วันพุธที่ 28 กุมภาพันธ์ พ.ศ. 2561

ສູດສຳເລັດນັ້ນມີຫຼາຍ ແຕ່ຈະສຳເລັດບໍ່ ນັ້ນແມ່ນອີກເລື່ອງໜຶ່ງ...ຕອນທີ່ 9

..."ອາຈານ...3C ສູດຄວາມສຳເລັດທີ່ຈຳໄດ້ງ່າຍ ແລະ ເຮັດໄດ້ງ່າຍໆ ນີ້ ມັນແມ່ນແທ້ບໍ່...ນ້ອງຄິດວ່າ ຍາມເວົ້າມັນກະງ່າຍຢູ່ ແຕ່ຍາມເຮັດນີ່ລ່ະ ມັນຊີຍາກຄັກເດ້..." ລູກສິດເຮັດສີໜ້າຄິດຍາກ 

..."ນ້ອງໄດ້ລົງມືເຮັດລ່ະຍັງ..." 

..."ຍັງລ່ະ ອາຈານ ແຕ່ແຄ່ຄິດກະຍາກແລ້ວ..."

..."ນັ່ນລ່ະ ມັນຍາກນຳຄວາມຄິດນີ່ລ່ະ ຖ້າຍັງບໍ່ທັນໄດ້ເຮັດ ຊີບອກວ່າມັນຍາກ ມັນກໍຈະເປັນການຕັດກຳລັງໃຈຕົວເອງເດ້..."

..."ມັນກະອົດຄິດບໍ່ໄດ້ ອາຈານ...ປົກກະຕິຄົນເຮົາກໍຕ້ອງຄິດກ່ອນເຮັດຢູ່ແລ້ວ ຖ້າບໍ່ຄິດກ່ອນ ເຮົາກໍຈະບໍ່ຮູ້ວ່າຊີເຮັດແນວໃດເດ້ ອາຈານ..."

..."ນ້ອງຕ້ອງແຍກເລື່ອງການຄິດ ກັບຄວາມຍາກໃນການລົງມືເຮັດອອກຈາກກັນກ່ອນ...ເຮົາຄິດ ເພື່ອສ້າງທາງເລືອກ ຫາທາງທີ່ແທດເໝາະທີ່ສຸດ ຖ້າຄິດໄດ້ ຄິດອອກ ສາມາດກຳນົດໄດ້ຈະແຈ້ງວ່າຈະເຮັດຫຍັງ ສິ່ງນີ້ເປັນການດີ...ຈາກນັ້ນກໍລົງມືເຮັດ...ຄວາມຍາກມັນເກີດຂຶ້ນມາຈາກເຮົາບໍ່ເຊື່ອສິ່ງທີ່ເຮົາຄິດມາ ມັນກໍເລີຍຄິດຍາກ ແຕ່ຖ້າເຮົາເຊື່ອວ່າ ສິ່ງທີ່ເຮົາຄິດມາມັນຄັກແລ້ວ ກໍບໍ່ຕ້ອງຄິດຍາກຫຍັງ..."

..."ອາຈານ ສະແດງວ່າ ເຮົາຕ້ອງກ້າ ແມ່ນບໍ່?"...

..."ແມ່ນແລ້ວ...ຄວາມກ້າ ຈະພາໃຫ້ເຮົາໄດ້ເລິ່ມເຮັດໃນສິ່ງທີ່ເຮົາຄິດໄວ້ແລ້ວໄດ້ຍ່າງມັ່ນໃຈ..."

..."ຖ້າອາໄສຄວາມກ້າຢ່າງດຽວ ກະບໍ່ຕ້ອງຄິດຫຼາຍລ່ະອາຈານ..." 

..."ຖ້າກ້າເຮັດ ໂດຍບໍ່ໄດ້ຄິດຫຍັງກ່ອນ ເຂົາຮ້ອງວ່າ ໃຊ້ອາລົມຊົ່ວວູບ...ແຕ່ຖ້າຄິດໄດ້ແລ້ວ ບໍ່ກ້າເຮັດຈັກເທືອ ເຂົາຮ້ອງວ່າ ຄົນຄິດຍາກ..."

"...ໂດຍ ອາຈານ...ນ້ອງເຂົ້າໃຈວ່າ ຕ້ອງກ້າລົງມືປະຕິບັດ ໂດຍທີ່ເຮົາມີເປົ້າໄວ້ແລ້ວ ມັນກໍຈະເຮັດໃຫ້ເຮົາມັ່ນໃຈຂຶ້ນເດ້ເນາະອາຈານ..."

..."ຄວາມມັ່ນໃຈຢ່າງດຽວບໍ່ພໍ  ຕ້ອງອາໄສຄວາມກ້າໃນການເຮັດໃນສິ່ງທີ່ເຮົາມັ່ນໃຈນັ້ນລ່ະ..."

..."ນ້ອງວ່າ ມັນກ່ຽວກັບຄວາມຊັດເຈນ C ຕົວທີ່ໜຶ່ງເດ້ເນາະ...ຖ້າເຮົາມັ່ນໃຈວ່າ ເປົ້າໝາຍຂອງເຮົາແມ່ນຫຍັງ ເຮົາຈະເຮັດຫຍັງ ເຮັດຍ້ອນຫຍັງ ເຮົາຈະໄປຮອດໄສ ເຮົາຈະໄປແນວໃດ ຖ້າເກີດບັນຫາຂຶ້ນຈະແກ້ໄຂແນວໃດຄວາມປ່ຽນແປງທີ່ເຮົາຢາກເຫັນແມ່ນຫຍັງ ແລະ ຈະຮູ້ໄດ້ແນວໃດວ່າມັນມີຄວາມປ່ຽນແປງ ກໍສະແດງວ່າ ເຮົາໄດ້ເຮັດ C ຕົວທີ່ໜຶ່ງແລ້ວ..." 

... "ແມ່ນແລ້ວ....ນ້ອງຄິດຖືກແລ້ວ..."

..."ສະແດງວ່າ ກິດຈະກຳທີ່ເກີດຂຶ້ນ ວ່າຈະເຮັດຫຍັງ ກໍເປັນຜົນຈາກທີ່ເຮົາຊັດເຈນວ່າເຮົາຕ້ອງການເຫັນຫຍັງເກີດຂຶ້ນເດ້ເນາະອາຈານ..."

..."ນີ້ກະແມ່ນອີກແລ້ວ.......ມາຮອດຕອນນີ້ ນ້ອງກໍຄົງຈະເຂົ້າໃຈແລ້ວເນາະ ວ່າ ຖ້າເຮົາກຳນົດເປົ້າໝາຍໃຫ້ຊັດເຈນ ສິ່ງອື່ນໆ ກໍຈະຊັດເຈນຕາມມາເປັນຕ່ອງໂຊ່ ຖ້າບໍ່ແຈ້ງຕັ້ງແຕ່ບາດກ້າວທຳອິດ ສິ່ງທີ່ຕາມມາກໍຈະບໍ່ແຈ້ງ ແລະ  ຖ້າຍັງຍືນຍັນວ່າຈະເຮັດຕໍ່ ບໍ່ມີການປັບປຸງ ແກ້ໄຂ ມັນກໍຈະດຳມືດໄປໃນທ້າຍທີ່ສຸດ..."

..."ໂດຍ ອາຈານ..."

