ການໝຸນໃຊ້ແນວຄິດ 70:20:10 ໃນການອອກແບບຂະບວນການຝຶກອົບຮົມ |
...ຮູບແບບການຮຽນຮູ້ນີ້ຄິດຄົ້ນໂດຍ Morgan
McCall ໃນປີ 1960...ຂ້າພະເຈົ້າຮູ້ຈັກຮູບແບບນີ້ຈາກການອ່ານປື້ມເລື່ອງການພັດທະນາຂີດຄວາມສາມາດຂອງບຸກຄະລາກອນ
ກໍເຫັນວ່າມີຄວາມນ່າສົນໃຈ ແລະ
ຄິດວ່າຈະເປັນປະໂຫຍດກັບນັກຈັດຂະບວນການຮຽນຮູ້ທັ້ງຫຼາຍໃນການນຳຮູບແບບນີ້ໄປໝູນໃຊ້...ທີ່ຈິງແລ້ວ
ບໍ່ວ່າຮູບແບບໃດທີ່ວ່າຄັກໆ ກໍບໍ່ໄດ້ໝາຍເຖີງວ່າ ຈະແທດເໝາະກັບການໃຊ້ງານຂອງເຮົາສະເໝີໄປ
ດັງນັ້ນ ຂໍໃຫ້ສຶກສາລາຍລະອຽດ ແລະ ວິເຄາະຢ່າງແທ້ຈິງ ໃຫ້ເຫັນຂໍ້ດີ ຂໍ້ດ້ອຍ
ກ່ອນທີ່ຈະນຳມາໃຊ້...
...ຮູບແບບຂອງ McCall ນີ້ ກໍເປັນຮູບແບບທີ່ສາມາດນຳມາໝຸນໃຊ້ໄດ້ກັບຫຼາຍເລື່ອງໃນຊີວິດປະຈຳວັນຂອງເຮົາ...ຕົວຢ່າງ
ໃນເລື່ອງການບໍລິຫານເງີນ ເຮົາກໍແບ່ງ 70 ສຳລັບການໃຊ້ປະຈຳວັນ ອີກ 20 ສຳລັບທ້ອນໄວ້ ແລະ
10 ແມ່ນສຳລັບການພັດທະນາຕົວເອງ ເປີດຫູເປີດຕາ ໄປທ່ອງທ່ຽວ ແບບນີ້ກໍໃຊ້ໄດ້...
...ໃນການຈັດຂະບວນການຮຽນຮູ້ນັ້ນ
ຂໍຍົກຕົວຢ່າງໃນເລື່ອງການອອກແບບຂະບວນການໃນການຝຶກອົບຮົມ ເພື່ອໃຫ້ເຫັນພາບໄດ້ຊັດເຈນຂຶ້ນ
ໃນເລື່ອງການແບ່ງເວລາ ແລະ ບາດກ້າວ...
...ໂດຍພື້ນຖານຂອງການຊອກຮູ້ຂອງຄົນທຸກມື້ນີ້
ກໍເປັນໄປຢ່າງສະດວກ ສະບາຍ ຢາກຮູ້ຫຍັງ ກໍໄດ້ຮູ້ ຢາກເຫັນຫຍັງ ຢາກຟັງຫຍັງ ກໍໄດ້ເຫັນ
ກໍໄດ້ຍິນ...ສິ່ງທີ່ເກີດຂຶ້ນແມ່ນ ການຮັບຮູ້ຂໍ້ມູນທີ່ຫຼາກຫຼາຍໂດຍບໍ່ໄດ້ພິຈາລະນາຢ່າງລະອຽດ
ກໍຈະເຮັດໃຫ້ຄົນເກີດອາການອິ່ມຂໍ້ມູນ ແຕ່ບໍ່ສາມາດນຳໃຊ້ໄດ້ຢ່າງແທ້ຈິງ
ນີ່ກໍເປັນເລື່ອງທີ່ນ່າເປັນຫ່ວງ...
...ພໍສົມທຽບກັບການຈັດຝຶກອົບຮົມ ເຮົາມີຄວາມເຊື່ອວ່າ
ຄົນທຸກຄົນບໍ່ໄດ້ເລີ່ມຕົ້ນຈາກສູນ ບໍ່ໄດ້ເລີ່ມຕົ້ນຈາກການບໍ່ຮູ້ຫຍັງເລີຍ ຢ່າງໜ້ອຍທີ່ສຸດ
ເຂົາເຈົ້າກໍເລີ່ມຕົ້ນຈາກການບອກໄດ້ວ່າຕົວເອງບໍ່ຮູ້ ນັ້ນຖືວ່າເປັນການເລິ່ມຕົ້ນທີ່ດີໄດ້ຄືກັນ...
