วันอาทิตย์ที่ 6 กันยายน พ.ศ. 2563

ພັດທະນາພະນັກງານທີ່ມີຢູ່ໃຫ້ເປັນມືອາຊີບ...

 


...ການພັດທະນາຄົນ ເປັນເລື່ອງທີ່ເວົ້າບໍ່ມີມື້ຈົບ ຍ້ອນວ່າ ສະຖານະການກໍ່ປ່ຽນແປງໄປຕະຫຼອດເວລາ ອົງກອນກໍ່ຕ້ອງການທັກສະທີ່ສາມາດຮັບມືກັບຄວາມປ່ຽນແປງນັ້ນໄດ້ ບໍ່ວ່າຈະເປັນການຍົກລະດັບທັກສະທີ່ມີຢູ່ແລ້ວ ໃຫ້ດີຂຶ້ນ ຫຼື ພັດທະນາທັກສະໃໝ່...ອົງກອນທີ່ຂ້າພະເຈົ້າກຳລັງເວົ້າເຖີງໃນບົດຄວາມນີ້ ກໍ່ຈະແນໃສ່ ອົງກອນທີ່ເຮັດວຽກດ້ານການພັດທະນາຊຸມຊົນ ທີ່ເນັ້ນໜັກໃນການຈັດຂະບວນການຮຽນຮູ້  ບໍ່ໄດ້ເຈາະຈົງລົງໄປວ່າເປັນອົງການສາກົນ ຫຼືວ່າ ອົງການຈັດຕັ້ງສັງຄົມ...

...ໂດຍປົກກະຕິ ການພັດທະນາພະນັກງານໃນອົງກອນ ເປັນເລື່ອງທີ່ຕ້ອງເຮັດທັ້ງລະບົບ ບໍ່ແມ່ນການເຮັດຢາມພົບພໍ້ບັນຫາວ່າຄົນເຮັດວຽກບໍ່ໄດ້...ເຊີ່ງກໍ່ເລີ່ມຕັ້ງແຕ່ການເບີ່ງເປົ້າໝາຍອົງກອນ, ພາບລັກອົງກອນ, ຖ້າຈະໃຫ້ບັນລຸເປົ້າໝາຍນັ້ນ ອົງກອນຕ້ອງເຮັດແນວໃດ...ພະນັກງານທີ່ຈະເຮັດເລື່ອງນັ້ນ ຕ້ອງມີຂີດຄວາມສາມາດເລື່ອງຫຍັງແດ່...ເຮົາຈະຊອກຫາຄົນທີ່ເຮົາຕ້ອງການໄດ້ຈາກບ່ອນໃດ...ເຮົາຈະມີວິທີການໃນການກັ່ນຕອງເອົາຄົນທີ່ເຮົາຕ້ອງການ ເຮົາຕ້ອງເຮັດແນວໃດ...ເຮົາຕ້ອງເລືອກແບບໃດ...ພໍໄດ້ຄົນມາແລ້ວ ເຮົາຈະໃຊ້ຄົນແນວໃດ...ເຮົາຈະພັດທະນາພະນັກງານໄດ້ແນວໃດ...ເຮົາຈະຮັກສາພະນັກງານທີ່ມີຄວາມຮູ້ ຄວາມສາມາດ ໃຫ້ຢູ່ກັບເຮົາໃຫ້ດົນທີ່ສຸດ ເຮົາຈະເຮັດແນວໃດ...ທີ່ວ່າມາຫັ້້ນ ກໍ່ເປັນແນວຄິດໃນການ ຊອກຄົນ-ໃຊ້ຄົນ-ພັດທະນາຄົນ-ຮັກສາຄົນ ໃນອົງກອນ ຖ້າສາມາດເຮັດໄດ້ແບບນີ້ ກໍ່ຖືວ່າ ອົງກອນມີແນວໂນ້ມຈະໄປຮອດເປົ້າໝາຍທີ່ໄດ້ຕັ້ງໄວ້...

วันอาทิตย์ที่ 14 มิถุนายน พ.ศ. 2563

ການພັດທະນາຄວາມເປັນມືອາຊີບ ໃນການເປັນນັກຈັດຂະບວນການຮຽນຮູ້.