วันอังคารที่ 27 กุมภาพันธ์ พ.ศ. 2561

ສູດສຳເລັດນັ້ນມີຫຼາຍ ແຕ່ຈະສຳເລັດບໍ່ ນັ້ນແມ່ນອີກເລື່ອງໜຶ່ງ...ຕອນທີ່ 8

...ບົດສົນທະນາຂອງລູກສິດກັບອາຈານເລິ່ມຕົ້ນຂຶ້ນໃນຕອນເຊົ້າ ຂອງວັນໜຶ່ງ...

..."ອາຈານ...ນ້ອງໄດ້ກຳນົດເປົ້າໝາຍຊີວິດຂອງນ້ອງມາແລ້ວ ກວ່າຈະເຮັດໄດ້ ກໍໃຊ້ເວລາດົນພໍສົມຄວນ ກວ່າຈະຄິດຫາແນວທີ່ເຈົ້າຂອງຮັກ ກໍເບິ່ງແລ້ວເບິ່ງອີກ ຖາມຕົວເອງ ຖາມແລ້ວຖາມອີກ ວ່າແມ່ນແນວທີ່ເຈົ້າຂອງຮັກແທ້ບໍ່ ຈົນໄດ້ຄຳຕອບ....ບໍ່ແມ່ນເລື່ອງງ່າຍເນາະອາຈານ...."

...ອາຈານຍິ້ມ ແລະຕອບວ່າ "ບໍ່ງ່າຍ ແລະ ກໍບໍ່ຍາກດອກ...ສ່ວນຫຼາຍຍາກນຳຄິດຫັ້ນລ່ະ ແຕ່ພໍໄດ້ຄຳຕອບ ມັນກະງ່າຍແລ້ວ...ຕ້ອງປ່ຽນຄວາມຄິດອອກມາໃຫ້ເປັນແນວຈັບຕ້ອງໄດ້ ຄິດແລ້ວຂຽນອອກມາ ນັ້ນກໍເປັນວິທີໜຶ່ງ..."

..."ໂດຍອາຈານ...ທີນີ້ນ້ອງຈະໄປຈັ່ງໃດ໋ຕໍ່ໄປ..."

..."ຢ່າງທີ່ອາຈານບອກຫັ້ນເດ ປ່ຽນສິ່ງທີ່ຈັບບໍ່ໄດ້ ໃຫ້ຈັບຕ້ອງໄດ້...ລອງຂຽນແນວທີ່ຕົວເອງຈະເຮັດໃນແຕ່ລະມື້ອອກມາ ທີ່ເຮົາເຮັດແລ້ວມີພະລັງ ມີປະໂຫຍດກັບຄົນອື່ນ ແລະ ສັງຄົມ....ຮູ້ບໍ່ວ່າຍ້ອນຫຍັງ ເຮົາຈຶ່ງຕ້ອງຂຽນເປັນລາຍວັນ..."

..."ຍ້ອນວ່າ ເຮົາຕ້ອງເລິ່ມຕົ້ນຈາກສິ່ງນ້ອຍໆ ແຕ່ມີພະລັງ ແມ່ນບໍ່ອາຈານ...ຖຶງແມ້ວ່າເຮົາຈະຄິດເຮັດເລື່ອງໃຫຍ່ ຢາກເຫັນຄວາມປ່ຽນແປງໃຫຍ່ໆ ເຮົາກໍຕ້ອງເລິ່ມຕົ້ນຈາກສິ່ງນ້ອຍໆ ຢູ່ດີ...ນ້ອງມີເປົ້າໝາຍຊີວິດແລ້ວ ນ້ອງກໍຕ້ອງເລິ່ມເຮັດສິ່ງນ້ອຍ ສະສົມໄປເລື້ອຍໆ ເພື່ອໃຫ້ບັນລຸເປົ້າໝາຍ"...

..."ສະແດງວ່ານ້ອງຄົງຮູ້ແລ້ວເນາະ ວ່າຕ້ອງຂຽນສິ່ງທີ່ຕົວເອງຈະເຮັດອອກມາແນວໃດ..."

..."ຮູ້ແລ້ວອາຈານ...ສິ່ງທີ່ນ້ອງຈະເຮັດໃນແຕ່ລະວັນ ມັນຈະຕ້ອງສົ່ງຜົນໃຫ້ນ້ອງໄດ້ເຮັດຕາມເປົ້າໝາຍຊີວິດຂອງນ້ອງທີ່ຕັ້ງໄວ້ ຈະສຳເລັດຫຼືບໍ່ນັ້ນ ມັນແມ່ນອີກເລື່ອງໜຶ່ງເນາະອາຈານ...ນ້ອງຄິດວ່າ ເຮົາຕ້ອງລົງມືເຮັດ ມັນຈຶງຈະເກີດຜົນ..."

..."ອາຈານມີແນວຄິດ 3C ມາຝາກເດີ້...Clarity...Continuity...Consistency..."

..."ອາຈານກຳລັງຈະບອກນ້ອງວ່າ ຖ້າເຮັດໃຫ້ຄົບສາມຊີນີ້ແລ້ວ ຄວາມສຳເລັດກໍຈະເກີດຂຶ້ນໄດ້ແມ່ນບໍ່ອາຈານ..."

..."ແມ່ນແລ້ວ....ຖ້າຊັ້ນເຮົາມາເບິ່ງໄປນຳກັນເທືອລະຊີເນາະ...."

..."ໂດຍ...ອາຈານ..." 

วันอังคารที่ 20 กุมภาพันธ์ พ.ศ. 2561

ລົດເມຊີວິດ...Slow life moment...

...ຜູ້ຂຽນໄດ້ໃຊ້ຊີວິດໃນວຽງຈັນຢ່າງຕໍເນື່ອງມາກໍຈະຄົບຫ້າປີໃນເດືອນຫົກນີ້ ໄດ້ມີໂອກາດໃຊ້ບໍລິການລົດເມຂອງຂົນສົ່ງນະຄອນຫຼວງຫຼາຍຄັ້ງ ຖືວ່າເປັນແຟນຕົວຈິງຂອງບໍລິການນີ້ກະວ່າໄດ້...ການນັ່ງລົດເມ ເຮັດໃຫ້ຜູ້ຂຽນໄດ້ຂໍ້ຄິດຫຼາຍໆ ຢ່າງ ທີ່ບາງເທືອເຮົາກໍລືມຄິດໄປ ຍ້ອນວ່າເຮົາໃຊ້ລົດສ່ວນຕົວ ໄປໄສມາໄສກະຟ້າວໄປຢ່າງໄວວາ...

...ໄດ້ຍິນເດັກນ້ອຍຫ້ອງໄຫ້ໃນລົດ ກະຄິດພໍ້ຕອນພໍ່ກັບແມ່ພາຂຶ້ນລົດເມສະໄໝເປັນເດັກນ້ອຍ ຕອນນັ້ນເຮົາເປັນເດັກນ້ອຍກະບໍ່ໄດ້ຄິດຫຍັງ ບໍ່ຮູ້ວ່າຄົນຊີຄິດແນວໃດ ກໍຄົງຈະມີທັ້ງຄົນເຂົ້າໃຈ ແລະ ບໍ່ເຂົ້າໃຈວ່າເດັກນ້ອຍກະຫ້ອງໄຫ້ເປັນທຳມະດາ...