...ການແບ່ງເວລາໃນຂະບວນການ ຈະແບ່ງອອກເປັນການໃຫ້ຄວາມຮູ້ທີ່ເປັນທິດສະດີ
ຫຼັກການ 10% ຈາກເວລາທັ້ງໝົດ...ການແລກປ່ຽນຮຽນຮູ້ກັບຜູ້ເຂົ້າຮ່ວມຝຶກອົບຮົມ
ແລະ ຄູຝຶກ ວາງໄວ້ 20%...ແລະ ການຝຶກປະຕິບັດຕົວຈິງ ວາງໄວ້ 70%
ຂອງເວລາທັ້ງໝົດ...ຖ້າພິຈາລະນາດີໆ ເຮົາກໍຈະເຫັນວ່າ
ການຈັດຂະບວນການແບບນີ້ ແນໃສ່ເລື່ອງການຝຶກປະຕິບັດຕົວຈິງເປັນສຳຄັນ...
...ຈາກປະສົບການທີ່ໄດ້ຈັດຂະບວນການຮູບແບບນີ້ ຂ້າພະເຈົ້າໄດ້ໃຊ້ເວລາຊ່ວງເຊົ້າຂອງແຕ່ລະວັນສົນທະນາກັບຜູ້ເຂົ້າຮ່ວມເລື່ອງປະສົບການຂອງຜູ້ກ່ຽວຕໍ່ເລື່ອງທີ່ອົບຮົມ
ແລະ ໃຫ້ຜູ້ເຂົ້າອົບຮົມໄດ້ເຮັດກິດຈະກຳຮ່ວມກັນ ໃຫ້ສະແດງຄຳຄິດເຫັນ ແລະ
ໃຫ້ສະຫຼຸບຮ່ວມກັນ...ຕອນບ່າຍ ກໍຈະແບ່ງເປັນການປະຕິບັດຕົວຈິງ ຕົວຢ່າງ ການອອກແບບສື່
ອອກແບບເຄື່ອງມື ການວາງແຜນ ການຝຶກທັກສະຕ່າງໆ ແລະ ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນສິ່ງທີ່ຕົວເອງຄົ້ນພົບ
ແລະ ສະຫຼຸບຮ່ວມກັນ ຄູຝຶກ ກໍໃຫ້ຂໍ້ມູນເພິ່ມຕຶ່ມຕາມຄວາມຈຳເປັນ...
...ຖ້າຄຳນວນແບບໃຊ້ເວລາຕໍ່ວັນ ແມ່ນ ວັນນຶງຮຽນຮູ້ 6 ຊົ່ວໂມງ
ກໍຈະແບ່ງອອກມາເປັນເລື່ອງເນື້ອໃນ ຫຼັກການ ວິຊາການລວມ 40 ນາທີ...ໃຫ້ໄດ້ແລກປ່ຽນ
ຮຽນຮູ້ຈາກຜູ້ອື່ນລວມ 1 ຊົ່ວໂມງ ກັບ 20 ນາທີ...ແລະ ໄດ້ຝຶກປະຕິບັດຕົວຈິງລວມ 4
ຊົ່ວໂມງ...