ຜູ້ເຂົ້າຮ່ວມວົງສົນທະນາ ວັນທີ່ 13 ມິຖຸນາ 2020

...ການສົນທະນາຈົບລົງພາຍໃນເວລາ 2 ຊົ່ວໂມງປາຍ ແຕ່ຂ້າພະເຈົ້າຄິດວ່າ ຜົນຈາກການສົນທະນາ ຄົງຈະບໍ່ໄດ້ຈົບລົງຕາມເວລານັ້ນ...ອີກບໍ່ດົນ ກໍ່ຈະເກີດນັກຈັດຂະບວນການຮຽນຮູ້ມືອາຊີບຈຳນວນໜຶ່ງ ທີ່ໄດ້ຄົ້ນພົບທ່າແຮງຂອງຕົວເອງ ແລະ ພັດທະນາຕົວເອງຢ່າງຕໍ່ເນື່ອງ ເພື່ອໃຫ້ເກີດຄຸນຄ່າ ແລະ ຄວາມສຸກ ຕາມທີ່ຕັ້ງໃຈກັນໄວ້...

...ຄຳວ່າ ນັກຈັດຂະບວນການຮຽນຮູ້ ຕາມມຸມມອງຂອງຂ້າພະເຈົ້າ ເຫັນວ່າ ຜູ້ໃດກໍ່ສາມາດເປັນໄດ້ ບໍ່ຈຳເປັນວ່າຕ້ອງມີບົດບາດໃດໜຶ່ງທີ່ຊັດເຈນ ຕົວຢ່າງ ບໍ່ຈຳເປັນວ່າຕ້ອງເປັນຄູຝຶກ (Trainer) ເປັນໂຄ້ຊ (Coach) ເປັນຜູ້ໃຫ້ຄຳແນະນຳ (Mentor) ເປັນຜູ້ອຳນວຍຄວາມສະດວກໃນການຮຽນຮູ້ (Facilitator) ທ່ານກໍ່ຍັງສາມາດຈັດຂະບວນການຮຽນຮູ້ໄດ້ ເວົ້າງ່າຍໆ ແມ່ນ ທ່ານມີເປົ້າໝາຍວ່າຈະພາຜູ້ຮຽນຮູ້ໄປບັນລຸເລື່ອງຫຍັງ ແລະທ່ານໄດ້ໃຊ້ວິທີການທີ່ທ່ານຄິດວ່າແທດເໝາະກັບສະຖານະການ ແລະສຸດທ້າຍຜູ້ຮຽນຮູ້ກໍ່ບັນລຸຕາມເປົ້າໝາຍຂອງຜູ້ຮຽນຮູ້ທີ່ໄດ້ຕັ້ງໄວ້ ໂດຍມີເຮົາເປັນຜູ້ນຳພາ ຈະໂດຍຮູ້ຕົວ ຫຼື ບໍ່ຮູ້ຕົວກໍ່ຕາມ...

วันอาทิตย์ที่ 24 พฤษภาคม พ.ศ. 2563

ອິຄິໄກໃນການພັດທະນາອົງກອນ


...ອາຈານ ນ້ອງຖາມແດ່ ຫຼັກການ ອິຄິໄກ ທີ່ອາຈານເຄີຍເລົ່າໃຫ້ຟັງນີ່ ມັນເອົາໄປໃຊ້ກັບການພັດທະນາອົງກອນໄດ້ແນວໃດ?...ນ້ອງລ່ະຄິດວ່າ ມັນເປັນເລື່ອງຂອງການພັດທະນາຕົວເອງ ແຕ່ກໍ່ນ່າຈະເອົາມາໃຊ້ກັບການພັດທະນາອົງກອນໄດ້ຢູ່ໄດ໋...