...ສຽງແມ່ຄ້າລົມກັນເລື່ອງຂາຍເຄື່ອງໄດ້ກຳໄລ ກໍມ່ວນ ຂາດທຶນ ກໍຄິດຍາກ...ກະເຮັດໃຫ້ເຮົາໄດ້ຄິດວ່າ ເຮົາເອງກໍຍັງໂຊກດີອີກແບບນຶງທີ່ບໍ່ຕ້ອງໄດ້ມານັ່ງຄິດໄລ່ເລື່ອງກຳໄລ ຫຼືວ່າຂາດທຶນທີ່ເປັນຕົວເງີນ...ບໍ່ແມ່ນຍ້ອນຜູ້ຂຽນມີເງີນຫຼາຍດອກ ແຕ່ຍ້ອນເຮົາຄ້າຂາຍບໍ່ເປັນ ຮ່າໆໆ...

...ສຽງຂອງຄົນຕ່າງປະເທດລົມກັນ ຜູ້ຂຽນບໍ່ເຂົ້າໃຈດອກ ແຕ່ເບິ່ງຈາກການສະແດງອອກທາງສີໜ້າທ່າທາງ ກໍພໍເດົາໄດ້ວ່າ ເຂົາເຈົ້າກຳລັງມີຄວາມສຸກ ສຽງດັງແດ່ ແຕ່ນັ່ນກໍເປັນວັດທະນະທຳການລົມຂອງເຂົາເຈົ້າ...ກໍເຂົ້າໃຈໄດ້...

...ກຸ່ມຄົນທີ່ຢູ່ໃນລົດເມ ກະເປັນສັງຄົມໜຶ່ງ ທີ່ມີເລື່ອງຕ່າງໆ ໃຫ້ເຮົາໄດ້ຮຽນຮູ້ ໃຫ້ເຮົາໄດ້ເຫັນວິຖີຊີວິດທີ່ບາງເທືອເຮົາເອງກໍລືມໃສ່ໃຈ...

...ຖ້າເຮົາໃສ່ໃຈກັບສິ່ງອ້ອມຂ້າງ ແລະ ຮຽນຮູ້ຈາກຄົນ ຈາກເຫດການທີ່ເກີດຂຶ້ນ ແລະ ພິຈາລະນາຕົວເອງ ກໍຄົງຈະເຮັດໃຫ້ເຮົາມີຄວາມສຸກກັບການໃຊ້ຊີວິດໄປໃນແຕ່ລະວັນ...

...🤗...

วันจันทร์ที่ 19 กุมภาพันธ์ พ.ศ. 2561

ສູດສຳເລັດນັ້ນມີຫຼາຍ ແຕ່ຈະສຳເລັດບໍ່ ນັ້ນແມ່ນອີກເລື່ອງໜຶ່ງ...ຕອນທີ່ 7

...ທວນຄວາມຄືນແດ່ຈັກໜ້ອຍ...ການສັງລວມຄວາມເປັນຕົວຕົນຂອງເຮົາ ມີ 4 ຂັ້ນຕອນ ແມ່ນ...
ການຊອກຫາ "ຄວາມປາດຖະໜາຂອງຊີວິດ"
ການຊອກຫາ "ວິຊາຊີບ"
ການຊອກຫາ "ຄຸນຄ່າຂອງວຽກເຮົາ ທີ່ໃຫ້ກັບສັງຄົມ ໃຫ້ກັບໂລກໃບນີ້" ແລະ
ການຊອກຫາ "ພາລະກິດການໃຊ້ຊີວິດ"

...ໃນການຊອກຫາ "ພາລະກິດການໃຊ້ຊີວິດ" ໃຫ້ເຮົານຳເອົາສິ່ງທີ່ເຮົາໄດ້ພິຈາລະນາວ່າ "ໂລກນີ້ ສັງຄົມນີ້ຕ້ອງການຫຍັງ" ມາສົມທຽບກັບ "ສິ່ງທີ່ຕົວເອງມັກ ຢາກເຮັດ ໂດຍທີ່ບໍ່ມີຜູ້ໃດມາບັງຄັບ" ແລະພິຈາລະນາຢ່າງເລິກເຊິ້ງ ເຮົາກໍຈະໄດ້ຂໍ້ສະຫຼຸບອອກມາ...

...ແລະກໍເຊັ່ນເຄີຍ ຜູ້ຂຽນຂໍຍົກຕົວຢ່າງຂອງຜູ້ຂຽນທີ່ໄດ້ກຳນົດ "ພາລະກິດການໃຊ້ຊີວິດ" ຂອງຕົວເອງອອກມາ...ຜູ້ຂຽນເຊື່ອວ່າ "ໂລກນີ້ ສັງຄົມນີ້ຕ້ອງການຜູ້ຟັງທີ່ດີ, ຕ້ອງການຄົນເບິ່ງໂລກໃນມຸມທີ່ດີໆ, ຕ້ອງການຄວາມສະຫງົບສຸກ ສັນຕິພາບ, ຕ້ອງການຜູ້ນຳທາງຄວາມຄິດ..." ສ່ວນສິ່ງທີ່ຕົວເອງມັກ ຢາກເຮັດ ແມ່ນ "ການເດີນທາງທ່ອງທ່ຽວ, ມັກການຂຽນໜັງສື, ມັກການອ່ານໜັງສື, ມັກການຂັບລົດ, ມັກສ້າງຄົນ ສອນຄົນ, ມັກເຮັດເລື່ອງນ້ອຍໆ ແຕ່ມີພະລັງ..." ເມື່ອພິຈາລະນາແລ້ວ ຜູ້ຂຽນກໍຈະໄດ້ "ພາລະກິດຂອງການໃຊ້ຊີວິດ" ວ່າ "ການສື່ສານເລື່ອງຕ່າງໆ ທີ່ສ້າງພະລັງຊີວິດໃຫ້ກັບຄົນອື່ນ, ສ້າງຄົນທີ່ມີຄຸນນະພາບໃຫ້ກັບສັງຄົມ..."

...ໃນຂັ້ນຕອນຕໍ່ໄປ ກໍເປັນການກຳນົດ ເປົ້າໝາຍຊີວິດຂອງຕົວເອງ ຫຼື Ikigai ປັດຊະຍາການໃຊ້ຊີວິດຂອງຄົນຍີ່ປຸ່ນ ບອກໄວ້ວ່າ "ເປັນເຫດຜົນທີ່ຈະເຮັດໃຫ້ເຮົາຕື່ນຂຶ້ນມາ ລຸກມາໃຊ້ຊີວິດຢ່າງເບີກບານໃຈ..." ການກຳນົດເຮັດໄດ້ໂດຍນຳຜົນທີ່ໄດ້ຈາກການຊອກຫາຕົວເອງມາພິຈາລະນາລວມກັນ ເຊິ່ງຜູ້ຂຽນ ກໍໄດ້ກຳນົດເປົ້າໝາຍຊີວິດຕົວເອງໄດ້ວ່າ "ນັກເລົ່າເລື່ອງ ເພື່ອສ້າງພະລັງຊີວິດ ແລະ ສ້າງທາງເລືອກໃນການພັດທະນາຕົວເອງ ແລະ ພັດທະນາສັງຄົມ..."

...ກໍຄົງຈະບໍ່ຍາກປານໃດໃນການຊອກຫາຕົວເອງ ແລະ ກຳນົດເປົ້າໝາຍຊີວິດຂອງຕົວເອງ ຂໍພຽງໃຫ້ເຮົາໃຊ້ເວລາກັບຕົວເອງ ພິຈາລະນາຢ່າງຄ່ອຍເປັນໄປ ບາງຄົນອາດຈະໃຊ້ເວລາຫຼາຍວັນ ຫຼາຍສັບດາ ຫຼາຍເດືອນ ກໍເປັນໄປໄດ້ ນັ້ນກໍຖືວ່າເປັນເລື່ອງທຳມະດາ ຍ້ອນຄົນແຕ່ລະຄົນໄດ້ຜ່ານປະສົບການມາບໍ່ຄືກັນ...ຄ່ອຍໆ ຄິດ ຄ່ອຍໆ ເບິ່ງ "ຊີວິດເປັນຂອງເຮົາເອງ ເຮັດໃນສິ່ງທີ່ມີຄວາມສຸກ ບໍ່ເຮັດຜູ້ອື່ນທຸກນຳ ກໍເອົາລ່ະ..."

