ້ອງໄປທ່ຽວແລ້ວ
ເຮັດຕົວເປັນເດັກໃຈແຕກແບບນີ້ ຢາກໃຫ້ແມ່ກຸ້ມໃຈຕາຍບໍ້"...ທີນີ້ລອງສົມທຽບກັບການສື່ສານແບບບໍ່ມີຄວາມຮຸນແຮງ
ຈະໄດ້ຄຳເວົ້າວ່າ "ຢາມແມ່ເຫັນລູກກັບບ້ານຫລັງສິບສອງໂມງກາງຄືນແລ້ວໄດ້ກີ່ນເຫຼົ້າ
(ສັງເກດ), ແມ່ກຸ້ມໃຈແລ້ວກໍ່ເປັນຫ່ວງລູກຫຼາຍ (ຄວາມຮູ້ສຶກ), ແມ່ຢາກໃຫ້ລູກປອດໄພ
ແລ້ວແມ່ກໍຢາກເຂົ້າໃຈລູກນຳ (ຄວາມຕ້ອງການ), ລູກຊ່ວຍເລົ່າໃຫ້ແມ່ຟັງແດ່ໄດ້ບໍ່ ວ່າລູກໄປທ່ຽວຍ້ອນຫຍັງ
ເພື່ອວ່າແມ່ຈະໄດ້ເຂົ້າໃຈລູກຫຼາຍຂຶ້ນ (ຂໍຮ້ອງ)" ...ການເວົ້າແບບທຳອິດນັ້ນ
ສາມາດເຮັດໃຫ້ເກີດປະຕິກິລິຍາຕໍ່ຕ້ານຈາກລູກສາວ, ພໍລູກໄດ້ຍີນຄຳວ່າ “ເດັກໃຈແຕກ” ອາດມີຜົນທຳໃຫ້ລູກສາວປະຊົດແມ່ ດ້ວຍການທ່ຽວແລະດື່ມຫຼາຍຂຶ້ນ.
ສ່ວນການເວົ້າແບບບໍ່ມີຄວາມຮຸນແຮງນັ້ນ ແມ່ເປິດໃຈເວົ້າ ແລະ ພ້ອມທີ່ຈະຮັບຟັງລູກ, ລູກຈະຮູ້ສຶກໄວ້ໃຈທີ່ຈະບອກເລົ່າເລື່ອງຂອງຕົວເອງໃຫ້ແມ່ຮັບຮູ້
ຫຼາຍກວ່າການເວົ້າແບບທຳອິດ.
ຕົວຢ່າງທີ່
3 ຊ່ວງປີທີ່ຜ່ານມາ ອົງກອນຂອງເຈົ້າກຳລັງຢູ່ໃນສະພາບບໍ່ດີ ເຈົ້າຕ້ອງເຮັດວຽກໜັກຫຼາຍ
ແລະ ຕ້ອງໄດ້ເຮັດວຽກວັນເສົາອາທິດຢູ່ເລື່ອຍໆ. ວັນໜຶ່ງ ແຟນເຈົ້າທົນບໍ່ໄຫວ ມາບອກເຈົ້າວ່າ
“ເຊົາເຮັດວຽກວັນຢຸດໄດ້ບໍ່
ຄອບຄົວເປັນຈັງໃດ ເຈົ້າບໍ່ເຄີຍສົນໃຈເລີຍ" ເຈົ້າເລີຍຕອບກັບໄປວ່າ "ເຈົ້ານ່ະບໍ່ເຄີຍເຂົ້າໃຈຫຍັງເລີຍ"...ລອງສົມທຽບກັບການສື່ສານແບບບໍ່ມີຄວາມຮຸນແຮງ
ວ່າ "ທີ່ເຈົ້າບອກວ່າໃຫ້ຂ້ອຍເຊົາເຮັດວຽກໃນວັນຢຸດ (ສັງເກດ), ຂ້ອຍກໍຮູ້ສຶກລຳບາກໃຈ
(ຄວາມຮູ້ສຶກ), ຍ້ອນວ່າ ຂ້ອຍກໍຢາກເຮັດວຽກເພື່ອໃຫ້ອົງກອນມີຄວາມມັ່ນຄົງຫຼາຍກວ່າທີ່ເປັນຢູ່
ຈະໄດ້ເປັນທີ່ເພີ່ງຂອງຄົນທີ່ເດືອດຮ້ອນໄດ້ ແລະ ຂ້ອຍກໍຢາກເບີ່ງແຍງຄອບຄົວຂອງເຮົາໃຫ້ດີທີ່ສຸດ
(ຄວາມຕ້ອງການ), ເຮົາມານັ່ງເວົ້າກັນເພື່ອຊ່ວຍກັນຫາທາງແກ້ປັນຫາທີ່ເກີດຂຶ້ນດີບໍ່ (ຂໍຮ້ອງ)"
ການເວົ້າໃນແບບທຳອິດນັ້ນ ອາດເຮັດໃຫ້ແຟນຂອງເຈົ້າຮູ້ສຶກວ່າ ເຂົາຖືກຕຳໜິ ແລະ ຮ້າຍຫຼາຍຍີ່ງຂຶ້ນ
ແທນທີ່ຈະເຂົ້າໃຈເຈົ້າ. ແຟນຂອງເຈົ້າອາດຈະປິດໃຈ ແລະ ບໍ່ຍອມຮັບຟັງເຫດຜົນຂອງເຈົ້າຕໍ່ໄປ.
ສ່ວນການເວົ້າແບບບໍ່ມີຄວາມຮຸນແຮງນັ້ນ ເປັນການອະທິບາຍເພື່ອໃຫ້ອີກຝ່າຍໜື່ງເຂົ້າໃຈ
ແລະເຊື້ອເຊິນໃຫ້ມານັ່ງເວົ້າເພື່ອຫາທາງອອກຮ່ວມກັນ.
ແຫຼ່ງຂໍ້ມູນ http://www.carefor.org/content/view/1697/226/
ไม่มีความคิดเห็น:
แสดงความคิดเห็น