วันจันทร์ที่ 31 ธันวาคม พ.ศ. 2561


...ຮອດມື້ສັນວັນດີ ວັນສຸດທ້າຍຂອງປີ ແລະ ວັນໃໝ່ຂອງປີ 2019 ກຳລັງຊີມາຮອດໃນເວລາອີກບໍ່ຈັກຊົ່ວໂມງຂ້າງໜ້ານີ້...

...ປີໃໝ່ອາດຈະເປັນມື້ດີໆ ຂອງຫຼາຍຄົນ ທີ່ຈະໄດ້ຕັ້ງຕົ້ນຊີວິດໃໝ່ອີກເທືອໜຶ່ງ...

...ບາງຄົນຜ່ານມາຫຼາຍປີ ກໍໄດ້ຕັ້ງຕົ້ນໃໝ່ທຸກປີ ເພື່ອຈະໄດ້ຮູ້ສຶກສົດໃໝ່ຢູ່ຕະຫຼອດເວລາ...

วันพฤหัสบดีที่ 8 พฤศจิกายน พ.ศ. 2561

ເລື່ອງທຳມະດາ ແຕ່ນ່າຈົດຈຳ...



...ມື້ນີ້ເປັນມື້ດີອີກມື້ໜຶ່ງ 8 ພະຈິກ 2018 ຜູ້ຂຽນໄດ້ມີເວລານັ່ງຂຽນບົດຄວາມສັ້ນໆ ໄວ້ອ່ານ ແລະ ເຕືອນຄວາມຈຳຂອງຕົວເອງ ວ່າ ຄັ້ງໜຶ່ງເຮົາໄດ້ຄິດແນວໃດແດ່ໃນມື້ນັ້ນ...

...ຈາກມື້ທີ່ເກີດມາ ນັບມາຮອດມື້ນີ້ ຜູ້ຂຽນມີຊີວິດຄິດໄລ່ເປັນປີ ກໍຄົບ 47 ປີເຕັມ...ຖ້າໄລ່ເປັນວັນ ກໍແມ່ນ 17,167 ວັນ...ຄິດໄລ່ເປັນຊົ່ວໂມງ ກໍໄດ້ 412,008 ຊົ່ວໂມງ...ຄິດໄລ່ເປັນນາທີ ກໍໄດ້ 24,720,480 ນາທີ...ແລະ ຄິດໄລ່ເປັນວິນາທີ ກໍໄດ້ 1,483,228,800 ວິນາທີ...ຕົວເລກທີ່ເຫັນ ກໍເປັນບ່ອນອິງໄດ້ວ່າ ຜູ້ຂຽນໄດ້ໃຊ້ເວລາຫາຍໃຈ ມາດົນພໍສົມຄວນ...

...ຜູ້ຂຽນໄດ້ເຄີຍເວົ້າມາສະເໝີວ່າ ສິ່ງທີ່ຍາກທີ່ສຸດໃນຊີວິດຄົນເຮົາ ແມ່ນການຫາຍໃຈ...ຜູ້ໃດສາມາດດູແລການຫາຍໃຈຂອງຕົວເອງໄດ້ ໃຫ້ເປັນປົກກະຕິ ຫາຍໃຈໃຫ້ເລິກໆ ຫາຍໃຈໃຫ້ໄດ້ເຕັມປອດ ນີ້ແມ່ນການຮັກຕົວເອງ ແລະ ດູແລຕົວເອງຢ່າງທີ່ສຸດແລ້ວ...

วันจันทร์ที่ 8 ตุลาคม พ.ศ. 2561

Life style ແປວ່າຫຍັງ...ຊ່ວຍຂ້ອຍແປແດ່...


...ມີຄົນຖາມຂ້າພະເຈົ້າວ່າ ໄລຟສະຕາຍ (Life style) ຂອງອາຈານເປັນແນວໃດ...ຂ້າພະເຈົ້າກໍບໍ່ຮູ້ຈະຕອບວ່າແນວໃດ...ຜູ້ຖາມກໍເລີຍອະທິບາຍໃຫ້ຂ້າພະເຈົ້າຟັງວ່າ ໄລຟສະຕາຍ ແມ່ນ ການກິນ ການຢູ່ ຂອງອາຈານເອງຫັ້ນເດ ຢູ່ແບບໃດ ກິນແບບໃດ...ຂ້າພະເຈົ້າກໍເລີຍຕອບວ່າ ຢູ່ແບບເຈົ້າ ກິນກະກິນແບບດຽວກັນກັບເຈົ້າຫັ້ນລ່ະ...ຢາມຢາກກິນ ກໍກິນ ຢາມຢາກນອນ ກໍນອນ...ສະຫຼຸບວ່າ ຈະໄດ້ຄຳຕອບແນວໃດນໍ້ບາດເນ່ຍ...