...ຖ້າເບີ່ງການພັດທະນາອົງກອນຜ່ານວິທີການ ແລະ ເຄື່ອງມືຕ່າງໆ ແລ້ວ ອົງກອນ ກໍ່ຄ້າຍຄືກັບຄົນເຮົານີ້ລ່ະ ມີອົງປະກອບຕ່າງໆ ປະສົມປະສານກັນ ເຮັດໃຫ້ເກີດເປັນຮູບເປັນຮ່າງຂຶ້ນມາ...ອົງກອນກໍ່ມີຊີວິດ ທີ່ມີພະນັກງານທຸກຄົນຊ່ວຍກັນເຮັດໃຫ້ອົງກອນດຳລົງຢູ່ ສົມທຽບໄດ້ກັບອະໄວຍະວະຕ່າງໆ ໃນຮ່າງກາຍ...ການບໍລິຫານຈັດການ ກໍ່ສົມທຽບໄດ້ກັບເລືອດ ອາຫານ ອາກາດ ທີ່ຊ່ວຍໃຫ້ເກີດພະລັງງານໃນການມີຊີວິດຢູ່...ການຂັບເຄື່ອນອົງກອນ ກໍ່ສົມທຽບໄດ້ກັບແຮງບັນດານໃຈທີ່ເກີດຂຶ້ນຈາກພາຍໃນ ແລະ ແຮງຈູງໃຈທີ່ມາຈາກພາຍນອກ...ທຸກຢ່າງປະສົມປະສານກັນຢ່າງລົງຕົວ ກໍ່ຈະເຮັດໃຫ້ອົງກອນນັ້ນມີສຸຂະພາບດີ ຫຼີກໜີຈາກການເຈັບເປັນ...

วันอาทิตย์ที่ 10 พฤษภาคม พ.ศ. 2563

ຄຳຖາມເອົາໄວ້ຊອກຫາ "ຄຸນຄ່າຂອງການໃຊ້ຊີວິດ"... “ຊີວິດ 4 ແຈ”.

...ໃນຊ່ວງສະພາບການໂຄວິດ-19 ເຮັດໃຫ້ເຮົາໄດ້ຢູ່ກັບເຮືອນ ຢູ່ກັບຄອບຄົວ ແລະ ຢູ່ກັບຕົວເອງຫຼາຍຂຶ້ນ...ຫຼາຍຄົນກໍ່ໄດ້ເຫັນອາລົມ ຄວາມຮູ້ສຶກທີ່ເກີດຂຶ້ນກັບຕົວເອງໃນຫຼາຍໆ ຮູບແບບ...ນັບຕັ້ງແຕ່ມ່ວນທີ່ໄດ້ຢູ່ເຮືອນ ບໍ່ໄດ້ອອກໄປໄສ ໄດ້ເຮັດວຽກຢູ່ເຮືອນ ກໍ່ຄັກໄດ໋...ພໍຢູ່ດົນໆ ໄປ ກໍ່ເລີ່ມໝຸດໝັດ ອອກໄປໄສກໍ່ບໍ່ໄດ້...ອາລົມຄິດຮອດໝູ່ຄູ່ ເຄີຍດື່ມ ເຄີຍຕຳຈອກ...ອາລົມຄິດຮອດໝູ່ຄູ່ຢູ່ຫ້ອງການ...ອາລົມເຫງົາ ຍ້ອນໄດ້ພົບພໍ້ກັນແຕ່ທາງວີດິໂອ ທາງລາຍ ທາງວັອທແອັບ ບໍ່ຄືພົບພໍ້ຕົວເປັນໆ ໄດ໋...ອາລົມກັງວັນ ຄິດຍາກ ຖ້າກັບໄປໃຊ້ຊີວິດຄືເກົ່າ ຊີເປັນແນວໃດ...ຍ້ານຕິດເຊື້ອພະຍາດ...ຍ້ານຄົນອື່ນຖືເບົາໃນການປະຕິບັດຕົວໃຫ້ຫ່າງຈາກພະຍາດໂຄວິດ-19...ຍ້ານວ່າຕົວເອງຈະປັບຕົວບໍ່ໄດ້...ສາລະພັດອາລົມທີ່ເກີດຂຶ້ນ...ບາງຄົນກໍ່ຫາບ່ອນລົງໄດ້ ບາງຄົນກໍ່ຍັງຄ້າງຄາໃຈ ບາງຄົນກໍ່ຫາຄຳຕອບໄດ້...ກໍ່ເປັນເລື່ອງທຳມະດາຂອງມະນຸດທີ່ຈະຕ້ອງພົບພໍ້ກັບອາລົມຄວາມຮູ້ສຶກເຫຼົ່ານີ້...