...ເວລາທີ່ໄດ້ກຳນົດອອກມານັ້ນ ເປັນກຳນົດເວລາເພື່ອໃຫ້ເຮົາໄດ້ອອກແບບຂະບວນການໄດ້ຢ່າງແທດເໝາະ
ເວລາຈະເປັນແນວທາງໃຫ້ເຮົາ...ບໍ່ແມ່ນວ່າ ໃຫ້ເຮົາເວົ້າເນື້ອໃນ ຫຼັກການ ທິດສະດີ
ຈົບພາຍໃນ 40 ນາທີ ຈາກນັ້້ນ ໃຫ້ແລກປ່ຽນກັນເອງ ແລະ ເວລາທີ່ເຫຼືອຝຶກປະຕິບັດຕົວຈິງ
ແບບນັ້ນບໍ່ແມ່ນເດີ້...ເຮົາຕ້ອງອອກແບບຜະສົມຜະສານກັນໄປ
ເພື່ອໃຫ້ການຮຽນຮູ້ເປັນໄປຢ່າງລາບລື່ນ ບໍ່ຕິດຂັດ ບໍ່ສະດຸດ...ການໃຫ້ເນື້ອໃນ ທິດສະດີ
ກໍຍັງມີຄວາມຈຳເປັນ ແຕ່ເຮົາໃຫ້ໃນແບບການແລກປ່ຽນ ການເພີ່ມເຕີມຂໍ້ມູນໃນຮູບແບບປະສົບການ
ຫຼື ການນຳໃຊ້...ໃນຊ່ວງການປະຕິບັດຕົວຈິງ ເຮົາກໍສາມາດໃຫ້ຫຼັກການ ໃຫ້ທິດສະດີໄດ້ ແຕ່ຕ້ອງເປັນໃນມຸມຂອງການໝຸນໃຊ້ແລ້ວ
ບໍ່ແມ່ນທິດສະດີລ້າໆ...
...ຂ້າພະເຈົ້າ ເຫັນວ່າ ການພັດທະນາຕົວເອງ
ບໍ່ວ່າຈະເປັນການຝຶກອົບຮົມ ການປະຊຸມ ການອ່ານໜັງສື ການສົນທະນາ ແລະ ວິທີການອື່ນໆ
ທີ່ມີຢູ່ຢ່າງຫຼາກຫຼາຍນັ້ນ ບໍ່ແມ່ນການໄປເພີ່ມວຽກ ຫຼື ເປັນວຽກນອກ
ວຽກພິເສດແຕ່ຢ່າງໃດ...ແຕ່ເລື່ອງການພັດທະນາຕົວເອງ
ເປັນເລື່ອງທີ່ເຮົາຕ້ອງເຮັດໄປພ້ອມກັບວຽກການໃຊ້ຊີວິດ ວຽກຫ້ອງການ ວຽກຮັບໃຊ້ສັງຄົມ
ວຽກຂອງການເປັນຄົນ...ເປັນຄວາມທ້າທາຍຂອງນັກຈັດຂະບວນການຮຽນຮູ້
ທີ່ຈະຊ່ວຍເອື້ອອຳນວຍຄວາມສະດວກໃນການຮຽນຮູ້ໃຫ້ກັບຄົນ
ເພື່ອໃຫ້ເຂົາເຈົ້າໄດ້ເຫັນຄວາມສຳຄັນ ແລະ ເຫັນວ່າ ການພັດທະນາຕົວເອງເປັນເລື່ອງທີ່ຕ້ອງເຮັດໄປພ້ອມໆ
ກັນກັບເລື່ອງການໃຊ້ຊີວິດຂອງຄົນເຮົາ...
...ແນວຄິດຂອງ McCall ກໍຄົງເປັນອີກຮູບແບບໜຶ່ງ
ທີ່ຈະຊ່ວຍໃຫ້ເຮົາໄດ້ເຊື່ອມສານການພັດທະນາຕົວເອງເຂົ້າໄປໃນການໃຊ້ຊີວິດ
ໂດຍແນໃສ່ການຮຽນຮູ້ຜ່ານການປະຕິບັດຕົວຈິງ ຜ່ານການແລກປ່ຽນຈາກຜູ້ອື່ນ ແລະ
ການຊອກຮູ້ຂອງຜູ້ກ່ຽວ...ເຄີຍໄດ້ຍິນເຂົາເຈົ້າເວົ້າວ່າ ການພັດທະນາງານໃຫ້ໄດ້ດີ
ຕ້ອງພັດທະນາຄົນກ່ອນ ແຕ່ຂ້າພະເຈົ້າກັບເຫັນວ່າ ການພັດທະນາງານໃຫ້ໄດ້ດີ
ຕ້ອງພັດທະນາຄົນໄປພ້ອມໆ ກັນ ການໄປລໍຖ້າໃຫ້ຄົນພັດທະນາແລ້ວ ດີແລ້ວ ຈັ່ງມາພັດທະນາງານ
ແບບນີ້ຄືສິໄປບໍ່ຣອດ ແມ່ນບໍ່ທ່ານຜູ້ອ່ານ...
ไม่มีความคิดเห็น:
แสดงความคิดเห็น