“ຄູຝຶກ ຜູ້ນຳພາການຮຽນຮູ້ແບບມີສ່ວນຮ່ວມ” (ຕອນທີ 1)
ໃນຍຸກທີ່ການຮຽນຮູ້ເກີດຂຶ້ນຢູ່ຕະຫຼອດເວລາ, ການຝຶກອົບຮົມແບບເດີມໆ ທີ່ຄູຝຶກເປັນໃຈກາງ ອາດຈະບໍ່ແມ່ນຄໍາຕອບແລ້ວ. “ຄູຝຶກ ຜູ້ນໍາພາການຮຽນຮູ້ແບບມີສ່ວນຮ່ວມ" ແມ່ນບົດບາດທີ່ອົງການຈັດຕັ້ງສະໄຫມໃຫມ່ຕ້ອງການ, ປ່ຽນຈາກ "ການສອນ" ມາເປັນ "ການສ້າງປະສົບການຮ່ວມກັນ".
“ຄູຝຶກ ຜູ້ນຳພາການຮຽນຮູ້ແບບມີສ່ວນຮ່ວມ” (Facilitative Trainer) ແມ່ນຜູ້ໃດ?
“ຄູຝຶກ ຜູ້ນຳພາການຮຽນຮູ້ແບບມີສ່ວນຮ່ວມ” ແມ່ນ ບຸກຄົນທີ່ເຮັດຫນ້າທີ່ຫຼາຍກວ່າ "ຄູຝຶກ" ແຕ່ເປັນ "ຜູ້ອໍານວຍຄວາມສະດວກ" ໃນຂະບວນການຮຽນຮູ້, ເອົາໃຈໃສ່ຜູ້ຮຽນ ໃຫ້ຜູ້ຮຽນເປັນໃຈກາງການຮຽນຮູ້, ຊຸກຍູ້ການມີສ່ວນຮ່ວມ, ແລກປ່ຽນຄໍາຄິດເຫັນ, ແລະ ສ້າງຄວາມຮູ້ດ້ວຍຕົວເອງ.




