วันจันทร์ที่ 30 กันยายน พ.ศ. 2562

ການສ້າງຄວາມໄວ້ວາງໃຈໃນການໂຄ້ຊ...


...ການສ້າງຄວາມໄວ້ວາງໃຈ ຖືເປັນພື້ນຖານທີ່ສຳຄັນຂອງທຸກເລື່ອງໃນຊີວິດປະຈຳວັນຂອງຄົນເຮົາ. ໃນການໂຄ້ຊກໍຄືກັນ ແມ່ນ ຕ້ອງມີບັນຍາກາດຂອງຄວາມໄວ້ວາງໃຈກັນເກີດຂຶ້ນ ເພື່ອສ້າງການຮັບຮູ້, ການຮຽນຮູ້ ແລະ ການປ່ຽນແປງທີ່ດີໃຫ້ເກີດຂຶ້ນ.

...ຈາກບົດຮຽນຂອງຜູ້ຂຽນ ພົບວ່າ ການສ້າງຄວາມໄວ້ວາງໃຈ ສາມາດແບ່ງອອກໄດ້ 2 ສ່ວນ ແມ່ນ...

ສ່ວນທີ່ 1 ຕົວຜູ້ເປັນໂຄ້ຊເອງ...
ຜູ້ເປັນໂຄ້ຊ ຈະຕ້ອງເປັນຄົນທີ່ມີຄວາມຮູ້ຄວາມສາມາດ...ຄວາມຮູ້ທີ່ເກີດຈາກການອ່ານ, ການໄດ້ຍິນ, ການໄດ້ຟັງ, ການໄດ້ສຳພັດ...ຄວາມຮູ້ທີ່ເກີດຈາກການປະຕິບັດ...ຖືວ່າເປັນຕົ້ນທຶນທາງຄວາມຮູ້ທີ່ຜູ້ເປັນໂຄ້ຊຈະຕ້ອງມີ ແລະ ສ້າງນິໄສໃຫ້ຕົວເອງໃນການຮຽນຮູ້ຢູ່ຕະຫຼອດຊີວິດ...ຮຽນຮູ້ແບບໃດກໍໄດ້ ຂຶ້ນຢູ່ກັບຄວາມຖະໜັດຂອງແຕ່ລະຄົນ ແຕ່ຂໍໃຫ້ເກັບກຳຂໍ້ຄິດທີ່ໄດ້ຈາກການຮຽນຮູ້ນັ້ນຢ່າງຕໍ່ເນື່ອງ ສະໝ່ຳສະເໝີ...ຖ້າເຮົາສາມາດເຮັດໃຫ້ເປັນນິໄສແລ້ວ ຜົນທີ່ເກີດຂຶ້ນຕາມມາ ຈະເຮັດໃຫ້ເຮົາເປັນຄົນທີ່ຮູ້ກວ້າງ, ເປີດຮັບຄວາມຮູ້ໃໝ່, ເປີດຮັບບົດຮຽນທີ່ມີຄວາມແຕກຕ່າງ ແລະ ຫຼາກຫຼາຍ...ເມື່ອເຮົາເປັນຄົນທີ່ສະແດງອອກເຖີງການເປີດຮັບ ແລະ ຍອມຮັບແລ້ວ ກໍຈະສົ່ງຜົນໄປເຖີງທ່າທີ ຫຼື ພຶດຕິກຳຂອງເຮົາໃນການຮັບຮູ້ສິ່ງທີ່ແຕກຕ່າງຈາກທີ່ຕົວເອງມີຢູ່...ຕົວຢ່າງພຶດຕິກຳ ເຊັ່ນ ການຍິ້ມແຍ້ມແຈ່ມໃສ, ການບໍ່ເວົ້າຕັດຜູ້ອື່ນ, ການຟັງຢ່າງຕັ້ງໃຈ, ການບໍ່ຕຳໜິຕິຕຽນຜູ້ອື່ນ, ອ່ອນນ້ອມຖ່ອມຕົວ...

วันเสาร์ที่ 21 กันยายน พ.ศ. 2562

ການສະທ້ອນຄືນໃນການໂຄ້ຊ...


...ການສະທ້ອນຄືນທີ່ມີປະສິດທິພາບໃນການໂຄ້ຊ ແມ່ນ ຢູ່ບົນພື້ນຖານການສັງເກດ ແລະ ບໍ່ຕັດສິນ...ຜູ້ເປັນໂຄ້ຊຕ້ອງໃຫ້ການສະທ້ອນຄືນທີ່ຊັດເຈນ, ສະເພາະເຈາະຈົງກ່ຽວກັບພຶດຕິກຳຂອງຜູ້ຖືກໂຄ້ຊ ແລະ ຜົນທີ່ເກີດຂຶ້ນຈາກພຶດຕິກຳນັ້ນ...