...ມີອີກອາລົມໜຶ່ງທີ່ເກີດຂຶ້ນ ແມ່ນ ອາລົມແຫ່ງຄວາມສັບສົນ ວຸ່ນວາຍໃນຊີວິດຂອງຕົວເອງ ຈັກຈະໄປໃນທິດທາງໃດ...ບໍ່ແມ່ນຍ້ອນວ່າສະພາວະການໂຄວິດ-19 ພຽງເຫດຜົນດຽວດອກ ທີ່ເຮັດໃຫ້ຄົນເຮົາໄດ້ທົບທວນຕົວເອງ ມັນເກີດຂຶ້ນໄດ້ຕະຫຼອດເວລາ ເມື່ອມີສິ່ງທີ່ມາກະທົບກັບຈິດໃຈຂອງເຮົາເປັນໄລຍະ...ການຕັ້ງຄຳຖາມເພື່ອທົບທວນຕົວເອງ ກໍ່ເປັນວິທີການນຶງ ທີ່ຈະຊ່ວຍໃຫ້ເຮົາຮັບມືກັບຄວາມສັບສົນໃນການໃຊ້ຊີວິດຂອງເຮົາໄປໄດ້ ເພື່ອໃຫ້ເກີດຄວາມສົມດຸນໃນການໃຊ້ຊີວິດ ເຊີ່ງການໃຊ້ຊີວິດບໍ່ແມ່ນແຄ່ເລື່ອງເງີນເລື່ອງດຽວ ບໍ່ແມ່ນເລື່ອງຄວາມຮັກເລື່ອງດຽວ ບໍ່ແມ່ນເລື່ອງຄອບຄົວເລື່ອງດຽວ ບໍ່ແມ່ນເລື່ອງການເຮັດຕົວໃຫ້ເປັນປະໂຫຍດເລື່ອງດຽວ ການໃຊ້ຊີວິດເປັນຫຼາຍໆ ເລື່ອງມາປະສົມປະສານກັນ ຈົນເກີດເປັນຄຸນຄ່າຂອງການໃຊ້ຊີວິດຢ່າງມີຄວາມສຸກ ແລະ ເກີດປະໂຫຍດຕໍ່ສັງຄົມ...

วันศุกร์ที่ 1 พฤษภาคม พ.ศ. 2563

ການສ້າງຂີດຄວາມສາມາດໃຫ້ກັບພະນັກງານ ທ່າມກາງສະຖານະການໂຄວິດ-19.



...ຍັງບໍ່ຢຸດ ບໍ່ເຊົາເທືອ ກັບສະຖານະການຂອງການແພ່ລະບາດຂອງໂຄໂລນ່າໄວຣັສ...ເຖີງແມ້ວ່າການແພ່ລະບາດເກີດຂຶ້ນຢູ່ເລື້ອຍໆ ຊີວິດຂອງເຮົາກໍ່ຕ້ອງດຳເນີນໄປກັນຕໍ່ໄປ...

...ການພັດທະນາຄົນໃນອົງກອນ ກໍ່ຍັງຕ້ອງພັດທະນາຕໍ່ໄປ ບໍ່ສາມາດຢຸດ ເພື່ອລໍຖ້າໃຫ້ສະຖານະການດີຂຶ້ນ ກວ່າຈະດີຂຶ້ນກໍ່ຄົງໃຊ້ເວລາອີກດົນ ຖ້າບໍ່ເຮັດຫຍັງເລີຍ ກໍ່ຄົງຈະເຮັດໃຫ້ອົງກອນພົບກັບບັນຫາອື່ນໆ ຕາມມາອີກຫຼາຍເລື່ອງ...