...ຂ້າພະເຈົ້າຈະໃຊ້ຄຳໃນພາສາລາວວ່າ ຮູບແບບການໃຊ້ຊີວິດ ກໍແລ້ວກັນ ເພື່ອວ່າຂ້າພະເຈົ້າຈະສາມາດອະທິບາຍກັບຄົນອື່ນໄດ້ງ່າຍຂຶ້ນ...

...ໃຊ້ຊີວິດແບບງ່າຍໆ  ສະບາຍ ສະບາຍ ເປັນຄຳທີ່ອະທິບາຍສະພາບຂອງຕົວເອງໄດ້ດີທີ່ສຸດ...

วันจันทร์ที่ 3 กันยายน พ.ศ. 2561

ສີ່ສະຫາຍໄຂບັນຫາຄວາມທຸກ...ໃຊ້ຊີວິດແບບມີຄວາມສຸກ ເຮັດໄດ້ແນວໃດ...?

By Techin2018


🌞...ແສງແດດຮັບອະລຸນອັນອ່ອນລະມຸນຂອງເຊົ້າວັນໜຶ່ງ ສ່ອງຜ່ານຕົ້ນໄມ້ທີ່ຍືນລຽງກັນຢ່າງບໍ່ເປັນລະບຽບ ເຮັດໃຫ້ເຫັນເປັນເສັ້ນແສງທະລຸຜ່ານອອກມາເປັນເສັ້ນສາຍ ກະທົບພື້ນຫຍ້າ ເປັນຈຸດສີຂາວ ສະຫຼັບກັບສີຂຽວໄປທົ່ວພື້ນທີ່ ເບິ່ງແລ້ວສະບາຍຕາ...🌳🌴🌲

...ສີ່ສະຫາຍ ຜູ້ທີ່ໃຊ້ຊີວິດມາເທິ່ງໂລກໃບນີ້ເກືອບຄ່ອນຊີວິດ ຖ້ານັບອາຍຸຂອງທັ້ງສີ່ສະຫາຍລວມກັນເປັນປີ ກໍບໍ່ຕ່ຳກວ່າສາມຮ້ອຍປີ ແຕ່ຖ້ານັບເປັນປະສົບການແລ້ວ ຄົງຕີຄ່າຫາລາຄາໄດ້ຍາກເຫຼືອຫຼາຍ...ທັ້ງສີ່ສະຫາຍກໍລົມກັນເປັນປົກກະຕິໃນທຸກເຊົ້າ ບໍ່ວ່າຝົນຊີຕົກ ແດດຊີອອກ...ເລື່ອງທີ່ສົນທະນາກໍເປັນເລື່ອງທົ່ວໄປ ເລື່ອງຊີວິດ ເລື່ອງການເມືອງ ເລື່ອງເສດຖະກິດ ເລື່ອງລູກເລື່ອງຫຼານ...😊😌😇😃

วันอาทิตย์ที่ 2 กันยายน พ.ศ. 2561

ທັກສະທີ່ຈຳເປັນສຳຫຼັບຜູ້ໃຫ້ຄຳແນະນຳທີ່ມີປະສິດທິຜົນ (Effective Mentor) ຕອນທີ່ 4 (ຕອນຈົບ)

By Techin2018

...ການເປັນຜູ້ໃຫ້ຄຳແນະນຳທີ່ດີໄດ້ ຕ້ອງເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ ແລະຮູ້ວ່າຈະສື່ສານອອກມາແນວໃດຈຶງຈະແທດເໝາະ ເພື່ອໃຫ້ເຂົາເຈົ້າສາມາດຂ້າມຜ່ານຄວາມສັບສົນ ຄວາມສະຫຼັບຊັບຂ້ອນຕ່າງໆ ທີ່ເກີດຂຶ້ນກັບຕົວເຂົາເຈົ້າໄດ້ຢ່າງມີປະສິດທິຜົນ...😊

...ອາຈານ ນ້ອງໄດ້ໃຊ້ເວລາເກືອບສອງເດືອນ ໃນການລົງໃຫ້ຄຳແນະນຳກັບຄູ່ຮ່ວມງານ ນ້ອງໄດ້ຖອດຖອນບົດຮຽນຮ່ວມກັບຜູ້ຮັບຄຳແນະນຳ ກໍຖືວ່າໄດ້ບົດຮຽນຫຼາຍລ່ະອາຈານ ທັ້ງສິ່ງດີໆ ທັ້ງສິ່ງທີ່ນ້ອງຕ້ອງປັບປຸງຕົວເອງ...