...ໃນກໍລະນີທີ່ຜູ້ເປັນໂຄ້ຊຕ້ອງໄດ້ໃຫ້ການສະທ້ອນຄືນໃນເລື່ອງທີ່ບໍ່ດີ ຜູ້ເປັນໂຄ້ຊຕ້ອງພິຈາລະນາເລື່ອງຕໍ່ໄປນີ້...

ໃຫ້ການສະທ້ອນຄືນເລື່ອງທີ່ດີກ່ອນ...ໂດຍປົກກະຕິ ຄົນເຮົາຈະບໍ່ຍອມຮັບການສະທ້ອນຄືນທີ່ບໍ່ດີ ຍ້ອນວ່າເປັນທຳມະຊາດຂອງຄົນທີ່ຈະບໍ່ຍອມຮັບເອົາເລື່ອງບໍ່ດີໃສ່ຕົວເອງ...ແລະອີກເຫດຜົນໜຶ່ງ ແມ່ນ ໂດຍທຳມະຊາດຂອງຄົນ ເມື່ອຮັບເອົາການສະທ້ອນຄືນທີ່ດີແລ້ວ ກໍຈະສາມາດຮັບເອົາການສະທ້ອນຄືນທີ່ບໍ່ດີໄດ້ ຄ້າຍຄືກັບຄວາມສົມດຸນລະຫວ່າງແນວດີກັບບໍ່ດີນັ້ນເອງ...

ໃຫ້ການສະທ້ອນຄືນພຶດຕິກຳທີ່ສະເພາະເຈາະຈົງ...ຫ້າມເດັດຂາດໃນການວິຈານຜູ້ຖືກໂຄ້ຊ ແຕ່ໃຫ້ລະບຸໃຫ້ຊັດເຈນວ່າພຶດຕິກຳໃດຂອງຜູ້ຖືກໂຄ້ຊທີ່ຕ້ອງໄດ້ຮັບການປັບປຸງ ແລະ ໃນສະຖານະການແບບໃດ...ຜູ້ເປັນໂຄ້ຊສາມາດສອບຖາມຜູ້ຖືກໂຄ້ຊກໍໄດ້ ວ່າ ມີຜູ້ອື່ນສະແດງປະຕິກິລິຍາຕໍ່ພຶດຕິກຳຂອງຜູ້ຖືກໂຄ້ຊແນວໃດ...

ແນໃສ່ໄປທີ່ອະນາຄົດ...ຜູ້ເປັນໂຄ້ຊຈະໃຫ້ການສະທ້ອນຄືນໃນສິ່ງທີ່ເກີດຂຶ້ນມາແລ້ວ ແລະ ໃນຂະນະດຽວກັນ ກໍຕ້ອງແນໃສ່ການຊອກຫາທາງເລືອກໃໝ່ໆ ໃນອະນາຄົດຄືກັນ...

ຫຼີກລ່ຽງການຕຳໜິ...ເມື່ອມີການຕຳໜິ ໂດຍທຳມະຊາດແລ້ວຜູ້ຖືກໂຄ້ຊທຸກຄົນຈະປົກປ້ອງຕົວເອງຈາກຂໍ້ຕຳໜິ...

วันพฤหัสบดีที่ 19 กันยายน พ.ศ. 2562

ການຕັ້ງຄຳຖາມໃນການໂຄ້ຊ...


...ການຕັ້ງຄຳຖາມໃນການໂຄ້ຊ ເປັນເລື່ອງງ່າຍທີ່ຜູ້ເປັນໂຄ້ຊຄົນໃດກໍສາມາດເຮັດໄດ້ ແຕ່ ຈະເຮັດໃຫ້ໄດ້ດີ ໝາຍຄວາມວ່າ ເລືອກໃຊ້ຄຳຖາມຖືກກັບເວລາ ອີງກັບອາລົມ ຄວາມຮູ້ສຶກ ບັນຍາກາດໃນການໂຄ້ຊ ເປັນເລື່ອງທີ່ຕ້ອງອາໄສການຝຶກຢ່າງຕໍ່ເນື່ອງ ເພື່ອຫຼໍ່ຫຼອມຜູ້ເປັນໂຄ້ຊ ໃຫ້ເປັນໂຄ້ຊທີ່ດີໄດ້...