วันพฤหัสบดีที่ 15 กุมภาพันธ์ พ.ศ. 2561

ສູດສຳເລັດນັ້ນມີຫຼາຍ ແຕ່ຈະສຳເລັດບໍ່ ນັ້ນແມ່ນອີກເລື່ອງໜຶ່ງ...ຕອນທີ່ 6

...ມື້ນີ້ເຮົາຈະມາສືບຕໍ່ເລື່ອງ "ຄຸນຄ່າຂອງວຽກເຮົາ ທີ່ໃຫ້ກັບສັງຄົມ ໃຫ້ກັບໂລກໃບນີ້"...

...ເລິ່ມຈາກການນຳເອົາ "ສິ່ງທີ່ເຮົາເຮັດແລ້ວເກີດລາຍໄດ້" ຫຼື ເວົ້າໃຫ້ເຂົ້າໃຈງ່າຍຂຶ້ນ ແມ່ນ ມີຄົນພ້ອມທີ່ຈະຈ່າຍຄ່າຈ້າງໃຫ້ເຮົານັ່ນເອງ ມາສົມທຽບກັບ "ສິ່ງທີ່ໂລກ ສັງຄົມ ຕ້ອງການ"...

...ຕົວຢ່າງຈາກຜູ້ຂຽນເອງ (ຢ່າຟ້າວເບື່ອເດີ້ ຍົກຕົວຢ່າງຂອງຕົວເອງມັນສະດວກດີ)..."ສິ່ງທີ່ເຮັດແລ້ວເກີດລາຍໄດ້" ແມ່ນ ການເປັນຄູຝຶກ, ການເປັນຜູ້ອຳນວຍຄວາມສະດວກໃນການຮຽນຮູ້, ການເປັນໂຄ້ຊ (coach), ການເປັນທີ່ປຶກສາດ້ານການພັດທະນາບຸກຄະລາກອນ ແລະ ອົງກອນ...ສ່ວນ "ສິ່ງທີ່ໂລກ ສັງຄົມຕ້ອງການ" ຕາມມຸມມອງຂອງຜູ້ຂຽນ ເຫັນວ່າ ສັງຄົມຕ້ອງການຜູ້ຟັງທີ່ດີ, ຕ້ອງການຄົນເບິ່ງໂລກໃນມຸມທີ່ດີໆ, ຕ້ອງການຄວາມສະຫງົບສຸກ ສັນຕິພາບ, ຕ້ອງການຜູ້ນຳທາງຄວາມຄິດ...

...ເມື່ອພິຈາລະນາຈາກສອງສ່ວນນີ້ແລ້ວ ຜູ້ຂຽນກໍຈະໄດ້ ຄຸນຄ່າຂອງວຽກເຮົາ ທີ່ໃຫ້ກັບສັງຄົມ ໃຫ້ກັບໂລກໃບນີ້ ແມ່ນ "ຄວາມສາມາດໃນການເປັນທີ່ປຶກສາ ແລະ ເປັນຊັບພະຍາກອນບຸກຄົນ ດ້ານການພັດທະນາຕົວເອງ ແລະ ອົງກອນ"...

...ມາຮອດຕອນນີ້ ເຮົາກໍຈະໄດ້ 3 ສ່ວນທີ່ສຳຄັນ ກ່ອນການກຳນົດເປົ້າໝາຍຊີວິດຂອງເຮົາແລ້ວ...ເຫຼືອອີກໜຶ່ງສ່ວນ ສາມາດຕິດຕາມໄດ້ຕອນຕໍ່ໄປ...
《《《《《《《《《《《《♡》》》》》》》》》》

ທວນຄວາມຄືນ "ການສັງລວມຄວາມເປັນຕົວຕົນຂອງເຮົາ" ມີ 4 ຂັ້ນຕອນ ແມ່ນ

  1. ການຊອກຫາ "ຄວາມປາດຖະໜາຂອງຊີວິດ"
  2. ການຊອກຫາ "ວິຊາຊີບ"
  3. ການຊອກຫາ "ຄຸນຄ່າຂອງວຽກເຮົາ ທີ່ໃຫ້ກັບສັງຄົມ ໃຫ້ກັບໂລກໃບນີ້" ແລະ
  4. ການຊອກຫາ "ພາລະກິດໃນການໃຊ້ຊີວິດ"

วันพุธที่ 14 กุมภาพันธ์ พ.ศ. 2561

ສູດສຳເລັດນັ້ນມີຫຼາຍ ແຕ່ຈະສຳເລັດບໍ່ ນັ້ນແມ່ນອີກເລື່ອງໜຶ່ງ...ຕອນທີ່ 5

...ສະບາຍດີ...

...ສືບຕໍ່ຈາກຕອນທີ່ແລ້ວ...ເຮົາໄດ້ລົມກັນເລື່ອງ ການຊອກຫາ "ຄວາມປາດຖະໜາຂອງຊີວິດ" ໃນການໃຊ້ຊີວິດ...ມື້ນີ້ຈະມາລົມກັນຕໍ່ ເລື່ອງ "ວິຊາຊີບ"...

...ການຊອກຫາ "ວິຊາຊີບ" ແມ່ນການພິຈາລະນາ "ສິ່ງທີ່ເຮົາຖະໜັດ" ກັບ "ສິ່ງທີ່ເຮັດແລ້ວເກີດລາຍໄດ້"...ສອງສ່ວນນີ້ ຈະເປັນສ່ວນປະສົມປະສານທັກສະ ຄວາມຊຳນານຂອງເຮົາ ເຂົ້າກັບສິ່ງທີ່ເຮົາເຮັດແລ້ວເກີດລາຍໄດ້ຂຶ້ນມາ...ຫຼາຍຄົນບອກວ່າ ບາງເທືອ ການເຮັດສິ່ງທີ່ເປັນລາຍໄດ້ ກໍບໍ່ແມ່ນສິ່ງທີ່ເຮົາຖະໜັດສະເໝີໄປ...ໃນມຸມກົງກັນຂ້າມ ຖ້າເຮົາຄິດແລະພິຈາລະນາ ເອົາສິ່ງທີ່ເຮົາຖະໜັດ ມາສ້າງລາຍໄດ້ກັບເຮົາ ກໍຈະເປັນການດີຫຼາຍ...ດັງນັ້ນ ໃນຂັ້ນນີ້ ເຮົາຕ້ອງເບິ່ງຕົວເອງ ຢ່າຕັ໋ວະຕົວເອງ ທັກສະທີ່ເຮົາໃຊ້ເຮັດວຽກນັ້ນ ກໍມີພື້ນຖານຈາກສິ່ງທີ່ເຮົາຖະໜັດຢູ່ແລ້ວ..."ວິຊາຊີບ" ແມ່ນສິ່ງທີ່ເຮົາໄດ້ຮຽນຮູ້ມາຈາກໂຮງຮຽນ ຈາກມະຫາວິທະຍາໄລ ຈາກການອົບຮົມ ຈາກການຝຶກປະຕິບັດຕົວຈິງ ເກີດທັກສະຂຶ້ນມາໃນຫຼາຍໆ ດ້ານ ທັ້ງການຄິດ ການປະຕິບັດ ຖ້າພິຈາລະນາເບິ່ງໃຫ້ຄັກ ເຮົາກໍຈະເຫັນຄວາມສຳພັນກັນເປັນຕ່ອງໂຊ່ຢູ່...

