![]() |
| ສິ່ງທີ່ຕ້ອງປະເມີນໃນເລື່ອງວັດທະນະທຳອົງກອນ |
...ເນື້ອໃນຂ້າງລຸ່ມນີ້ ມາຈາກຕອນທີ່ເວົ້າເຖີງເລື່ອງນີ້..."ວັດທະນະທຳອົງກອນ"...
“...ຍ້ອນຫຍັງຜູ້ຂຽນຈຶງໃຫ້ຄວາມສຳຄັນກັບເລື່ອງນີ້ຫຼາຍສຸດ ຍ້ອນວ່າ ວັດທະນະທຳອົງກອນ ເປັນຕົວເຊື່ອມສານຄວາມແຕກຕ່າງທາງດ້ານຄວາມຄິດ
ວິຖີຊີວິດຂອງພະນັກງານທີ່ຫຼາກຫຼາຍໃນອົງກອນ ນອກຈາກນັ້ນ ຍັງເປັນພື້ນຖານໃນການກຳນົດຈັນຍາບັນຂອງການເຮັດວຽກຂອງອົງກອນ...ບໍ່ແມ່ນເລື່ອງງ່າຍ ແລະ ບໍ່ແມ່ນເລື່ອງຍາກ ທີ່ຈະສ້າງວັດທະນະທຳອົງກອນຂຶ້ນມາ
ໂດຍການຮ່ວມແຮງຮ່ວມໃຈກັນຂອງຄົນໃນອົງກອນ...ຕ້ອງສ້າງບັນຍາກາດທີ່ເອື້ອອຳນວຍໃຫ້ພະນັກງານໄດ້ມີຄວາມກ້າວໜ້າໃນໜ້າທີ່ການງານ
ເຕີບໃຫຍ່ທາງຄວາມຄິດ ທາງປັນຍາ ແລະ ວຸດທິພາວະ (Maturity) ຖ້າວັດທະນະທຳອົງກອນມີຄວາມຊັດເຈນ
ພະນັກງານກໍຮູ້ທິດທາງວ່າຈະພັດທະນາຕົວເອງໄປທາງໃດ ແລະ ຈະພາກັນພັດທະນາອົງກອນໄປທາງໃດ...ຕົວຢ່າງວັດທະນະທຳອົງກອນ
ເປັນອົງກອນທີ່ແນໃສ່ການຮຽນຮູ້ ແລະປ່ຽນແປງຈາກພາຍໃນ, ເປັນອົງກອນທີ່ສະໜັບສະໜຸນໃຫ້ພະນັກງານໄດ້ສະແດງຄຳຄິດຄຳເຫັນຢ່າງອິດສະຫຼະ, ເປັນອົງກອນທີ່ເຮັດວຽກແບບຄອບຄົວ ພີ່ນ້ອງ...”