...ຄຳຖາມທີ່ເກີດຂຶ້ນຢາມຜູ້ຂຽນຝຶກອົບຮົມເລື່ອງການຕັ້ງຄຳຖາມ ແມ່ນ ຈະຖາມຫຍັງດີລ່ະ...ເປັນຄຳຖາມສຸດຄລາສສິກ ທີ່ຜູ້ຂຽນຖືກຖາມມາຕະຫຼອດ...ແລະ ຄຳຕອບທີ່ຜູ້ຂຽນຖາມກັບຄືນ ແມ່ນ ທ່ານຮູ້ລ່ະຍັງ ວ່າຈຸດປະສົງຂອງການຖາມ ແມ່ນຫຍັງ, ເຂົາໃຫ້ທ່ານເຮັດບົດບາດຫຍັງ ຈຶງໄດ້ໄປຕັ້ງຄຳຖາມຜູ້ອື່ນ?...

...ຈຸດປະສົງຂອງການຕັ້ງຄຳຖາມ ແມ່ນ ການສ້າງບັນຍາກາດທີ່ດຶງດູດຄວາມສົນໃຈ...ກະຕຸ້ນໃຫ້ເກີດຄວາມຄິດໃໝ່ໆ...ສົ່ງເສີມໃຫ້ເກີດການທົບທວນຕົວເອງ ການສຳຫຼວດຊອກຫາຕົວເອງ...ສົ່ງເສີມໃຫ້ເກີດຄວາມມຸ້ງໝັ້ນໃນພັນທະ...ດັງນັ້ນ ການນຳໃຊ້ຄຳຖາມຈຶງຕ້ອງມີຄວາມຫຼາກຫຼາຍ ອີງກັບຈຸດປະສົງການນຳໃຊ້ຄຳຖາມທີ່ວ່າມາ...

วันพุธที่ 18 กันยายน พ.ศ. 2562

ການຟັງທີ່ມີປະສິດທິພາບໃນການໂຄ້ຊ...

ຄວາມຮູ້ສຶກຈາກໃຈຂອງໂຄ້ຊ
...ກວ່າຈະເປັນໂຄ້ຊໄດ້ ກໍເປັນເລື່ອງຍາກ ຕ້ອງສະສົມປະສົບການມາດົນນານ...ແຕ່ສິ່ງທີ່ຍາກກວ່າການເປັນໂຄ້ຊ ແມ່ນ ການເປັນໂຄ້ຊທີ່ດີ, ມີຈັນຍາບັນ ແລະ ຮັກສາມາດຕະຖານຂອງການເປັນໂຄ້ຊທີ່ດີໄວ້ຢ່າງສະໝ່ຳສະເໝີ...



...ການເປັນໂຄ້ຊທີ່ດີໄດ້ ຕ້ອງປະກອບໄປດ້ວຍທັກສະຫຼາຍໆ ຢ່າງ ປະກອບຮ່າງຂຶ້ນມາຢ່າງດຸນດ່ຽງ...ທັກສະທີ່ຈຳເປັນ ກໍນັບຕັ້ງແຕ່ ການຟັງຢ່າງຕັ້ງໃຈ, ການຕັ້ງຄຳຖາມ, ການກຳນົດເປົ້າໝາຍ, ການສະທ້ອນຄືນທີ່ມີປະສິດທິພາບ, ການສ້າງຄວາມໄວ້ວາງໃຈ, ການເອົາໃຈໃສ່ ແລະ ການໃຊ້ຄວາມຮູ້ສຶກພາຍໃນ...ທັກສະທີ່ວ່າມານີ້ ຕ້ອງອາໄສການຝຶກປະຕິບັດຢ່າງຕໍ່ເນື່ອງ ເພື່ອໃຫ້ໄດ້ເຫັນຜົນທີ່ເກີດຂຶ້ນ ແລະ ມີການປັບປຸງຢູ່ສະເໝີ ເພື່ອໃຫ້ທັກສະເຫຼົ່ານີ້ ເປັນເລື່ອງທຳມະດາທີ່ເກີດຂຶ້ນກັບຕົວຜູ້ເປັນໂຄ້ຊ...

วันอังคารที่ 17 กันยายน พ.ศ. 2562

GROW Model

...ເຄື່ອງມືທີ່ນຳສະເໜີນີ້ ແມ່ນເອົາໄວ້ເປັນບ່ອນອີງໃຫ້ກັບຜູ້ເປັນໂຄ້ຊ ຫຼື ເອົາໄວ້ສຶກສາເພີ່ມຕຶ່ມ...ເຄື່ອງມືເຫຼົ່ານີ້ມີຜູ້ຂຽນ ຜູ້ອະທິບາຍໄວ້ຫຼາຍ ດັງນັ້ນ ກໍຈະເປັນການດີຖ້າທ່ານໄດ້ທົດລອງໝຸນໃຊ້ ແລະ ນຳມາແບ່ງປັນກັນ...