...ຂໍຍົກຕົວຢ່າງຈາກຜູ້ຂຽນ ໃນການກຳນົດ "ວິຊາຊີບ" ຂອງຜູ້ຂຽນເອງ ຜູ້ຂຽນ "ຖະໜັດ" ເລື່ອງການຟັງຄົນ, ຟັງເພື່ອເຂົ້າໃຈຄົນ, ຖະໜັດເລື່ອງການເບິ່ງຄົນ ແລະ ສາມາດໄຈ້ແຍກໄດ້ວ່າ ຄົນຜູ້ນັ້ນມີບຸກຄະລິກ ລັກສະນະນິໄສແນວໃດ, ຖະໜັດເລື່ອງການສອນຄົນ ແບບໃຫ້ເຂົາເຈົ້າໄດ້ຄິດເອງ...ສ່ວນ "ສິ່ງທີ່ເຮັດແລ້ວ ສາມາດສ້າງລາຍໄດ້" ຂອງຜູ້ຂຽນ ກໍເປັນເລື່ອງການເປັນຄູຝຶກ, ການເປັນຜູ້ອຳນວຍຄວາມສະດວກໃນການຮຽນຮູ້, ການເປັນໂຄ້ຊ, ການເປັນທີ່ປຶກສາດ້ານການພັດທະນາບຸກຄະລາກອນ ແລະ ອົງກອນ...

...ເມື່ອນຳ "ຄວາມຖະໜັດ" ແລະ "ສິ່ງທີ່ເຮັດແລ້ວສາມາດສ້າງລາຍໄດ້" ມາພິຈາລະນາ ແລະ ປະສົມປະສານກັນ ຜູ້ຂຽນກໍຈະໄດ້ "ວິຊາຊີບ" ວ່າ ເປັນຄູຝຶກ, ເປັນໂຄ້ຊ, ເປັນທີ່ປຶກສາດ້ານການພັດທະນາບຸກຄະລາກອນ ແລະ ອົງກອນ...

...ຈາກຕົວຢ່າງ ເຮົາຈະໄດ້ເຫັນຄວາມສຳພັນ ແມ່ນ ພື້ນຖານຂອງ "ວິຊາຊີບ" ກໍມາຈາກ "ຄວາມຖະໜັດ" ຂອງເຮົາ ບໍ່ໂດຍທາງກົງ ກໍທາງອ້ອມ...

...ຕອນໜ້າ ເຮົາຈະມາເບິ່ງ ຂັ້ນທີ່ 3 ເພື່ອກຳນົດ "ຄຸນຄ່າຂອງວຽກເຮົາທີ່ໃຫ້ກັບສັງຄົມ" ທີ່ພາສາອັງກິດໃຊ້ຄຳວ່າ Vocation...

วันอังคารที่ 13 กุมภาพันธ์ พ.ศ. 2561

ສູດສຳເລັດນັ້ນມີຫຼາຍ ແຕ່ຈະສຳເລັດບໍ່ ນັ້ນແມ່ນອີກເລື່ອງໜຶ່ງ...ຕອນທີ່ 4

...ຫຼັງຈາກທີ່ເຮົາໄດ້ຊອກຫາອົງປະກອບທັ້ງ 4 ແລ້ວ ຖືໄດ້ວ່າເຮົາຜ່ານຂັ້ນ "ການຊອກຫາຕົວເອງ" ມາແລ້ວ. ຕໍ່ໄປເຮົາຈະເຂົ້າສູ່ຂັ້ນການ "ສັງລວມຄວາມເປັນຕົວຕົນຂອງເຮົາ"...ເຮົາມາເບິ່ງນຳກັນ ວ່າ ເຮົາຈະໃຊ້ປະໂຫຍດຈາກອົງປະກອບຕ່າງໆ ນັ້ນໄດ້ແນວໃດແດ່...

...ຂັ້ນທີ່ 1 ໃຫ້ເຮົາເບິ່ງ "ສິ່ງທີ່ເຮາຮັກ" ຄູ່ກັບ "ສິ່ງທີ່ເຮົາຖະໜັດ ເຮົາມີຄວາມຊຳນານ" ແລະສະຫຼຸບອອກມາໃຫ້ໄດ້ໃຈຄວາມທີ່ບອກເຖີງຕົວເອງ...ບອກເຖີງເລື່ອງ "ຄວາມປາດຖະໜາຂອງຊີວິດ". ພາສາອັງກິດ ໃຊ້ຄຳວ່າ Passion... ຄວາມປາດຖະໜາຂອງຊີວິດ ເປັນສິ່ງທີ່ເຮັດໃຫ້ເຮົາໄດ້ໃຊ້ພະລັງຂອງສິ່ງທີ່ເຮົາຮັກ ແລະ ສິ່ງທີ່ເຮົາຖະໜັດ ມາປະສົມປະສານກັນ ເຮັດໃຫ້ເຮົາໄດ້ເຫັນຕົວຕົນຈະແຈ້ງຂຶ້ນ...

ຕົວຢ່າງຈາກຜູ້ຂຽນ...ຜູ້ຂຽນ "ຮັກ" ໃນເລື່ອງການເດີນທາງ ທ່ອງທ່ຽວ ໂດຍສະເພາະໄປທ່ຽວນຳພູຜາ, ມັກການຂຽນໜັງສື, ມັກອ່ານໜັງສື, ມັກການຂັບລົດ, ມັກສ້າງຄົນ ສອນຄົນ, ມັກເຮັດເລື່ອງນ້ອຍໆ ແຕ່ມີພະລັງ...

ຜູ້ຂຽນ "ຖະໜັດ" ເລື່ອງການຟັງຄົນ ຟັງເພື່ອເຂົ້າໃຈຄົນ, ຖະໜັດເລື່ອງການເບິ່ງຄົນ ແລະ ສາມາດໄຈ້ແຍກໄດ້ ວ່າ ຜູ້ໃດມີບຸກຄະລິກ ລັກສະນະນິໄສແນວໃດ, ຖະໜັດການສອນຄົນແບບໃຫ້ເຂົາເຈົ້າຄິດເອງ...

ເມື່ອນຳ "ສິ່ງທີ່ຜູ້ຂຽນຮັກ" ແລະ "ສິ່ງທີ່ຜູ້ຂຽນຖະໜັດ" ມາລວມກັນ ກໍຈະໄດ້ "ຄວາມປາດຖະໜາຂອງຊີວິດ" ຫຼື Passion ...ສຳລັບຜູ້ຂຽນ ຄື "ການທ່ອງທ່ຽວຫາປະສົບການ, ນຳມາຖ່າຍທອດຜ່ານການຂຽນ, ການເລົ່າເລື່ອງ, ເພື່ອໃຫ້ກຳລັງໃຈຄົນ, ເປັນທີ່ປຶກສາດ້ານຊີວິດ ແລະ ວຽກງານ"...

...ຂັ້ນທີ່ 2 ເຮົາກໍນຳເອົາ "ສິ່ງທີ່ເຮົາຖະໜັດ" ກັບ "ສິ່ງທີ່ເຮັດແລ້ວສາມາດສ້າງລາຍໄດ້ໃຫ້ກັບເຮົາ" ມາພິຈາລະນາ ເພື່ອໃຫ້ເຮົາໄດ້ເຫັນ "ວິຊາຊີບ" ຂອງເຮົາ...ພາສາອັງກິດໃຊ້ຄຳວ່າ Profession...