.... “ໂດຍ...ອາຈານກໍເຊື່ອວ່ານ້ອງຈະໄດ້ປະສົບການໃໝ່ໆ ທີ່ຈະເຮັດໃຫ້ນ້ອງໄດ້ເຕີບໃຫຍ່ທາງຄວາມຄິດແລະຈິດວິນຍານຂອງນັກພັດທະນາໄວໜຸ່ມ ຄົນລຸ່ນໃໝ່...

วันจันทร์ที่ 30 กรกฎาคม พ.ศ. 2561

ທັກສະທີ່ຈຳເປັນສຳຫຼັບຜູ້ໃຫ້ຄຳແນະນຳທີ່ມີປະສິດທິຜົນ (Effective Mentor) ຕອນທີ່ 3 (ແຮງບັນດານໃຈ ກັບ ແຮງຈູງໃຈ)


...ການສົນທະນາຂອງລູກສິດ ກັບ ອາຈານ ກໍເກີດຂຶ້ນຢ່າງຕໍ່ເນື່ອງ...

...ອາຈານ ແຮງບັນດານໃຈນີ່ ມັນແມ່ນຫຍັງ...ນ້ອງໄດ້ຍິນຢູ່ເລື່ອຍໆ ບາງເທືອກໍສັບສົນຢູ່ວ່າ ແຮງບັນດານໃຈກັບແຮງຈູງໃຈນີ້ ມັນອັນດຽວກັນບໍ່ ຫຼືແມ່ນແນວໃດ...

... ຖ້າເວົ້າຕາມຄວາມໝາຍແລ້ວ ມັນກໍແຕກຕ່າງກັນຢູ່...ແຮງບັນດານໃຈ ແມ່ນ ພະລັງຊະນິດໜຶ່ງທີ່ຢູ່ພາຍໃນຕົວຂອງເຮົາ ທີ່ເຮັດໃຫ້ເຮົາລຸກຂຶ້ນມາເຮັດເລື່ອງໃດເລື່ອງໜຶ່ງໃຫ້ເປັນຈິງຂຶ້ນມາໄດ້...ສ່ວນແຮງຈູງໃຈນັ້ນ ແມ່ນ ພະລັງພາຍນອກທີ່ມີຜົນຕໍ່ການຕັດສິນໃຈຂອງເຮົາ...ສະຫຼຸບວ່າ ແຮງບັນດານໃຈ ແມ່ນເລື່ອງທີ່ເກີດຂຶ້ນພາຍໃນຕົວເຮົາ...ສ່ວນແຮງຈູງໃຈ ເປັນເລື່ອງຂອງພາຍນອກມາກະຕຸ້ນເຮົາ...

วันอาทิตย์ที่ 22 กรกฎาคม พ.ศ. 2561

ທັກສະທີ່ຈຳເປັນສຳຫຼັບຜູ້ໃຫ້ຄຳແນະນຳທີ່ມີປະສິດທິຜົນ (Effective Mentor) ຕອນທີ່ 2

ທັກສະທີ່ຈຳເປັນສຳລັບຜູ້ໃຫ້ຄຳແນະນຳທີ່ມີປະສິດທິຜົນ
...ສະບາຍດີອາຈານ ບໍ່ໄດ້ພົບກັນດົນແລ້ວນໍ້...ສຽງທັກທາຍຂອງລູກສິດ...ນ້ອງຄາວຽກຫຼາຍແດ່ ຊ່ວງທີ່ຜ່ານມານ້ອງໄດ້ລົງຕິດຕາມວຽກຂັ້ນເມືອງ ແລະ ຂັ້ນບ້ານ ໄດ້ເອົາບົດຮຽນທີ່ໄດ້ແລກປ່ຽນກັບອາຈານໄປໃຊ້ໄດ້ຫຼາຍເລື່ອງເລີຍລ່ະເຈົ້າ...ນັບຕັ້ງແຕ່ການຟັງ ການບໍ່ຕັດສິນສິ່ງທີ່ເຫັນ ສິ່ງທີ່ໄດ້ຍິນ...ຊ່ວງທຳອິດລ່ະ ໝຸດໝັດຫຼາຍອາຈານເອີ້ຍ...

...ໂອ້...ກໍສະແດງວ່ານ້ອງໄດ້ບົດຮຽນທີ່ດິເດ້ນັ້ນ...ໜ້ອຍຄົນເດ້ທີ່ຈະໄດ້ທົດລອງສິ່ງທີ່ຕົວເອງໄດ້ຮຽນຮູ້ໄປ ແລະ ນຳມາບອກເລົ່າໃຫ້ຄົນອື່ນໄດ້ຟັງ...ຄັກຫຼາຍ...

บทความที่มีผู้เข้าอ่านมากที่สุด