วันอาทิตย์ที่ 15 มีนาคม พ.ศ. 2563

ການເຮັດວຽກຫ້ອງການ ຢູ່ເຮືອນ (Work from home)


...ສະຖານະການຂອງການແພ່ລະບາດຂອງໂຄໂລນ່າໄວຣັສໃນໄລຍະນີ້ ກໍ່ສົ່ງຜົນໃຫ້ເກີດການປັບຕົວກັນໃນທຸກເລື່ອງ...ມີຄົນເວົ້າໄວ້ວ່າ ຢາມເກີດພະຍາດລະບາດ ກໍ່ຈະເຮັດໃຫ້ເກີດຄວາມປ່ຽນແປງຂອງວິຖີຊີວິດສະເໝີ ຫຼາຍໆ ຄົນຄົງຈະເຂົ້າໃຈດີ ຍ້ອນເຮົາກຳລັງຢູ່ໃນສະຖານະການແບບນັ້ນ...

...ການເຮັດວຽກກໍ່ຄືກັນ ມີທາງເລືອກໜຶ່ງທີ່ມີຄົນເວົ້າກັນຫຼາຍ ແມ່ນ ການເຮັດວຽກຫ້ອງການ ຢູ່ເຮືອນ Work from home (WFH)...ການເຮັດວຽກແບບນີ້ ໝາຍເຖີງ ການເຮັດວຽກທີ່ຫ້ອງການໄດ້ມອບໝາຍໃຫ້ພະນັກງານ ແລະ ມີຄວາມຈຳເປັນວ່າຈະຕ້ອງໃຊ້ສະມາທິສຸມໃສ່ເພື່ອໃຫ້ໄດ້ປະສິດທິພາບ ແລະ ປະສິດທິຜົນ ອົງການຈຶງອະນຸຍາດໃຫ້ເຮັດວຽກຢູ່ເຮືອນໄດ້ ຕາມໄລຍະເວລາທີ່ຕົກລົງກັນ...

วันศุกร์ที่ 28 กุมภาพันธ์ พ.ศ. 2563

CMF-SEE Model

ການສ້າງຂະບວນການຮຽນຮູ້ດ້ວຍ CMF-SEE Model
CMF-SEE ແມ່ນ ການຈັດຂະບວນການຮຽນຮູ້ ໃຫ້ແທດເໝາະກັບການຮຽນຮູ້ທີ່ບໍ່ຢຸດນິ່ງ ແນໃສ່ການສ້າງບັນຍາກາດ ແລະ ການໃຊ້ວິທີການທີ່ແທດເໝາະກັບແຕ່ລະບຸກຄົນ.

CMF-SEE ແມ່ນຕົວຫຍໍ້ ມາຈາກ Coaching, Mentoring, Facilitation, Sympathy, Empathy, Embrace.

CMF ແມ່ນເປັນວິທີການສ້າງຂະບວນການຮຽນຮູ້...SEE ແມ່ນການສ້າງບັນຍາກາດ...

Coaching ແມ່ນການໂຄ້ຊ...ການໂຄ້ຊ ແມ່ນ ການຕັ້ງຄຳຖາມ ເພື່ອໃຫ້ຜູ້ຖືກໂຄ້ຊໄດ້ເຫັນທ່າແຮງຂອງຕົວເອງໃນການແກ້ໄຂບັນຫາ ຫຼື ຄິດຄົ້ນເລື່ອງໃດເລື່ອງໜຶ່ງ ແລະ ສາມາດກຳນົດການປະຕິບັດທີ່ຊັດເຈນໃນການລົງມືແກ້ໄຂບັນຫານັ້ນ...ເວົ້າງ່າຍໆ ແມ່ນ ຜູ້ເປັນໂຄ້ຊ ຖາມຜູ້ຖືກໂຄ້ຊ ເພື່ອໃຫ້ຜູ້ຖືກໂຄ້ຊເຫັນສະຖານະການ ຜົນກະທົບ ຄວາມກ່ຽວຂ້ອງກັບຜູ້ຖືກໂຄ້ຊ...ທ່າແຮງຂອງຜູ້ຖືກໂຄ້ຊທີ່ຈະຮັບມືກັບສະຖານະການນັ້ນ ແລະ ຈະເລີ່ມລົງມືປະຕິບັດຕົວຈິງແນວໃດ ຢາມໃດ...

บทความที่มีผู้เข้าอ่านมากที่สุด