...ຂັ້ນທີ່ 3 ໃຫ້ເຮົານຳເອົາ "ສິ່ງທີ່ເຮົາເຮັດແລ້ວສາມາດສ້າງລາຍໄດ້ໃຫ້ກັບເຮົາ" ມາລວມກັບ "ສິ່ງທີ່ໂລກຕ້ອງການ, ສັງຄົມໄດ້ຄຸນຄ່າ". ຂັ້ນນີ້ຈະເຮັດໃຫ້ເຮົາໄດ້ເຫັນ "ຄຸນຄ່າຂອງວຽກເຮົາທີ່ໃຫ້ກັບສັງຄົມ" ພາສາອັງກິດໃຊ້ຄຳວ່າ Vocation...

...ຂັ້ນທີ່ 4 ນຳເອົາ "ສິ່ງທີ່ໂລກຕ້ອງການ, ສັງຄົມໄດ້ຄຸນຄ່າ" ມາສັງລວມກັບ "ສິ່ງທີ່ເຮົາຮັກ" ເຮົາກໍຈະໄດ້ "ພາລະກິດ" ພາສາອງກິດໃຊ້ຄຳວ່າ Mission ຊຶ່ງໝາຍຄວາມໄດ້ວ່າ ເຮົາໄດ້ເຮັດໃນສິ່ງທີ່ຮັກ ແລະ ມີຄຸນຄ່າຕໍ່ສັງຄົມ...

...ລາຍລະອຽດຈະລົມສູ່ຟັງໃນຕອນຕໍ່ໄປເດີ້ເຈົ້າ...

วันจันทร์ที่ 12 กุมภาพันธ์ พ.ศ. 2561

ສູດສຳເລັດນ້ນມີຫຼາຍ ແຕ່ຈະສຳເລັດບໍ່ ນັ້ນແມ່ນອີກເລື່ອງນຶງ...ຕອນທີ່ 3

...ການທີ່ເຮົາຈະຕັ້ງເປົ້າໝາຍຊີວິດໃຫ້ໄດ້ດີ ໃຫ້ຊັດເຈນ ກໍຕ້ອງອາໄສຫຼັກຄິດຢູ່ຄືກັນ...

...ຂ້າພະເຈົ້າເຫັນວ່າ ຫຼັກຄິດນຶງທີ່ສາມາດນຳໃຊ້ໄດ້ດີ ແມ່ນຫຼັກຄິດທີ່ເອິ້ນວ່າ ອິຄິໄກ Ikigai ເປັນແນວຄິດຂອງຄົນຍີ່ປຸ່ນ ທີ່ມີແນວຄິດວ່າ "ເຫດຜົນຫຍັງທີ່ເຮັດໃຫ້ເຮົາມີຊີວິດຢູ່" ສິ່ງນີ້ເຮັດໃຫ້ເຮົາພຶງພໍໃຈໃນການມີຊີວິດຢູ່ ແລະ ເຮັດໃຫ້ເຮົາໄດ້ເຂົ້າໃຈຄວາມໝາຍຂອງຊີວິດ ໄດ້ຢ່າງເລິກເຊິ້ງ...

...ເລິ່ມຕົ້ນດ້ວຍການຊອກຫາ 4 ອົງປະກອບ ຕໍ່ໄປນີ້...

ໜຶ່ງ...ສິ່ງທີ່ຕົວເອງມັກ ສິ່ງທີ່ຕົວເອງຢາກເຮັດ ໂດຍທີ່ບໍ່ມີຜູ້ໃດມາບັງຄັບ...

ສອງ...ສິ່ງທີ່ຕົວເອງຖະໜັດ ມີທັກສະ ມີຄວາມຊຳນານ ເກີດຈາກການຮຽນຮູ້ ການຝຶກປະຕິບັດຕົວຈິງ...

ສາມ...ສິ່ງທີ່ເຮົາເຮັດແລ້ວສາມາດສ້າງລາຍໄດ້ໃຫ້ກັບເຮົາ...

ສີ່...ສິ່ງທີ່ໂລກນີ້ ສັງຄົມນີ້ຕ້ອງການ...

ໃນຂັ້ນຕອນການຊອກຫາຕົວເອງ ຈາກການໃຊ້ອົງປະກອບນີ້ ຈະເຮັດໃຫ້ເຮົາໄດ້ສຳຫຼວດຕົວເອງ ຢ່າງຄ່ອຍເປັນໄປ...ແນະນຳວ່າຢ່າຟ້າວໃນຂັ້ນນີ້...ພໍຂຽນອອກມາໄດ້ ກໍທົບທວນເບິ່ງ ວ່າແມ່ນແທ້ບໍ່ ໂດຍປົກກະຕິຄົນເຮົາຈະຮູ້ຕົວເອງ ວ່າອັນໃດແທ້ ອັນໃດບໍ່ແມ່ນ...

ຂັ້ນຕອນຕໍ່ໄປ ຈະເລິ່ມເລິກເຊີ້ງຂຶ້ນອີກ...ຕອນນີ້ ຊອກຫາ 4 ອົງປະກອບກ່ອນເດີ້....

ສາມາດອ່ານເພິ່ມເຕີມ ໄດ້ຈາກນີ້ https://en.m.wikipedia.org/wiki/Ikigai

วันศุกร์ที่ 9 กุมภาพันธ์ พ.ศ. 2561

ພັກສາ ຖ້າເມື່ອຍ...ແຕ່ບໍ່ເມື່ອຍ ກໍພັກໄດ້...

...ບາງເທືອ ກະບໍ່ຈຳເປັນຕ້ອງເມື່ອຍ ຈຶງພັກ....

...ຖ້າຄິດວ່າຮອດຍາມ ກະພັກສາ ຢ່າລໍຖ້າໃຫ້ຮ່າງກາຍອ່ອນແຮງ ມັນຊີແກ້ໄຂຍາກ...

...ສຳລັບຂ້າພະເຈົ້າ ການພັກຜ່ອນບໍ່ແມ່ນແຄ່ການຜ່ອນຄາຍ ແຕ່ເປັນການເຕີມພະລັງໃຫ້ກັບຮ່າງກາຍ ຈິດໃຈ ສົ່ງຜົນໃຫ້ເຮົາມີພະລັງຊີວິດເພິ່ມຂຶ້ນ...

...ດັງນັ້ນ ການພັກທີ່ດີ ຄວນພັກມື້ລະຫຼາຍເທືອ ເທືອລະນິດ ເທືອລະໜ້ອຍ ເພື່ອໃຫ້ມີສຸຂະພາບກາຍ ແລະ ສຸຂະພາບໃຈ ທີ່ດີຂຶ້ນ...