Goal ແມ່ນ ເປົ້າໝາຍ...ເປັນຈຸດສຸດທ້າຍທີ່ຜູ້ຖືກໂຄ້ຊຕ້ອງການບັນລຸ...ການຕັ້ງເປົ້າໝາຍຕ້ອງ SMART (ທ່ານສາມາດຕິດຕາມອ່ານຫຼັກການ ແລະ ວິທີການຕັ້ງເປົ້າໝາຍແບບ SMART ໄດ້ຕາມລິ້ງຂອງ STELLA https://web.facebook.com/TheSTELLA/posts/445638676105874?_tn_=K-R) ເພື່ອເຮັດໃຫ້ຜູ້ຖືກໂຄ້ຊຮູ້ຕົວວ່າຕອນນີ້ຕົວເອງບັນລຸເປົ້າໝາຍແລ້ວ...

Reality ແປວ່າ ຄວາມເປັນຈິງ...ຄວາມເປັນຈິງ ແມ່ນ ສະຖານະການປະຈຸບັນຂອງຜູ້ຖືກໂຄ້ຊ ບໍ່ວ່າຈະເປັນບັນຫາ ຫຼື ຄວາມທ້າທາຍກໍຕາມ...ນີ້ເອົາໄວ້ສົມທຽບຄວາມກ້າວໜ້າທີ່ຈະເກີດຂຶ້ນກັບຜູ້ຖືກໂຄ້ຊ ໃນຊ່ວງຂະບວນການໂຄ້ຊ ໂດຍເບີ່ງສະພາບບັນຫາ ຫຼື ຄວາມທ້າທາຍຕອນທຳອິດ ກັບ ປະຈຸບັນທີ່ຜູ້ຖືກໂຄ້ຊເປັນຢູ່...

วันจันทร์ที่ 16 กันยายน พ.ศ. 2562

ຫຼັກການພື້ນຖານຂອງການໂຄ້ຊ...

...ໂດຍປົກກະຕິແລ້ວ ຜູ້ເປັນໂຄ້ຊ ຈະຕ້ອງທຳຄວາມເຂົ້າໃຈວ່າ ການໂຄ້ຊທີ່ປະສົບຜົນສຳເລັດນັ້ນ ຈະມີອົງປະກອບຢູ່ 3 ເລື່ອງ ແມ່ນ ບົດບາດຂອງຜູ້ເປັນໂຄ້ຊ, ບົດບາດຂອງຜູ້ຖືກໂຄ້ຊ ແລະ ບັນຍາກາດຂອງການໂຄ້ຊ...


ອົງປະກອບຂອງການໂຄ້ຊທີ່ມີປະສິດທິຜົນ.

...ຫຼັກການນີ້ໄດ້ຮັບການພິສູດມາແລ້ວ ແລະ ມີການປັບປຸງມາດົນຫຼາຍປີ ຈົນໄດ້ອົງປະກອບທີ່ດຸນດ່ຽງອອກມາ 3 ສ່ວນສຳຄັນນີ້. ກ່ອນທີ່ຈະເລີ່ມຕົນຂະບວນການໂຄ້ຊ ຕ້ອງໝັ້ນໃຈວ່າ ຜູ້ເປັນໂຄ້ຊຕ້ອງເຂົ້າໃຈບົດບາດຂອງຕົວເອງຢ່າງເລິກເຊີ້ງ...ໃນຂະນະດຽວກັນ ຜູ້ຖືກໂຄ້ຊກໍຕ້ອງມີຈິດສຳນຶກວ່າ ຕົວເອງມີຄວາມຮັບຜິດຊອບຫຍັງແດ່ ໃນຂະບວນການໂຄ້ຊ...ແລະ ທີ່ສຳຄັນ ບັນຍາກາດແບບໃດທີ່ຈະເອື້ອອຳນວຍໃຫ້ການໂຄ້ຊ ເປັນໄປຢ່າງມີປະສິດທິພາບ

...ເຮົາມາເບີ່ງໄປພ້ອມກັນ ໃນແຕ່ລະອົງປະກອບທີ່ສຳຄັນນີ້...

ຮູບແບບການໂຄ້ຊ...