...ຮູ້ແລ້ວ...ດີ...
...ຮູ້ແລ້ວເຮັດ...ດີຫຼາຍ...
...ຮູ້ແລ້ວເຮັດໃຫ້ຕໍ່ເນື່ອງ...ແມ່ນດີທີ່ສຸດ...
...ວ່າຊັ້ນ...😁

วันพฤหัสบดีที่ 8 กุมภาพันธ์ พ.ศ. 2561

ສູດສຳເລັດນັ້ນມີຫຼາຍ ແຕ່ຈະສຳເລັດບໍ່ ນັ້ນແມ່ນອີກເລື່ອງນຶງ...ຕອນທີ່ 2

...ການສົນທະນາທີ່ຕໍ່ເນື່ອງຂອງລູກສິດກັບອາຈານ ກໍເກີດຂຶ້ນອີກຄັ້ງ ຫຼັງຈາກທີ່ລູກສິດໄດ້ຖາມເຖີງສູດທີ່ຈະເຮັດໃຫ້ຄົນເຮົາປະສົບຄວາມສຳເລັດ

"ສູດທີ່ອາຈານບອກວ່າຕ້ອງຕັ້ງເປົ້າໝາຍໃຫ້ຊັດເຈນ ວາງບາດກ້າວໃຫ້ແທດເໝາະ ເຮັດໃຫ້ຕໍ່ເນື່ອງ ຢ່າໂຈະ ຢ່າຢຸດ...ມັນເປັນແນວໃດ໋ອາຈານ"

"ເຮົາມາເບິ່ງໄປເທືອລະໂຕເນາະ...ການຕັ້ງເປົ້າໝາຍໃຫ້ຊັດເຈນ ກໍແມ່ນການກຳນົດບ່ອນທີ່ເຮົາຈະໄປໃຫ້ຮອດ ບ່ອນທີ່ເຮົາຢາກເປັນ ບ່ອນທີ່ເຮົາຢາກເຫັນ ບ່ອນທີ່ເຮົາຢາກໃຫ້ເກີດຂຶ້ນ..."

"ອາຈານ...ຖ້າສົມທຽບກັບໂຄງການ ມັນແມ່ນຜົນທີ່ຈະເກີດຂຶ້ນພາຍຫຼັງໂຄງການຈົບ ແມ່ນບໍ່ອາຈານ?"

"ແມ່ນແລ້ວ ເປົ້າໝາຍຂອງໂຄງການ ນັ່ນຄືສິ່ງທີ່ເຮົາຢາກເຫັນຄວາມສຳເລັດ..."

"ຖ້າຈັ່ງຊັ່ນ ກະບໍ່ໄດ້ຍາກປານໃດ໋ດອກ ນ້ອງຄິດວ່າມັນມີຂະບວນການວິເຄາະຫຼາຍຢ່າງກວ່າຈະໄດ້ເປົ້າໝາຍຂອງໂຄງການມາ...ແຕ່ວ່າ ສິ່ງທີ່ນ້ອງສົນໃຈຫຼາຍນີ້ ແມ່ນການກຳນົດເປົ້າໝາຍຊີວິດນີ້ນາ ມັນຄືຍາກແທ້ຍາກວ່າ...ອາຈານຄິດຄືນ້ອງບໍ່?"

ອາຈານແນມເບິ່ງສີໜ້າລູກສິດແລ້ວ ກໍເຂົ້າໃຈເຖີງຄວາມຫຍຸ້ງຍາກໃຈທີ່ລູກສິດໄດ້ສະແດງອອກມາ....ອາຈານກໍເລີຍຕອບດ້ວຍນ້ຳສຽງລາບລຽບວ່າ "ການກຳນົດເປົ້າໝາຍຊີວິດຄົນເຮົາ ມັນກະບໍ່ຕ່າງຈາກການກຳນົດເປົ້າໝາຍຂອງໂຄງການດອກ ພຽງແຕ່ວ່າມັນມີຄວາມລະອຽດອ່ອນ ມີປັດໄຈທີ່ເຂົ້າມາກ່ຽວຂ້ອງຫຼາຍເລື່ອງ...ອາຈານເອງກໍເຄີຍທົດລອງກຳນົດເປົ້າໝາຍຊີວິດຕົວເອງໂດຍໃຊ້ຫຼາຍໆ ວິທີ ຕົວຢ່າງ ການຖາມຕົວເອງວ່າ ຖ້າມີເວລາຢູ່ອີກປີໜຶ່ງ ເຮົາຈະເຮັດຫຍັງ ອັນນີ້ພໍເຮັດໃຫ້ເຮົາວາງເປົ້າໝາຍໄລຍະສັ້ນໄດ້ ແຕ່ໃນໄລຍະຍາວ ອາຈານກໍຖາມຕົວເອງວ່າ ເຮົາເກີດມາເພື່ອຫຍັງ ມີເປົ້າໝາຍຊີວິດແນວໃດ..."

ລູກສິດສົງໄສແຮງ ກໍເລີຍຖາມອາຈານຄືນວ່າ "ເອີ້ ແມ່ນ ອາຈານ...ອາຈານເກີດມາເພື່ອຫຍັງ ມີເປົ້າໝາຍຫຍັງ....?" ລູກສິດກໍຖາມໄປ ຫົວໄປນຳ

ອາຈານກັບລູກສິດແນມເບິ່ງໜ້າກັນ ແລ້ວກະຫົວພ້ອມກັນ ອາຈານກໍຕອບວ່າ "ບໍ່ຮູ້ຄືກັນ..."

"ມັນມີສູດຢູ່ເດ້ນ້ອງ...ອາຈານກໍໄປອ່ານໜັງສືມາຫົວນຶງ ເຂົາບອກວ່າ ການກຳນົດເປົ້າໝາຍຊີວິດ ມັນກໍຈະມີ 4 ເລື່ອງ ທີ່ຕ້ອງພິຈາລະນາ ວ່າຊັ້ນ...ນ້ອງພໍເດົາໄດ້ບໍ່ ວ່າແມ່ນຫຍັງ..."

"ນ້ອງວ່າ ມີເງີນມີຄຳ ມີຄອບຄົວທີ່ອົບອຸ່ນ ມີໝູ່ມິດ ມີວຽກເຮັດທີ່ດີໆ ແມ່ນບໍ່ອາຈານ..."

"ອັນນັ້ນກະແມ່ນເປົ້າໝາຍ ຕາມຄວາມຄິດເຫັນຂອງນ້ອງ...ຕອນນີ້ລອງພິຈາລະນາເລື່ອງທີ່ອາຈານຈະເວົ້າໃຫ້ຟັງເດີ້... ເລື່ອງທີ່ໜຶ່ງ ແມ່ນນ້ອງຕ້ອງຮູ້ກ່ອນວ່າ ສິ່ງທີ່ນ້ອງຮັກແມ່ນຫຍັງ ຮັກທີ່ຈະເຮັດໂດຍບໍ່ຕ້ອງມີຜູ້ໃດມາບອກ. ເລື່ອງທີ່ສອງແມ່ນສິ່ງທີ່ນ້ອງຖະໜັດ ມີຄວາມຊຳນານ ເກີດຈາກການຝຶກປະຕິບັດແມ່ນຫຍັງ. ເລື່ອງທີ່ສາມແມ່ນເລື່ອງຫຍັງທີ່ນ້ອງເຮັດໄດ້ແລະມີລາຍໄດ້ເກີດຂຶ້ນ ສາມາດລ້ຽງຕົວເອງໄດ້ກຸ້ມ. ແລະເລື່ອງທີ່ສີ່ ສັງຄົມໂລກນີ້ຕ້ອງການຫຍັງ ຕ້ອງການຄົນແບບໃດ ຕ້ອງການສະພາບດີໆ ແນວໃດ. ຖ້ານ້ອງສາມາດຕອບຄຳຖາມສີ່ເລື່ອງນີ້ໄດ້ ກໍສະແດງວ່ານ້ອງເລິ່ມຮູ້ຈັກຕົວເອງແລ້ວ..."

"ແມ່ນຫວາອາຈານ ຕອບສີ່ເລື່ອງນີ້ໄດ້ ກະຮູ້ເປົ້າໝາຍຊີວິດເຮົາເລີຍຫວາ?"

"ໃກ້ແລ້ວລ່ະ ແຕ່ຍັງບໍ່ສຸດເທືອ ມີລາຍລະອຽດຕຶ່ມອີກ...ເອົາຈັ່ງຊີ້ເນາະ ນ້ອງກັບໄປຕອບຄຳຖາມນີ້ມາກ່ອນເນາະ ແລ້ວມາລົມກັນຕຶ່ມ..."

"ມື້ອື່ນຫວາ ອາຈານ ນ້ອງບໍ່ທັນແທ້ໄດ໋..."

"ນ້ອງມາລົມ ຍາມນ້ອງພ້ອມເນາະ ຄ່ອຍໆ ຄິດໄປ ບໍ່ມີຜິດດອກ...ຊີວິດເຮົາເປັນເລື່ອງລະອຽດອ່ອນ ຄ່ອຍໆ ຄິດເດີ້..."

"ໂດຍ..ອາຈານ"

ການສົນທະນາກໍຈົບລົງພຽງເທົ່ານີ້...✋

วันพุธที่ 7 กุมภาพันธ์ พ.ศ. 2561

ສູດສຳເລັດນັ້ນມີຫຼາຍ ແຕ່ຈະສຳເລັດບໍ່ ນັ້ນແມ່ນອີກເລື່ອງນຶງ...ຕອນທີ່ 1

ບົດສົນທະນາລະຫວ່າງລູກສິດກັບອາຈານ ໃນເວລາອາຫານທ່ຽງຂອງວັນໜຶ່ງ...

ລູກສິດຖາມອາຈານ "ອາຈານ...ມີທາງລັດແດ່ບໍ່ ທີ່ຈະເຮັດໃຫ້ເຮົາປະສົບຄວາມສຳເລັດໃນຊີວິດ ແລະ ວຽກງານ?"

ອາຈານຕອບຄຳຖາມດ້ວຍຄວາມສະຫງົບນິ່ງ "ນ້ອງຄິດວ່າ ມີບໍ່..."

"ນ່າຈະມີຢູ່ອາຈານ....ການທີ່ຄົນເຮົາຈະພົບກັບຄວາມສຳເລັດ ແມ່ນຕ້ອງມີຄວາມຕັ້ງໃຈເດ້ເນາະ....ຕັ້ງໃຈແລ້ວຕ້ອງເຮັດໃຫ້ໄດ້...ມີການຕິດຕາມຜົນ...ນ້ອງຄິດວ່າແນວນັ້ນ...."

ອາຈານງຽບໄປໜ້ອຍໜຶ່ງ ແລະ ກໍຊົມເຊີຍລູກສິດວ່າ "ນ້ອງຄິດຖືກແລ້ວ...ຄົນເຮົາຕ້ອງມີຝັນ ມີຄວາມຕັ້ງໃຈ ມຸ່ງມັ່ນໃນສິ່ງທີ່ເຈົ້າຂອງເຊື່ອວ່າຈະນຳພາໄປສູ່ຄວາມສຳເລັດ..."

ລູກສິດເຮັດໜ້າຕາແບບຍັງບໍ່ເຂົ້າໃຈ ຄິ້ວຊົນກັນ.."ເລື່ອງແບບນີ້ ຄົນກະຮູ້ເດ້ ອາຈານ ແຕ່ຍ້ອນຫຍັງ ຄົນເຮົາຄືບໍ່ສຳເລັດກັນເບິ່ດທຸກຄົນ..."

ອາຈານຕອບດ້ວຍນ້ຳສຽງທີ່ສະບາຍໆ "...ຍ້ອນຄົນເຮົາບໍ່ຄືກັນ ບາງຄົນຝັນ ແຕ່ບໍ່ຮູ້ຊີໄປຮອດຝັນໄດ້ແນວໃດ...ຢາກຮຽນເກ່ງ ແຕ່ກໍບໍ່ອ່ານໜັງສື...ຢາກຮັ່ງມີ ແຕ່ກໍ່ຢູ່ລ້າໆ...ຢາກເປັນມືອາຊີບ ແຕ່ບໍ່ລົງມືຝຶກປະຕິບັດ ແລະຮຽນຮູ້...ມັນກະບໍ່ປະສົບຄວາມສຳເລັດຈັກເທືອ...."

ລູກສິດກະຍັງບໍ່ເຂົ້າໃຈ ແຕ່ພໍເຫັນແລ້ວວ່າ ຈະຕ້ອງມີແນວທາງທີ່ພໍເຮັດໄດ້ ກະເລີຍຖາມອາຈານວ່າ "ອາຈານເຮັດແນວໃດ ອາຈານຈຶ່ງມາຮອດມື້ນີ້ໄດ້"

ພໍໄດ້ຟັງຄຳຖາມຈາກລູກສິດ ອາຈານກໍຍິ້ມໜ້ອຍນຶງ ພ້ອມກັບຕອບຄຳຖາມວ່າ "ບໍ່ມີຫຍັງຍາກດອກ ຂໍໃຫ້ນ້ອງຕັ້ງສະຕິໃຫ້ດີ ແລະໃຊ້ສູດ ຕັ້ງເປົ້າໝາຍໃຫ້ຊັດເຈນ ວາງບາດກ້າວໃຫ້ແທດເໝາະ ແລະ ເຮັດໃຫ້ຕໍ່ເນື່ອງ ຢ່າໂຈະ ຢ່າຢຸດ...."

"ແມ່ນແນວໃດນໍ້ ອາຈານ..." ລູກສິດຖາມຂຶ້ນມາດ້ວຍຄວາມຢາກຮູ້...

"ໂດຍ...ກິນເຂົ້າສວຍແລ້ວ ເຮົາຄ່ອຍລົມກັນຕຶ່ມເນາະ ດ໋ຽວຊີໄປບໍ່ທັນປະຊຸມຕອນບ່າຍເດ...."

"ໂດຍ...ອາຈານ...."
😊


วันอังคารที่ 6 กุมภาพันธ์ พ.ศ. 2561

ສະບາຍດີຈາກວຽງຈັນ

...ນັບຕັ້ງແຕ່ ປີ 2013 ຈົນຮອດປະຈຸບັນ ກໍນັບເວລາລວມໄດ້ຫ້າປີກັບການເຮັດວຽກໃນລາວ ສົມທຽບໄດ້ກັບຫ້າມື້ທີ່ມີຄຸນຄ່າ ແລະ ມີຄວາມຊົງຈຳທີ່ດີໆ ທີ່ເກີດຂຶ້ນກັບຂ້າພະເຈົ້າ...ໝູ່ຄູ່ ເອຶ້ອຍ ອ້າຍ ນ້ອງ ທີ່ຮັກແພງແລະດູແລກັນມາຕະຫຼອດໄລຍະທີ່ຜ່ານມາ ເຮັດໃຫ້ຂ້າພະເຈົ້າໄດ້ເປີດມຸມມອງໄດ້ກວ້າງ ແລະ ເລິກຊຶ້ງ ຕາມແຮງສະຕິປັນຍາຂອງຂ້າພະເຈົ້າຈະສາມາດເຮັດໄດ້...ນີ່ແມ່ນຈຸດເລິ່ມຕົ້ນ ທີ່ຈະໄດ້ເລົ່າເລື່ອງຕ່າງໆ ໃຫ້ທ່ານໄດ້ຟັງ ແລະ ແລກປ່ຽນກັນຢ່າງທົ່ວເຖີງ...

บทความที่มีผู้เข้าอ่านมากที่สุด