...ຮູບແບບການໂຄ້ຊ ມີ 2 ຮູບແບບ ແມ່ນ ການໂຄ້ຊແບບເປັນທາງການ ແລະ ການໂຄ້ຊແບບບໍ່ເປັນທາງການ...ເຊີ່ງ ຜູ້ເປັນໂຄ້ຊ ແລະ ຜູ້ຖືກໂຄ້ຊ ຈະຕ້ອງຮັບຮູ້ຮ່ວມກັນວ່າ ມີຄວາມສຳຄັນແນວໃດ ແລະ ມີຄວາມເລັ່ງດ່ວນສ່ຳໃດ ຈຶງຕ້ອງໃຊ້ວິທີການໂຄ້ຊເຂົ້າມາຊ່ວຍ...

...ໃນການໂຄ້ຊແບບເປັນທາງການ ທັ້ງຜູ້ເປັນໂຄ້ຊ ແລະ ຜູ້ຖືກໂຄ້ຊ ຈະຕ້ອງຮັບຮູ້ ແລະ ມີຄວາມມຸ່ງໝັ້ນໃນພັນທະທີ່ມີຕໍ່ຂະບວນການໂຄ້ຊທີ່ເກີດຂຶ້ນ...ຕ້ອງມີການກຳນົດຕາຕະລາງໄວ້ ວ່າຈະໂຄ້ຊກັນຢາມໃດ ໂດຍຜູ້ເປັນໂຄ້ຊ ຈະຕ້ອງຟັງຢ່າງຕັ້ງໃຈ, ຖາມຄຳຖາມ, ແລະ ສະທ້ອນຄືນ, ໃນຂະນະທີ່ ຜູ້ຖືກໂຄ້ຊ ຈະເປັນຜູ້ເວົ້້າ ເປັນສ່ວນຫຼາຍ...

...ໃນການໂຄ້ຊແບບເປັນທາງການ ທັ້ງຜູ້ເປັນໂຄ້ຊ ແລະ ຜູ້ຖືກໂຄ້ຊ ຈະຮັບຮູ້ຮ່ວມກັນວ່າ ເປົ້າໝາຍຂອງການໂຄ້ຊເທືອນີ້ ແມ່ນເພື່ອການພັດທະນາຕົວເອງ ແລະ ຄວາມສຳເລັດທີ່ຈະເກີດຂຶ້ນ, ແລະມີຜູ້ເປັນໂຄ້ຊ ເຮັດໜ້າທີ່ໃນການສະໜັບສະໜຸນໃຫ້ຜູ້ຖືກໂຄ້ຊໄດ້ບັນລຸເປົ້າໝາຍ...ຖ້າເບິ່ງໄປແລ້ວ ການໂຄ້ຊແບບເປັນທາງການ ຈະແນໃສ່ເປົ້າໝາຍເປັນສຳຄັນ...

...ການໂຄ້ຊແບບບໍ່ເປັນທາງການ ສ່ວນຫຼາຍຈະເກີດຂຶ້ນໃນເວລາທີ່ຮ່ວມວຽກກັນໃນແຕ່ລະວັນ ແລະ ກໍບໍ່ມີຄວາມຈຳເປັນຫຍັງທີ່ຈະຕ້ອງບອກວ່າ ເຫດການທີ່ເກີດຂຶ້ນແມ່ນການໂຄ້ຊແບບບໍ່ເປັນທາງການ ປ່ອຍໃຫ້ເປັນໄປຕາມທຳມະຊາດເລີຍ...ການໂຄ້ຊແບບນີ້ ແນໃສ່ການປັບປຸງສະເພາະຈຸດ ແລະ ເປັນການສ້າງບັນຍາກາດໃຫ້ເກີດຄວາມໄວ້ວາງໃຈກັນ, ບັນຍາກາດຄວາມຮ່ວມມື, ການກະຕຸກຊຸກຍູ້ໃຫ້ເກີດການສົນທະນາກັນ ລະຫວ່າງ ຜູ້ເປັນໂຄ້ຊ ແລະ ຜູ້ຖືກໂຄ້ຊ...

...ຜູ້ເປັນໂຄ້ຊຫຼາຍຄົນ ກໍໃຊ້ການໂຄ້ຊທັ້ງແບບເປັນທາງການ ແລະ ບໍ່ເປັນທາງການ ຂຶ້ນຢູ່ກັບຄວາມຖະໜັດຂອງແຕ່ລະຄົນ, ຂຶ້ນກັບຄວາມຖະໜັດຂອງຜູ້ຖືກໂຄ້ຊ, ວັດທະນະທຳຂອງອົງກອນ, ແລະ ເປົ້າໝາຍທີ່ຕ້ອງການບັນລຸໃນຕອນນັ້ນ...

บทความที่มีผู้เข้าอ่านมากที่สุด